ຄວາມລຳບາກໃນການສູ້ຮົບຕ້ານ IS

1 ປີ​ໄດ້​ຜ່າ​ນ​ພົ້ນ​ໄປ ນັບ​ຕັ້ງ​ແຕ່ມື້ ອາ​ເມ​ລິ​ກາ​ນຳ​ໜ້າ​ກຳ​ລັງ​ທະ​ຫານ​ປະ​ສົມ ປຸກ​ລະ​ດົມ​ການ​ສູ້​ຮົບ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ເພື່ອ​ຕ້ານ​ກຳ​ລັງ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ. ເຖິງວ່າ​ໄດ້​ສິ້ນ​ເປືອງ​ເງິນ​ນັບ​ຕື້ USD ໃຫ້​ແກ່​ການ​ສູ້​ຮົບ​ນີ້ແລ້ວ ກໍ​ຕາມ, ແຕ່​ເບິ່ງ​ຄື​ວ່າ IS ຍັງ​ຄົງ​ສືບ​ຕໍ່​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ ແລະ ກຳ​ລັງ​ທະ​ຫານ​ປະ​ສົມຕ້ອງ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ໃໝ່​ເພື່ອ​ປ່ຽນ​ແປງ​ທ່າ​ສະ​ໜາມນີ້.

   

 ຄວາມລຳບາກໃນການສູ້ຮົບຕ້ານ IS  - ảnh 1
(ພາບ​ປະ​ກອບ)

    ອາ​ເມ​ລິ​ກາ ແລະ ກຳ​ລັງ​ທະ​ຫານ​ປະ​ສົມໄດ້​ເລີ່ມ​ດຳ​ເນີນການ​ສູ້​ຮົບ​ຕ້ານກຳ​ລັງ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ ຊຶ່ງ​ແມ່ນ​ກຸ່ມກໍ່​ການ​ຮ້າຍ​ໃໝ່​ຢູ່​ອີ​ຣັກ ແລະ ຊີ​ຣີ ໃນ​ທ້າຍ​ປີ 2014 ແລະ ມາ​ຮອດ​ປະ​ຈຸ​ບັນ ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ 6000 ຄັ້ງ​ທີ່​ແນ​ໃສ່ IS. ຕະຫຼອດ 1 ປີ​ທີ່​ຜ່ານ​ມາ, ອາ​ເມ​ລິ​ກາ​ໄດ້​ຈ່າຍເງິນ​ປະ​ມານ 3,5 ຕື້ USD, ຊຶ່ງ​ຍັງ​ບໍ​ທັນ​ຄິດ​ໄລ​ເຖິງ​ເງິນ​ໃຊ້ຈ່​າຍໃນ​ການຊ່ວຍຝຶກ​ແອບ ແລະ ໃຫ້​ຄຳ​ປຶກ​ສາ​ແກ່​ບັ​ນ​ດາ​ກຳ​ລັງ​ຢູ່​ອີ​ຣັກ​ເພື່ອ​ຮັບ​ມື້​ກັບ​ກຸ່ມກໍ່​ການ​ຮ້າຍນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໝາກ​ຜົນ​ແຫ່ງ​ການ​ສູ້​ຮົບ​ນີ້ ແມ່ນ​ຍັງ​ບໍ່​ທັນ​ບັນ​ດາ​ລຸ​ຕາມ​ຄວາມ​ຫວັງ​ເທື່ອ.

 

