(VOVWORLD) -ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຂອງ ສະຫະປະຊາຊາດ (ສປຊ) ຫາກໍ່ດຳເນີນໄປຢູ່ ນິວຢອກ ສະຫະລັດ ອາເມລິກາ. ນີ້ແມ່ນໂອກາດສຳຄັນເພື່ອໃຫ້ ສປຊ ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ບັນດາປະເທດ ຮ່ວມແຮງຮ່ວມໃຈເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ. ເຖິງຢ່າງໃດກໍຕາມ, ໃນສະພາບການໂລກ ພວມປະເຊີນຫນ້າກັບບັນດາສິ່ງທ້າທາຍໃຫຍ່ກ່ຽວກັບສິ່ງແວດລ້ອມ, ສິ່ງທີ່ ສປຊ ຕ້ອງການແມ່ນການກະທຳລະອຽດຂອງແຕ່ລະປະເທດ ແທນທີ່ເວົ້າແບບມ່ວນໆເທົ່ານັ້ນ.
ນັກສຶກສາເຂົ້າຮ່ວມການແຫ່ຂະບວນຮຽກຮ້ອງການຕ້ານການປ່ຽນແປງຂອງດິນຟ້າອາກາດ ດຳເນີນໄປຢູ່ ອົດສະຕາລີ
ພາບ: AFP
|
ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຂອງ ສປຊ ໄດ້ເລືອກເຟັ້ນແມ່ນເຫດການເປີດສາກໃຫ້ສັບປະດາຂັ້ນສູງຂອງ ສປຊ ຢູ່ ນິວຢອກ (23-29 ກັນຍາ). ສິ່ງດັ່ງກ່າວສະແດງໃຫ້ເຫັນລະດັບຄວາມສຳຄັນກໍ່ຄືລັກສະນະຈຳເປັນຂອງເລື່ອງຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກປະຈຸບັນ. ປະມຸກລັດ, ຜຸູ້ຕາງຫນ້າບັນດາລັດຖະບານ ນັບສິບໆທ່ານ ພ້ອມກັບບັນດາອົງການຈັດຕັັ້ງສາກົນ ໄດ້ເຂົ້າຮ່ວມເຫດການສຳຄັນນີ້.
ມີຫລາຍຄຳໝັ້ນສັນຍາ
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຍອບຮັບວ່າ ຄວາມຈິງເປັນຫນ້າເສຍດາຍ ລຸ້ນຄົນດຽວຂອງທ່ານ ບໍ່ສາມາດປົກປັກຮັກສາສີຂຽວຂອງຫນ່ວຍໂລກໄດ້ ແລະ “ສິ່ງນີ້ຕ້ອງມີການປ່ຽນແປງຢ່າງທັນທີ ແລະ ຕ້ອງປ່ຽນແປງດ້ວຍການກະທຳຫາກບໍ່ແມ່ນຄຳເວົ້າ”.
ຕອບຄືນຄຳຮຽກຮ້ອງຂອງຜູ້ນຳຫນ້າ ສປຊ, ການນຳ ແລະ ບັນດາຜູ້ຕາງຫນ້າ 77 ປະເທດ, 100 ວິສາຫະກິດ ແລະ 12 ອົງການລົງທຶນສາກົນ ໄດ້ຍົກອອກບັນດາຂໍ້ລິເລີ່ມ ແລະ ຄຳໝັ້ນສັນຍາການກະທຳເພື່ອດິນຟ້າອາກາດ. ທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຖະແຫລງວ່າ ເພີ່ມການປະກອບຈຳນວນເງິນ ຈາກ 2 ຕື້ ເອີໂຣ ໃຫ້ຂຶ້ນເຖິງ 4 ຕື້ ເອີໂຣ ໃຫ້ແກ່ “ກອງທຶນດິນຟ້າອາກາດຂຽວ” ຂອງ ສປຊ ເພື່ອແນໃສ່ຫນູນຊ່ວຍບັນດາປະເທດດ້ອຍພັດທະນາ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຈີເລ ສະເຫນີ ສ້າງຕັ້ງ “ພັນທະມິດຄວາມມັກໃຫຍ່ໄຝ່ສູງດ້ານດິນຟ້າອາກາດ” ເພື່ອແນໃສ່ເຕົ້າໂຮມບັນດາປະເທດມີຄຳໝັ້ນສັນຍາລວມຫລຸດຜ່ອນການປ່ອຍອາຍ carbon ລົງຢູ່ໃນລະດັບ 0% ໃນປີ 2050. ພັນທະມິດບັນດາປະເທດຖື ຖ່ານຫີນ ແມ່ນອະດີດຕະການ ກໍ່ໄດ້ເປີດກວ້າງ ດ້ວຍການເຂົ້າຮ່ວມຂອງ 30 ປະເທດ, 22 ລັດນ້ອຍ ແລະ ກຸ່ມບໍລິສັດໃຫຍ່ 31 ແຫ່ງ.
