ຄວາມມານະພະຍາຍາມຜ່ານຜ່າວິກິດການ, ສ້າງອະນາຄົດລວມໃຫ້ແກ່ໂລກ

(VOVWORLD) -

ໃນສະຕະວັດທີ 21, ບໍ່ທັນມີເວລາໃດທີ່ໂລກຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ວິກິດການຫຼາຍຄັ້ງຄືໃນປີ 2022. ນີ້ແມ່ນການຕີລາຄາລວມຂອງນັກຊ່ຽວຊານ, ນັກຮຽນຮູ້, ນັກໄຈ້ແຍກຫຼາຍທ່ານ ກໍ່ຄືສື່ມວນຊົນສາກົນກ່ຽວກັບສະພາບການໂລກປີ 2022. ຍ້ອນເຫດນັ້ນ, ປະຊາຄົມສາກົນຄວນເພີ່ມທະວີຄວາມມານະພະຍາຍາມ, ຮ່ວມມືພ້ອມກັນຜ່ານຜ່າວິກິດການ, ສ້າງໂລກແຫ່ງສັນຕິພາບ ແລະ ວັດທະນາຖາວອນໂດຍລວມ.


ຄວາມມານະພະຍາຍາມຜ່ານຜ່າວິກິດການ, ສ້າງອະນາຄົດລວມໃຫ້ແກ່ໂລກ - ảnh 1ທະຫານຢູແກຼນ ໃນການປະທະກັນກັບກຳລັງ ລັດເຊຍ ໃນວັນທີ 25/2/2022
(ພາບ: AFP/TTXVN)

ບໍ່ພຽງແຕ່ໄດ້ເຫັນປະຈັກຕາການຂາດສະຖຽນລະພາບດ້ານຄວາມໝັ້ນຄົງຢ່າງຮ້າຍແຮງ, ຄືການປະທະກັນດ້ວຍການປະກອບອາວຸດ ແລະ ໄພອາດຈະເກີດການປະທະກັນດ້ວຍການປະກອບອາວຸດ, ປີ 2022, ໂລກຕ້ອງປະເຊີນໜ້າກັບສິ່ງທ້າທາຍໜັກໜ່ວງກ່ຽວກັບດ້ານເສດຖະກິດ, ພະລັງງານ, ສະບຽງອາຫານ, ໄພພິບັດທຳມະຊາດ…

ສະພາບການເກີດວິກິດການຫຼາຍຄັ້ງ

        ການເກີດວິກິດການຫຼາຍຄັ້ງ ຫຼື ວິກິດການຄວບຄູ່ ແມ່ນປະໂຫຍກຄຳເວົ້າທີ່ພາຫະນະສື່ມວນຊົນສາກົນໃຊ້ພັນລະນາກ່ຽວກັບສະພາບການຕົວຈິງທີ່ເກີດວິກິດການຫຼາຍຄັ້ງໃນພາບດຽວໃນໂລກປີນີ້. ຍົກຕົວຢ່າງຄື, ສຳນັກຂ່າວສານ AFP (ປະເທດ ຝລັ່ງ) ຖືວ່າ, ປີ 2022 ແມ່ນປີ “ເກີດວິກິດການຫລາຍຄັ້ງ”. ໃນນັ້ນ, ການປ່ຽນແປງຂອງດິນຟ້າອາກາດ, ບັນດາໄພພິບັດທຳມະຊາດທີ່ເກີດຂຶ້ນໄດ້ກໍ່ຄວາມເສຍຫາຍທາງດ້ານເສດຖະກິດປະມານ 268 ຕື້ USD.

        ນັ້ນແມ່ນຄວາມຈິງທີ່ໜ້າຫງວມເຫງົາ. ການປ່ຽນແປງຂອງດິນຟ້າອາກາດ, ບັນດາໄພພິບັດທຳມະຊາດໄດ້ເກີດຂຶ້ນຢ່າງລຽນຕິດຢູ່ຫຼາຍພາກພື້ນໃນໂລກ, ເຮັດໃຫ້ປະຊາຊົນນັບໝື່ນໆຄົນຖືກເສຍຊີວິດ. ໃນນັ້ນ, ສະເພາະແຕ່ໄພນ້ຳຖ້ວມທີ່ເກີດຂຶ້ນຢູ່ ປາກິດສະຖານ (ແຕ່ເດືອນ ມິຖຸນາ - ກັນຍາ) ໄດ້ເຮັດໃຫ້ປະຊາຊົນເສຍຊີວິດຢ່າງໜ້ອຍສຸດ 1.600 ຄົນ.

        ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມເສຍຫາຍຢ່າງໜັກໜ່ວງທີ່ສຸດກ່ຽວກັບຊີວິດອິນຊີແມ່ນມາຈາກວິກິດການທີ່ມະນຸດກໍ່ຂຶ້ນໂດຍກົງ, ນັ້ນແມ່ນການປະທະກັນດ້ວຍອາວຸດ. ຕາມການສະຖິຕິບໍ່ທັນຄົບຖ້ວນແລ້ວ, ການປະທະກັນປະກອບດ້ວຍການອາວຸດລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນໃນວັນທີ 24 ກຸມພາ ມາຮອດປະຈຸບັນ ໄດ້ເຮັດໃຫ້ທັງ 2 ຝ່າຍມີຜູ້ເສຍຊີວິດຫຼາຍໝື່ນຄົນ, ໃນນີ້ລວມທັງທະຫານ ແລະ ສາມັນຊົນ. ບໍ່ພຽງແຕ່ເທົ່ານັ້ນ, ການປະທະກັນຍັງເຮັດໃຫ້ສະພາບວິກິດການດ້ານພະລັງງານ ແລະ ສະບຽງອາຫານທົ່ວໂລກ, ເສດຖະກິດໂລກຕົກເຂົ້າສູ່ສະພາບຊຸດໂຊມ. ຍິ່ງໄປກ່ວານັ້ນ, ການປະທະກັນລະຫວ່າງລັດເຊຍ - ຢູແກຼນ ແລະ ບັນດາບັນຫາກ່ຽວຂ້ອງ ຍັງໄດ້ເຮັດໃຫ້ໂຄງປະກອບການພົວພັນສາກົນຖືກປ່ຽນແປງ, ເຮັດໃຫ້ສະພາບການສູ້ຢັນກັນລະຫວ່າງລັດເຊຍ - ຝ່າຍຕາເວັນຕົກເພີ່ມຂຶ້ນ.

        ນອກຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລ້ວ, ຍັງມີການປະທະກັນຂະໜາດນ້ອຍກໍ່ໄດ້ເກີດຂຶ້ນຢູ່ທັງພາກພື້ນ ເອີລົບ, ຕາເວັນອອກກາງ ແລະ ອາບຟຣີກາ, ໃນຂະນະທີ່ສະພາບການຢູ່ ອາຊີຕາເວັນອອກສ່ຽງເໜືອ ກໍ່ມີການຜັນແປທີ່ໜ້າວິຕົກວັງວົນດ້ວຍບັນດາການກະທຳດ້ານການທະຫານຖືກເພີ່ມຂຶ້ນຈາກບັນດາຝ່າຍກ່ຽວຂ້ອງ (ສປປ ເກົາຫຼີ, ສ ເກົາຫຼີ, ຍີ່ປຸ່ນ, ອາເມລິກາ). ພິເສດ, ປີ 2022, ເປັນຄັ້ງທຳອິດທີ່ມີໄພອາດຈະເກີດສົງຄາມນິວເຄຼຍ ທີ່ຫຼາຍຝ່າຍໄດ້ເຕື້ອງເຖິງ ຫຼື ກ່າວເຕືອນຢ່າງໜ້າວິຕົກກັງວົນ. ສະພາບການຕົວຈິງນັ້ນ ໄດ້ເຮັດໃຫ້ສະພາບຄວາມໝັ້ນຄົງທົ່ວໂລກເກີດວິກິດການຕື່ມອີກ, ນຳມາໃຫ້ຫຼາຍບັນຫາອື່ນໃນສັງຄົມທີ່ສັບສົນຂຶ້ນຕື່ມ. ຕາມຕົວເລກຂອງ ສປຊ ແລ້ວ, ການປະທະກັນທີ່ມີການປະກອບອາວຸດ ແລະ ຄວາມໝັ້ນຄົງຂາດສະຖຽນລະພາບແມ່ນປັດໄຈຕົ້ນຕໍເຮັດໃຫ້ຈຳນວນຄົນຕ້ອງປະລະເຮືອນຊານບ້ານຊ່ອງໄປອົບພະຍົບເພີ່ມຂຶ້ນເຖິງ 100 ລ້ານຄົນໃນປີ 2022, ແມ່ນເກືອບທົບ 2 ເທົ່າເມື່ອທຽບໃສ່ຕົວເລກ 60 ລ້ານຄົນຂອງປີ 2014.