      IS ນັບ​ມື້​ນັບ​ເປີດກ​້​ວາງ​ການ​ສົ່ງ​ຜົນ​ສະ​ທ້ອນ

   ຕາມ​ການ​ຄິດ​ໄລ​ແລ້ວ, ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດຄັ້ງ​ຕ່າງໆ​ຂອງກຳ​ລັງ​ທະ​ຫານ​ປະ​ສົມໄດ້​ດັບ​ສູນ​ມື​ປືນ IS ນັບ​ພັນ​ຄົນ ແລະ ຮັດ​ແຄບ​ເນື້ອ​ທີ່​ເຂດ​ດິນ​ແດນ​ທີ່ IS ຄວບ​ຄຸມ​ຢູ່​ອີ​ຣັກ ແລະ ຊີ​ຣີ​ລົງ​ປະ​ມານ 30%. ແຕ່​ອາ​ເມ​ລິ​ກາ ແລະ ພັນ​ທະ​ມິດ​ກໍ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ຢ່າງ​ງ່າຍ​ດາຍ​ໃນ​ເປົ້າ​ໝາຍ “ດັບ​ສູນ IS ເຖິງ​ກົກ​ເຖິງ​ຮາກ” ຂະ​ນະ​ທີ່​ບັນ​ດາ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຖືກ​ຕົກ​ຢູ່​ໃນ​ກຳ​ມື​ຂອງ IS ແລະ ອົ​ງ​ການນີ້​ໄດ້​ເປີດ​ກ້​ວາງ​ຂອບ​ເຂດ​ທຳ​ສົງ​ຄາມອອກ​ສູ່ຫຼາຍ​ພາກ​ພື້ນ​ໃນ​ໂລກ. ເກືອບ 1 ປີ ພາຍຫຼັງ​ທີ່​ໄດ້​ຢຶດ​ຄອງ​ນະ​ຄອນ​​ໂມ​ຊູນ​ຊຶ່ງ​ແມ່ນ​ນະ​ຄອນຍຸດ​ທະ​ສາດ​ທຳ​ອິດ​ຢູ່​ພາກ​ເໜືອ​ອີ​ຣັກ, ສີ​ທຸງ​ດຳ​ຂອງ IS ໄດ້​ປະ​ກົດ​ຕົວ​ຢູ່​ນະ​ຄອນ​ຍຸດ​ທະ​ສາດ​ອື່ນ ນັ້ນ​ແມ່ນ ຣາ​ມາ​ດີ ຫ່າງ​ຈາກ​ນະ​ຄອນຫຼວງ​ແບກ​ແດດ​ໄປ​ທາງ​ທ​ິດ​ຕາ​ເວ​ັນ​ຕົກ​ພຽງ​ປະ​ມານ 100 ກິ​ໂລ​ແມັດ. ສ່ວນ​ຢູ່​ຊີ​ຣີ, ຊຶ່ງ​ແມ່ນປະ​ເທດ​ພວມຕົກ​ຢູ່​ໃນ​ສົງ​ຄາມ​ກາງ​ເມືອງນັ້ນ,ນະ​ຄອນ ປານ​ມີ​ຣາ ແລະ ດ່ານກວດ​ກາ​ຊາຍ​ດ່ານ​ແຫ່ງ​ສຸດ​ທ້າຍ​ຕິດ​ກັບ​ອີ​ຣັກ ກໍ​ຖືກ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ລຸກ​ຮື້​ຂືຶ້ນ. ເບິ່ງ​ຄື​ວ່າ ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ ພວມ​ຢູ່​ໃນ​ທ່າ​ຫັນ​ເປົ້າ​ໝາຍ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ກ່ຽວ​ກັ​ບ​ລັດ​ອິດ​ສະ​ລາມດ້ວຍ​ບັນ​ດາ​ພື້ນ​ຖານ​ທີ່​ຈຳ​ເປັນ​ຄື ຜືນ​ແຜ່ນ​ດິນ​, ກອງ​ທັບ ແລະ ແຫຼ່ງ​ການ​ເງິນ​ຈາກ​ນ້ຳ​ມັນ. ເພື່ອ​ສະ​ກັດ​ກັ້ນ​ໄພ​ອັນ​ຕາ​ລາຍນີ້, ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດພັນ​ທະ​ມິດ ບໍ່​ມີ​ວິ​ທີ​ໃດໆ​ນອກ​ເໜືອ​ຈາກວິ​ທີ​ຕ້ອງ​ປ່ຽນ​ແປງ​ຍຸດ​ທະ​ສາດ, ເພາະ​ບັນ​ຫາ​ຢູ່ນີ້ ບໍ່​ພຽງ​ແຕ່​ແມ່ນ​ເພື່ອ​ຕ້ານ​ຄືນ​ພວກ​ລຸກ​ຮື້​ຂຶ້ນ​ອີກ​ແລ້ວ, ຫາກ​ມັນ​ໄດ້​ກາຍ​ເປັນ​ກຳ​ລັງ​ທີ່​ມີ​ການ​ຈັດ​ຕັ້ງ​ທີ່​ດີ​ພໍ​ສົມ​ຄວນ​ເມື່ອ​ທຽ​ບ​ໃສ່​ບັນ​ດາ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ພວມ​ເຄື່ອນ​ໄຫວ​ໃນ​ປະ​ຈຸ​ບັນ.