ໃນຂະນະນັ້ນ ປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ: ບັນດາປະເທດ “ຕ້ອງຈຳກັດການນຳເຂົ້າປະເພດສິນຄ້າອາດຈະກໍ່ມົນລະພິດຕໍ່ສິ່ງແວດລ້ອມ, ໃນຂະນະຄວນຊອກວິທີເພີ່ມງົບປະມານໃຫ້ແກ່ບັນດາໂຄງການເຮັດໃຫ້ສິ່ງແວດລ້ອມສະອາດ” ພ້ອມທັງ ເພີ່ມງົບປະມານໃຫ້ແກ່ “ກອງທຶນດິນຟ້າອາກາດຂຽວ” ຈາກລະດັບ 7 ຕື້ USD ໃຫ້ຂຶ້ນເຖິງ 10 ຕື້ USD. ສ່ວນທ່ານ Shinjiro Koizumi ລັດຖະມົນຕີກະຊວງສິ່ງແວດລ້ອມ ຍີ່ປຸ່ນ ຊື່ງແມ່ນປະເທດເຄີຍເອື່ອຍອີ່ງ ຖ່ານຫີນ ແລະ ພວມ ຄາດຄະເນວ່າ ຈະເພີ່ມກຳລັງການຜະລິດຢູ່ບັນດາໂຮງງານໄຟຟ້າໃຊ້ຖ່ານຫີນ ກໍ່ໄດ້ໃຫ້ຄຳໝັ້ນສັນຍາຢູ່ນອກກອງປະຊຸມ ກ່ຽວກັບເລື່ອງ “ຫັນ ສັງຄົມປອດການປ່ອຍ ອາຍ carbon ໃຫ້ປະກົດຜົນເປັນຈິງ” ແລະ “ພ້ອມແລ້ວປະກອບສ່ວນຄືດັ່ງບັນດາປະເທດມະຫາອຳນາດອື່ນໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ”.
ມີຫລາຍລັດຂອງ ອາເມລິກາ ກໍ່ໄດ້ສະແດງໃຫ້ເຫັນບົດບາດຕັ້ງຫນ້າທີ່ກອງປະຊຸມດັ່ງກ່າວ ເມື່ອຢືນຢັນສືບຕໍ່ຮັກສາຄຳໝັ້ນສັນຍາປະຕິບັດ ສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ກຸ່ມບໍລິສັດ Amazon ຫວ່າງແລ້ວນີ້ ກໍ່ໄດ້ປະກາດແຜນການຫລຸດຜ່ອນການປ່ອຍອາຍ carbon ລົງຢູ່ໃນລະດັບ 0% ໃນປີ 2040 ແມ່ນໄວກວ່າ 10 ປີເມື່ອທຽບໃສ່ຄາດໝາຍວາງອອກໃນສັນຍາປາຣີ.
