ຄວາມວັດທະນາຖາວອນຂອງ ຫວຽດນາມ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຄົມ APEC

(vovworld) - ວັນ​ທີ 7/9, ຢູ່ ນະຄອນ Vladivostok ຂຶ້ນ​ກັບ​ພາກ​ຕາ​ເວັນ​ອອກ​ໄກ​ຂອງ​ສະຫະພັນ​ລັດ​ເຊຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ APEC 2012 (CEO Summit) ພາຍ​ໃຕ້​ຫົວ​ຂໍ້​ວ່າ: “​ແກ້​ໄຂ​ສິ່ງ​ທ້າ​ທາຍ, ​ເປີດ​ກວ້າງ​ຄວາມ​ສາມາດ​ ຮ່ວມ​ມື”. ນີ້​ແມ່ນ​ກອງ​ປະຊຸມ​ສຳຄັນ​ໃນ​ຂອບ​ເຂດ​ສັບປະດາ​ຂັ້ນ​ສູງ APEC 2012 ​​ເຊິ່ງແມ່ນ​ສະຖານ​ທີ່​ພົບ​ປະ​ຂອງ​ບັນດາ​ການ​ນຳ​ວິ​ສາ​ຫະກິດ​ຊັ້ນ​ນຳໃນ​ພາກ​ພື້ນ ​ເພື່ອ​ປຶກສາ​ຫາລື​ຊອກ​ຫາ​ກາລະ​ໂອກາດ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະມາຊິກ. ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ໄດ້​ມີ​ສານ​ສົ່ງ​ເຖິງ​ກອງ​ປະຊຸມ.

ຄວາມວັດທະນາຖາວອນຂອງ ຫວຽດນາມ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຄົມ APEC - ảnh 1
ພິທີຕ້ອນຮັບປະທານປະເທດ Truong Tan Sang ສະຫນາມບິນVladivostok
ພາບ: internet

        ສານ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ຢູ່ APEC CEO Summit ​ໄດ້​ເນັ້ນ​ຫນັກ​​ວ່າ: ບັນດາ​ສະມາຊິກ APEC ພວມ​ພ້ອມ​ກັນ​ແບ່ງປັນ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຮັບຜິດຊອບ​ລວມອັນ​ໃຫຍ່​ຫລວງ. ນັ້ນ​ແມ່ນ​ຍູ້​ແຮງການ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ຄວາມວັດທະນາ​ຖາ​ວອນ ຢູ່ ພາກ​ພື້ນ ອາຊີ ປາຊີ​ຟີ​ກ. ສືບ​ຕໍ່​ຮັກສາ​ບົດບາດນຳ​ຫນ້າ​ຂອງ​ອາຊີ ປາຊີ​ຟີ​ກ ​ໃນ​ວິວັດທະນາ​ການ​ຟື້ນ​ຕົວຂອງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ; ຫນູນ​ຊ່ວຍ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ​ຟື້ນ​ຕົວ ​ແລະ ພັດທະນາ​ໃນ​ສະພາວະ​ເສດຖະກິດ​ໂລກ​ຍັງ​ຂາດ​​ສະຖຽນ​ລະ​ພາບ. ນອກ​ນັ້ນ, ພ້ອມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ມີ​ຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ, ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ, ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ສະພາບ​ຊັບພະຍາກອນເຫືອ​ດແຫ້ງ, ຄວາມ​ຜິດ​ໂຕນ​ລະດັບ​ພັດທະນາ…

        ທ່ານ​ປະທານ​ປະ​ເທດ Truong Tan Sang ຢືນຢັນ​ວ່າ: ​ໃນ​ສະພາບສາກົນ ​ແລະ ພາກ​ພື້ນ​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ວອ່ງ​ໄວ ​ແລະ ຍາກ​ທີ່​ຄາດ​ຄະ​ເນລ່ວງ​ຫນ້າ​ໄດ້, ຫວຽດນາມ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ປາດ​ຖະຫນາ​ຈະ​ມານະ​ພະຍາ​ມຍາມ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ບັນດາ​ສະມາຊິກ APEC  ​ແບກ​ຫາບ​ຄວາມ​ຮັບຜິດຊອບ​ລວມດັ່ງກ່າວ.

