ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ GDP ປີ 2020

(VOVWORLD) - ວັນທີ 2 ຕຸລາ, ທີ່ວາລະປະຊຸມນັດສາມັນປະຈຳເດືອນກັນຍາຂອງລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ໄດ້ຮຽກຮ້ອງໃຫ້ຍູ້ແຮງວິວັດການຟື້ນຟູເສດຖະກິດ, ສູ້ຊົນບັນລຸລະດັບການເຕີບໂຕ GDP ປີ 2020 ແຕ່ 2,5 - 3%. ລະດັບການເຕີບໂຕນີ້ແມ່ນສາມາດເປັນໄປໄດ້ ຂະນະທີ່ຫຼາຍອົງການຄົ້ນຄ້ວາພາຍໃນປະເທດ ແລະ ຕ່າງປະເທດ ກໍ່ຍົກອອກບັນດາການຄາດຄະເນທີ່ຄ້າຍຄືກັນ. ໃນສະພາບການທີ່ຄວບຄຸມການເກີດໂລກລະບາດໂຄວິດ 19 ຄັ້ງທີ 2 ໄດ້ສຳເລັດ, ຫຼາຍຂະແໜງເສດຖະກິດໄດ້ຟື້ນຟູເທື່ອລະກ້າວ, ຫວຽດນາມ ພວມກຳກາລະໂອກາດເພື່ອເລັ່ງຄວາມໄວ, ບັນລຸເປົ້າໝາຍພັດທະນາເສດຖະກິດ-ສັງຄົມ.
ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ GDP ປີ 2020 - ảnh 1

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: VGP/Quang Hiếu)

   ການນຳຫຼາຍກະຊວງ, ຂະແໜງການໄດ້ຍົກອອກບັນດາມາດຕະການ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ພື້ນຖານເສດຖະກິດໃນ 3 ເດືອນທ້າຍປີ, ໃນນັ້ນ ມີການຊຸກຍູ້ການເຕີບໂຕດ້ານສິນເຊື່ອ, ບຸລິມະສິດການຍູ້ໄວລະດັບການປ່ອຍເງິນລົງທຶນພາກລັດ, ໜູນຊ່ວຍບັນດາວິສາຫະກິດ ໃນການເຄື່ອນໄຫວຜະລິດ ດຳເນີນທຸລະກິດ, ໂດຍສະເພາະແມ່ນເມື່ອສັນຍາການຄ້າເສລີ ຫວຽດນາມ-ອີຢູ ມີຜົນສັກສິດ.

ໜູນຊ່ວຍວິສາຫະກິດດ້ວຍນະໂຍບາຍທີ່ມີໄຫວພິບ

  ການເຕີບໂຕດ້ານສິນເຊື່ອ ແມ່ນການສ່ອງແສງໃຫ້ເຫັນສະພາບການດຳເນີນທຸລະກິດຂອງວິສາຫະກິດ. ໃນເດືອນກັນຍາ, ສິນເຊື່ອເພີ່ມແຕ່ 4,3% ຫາ 6,1%, ໝາຍຄວາມວ່າ ໄດ້ເພີ່ມປະມານ 1,8%. ສິ່ງດັ່ງກ່າວສະແດງໃຫ້ເຫັນບັນດາສັນຍານທີ່ຕັ້ງໜ້າ ກ່ຽວກັບການຊຳລະທຶນຂອງບັນດາວິສາຫະກິດ ແລະ ບັນດາຄອບຄົວຊາວກະສິກອນ, ພິເສດແມ່ນໃນຂົງເຂດກະສິກຳຊົນນະບົດ, ການຜະລິດ, ການບໍລິການ.