ບໍ່ມີຄວາມຄືບຫນ້າປານໃດຈາກບັນດາປະເທດປ່ອຍອາຍ CO2
ມີຫລາຍຄຳໝັ້ນສັນຍາໄດ້ຍົກອອກມາ ແຕ່ພັດຂາດຄຳໝັ້ນໝາຍກໍ່ຄືການກະທຳຢ່າງຂ້ຽວຂາດຂອງບາງປະເທດປ່ອຍອາຍພິດເຮືອນແກ້ວດ້ວຍປະລິມານຂະຫນາດໃຫຍ່ ກໍ່ໃຫ້ເກີດການປ່ຽນແປງຂອງ ດິນຟ້າອາກາດ. ນັ້ນແມ່ນສິ່ງທີ່ເປັນຫນ້າເສຍດາຍ. ແລະ ສິ່ງທີ່ເປັນຫນ້າສົນໃຈ ນັ້ນແມ່ນ ທ່ານປະທານາທິບໍດີ ອາເມລິກາ Donald Trump ຊື່ງແມ່ນການນຳໄດ້ຕົກລົງຖອນ ອາເມລິກາ ອອກຈາກສັນຍາປາຣີ 2015 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ອ້າງເຫດຜົນວ່າ ຕ້ອງເຂົ້າຮ່ວມການປະຊຸມດ່ວນກ່ຽວກັບ “ໄພພິບັດນ້ຳຖ້ວມ” ຢູ່ ນະຄອນ Houston ເພື່ອບໍ່ກ່າວປາໄສທີ່ກອງປະຊຸມນີ້”. ຕາມວົງການນັກໄຈ້ແຍກ ແລ້ວ ການສະແດງຂອງອາເມລິກາ ທີ່ກອງປະຊຸມປີນີ້ ແມ່ນແຕກຕ່າງຫລາຍເມື່ອທຽບໃສ່ກອງປະຊຸມກ່ອນນີ້. ຖ້າກ່ອນນີ້ ອາເມລິກາ ເປັນເຈົ້າການໃນການຊຸກຍູ້ບັນດາປະເທດອື່ນຕ້ອງມີການກະທຳຢ່າງເຂັ້ມງວດກວ່າ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແຕ່ປະຈຸບັນ ອຳນາດການປົກຄອງຂອງທ່ານ D.Trump ພັດເມີນເສີຍຂໍ້ກຳນົດຕ່າງໆກ່ຽວກັບສິ່ງແວດລ້ອມ ຊື່ງເຄີຍໄດ້ວາງອອກເພື່ອຫລຸດຜ່ອນອາຍພິດເຮືອນແກ້ວ ຈາກພາຫະນະສັນຈອນ, ໂຮງງານຜະລິດໄຟຟ້າໃຊ້ຖ່ານຫີນ, ນ້ຳມັນບໍ່..
ສຳລັບຝ່າຍຈີນແລ້ວ, ປະເທດນີ້ ບໍ່ມີສັນຍານຫຍັງສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະວາງບັນດາເປົ້າໝາຍແຮງກວ່າ ເພື່ອຫລຸດຜ່ອນການນຳໃຊ້ເຊື້ອເພີງ ຟອດຊິສ (fossil fuel), ຄືດັ່ງຫລາຍຄົນຕັ້ງຄວາມຫວັງ. ທ່ານ ຫວາງອີ ຜູ້ຕາງຫນ້າພິເສດຂອງທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ໃສ່ໃຈວ່າ ຈີນ ພວມຮັກສາຄຳໝັ້ນສັນຍາທີ່ໄດ້ຍົກອອກມາໃນຂໍ້ຕົກລົງ ປາຣີ ປີ 2015, ໃນຂະນະທີ່ມີບາງປະເທດບໍ່ຮັກສາຄຳໝັ້ນສັນຍາ. ຈີນ ຍັງບໍ່ທັນຢາກມີການກະທຳຢ່າງແຮງກວ່າໃນຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດ ເມື່ອປະເທດຮັ່ງມີກວ່າບໍ່ມີການກະທຳຢ່າງເໝາະສົມ.
ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ພຽງແຕ່ຊີ້ໃຫ້ຮູ້ວ່າ ປະເທດນີ້ ຈະເພີ່ມການນຳໃຊ້ພະລັງງານຜະລິດຄືນໃຫມ່ເຖິງປີ 2022 ແຕ່ບໍ່ມີຄຳໝັ້ນສັນຍາໃດກ່ຽວກັບການຫລຸດຜ່ອນການອີງໃສ່ຖານຫີນ.
ຜົນກະທົບຈາກສະພາບການປ່ຽນແປງຂອງດິນຟ້າອາກາດ ພວມກໍ່ວິກິດການໃຫຍ່ໃນທົ່ວໂລກ ຢູ່ໃນຫລາຍແງ່ມູມ ແລະ ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງຊີວິດຂອງປະຊາຊົນ. ສະພາບການນີ້ ຈະນັບມື້ນັບຊົ່ວຮ້າຍລົງເມື່ອໂລກບໍ່ເຫັນດີເຫັນພ້ອມໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ.