ຄວາມມານະພະຍາຍາມແກ້ໄຂວິກິດການຢູ່ເກຼັກ


(vovworld)- ໝາກ​ຜົນ​ການ​ລົງ​ປະ​ຊາ​ມະ​ຕິ​ຢູ່ ເກຼັກ ໄດ້​ວາງ​ສິ່ງ​ທ້າ​ທາຍຍາກ​ທີ່​ຈະແກ້​ໄດ້ສຳ​ລັບບັນ​ດາ​ການ​ນຳ ສະ​ຫະ​ພາບ​ເອີ​ລົບ (EU). ນັ້​ນ​ແມ່ນ ເກຼັກ ອາ​ດ​ຈະ​ຖືກ​​ປັດ​ເຂ່ຍອອກ​ຈາກ ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ລວມ ເອີ​ລົບ(Eurozone) ພ້ອມ​ກັບ​ການ​ກະ​ທົບ​ຫລາຍ​ຢ່າງ ແລະ ຜົນ​ຮ້າຍ​ຢ້ອນ​ຫລັງ​ບໍ່​ດີ​ຕໍ່ທົ່ວ​ພາກ​ພື້ນ.  ການ​ນຳບັນ​ດາ​ປະ​ເທດ EU ພວມ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ. ໃນ​ລາຍ​ການ​ສະ​ຖາ​ນະ​ການ​ການ​ເມືອງ​ພາກ​ນີ້ ພວກ​ເຮົາ​ຂໍ​ແນະ​ນຳ​ບົດທີ່​ມີ​ຫົວ​ຂໍ້​ວ່າ: ຄວາມ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂວິ​ກິດ​ການຢູ່​ເກຼັກ

ຄວາມມານະພະຍາຍາມແກ້ໄຂວິກິດການຢູ່ເກຼັກ - ảnh 1
ພາບ​ປະ​ກອບ:Getty Images.

        ຖ້າ​ຫາກ ເກຼັກ ຖືກປັດ​ເຂ່​ຍ​ອອກ​ຈາກ Eurozone, ສິ່ງ​ດັ່ງ​ກ່າວ ຈະ​ກໍ່​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ເສດ​ຖະ​ກິດ​ຢ່າງ​ໃຫຍ່​ຫລວງ ອາດ​ຈະ​ຂຶ້ນ​ເຖິງ​ນັບ​ພັນ​ຕື້ ເອີ​ໂຣ. ນອກນັ້ນ ຍັງ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່ຍຸດ​ທະ​ສາດ​ສ້າງ​ສຳ​ພັນ​ທະ​ມິດ​ອັນ​ຍາວ​ນານ​ຢູ່ ເອີ​ລົບ ຖ​ືກ​ລົ້ມ​ລະ​ລາຍ. ນອກ​ຈາກ​ຄວາມ​ສ່ຽງ​ບັນ​ດາ​ເຈົ້າ​ຫນີ້​ສາ​ກົນ​ສູນ​ເສຍ​ບ້ວງ​ເງິນ​ກູ້​ ຂຶ້ນ​ເຖິງ ກວ່າ 242 ຕື້ ເອີ​ໂຣ. ເລື່ອງ ເກຼັກ ບໍ່​ນຳ​ໃຊ້​ສະ​ກຸນ​ເງີນ ເອ​ີ​ໂຣ ລວມ ໄດ້​ຮັບ​ຖື​ວ່າ​ຄື​ດັ່ງ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ຮ້າຍ​ແຮງ​ເມື່ອ​ມັນ​ນາບ​ຂູ່​ຕໍ່​ອະ​ນາ​ຄົດ​ຂອງ​ສະ​ກຸນ​ເງິນ ເອີ​ໂຣ. ສິ່ງ​ດັ່ງ​ກ່າວ​ໄດ້​ຍູ້ EU ຕົກເຂົ້າ​ສູ່ສະ​ພາບ​ກ້າວ​ບໍ່​ເຂົ້າ​ຖອຍ​ບໍ່​ອອກນັບ​ທັງ​ບັນ​ດາ​ການ​ນຳ EU ແລະ eurozone ປະ​ຈຸ​ບັນ ຕ້ອງ​ເລືອກ​​ເອົາ​ຄວາມ​ເຫັນ​ດີຫລືບໍ່ສຳລັບ​ບັນຫາ​ເກັຼກ.

       EU: ເກຼັກ ຍັງ​ມີ​ກາ​ລະ​ໂອ​ກາດ​ເພື່ອ​ເຈ​ລະ​ຈາ 

        ພາຍ​ຫລັງ ເກຼັກ ສິ້ນ​ສຸດ​ການ​ລົງ​ປະ​ຊາ​ມະ​ຕິ, ຕອນ​ຄຳ​່​ວັນ​ທີ 7/7/2015, ການ​ນຳ​ບັນ​ດາ​ປະ​ເທດ ຂຶ້ນ​ກັບ Eurozone ໄດ້​ຈັດ​ກ​ານ​ປະ​ຊຸມ​ດ່ວນ​ຢູ່ ບ​ຣຸກ​ແຊນ ປະ​ເທດ ແບນ​ຊິກ. ກ່ອນ​ຫນ້ານັ້ນ ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ໄດ້​ມີ​ການ​ພົບ​ປະ​ກັນ​ໃນ​ຕອນ​ຄ່ຳ​ວັນ​ທີ 6/7/2015 ຢູ່ ປາ​ຣີ ເພື່ອ​ປືກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ ເກຼັກ ແລະ​ ​ໄດ້ຖະ​ແຫລງ​​ວ່າ: ເກຼັກ ຍັງ​ມີ​​ກາ​ລະໂອ​ກາດ​ເພື່ອ​ເຈ​ລະ​ຈາ. ຖະ​ແຫລງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ຖື​ວ່າ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂວິ​ກິດ​ການ​ພາຍ​ຫລັງ​ການ​ລົງ​ປະ​ຊາ​ມະ​ຕິ​ຢູ່ ເກຼັກ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ບັນ​ດາ​ການ​ນຳ ຝ​ລັ່ງ ແລະ ເຢັຍ​ລະ​ມັນ ລ້ວນ​ແຕ່​ເນັ້ນ​ຫນັກ​ວ່າ ​ຮອດ​ຈຸດ​ເວ​ລາ​ແລ້ວ, ລັດ​ຖະ​ບານ​ຂອງ​ທ່ານ​ນາ​ຍົກ​ລັດຖະ​ມົນ​ຕີ Alexis Tsipras ຕ້ອງ​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເຫນີ​ຢ່າງ​ເຂັ້ມ​ງວດ, ​​ເປັນ​ໜ້າໄວ້​ເນື້ອ​ເຊື່ອ​ໃຈ ແລະ ບໍ່​ຢາກ​ ອອກ​ຈາກ Eurozone ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ແຜນ​ການ​ທີ່​ມີ​ລັກ​ສະ​ນະ​ຍາວ​ນານ.

        ເກຼັກ ເວົ້າ​ຫຍັງ​ແດ່?