 

     ປ່ຽນ​ແປງ​ທ່າ​ສະ​ໜາມ​ສູ້​ຮົບ​

   ບາດ​ລ້ຽວ​ໜຶ່ງ​ຂອງ​ການ​ສ​ູ້​ຮົບ, ນັ້ນ​ແມ່ນ​ໃນ​ມໍ່ໆ​ມານີ້, ຕວກ​ກີ ໄດ້​ຕົກ​ລົງ​ຮ່ວມ​ມື​ກັບ​ ອາ​ເມ​ລິ​ກາ ແລະ ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢ່າງ​ຮອບ​ດ້ານ​ພາຍຫຼັງ​ບໍ່​ເຂົ້າ​ຮ່ວມ​ສຳ​ພັນ​ທະ​ມິດ​ສູ້​ຮົ​ບ​ຕ້ານ IS ເປັນ​ເວ​ລາຫຼາຍ​ເດືອນ. ນອກ​ຈາກນັ້ນ, ເຖິງວ່າ ອາ​ເມ​ລິ​ກາໄດ້​ຖະ​ແຫຼງຫຼາຍ​ຄັ້ງ​ວ​່າ ບໍ່​ຜັນ​ຂະ​ຫຍາຍ​ທະ​ຫານ​ບົກ​ໄປ​ຍັງ​ຕາ​ເວັນ​ອອກ​ກາງ​ເພື່ອ​ເຂົ້າ​ຮ່ວມ​ຕ້ານ IS ໂດຍ​ກົງ​ກໍ​ຕາມ, ແຕ່​ໃນ​ມໍ່ໆ​ມານີ້, ທຳ​ນຽບ 5 ແຈ​ໄດ້​ຈັດ​ສົ່ງ​ເຮືອ​ບິນ​ສູ້​ຮົບ F6 ຈຳ​ນວນ 6 ລຳ ແລະ ພົນ​ທະ​ຫານ​ເກືອບ 300 ຄົນ​ໄປ​ຍັງ​ຖານ​ທີ່​ໝັ້ນ​ທັບ​ອາ​ກາດ Incirlik ຂອງ​ຕ​ວກ​ກີ​ເພື່ອ ປ່ຽນ​ແປງ​ທ່າ​ສະ​ໜາມ​ສູ້​ຮົບ​ນີ້. ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Barak Obama ໄດ້​ຖະ​ແຫຼງວ່າ ສືບ​ຕໍ່​ປະ​ຕ​ິ​ບັດ​ໂຄງ​ການ​ລວມ​ມູນ​ຄ່າ​ 500 ລ້ານ USD ເພື່ອ​ຝຶກ​ແອບ​ໃຫ້​ມື​ປືນ​ຝ້າຍ​ຄ້ານ ຊີ້​ຣີ້ ຈຳ​ນວນ 5400 ຄົນ ໃນ​ຮອບ​ເວ​ລາ 3 ປີ​ເພື່ອ​ຕໍ່​ສູ້​ຕ້ານ IS. ຕາມ​ຂ່າວຫຼ້າ​ສຸດ​ເມື່ອ​ວັນ​ທີ 12/8, ອາ​ເມ​ລິ​ກາໄດ້​ເລີ່ມ​ຜັນ​ຂະ​ຫຍາຍ ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງ​ຕ່າງໆ​ເພື່ອ​ຕ້ານ​ພວກກໍ່​ການ​ຮ້າຍ IS ດ້ວຍ​ການ​ນຳ​ໃຊ້​ບັນ​ດາ​ເຮືອ​ບິນ​ມີ​ຄົນ​ຂັບ​ຊຶ່ງ​ລະ​ດົມ​ຈາກ​ ຖານ​ທີ່​ໝັ້ນ​ທັບ​ອາ​ກາດ Incirlik ຂອງ​ຕ​ວກ​ກີ​.

 

     ການ​ສູ້​ຮົບ​ຂອງກຳ​ລັງ​ທະ​ຫານ​ປະ​ສົມຕ້ານ IS ນັບ​ມື້​ນັບ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ

     ໃນ​ຂະ​ນະ​ທີ່​ບັນ​ດາບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດຂອງກຳ​ລັງ​ທະ​ຫານ​ປະ​ສົມໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ​ທີ່​ແນ​ໃສ່ IS ຍັ​ງບໍ່​ທັນສະ​ແດງ​ໃຫ້​ເຫັນ​ມີ​ປະ​ສິດ​ທິ​ຜົນ​ນັ້ນ, ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດພັນ​ທະ​ມິດໄດ້​ປະ​ສົບ​ກັບ​ຄວາມ​ລະ​ແວງ​ສົງ​ໄສ​ບໍ່​ໜ້ອຍ​ກ່ຽວ​ກັບ​ເປົ້າ​ໝາຍ​ແທ້​ຈິງ​ຂອງ​ການ​ສ​ູ້​ຮົບ​ນີ້. ລັດ​ຖະ​ບານ​ຊີ​ຣີ ຖະ​ແຫຼງວ່າ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ IS, ແຕ່​ດ້ວຍ​ເງື່ອນ​ໄຂ​ຕ້ອງ​ມີ​ການ​ສົ​ມ​ທົບ ແລະ ທາບ​ທາມ​ຄຳ​ເຫັນ​ຂອງ​ເຂົາ​ເຈົ້າ. ສ່ວນ​ລັດ​ເຊຍ ກໍ​ໄດ້​ຮຽກ​ຮ້ອງອາ​ເມ​ລິ​ກາຈົ່ງ​ຮ່ວ​ມ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີຊີ​ຣີ Bashar al-Assad ເພື່ອ​ຮັ​ບ​ມືກັບ IS, ພ້ອມ​ທັງ​ຖື​ວ່າ ຈຳ​ເປັນ​ຕ້ອງ​ສ້າງ​ຕັ້ງ​ສຳ​ພັນ​ທະ​ມິດ​ສາ​ກົນ ໂດຍ​ເຕົ້າ​ໂຮມ​ທຸກໆ​ກຳ​ລັງ​ທີ່​ຖື IS ແມ່ນ​ສັດ​ຕູ​ຮ່ວມ. ໃນ​ຂະ​ນະ​ນັ້ນ, ອາ​ເມ​ລິ​ກາ ແລະ ບາງ​ປະ​ເທດ​ໃນ​ພາກ​ພື້ນ ເດັດ​ດຽວບໍ່​ຍອມ​ຮັບ​​ປະ​ທາ​ນາ​ທິ​ບໍ​ດີຊີ​ຣີ Bashar al-Assad ແມ່ນ​ຄູ່​ຮ່ວມ​ມືໃນ​ການ​ສູ້​ຮົບ​ຕ້ານ​ພວກກໍ່​ການ​ຮ້າຍ IS.

     ເລື່ອງອາ​ເມ​ລິ​ກາ ແລະ ຕວກ​ກີ​ຮ່ວມ​ມື​ກັນ​ໃນ ການ​ສູ້​ຮົບ​ຕ້ານ IS ອາດ​ຈະ​ຊ່ວຍ​ອາ​ເມ​ລ​ິ​ກາ​ມີ​ເງື່ອນ​ໄຂ​ສະ​ດວກກວ່າ​ໃນ​ການ​ຜັນ​ຂະ​ຫຍາຍບັນ​ດາການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດບົນ​ສະ​ໜາມ​ຮົບ​ຕ້ານ​ພວກກໍ່​ການ​ຮ້າຍ.  ແຕ່​ການບໍ່​ຍອມ​ຮັບ​ບົດ​ບາດ​ຂອງ​ລັດ​ຖະ​ບານ​ຊີ​ຣີ​ໃນ​ການ​ສູ້​ຮົບ​ນີ້ ຈະ​ເຮັດ​ໃຫ້ກຳ​ລັງ​ທະ​ຫານ​ປະ​ສົມ​ຍາກ​ທີ່​ຈະ​ຍາດ​ໄດ້​ໄຊ​ຊະ​ນະ​ຕໍ່​ໜ້າ IS ທີ່​ນັບ​ມື້​ນັບ​ເປັນ​ອັນ​ຕະ​ລາຍ. ເລື່ອງ​ລັດ​ເຊຍ ແລະ ອີ​ຣານ​ພວກ​ຊຸກ​ຍູ້​ແຜນ​ການ​ໃໝ່, ໃນ​ນັ້ນ​ສະ​ເໜີ​ໃຫ້​ເຊື້ອ​ເຊີນ​ທຸກໆ​ຝ່າຍ ລວມ​ທັງ​ກອງ​ທັບ​ຊີ​ຣີ, ບັນ​ດາ​ກຸ່ມ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ນັບ​ທັງ​ກຳ​ລັງ​ຊາວ​ເຄີດ ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ເຈລ​ະຈາ, ແມ່ນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ວິ​ທີ​ການ​ແກ້​ໄຂ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້ ແນ​ໃສ່​ແກ້​ໄຂວິ​ກິດ​ການ​ຊີ​ຣີ, ອັນ​ໄດ້​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ບົນ​ສະ​ໜາມ​ຮົບ​ຕ້ານ IS ຊຶ່ງ​ຄາດ​ຄະ​ເນ​ວ່າ ຍັງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ລຳ​ບາກ .

ຕອບກັບ

ຂ່າວ/ບົດ​ອື່ນ