        “ຫວຽດນາມ ພວມ​ກ້າວ​ເຂົ້າສູ່​ໄລຍະ​ຍຸດ​ທະ​ສາດ​ພັດທະນາ​ໃຫມ່, ສືບຕໍ່​ປ່ຽນ​ແປງ​ໃຫມ່​ຢ່າງຮອບດ້ານ, ສ້າງ​ໂຄງປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ​ແລະ ​ເປັນ​ເຈົ້າ​ການ, ຕັ້ງຫນ້າ​ເຊື່ອມ​ໂຍງ​​ເຂົ້າກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ​ໃນ​ນັ້ນ ​ການເຊື່ອມ​ໂຍງ​ເສດຖະກິດ​ແມ່​ນພື້ນຖານ​ເພື່ອ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ.​ສະ​ນັ້ນ ອາຊີ ປາຊີ​ຟີ​ກ ​ເວົ້າ​ລວມ ​ແລະ ​ເວທີ​ປາ​ໄສ APEC ​ເວົ້າ​ສະ​ເພາະ ນັບ​ມື້​ນັບ​ມີ​ຄວາມ​ໝາຍສຳຄັນ​ພິ​ເສດ​ສຳລັບ ຫວຽດນາມ. ນີ້​ແມ່ນ​ພາກ​ພື້ນ ຍາມ​ໃດ​ກໍ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນກັບ​ການ​ພັດທະນາ​ຂອງ ຫວຽດນາມ​ໃນ​ທຸກ​ດ້ານ​​ເຊັ່ນເສດຖ​ະກິດ, ການ​ຕ່າງປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ພັດທະນາ.  ຄູ່​ຮ່ວມ​ມື​ສ່ວນ​ຫລາຍ​ທີ່​ຫວຽດນາມ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫລື ມີລະດັບ​ ຍຸດ​ທະ​ສາດ​ສຳຄັນ​ສຳລັບ ຫວຽດນາມ ຢູ່ ອາຊີ ປາຊີ​ຟີ​ກ.”

        ກ່ຽວກັບການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ພາກ​ພື້ນ ອາຊີ - ປາຊີ​ຟີ​ກ ກັບ ຫວຽດນາມ, ທ່ານ​ປະທານ​ປະ​ເທດ Truong Tan Sang ຊີ້​ແຈງ​ວ່າ: ນີ້​ແມ່ນ​ພາກ​ພື້ນ​ທີ່ມີ​ການ​ລົງທຶນ​ໂດຍ​ກົງ​ຫລາຍ​ກວ່າ​ໝູ່ ດ້ວຍ 65% ຍອດ​ຈຳນວນ​ເງິນ​ລົງທຶນ​ຂອງ​ຕ່າງ​ປະ​ເທດ, ກວມ 60% ມູນ​ຄ່າ​ການ​ນຳ​ເຂົ້າ ​ແລະ 75% ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ ຫວຽດນາມ. ທ່ານ​ປະທານ​ປະ​ເທດ Truong Tan Sang ຢືນຢັນ​ວ່າ: ຫນຶ່ງ​ໃນ​ບັນດາ​ການ​ກຳນົດ​ທິດ​ນະ​ໂຍບາຍ​ໃຫຍ່​ຂອງ ຫວຽດນາມ ​ແມ່ນ​ການ​ປະກອບສ່ວນ​ປັບປຸງ​ບັນດາ​ກົນ​ໄກ​ການ​ຮ່ວມ​ມື, ຮ່ວມ​ສຳພັນ​ທາງ​ດ້ານ​ເສດຖະກິດ​ຫລາຍ​ຝ່າຍ, ຈາກ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຕະຫລອດ​ຮອດ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້, ​ເວ​ທີ​ປາ​ໄສ APEC ​ແລະ ນັບທັງ​ອາຊີ - ປາຊີ​ຟີ​ກ.

        “ຫວຽດນາມ ພວມ​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຄຳ​ໝັ້ນ​ສັນຍາ, ບັນດາ​ໂຄງການ​ຫັນ​ການ​ຄ້າ, ການ​ລົງທຶນ, ບໍລິການ​ເປັນ​ເສລີ ​ແລະ ສະດວກ, ​ເຊື່ອມ​ຈອດ​ພາກ​ພື້ນ ​ເພື່ອ​ສ້າງ​ປະຊາ​ຄົມ ອາ​ຊຽນ, ຮ່ວມ​ສຳພັນ​ດ້ານ​ເສດຖະກິດ ອາ​ຊຽນ ກັບ​ຄູ່​ຮ່ວມ​ມື, ປະຕິບັດ​ຈຸດໝາຍ Bogor. ສັນຍາການ​ຄ້າ​ເສລີ FTA 11  ສະບັບ​ໃນ​ຈຳນວນ 13 ສະບັບ ຊື່​ງ ຫວຽດນາມ ​ໄດ້​ລົງ​ນາມ ພວມ ​ແລະຈະ​ເຈລະຈາ​ແມ່ນ​ບັນດາ​ຄູ່​ຮ່ວມ​ມືນ​ອນ​ໃນ​ພາກ​ພື້ນ. ພວກ​ຂ້າພະ​ເຈົ້າ​ພວມ​ພ້ອມ​ກັບ​ບັນດາ​ສະມາຊິກ​ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ການ​ພົວພັນຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດເຂດ​ປາຊີຟີ​ກ (TPP), ຫວ່າງ​ແລ້ວນີ້ ​ໄດ້​ເລີ່​ມ​ເຈລະຈາ​ສັນຍາ FTA ກັບ ສ​ເກົາຫລີ, ຈະ​ເລີ່ມ​ເຈລະຈາ​ສັນຍາ FTA ກັບ​ສະຫະພັນ​ພາສີ ລັດ​ເຊຍ  Belarus - Kazakhstan​ໃນ​ໄລຍະ​ຈະ​ມາ​ເຖິງ.”