ຄວາມມານະພະຍາຍາມຜ່ານຜ່າວິກິດການ, ສ້າງອະນາຄົດລວມໃຫ້ແກ່ໂລກ - ảnh 2ທ່ານເລຂາທິການໃຫຍ່ ສປຊ Antonio Guterres
(ພາບ:TTXVN )

        ຜ່ານຜ່າວິກິດການ, ສ້າງອະນາຄົດລວມ

        ຕາມການຄົ້ນຄ້ວາທີ່ມີຊື່ວ່າ “ບັນຊີລາຍຊືິ່ຕິດຕາມດ່ວນປີ 2023” ຂອງຄະນະກຳມະການກູ້ໄພສາກົນ (IRC) ແລ້ວ, ການປ່ຽນແປງຂອງດິນຟ້າອາກາດ ຈະເຮັດໃຫ້ວິກິດການດ້ານມະນຸດສະທຳໃນໂລກໜັກໜ່ວງກ່ວາໃນປີ 2023.

        ດ້ວຍການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ວັນທີ 22 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ: ມົດສະກູ ຈະມານະພະຍາຍາມຮັບປະກັນໃຫ້ການປະທະກັນສິ້ນສຸດຢ່າງໄວເທົ່າທີ່ຈະໄວໄດ້ໂດຍ, ຜ່ານມາດຕະການທາງການທູດ. ກ່ອນນັ້ນ, ການນຳ ເອີລົບ ແລະ ໃນໂລກຫຼາຍທ່ານກໍ່ໄດ້ຮຽກຮ້ອງໃຫ້ຊຸກຍູ້ມາດຕະການທາງການທູດໃນທັນທີເພື່ອຢຸດຕິການປະທະກັນ, ຊ່ວຍຟື້ນຟູລະບົບການສະໜອງສິນຄ້າທົ່ວໂລກ, ພິເສດແມ່ນພະລັງງານ ແລະ ສະບຽງອາຫານ, ພ້ອມທັງຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບໃຫ້ແກ່ການເຕີບໂຕ ແລະ ພັດທະນາເສດຖະກິດຂອງພາກພື້ນກໍ່ຄືທົ່ວໂລກ.

        ໃນການຖະແຫຼງຂ່າວທ້າຍປີໃນວັນທີ 19 ທັນວາ, ທີ່ສຳນັກງານ ສປຊ ຢູ່ນິວຢອກ (ປະເທດ ອາເມລິກາ), ດ້ວຍຖານະເປັນຜູ້ນຳໜ້າອົງການຫຼາຍຝ່າຍໃຫຍ່ສຸດໃນໂລກ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງໃຫ້ຊອກຫາບັນດາມາດຕະການແທດຈິງໃຫ້ແກ່ບັນດາບັນຫາຂອງໂລກ, ພ້ອມທັງເນັ້ນໜັກຄວາມຕັດສິນໃຈ “ຍິ່ງກ່ວາເວລາໃດໝົດ” ເພື່ອເຮັດໃຫ້ປີ 2023 ກາຍເປັນປີແຫ່ງສັນຕິພາບ, ເປັນປີແຫ່ງການກະທຳເພື່ອແນໃສ່ສ້າງໂລກທີ່ດີງາມກ່ວາ. ທ່ານ Guterres ເນັ້ນໜັກວ່າ “ພວກເຮົາບໍ່ສາມາດຍອມຮັບທຸກສິ່ງທຸກຢ່າງຄືປະຈຸບັນ. ພວກເຮົາຕ້ອງຊອກຫາມາດຕະການ ແລະ ມີການກະທຳ”. ຕາມນັ້ນແລ້ວ, ຄວນຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງພ້ອມກັບບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງລົບລ້າງການຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ການປະຕິຮູບລະບົບການເງິນສາກົນ, ເພື່ອຮັບປະກັນສິດໃຫ້ແກ່ທຸກໆຄົນ ແລະ ສ້າງໂລກໃຫ້ເປັນ “ໜ້າດຳລົງຊີວິດ” ໃຫ້ລຸ້ນຄົນຕໍ່ໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