ເກຼັກ ສະ​ແດງ​ຄວາມ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ສ່ວນ​ໃດ​ຫນຶ່ງ ພາຍ​ຫລັງ​ມີ​ໝາກ​ຜົນ​ຂອງ​ການ​ລົງ​ປະ​ຊາ​ມະ​ຕິ ດ້ວຍ​ການ​ຍົກ​ອອກ​ບັນ​ດາ​ການ​ປະ​ຕິ​ຮູບ​ໃຫມ່​ເພື່ອ​ແລກ​ເອົາ​ບ້ວງ​ເງິນ​ກູ້​ຊ່ວຍ​ຂອງEU. ພາຍ​ຫລັງ​ມີ​ໝາກ​ຜົນ​ຂອງ​ການ​ລົງ​ປະ​ຊາ​ມະ​ຕິ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ກໍ​ຖະ​ແຫລງວ່າ Athens ພ້ອມ​ແລ້ວ​ສືບ​ຕໍ່​ການ​ເຈ​ລະ​ຈາ ກ່ຽວ​ກັບ​ແຜນ​ການ​ປະ​ຕິ​ຮູບ, ເພາະ​ປະ​ເທດນີ້ບໍ່​ຢາກ​ອອກ​ຈາກ Eurozone. ຢູ່ Athens, ທ່ານ​ນາ​ຍົກລ​ັດ​ຖະ​ມົນ​ຕີ Tsipras ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ 4 ພັກ​ຝ​່າຍ​ການ​ເມືອງ​ຫລັກ​ແຫລ່ງ ກ່ຽວ​ກັບ​ແຜນ​ການ​ຍູ້​ໄວ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ, ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ຍຸ​ຕິ​ທຳ​ກ່ຽວ​ກັບ​ເສດ​ຖະ​​ກິດ, ສັງ​ຄົມ​ສຳ​ລັບ​ບັນ​ດາ​ເຈົ້າ​ຫນີ້. ທ່ານ  Tsipras ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ຜູ້​ອຳ​ນວຍ​ການ ທະ​ນາ​ຄານ​ສູນ​ກາງ ເອີ​ລົບ (ECB) Mario Draghi ແລະ ຜູ້​ອຳ​ນວຍ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) Christine Lagarde ເພື່ອ​ເຕື້ອງ​ເຖິງ​ບັນ​ດາ​ສິ່ງ​ທ້າ​ທາຍ​ແທ້​ຈິງ​ກ່ຽວ​ກັບ​ເສດ​ຖະ​ກິດ ຊື່ງ ເກຼັກ ພວ​ມ​ປະ​ເຊີນ​ຫນ້າ ພ້ອມ​ກັນ​ນັ້ນ ແມ່ນ​ສະ​ເຫນີ ECB ສືບ​ຕໍ່​ໂຄງ​ການ​ຫນູນ​ຊ່ວຍ​ຄວາມ​ສາ​ມາດ​ການ​ຊຳ​ລະ​ຢ່າ​ງ​ຮີບ​ດ່ວນ​ໃຫ້​ລະ​ບົບ​ທະ​ນາ​ຄານ​ເກຼັກ.

        ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ

        ນັ້ນ​ແມ່ນ​ເລື່ອງ​ພາຍ​ໃນ​ປະ​ເທດ ເອີ​ລົບ ປະ​ຈຸ​ບັນ ຍັງ​ບໍ່​ທັນ​ເປັນ​ເອ​ກະ​ພາບ​ໃນ​ວິ​ທີ​ສຳ​ພັດ​ບັນ​ຫາ​ເກຼັກ. ມີ 16/18 ປ​ະ​ເທດ​ Eurozone ຮັກ​ສາ​ທັດ​ສະ​ນະ​ແຂງ​ກະ​ດ້າງ, ກຽມພ້ອມ​​ໃຫ້​ເກຼັກ ອອກ​ຈາກ​ພາກ​ພື້ນນີ້. ກຸ່ມ​ປະ​ເທດ​ດັ່ງ​ກ່າວ​ລວມ​ມີ: ເຢຍ​ລະ​ມັນ, ແຟງ​ລັງ, ບັນ​ດາ​ປະ​ເທດ Baltich, ຕາ​ເວັນ​ອອກ​ກາງ ແລະ ເອີ​ລົບ​ໃຕ້. ການ​ນຳ​ບັນ​ດາ​ປະ​ເທດນີ້​ກ່າວ​ເຕືອນ​ວ່າ ຖ້າ​ຫາກ Athens ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ດ້ວຍ​ຄວາມ​ຫວັງ​ເຮັດ​ໃຫ້​ຄູ່​ຮ່ວມ​ມື​ປ່ຽນ​ແປງ​ທັດ​ສະ​ນະ ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ຢຸດ​ຕິລົງ, ບໍ່​ມີ​ການ​ເລືອກ​ເຟັ້ນ​ໃດ​ນອກ​ເຫນືອ​ຈາກເລື່ອງ ເກ​ຼັກ ຕ້ອງ​ພ້ອມ​ແລ້ວຍອມ​ຮັບ​ບັນ​ດາ​ການ​ປະ​ຕິ​ຮູບ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ. ພຽງ​ແຕ່ ຝ​ລັ່ງ ແລະ ອີ​ຕາ​ລີ ສະ​ແດງ​ທ່າ​ທີ​ອາດ​ຈະ​ຮັບ​ຮູ້​ຄວາມ​ຮຽກ​ຮ້ອງ​ຂອງ ເກຼັກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ລັ່ງ Manuel Valls ໃຫ້​ຮູ້​ວ່າ: ບໍ່​ມີ​ຂໍ້​ຫ້າມ​ໃດ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ບ້ວງ​ຫນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Matteo Renzi ເວົ້າ​ວ່າ: Eurozone ຄວນ​ຊອກວິ​ທີ​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ສະ​ພາບ​ການ​ຮີບ​ດ່ວນ​ປະ​ຈຸ​ບັນ. ທ່ານ Matteo ຖື​ວ່າ: ຖ້າ​ສືບ​ຕໍ່​ເຄົາ​ລົບ​ບັນ​ດາ​ຂໍ້​ກຳ​ນົດ ແລະ ອາດ​ຍາ​ສິດ, ເອີ​ລົບ ຈະ​ຖືກ​ພັງ​ທະ​ລາຍ.

        ເກຼັກ ແລະ EU ຕ້ອງ​ສືບ​ຕໍ່​ບັນ​ດາ​ການ​ເຈ​ລະ​ຈາ​ໂດຍ​ໄວ ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ສະ​ພາບບໍ່​ມີ​ທາງ​ອອກ​ປະ​ຈຸ​ບັນ. ບັນ​ຫານັ້ນ​ແມ່ນ ບັນ​ດາ​ຝ່າຍ​ອາດ​ຈະ​ປຶກ​ສາ​ຫາ​ລື​ແນວ​ໃດ ແລະ ການ​ປຶກ​ສາ​ຫາ​ລື​ນັ້ນ​ສາ​ມາດ​ກູ້​ຊ່ວຍ​ໃຫ້ ເກຼັກ ແລະ Eurozone ໄດ້​ຫລືບໍ່? ໃນ​ຂະ​ນະ​ນັ້ນ ECB ໄດ້​ຕົກ​ລົງ​ບໍ່​ເປີດກວ້າງ​ບ້ວງ​ເງິນ​ຊຳ​ລະ​ຮີບ​ດ່ວນ​ໃຫ້​ບັນ​ດາ​ທະ​ນາ​ຄານ ເກຼັກ ຊື່ງ​ຮັກ​ສາ​ລະ​ດັບ 89 ຕື້ ເອີ​ໂຣ ຄື​ຄຳ​ປະ​ກາດ​ໃນ​ຕົ້ນ​ອາທິດ​ຜ່ານ​ມາ. ບັນ​ດາ​ທະ​ນາ​ຄານ ເກຼັກ ປະ​ຈຸ​ບັນ ອາດ​ຈະ​ໝົດ​ເງິນ​ສົດ​ແລ້ວ ແລະ ຖ້າ​ຫາກບ​ໍ່​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ ECB ຍາກ​ທີ່​ບໍ​ລິ​ຫານ​ບັນ​ດາ​ເຄື່ອງ​ມື​ນະ​ໂຍ​ບາຍ​ຢູ່​ປະ​ເທດນີ້​ໄດ້.

ຂ່າວ/ບົດ​ອື່ນ