ຄວາມວັດທະນາຖາວອນຂອງ ຫວຽດນາມ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຄົມ APEC - ảnh 2
ທ່ານ​ປະທານ​ປະ​​ເທດ Truong Tan Sang ເຂົ້າຮ່ວມກອງປະຊຸມ APEC 20
ພາບ: TTXVN

        ທ່ານ​ປະທານ​ປະ​​ເທດ Truong Tan Sang ​ເນັ້ນ​ຫນັກ​ວ່າ ນີ້​ແມ່ນ​ບັນດາ​ພື້ນຖານ​ເພື່ອ​ໃຫ້ ຫວຽດນາມ ​ເປີດ​ກວ້າງການ​ຮ່ວມ​ມື,​ຮ່ວມ​ສຳພັນ​ໃນ​ພາກ​ພື້ນ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່ ​ແລະ ​ເຂົ້າ​ຮ່ວມ​ລະບົບ​ສະຫນອງ​ພາກ​ພື້ນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ກວ່າ ​ແລະ ສິ່ງສຳຄັນ​ແມ່ນ​ເພື່ອ​ປະກອບສ່ວນ​ຮັກສາ​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຂອງ ອາຊີ ປາຊີ​ຟີ​ກ. ຢູ່​ພາຍ​ໃນ​ປະ​ເທດ, ຫວຽດນາມ ພວມ​ມານະ​ພະຍາຍາມ​ເພື່ອ​ຮັກສາ​ເສດຖະກິດ​ມະຫາ​ພາກ​​ໃຫ້ເປັນ​ປົກກະຕິ, ຮັກສາ​ທ່າ​ເຕີບ​ໂຕ​ຢ່າງ​ເໝາະ​ສົມ ​ແລະ ຜັນ​ຂະຫຍາ​ຍ​ແຜນການ​ສັງ​ລວມສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິ​ດຄືນ​ໃຫມ່. ຫວຽດນາມ ພວມ​ຕັ້ງຫນ້າ​ຊອກ​ຫາບ​ັນດາ​ມາດ​ຕະການ​ເພື່ອ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ, ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​​ແຫ່ງ​ລັດ​ຄືນ​ໃຫມ່,  ​ແລະ ລະບົບ​ທະນາຄານ​ການ​ຄ້າ, ບັນດາ​ອົງການ​ການ​ເງິນ, ພ້ອມ​ທັງ​ຕັດສິນ​ໃຈ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ເພື່ອ​ເພີ່ມ​ລັກສະນະ​ໝັ້ນຄົງ, ​ນະ​ໂຍບາຍ​ເສດຖະກິດໂປ່​ງ​ໃສ, ປັບປຸງ​ກົນ​ໄກ​ດ້ານ​ກົດໝາຍ​​​ແກ່​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ໃຫ້​ສົມບູນ​ແບບ.

        ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຢືນຢັນ​ວ່າ: ​ໃນ​ໄລຍະ​ທາງ 25 ປີ ​ແຫ່ງ​ກິດຈະການ​ປ່ຽນ​ແປງ​ໃຫມ່ຜ່ານ​ມາ, ຍາມ​ໃດ​ບັນດາ​ປະ​ເທດ​ສະມາຊິກ APEC ກໍ​ຮ່ວມ​​ເດີນທາງ​ກັບ ຫວຽດນາມ. ​ໃນ​ໄລຍະສຳຄັນ​ປະຈຸ​ບັນ ​ແລະ ​​ໄລຍະ​ຈະ​ມາ​ເຖິງ,​ຫວຽດນາມ ປາດ​ຖະຫນາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ໃຫຍ່​ຫລວງ​ຈາກ​ປະຊາ​ຄົມ​ໂລກ, ​ເປັນ​ຕົ້ນ​ແມ່ນ​ການ​ປະກອບ​ຄຳ​ຄິດ​ຄ​ຳ​ເຫັນ​ໃສ່​ນະ​ໂຍບາຍ, ຂໍ້​ສະ​ເຫ​ນີ ​ແລະ ພ້ອມ​ກັນຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ລະອຽດ. ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ ວ່າ ​ໄດ້,​ພວມ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາ​ມສາມາດ​ຂອງ​ຕົນ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ຢ່າງ​ສະດວກ, ​ໂປ່​ງ​ໃສ​ທີ່​ສຸດ​ເພື່ອ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ບັນດາ​ປະ​ເທດ​ສະມາຊິກ APEC ທຳ​ມາ​ຫາ​ກິນ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ.​​​ເພາະວ່າ ຫວຽດນາມ ມີ​ການ​ເຕີບ​ໂຕ, ຄວາມວັດທະນາ​ຖາວອນ ຈະ​ປະກອບສ່ວນ​ສ້າງ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ວັດທະນາ​ຖາວອນ​ລວມຂອງ​ພາກ​ພື້ນ, ນອກ​ນັ້ນ ຫວຽດນາມ ມີ​ການ​ຈະ​ເລີ​ນ​ເຕີບ​ໂຕ, ວັດທະນາ​ຖາວອນ ກໍ່​ຈະ​ນຳມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ APEC ​ເອງ.

Hoang Dung

ຕອບກັບ

ຂ່າວ/ບົດ​ອື່ນ