   ໃນເງື່ອນໄຂທີ່ຫວຽດນາມ ໄດ້ຄວບຄຸມໂລກລະບາດເປັນຢ່າງດີຄືປະຈຸບັນ, ພິເສດແມ່ນໄດ້ໜູນຊ່ວຍວິສາຫະກິດຜະລິດ, ສົ່ງອອກຢ່າງຕັ້ງໜ້ານັ້ນ, ຈຳນວນໜີ້ສິນເຊື່ອໃນປີນີ້ ອາດສາມາດເພີ່ມຂຶ້ນປະມານກ່ວາ 9% ແມ່ນມີຄວາມສາມາດເປັນໄປໄດ້. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ດ່າວມິນຕູ ໃຫ້ຮູ້ວ່າ:

   ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ທະນາຄານໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ລວມທັງການສ້າງບັນດາໂຄງປະກອບບັນດາບ້ວງເງິນໜິ້ສິນ, ບ້ວງເງິນກຳໄລຮອດໄລຍະຊຳລະຄືນໃໝ່. ນັບແຕ່ຕົ້ນປີມານີ້, ທະນາຄານແຫ່ງລັດໄດ້ຫລຸດອັດຕາດອກເບັ້ຍເງິນກູ້ຢືມ 3 ເທື່ອແລ້ວ ຊື່ງແມ່ນ 1 ບັນດາສາຍເຫດທີ່ເປັນພື້ນຖານສຳຄັນ ເພື່ອສ້າງເງື່ອນໄຂໃຫ້ແກ່ການສິນເຊື່ອເປີດກ້ວາງ.

ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ GDP ປີ 2020 - ảnh 2

ບັນດາທ່ານສະມາຊິກລັດຖະບານເຂົ້າຮ່ວມວາລະປະຊຸມ

(ພາບ: VGP/Quang Hiếu)

   ພ້ອມກັບບັນດານະໂຍບາຍປີການເງິນ, ບັນດາກະຊວງ ຂະແໜງການ, ໃນນັ້ນມີກະຊວງອຸດສາຫະກຳ ການຄ້າຫວຽດນາມ ຈະໜູນຊ່ວຍວິສາຫະກິດໃນການເຄື່ອນໄຫວຜະລິດ ດຳເນີນທຸລະກິດ, ໂດຍສະເພາະແມ່ນການສົ່ງອອກ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ໂດ້ທັງຫາຍ ຢືນຢັນວ່າ:

   ທີໜຶ່ງແມ່ນໜູນຊ່ວຍໃຫ້ແກ່ການຈັດຕັ້ງການຂຸດຄົ້ນ, ນຳໃຊ້ບັນດາໂອກາດຂອງເງິນລົງທຶນໂດຍກົງຈາກຕ່າງປະເທດ, ບັນດາສັນຍາການຄ້າເສລີ ເປັນຢ່າງດີ, ຊອກຫາບັນດາມາດຕະການພັດທະນາຕະຫຼາດ ແລະ ແກ້ໄຂຮົ້ວກີດຂວາງ ເພື່ອແຊກຊືມເຂົ້າບັນດາຕະຫຼາດໃໝ່. ທີສອງແມ່ນ ພວກຂ້າພະເຈົ້າໄດ້ເພີ່ມທະວີວຽກງານຖະແຫຼງຂ່າວ, ກຳນົດທິດການບໍລິການສົ່ງອອກ. ນີ້ແມ່ນວຽກງານສຳຄັນຍ້ອນວ່າ ໃນສະພາບການເກີດໂລກລະບາດໂຄວິ 19, ບັນດາວິສາຫະກິດບໍ່ສາມາດໄປຕ່າງປະເທດໄດ້. ສະນັ້ນ, ຂໍ້ມູນຂ່າວໄດ້ສະໜອງຢ່າງທັນການ, ຊັດເຈັນ, ເໝາະສົມ ຈະຊ່ວຍບັນດາວິສາຫະກິດມີບັນດາໃບສັ່ງຊື້ສິນຄ້າ ຜ່ານການແລກປ່ຽນທາງອອນລາຍ ຫຼືຜ່ານວິທີອື່ນໆໄດ້.

ດຶງດູດເງິນລົງທຶນຂອງຕ່າງປະເທດ

  ເລື່ອງດຶງດູດເງິນລົງທຶນຂອງຕ່າງປະເທດ ໃນສະພາບການເກີດໂລກລະບາດໂຄວິດ 19 ແລະ ທ່າອ່ຽງການຫັນປ່ຽນການລົງທຶນໃນໂລກ, ໃນນັ້ນມີການຍ້າຍຮາກຖານການຜະລິດ, ດຳເນີນທຸລະກິດຂອງບັນດາກຸ່ມບໍລິສັດໃຫ່ຍນັ້ນ, ຫວຽດນາມ ກໍ່ຕ້ອງກຳໄດ້. ຕາມທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ເຈິ່ນກວັກເຟືອງ ແລ້ວ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນສະຖານທີ່ທີ່ດູດດື່ມ, ໄດ້ຮັບຄວາມສົນໃຈຈາກບັນດານັກລົງທຶນ ຍ້ອນສະຖຽນລະພາບດ້ານການເມືອງ, ເສດຖະກິດມະຫາພາກ, ທີ່ຕັ້ງພູມສາດ, ເງື່ອນໄຂດ້ານດິນຟ້າອາກາດ, ຊັບພະຍາກອນມະນຸດ. ທ່ານ ເຈິ່ນກວັກເຟືອງ ກ່າວວ່າ:

   ທາງກະຊວງໄດ້ຈັດການສົ່ງເສີມການລົງທຶນທາງອອນລາຍຈຳນວນໜຶ່ງ ກັບບັນດາຄູ່ຮ່ວມມືຄື: ຍີ່ປຸ່ນ, ສິງກະໂປ, ຝະລັ່ງ…ຜ່ານນັ້ນ ຫຼາຍນັກລົງທຶນລາຍໃຫ່ຍ ກໍ່ມີຄວາມສົນໃຈຕໍ່ການລົງທຶນຢູ່ຫວຽດນາມ, ເຂົາເຈົ້າລ້ວນແຕ່ສະແດງຄວາມສົນໃຈຕໍ່ການກຳນົດທິດ ການດຶງດູດເງິນລົງທຶນຂອງຫວຽດນາມ ໃນໄລຍະຈະມາເຖິງ.  ພ້ອມກັບເລື່ອງທ່ານນາຍົກລັດຖະມົນຕີ ໄດ້ອະນຸຍາດເປີດສາຍການບິນສາກົນຈຳນວນໜຶ່ງຄືນໃໝ່, ຫວັງວ່າໃນທ້າຍປີນີ້, ພິເສດແມ່ນໃນປີ 2021, ຈະມີຫຼາຍນັກລົງທຶນເຂົ້າມາຫວຽດນາມ ເພື່ອປະຕິບັດການຫັນປ່ຽນຂອງຕົນ.

    ໂດຍໄດ້ຜ່ານຜ່າບັນດາຜົນກະທົບທີ່ຫຍໍ້ທໍ້ ຈາກໂລກລະບາດໂຄວິດ 19 ນັ້ນ, ໃນ 9 ເດືອນທີ່ຜ່ານມາ, ຫວຽດນາມ ປະສົບຜົນສຳເລັດດ້ວຍລະດັບການເຕີບໂຕ GDP 2,12%. ໝາກຜົນດັ່ງກ່າວ ສພ້ອມກັບຄວາມພະຍາຍາມ, ຄວາມສາມັກຄີຂອງທັງລະບົບການເມືອງ, ປະຊາຊົນ, ວິສາຫະກິດ, ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກ, ບັນລຸໄດ້ໝາກຜົນທີ່ດີກ່ວາໃນ 3 ເດືອນທ້າຍປີ 2020, ມຸ່ງໄປສູ່ການປະຕິບັດ ສຳເລັດເປົ້າໝາຍເຕີບໂຕ GDP ແຕ່ 2,5 - 3% .

ຕອບກັບ

ຂ່າວ/ບົດ​ອື່ນ