ຄວາມສົງໃສກ່ຽວກັບປະສິດທິຜົນຂອງບ້ວງເງິນກູ້ຊ່ວຍ 125 ຕື້ USD ໃຫ້ແກ່ແອດສະປາຍ

(vovworld) - ທ້າຍ​ອາທິດ​ຜ່ານ​ມາ, ບັນດາ​ລັດຖະມົນຕີ​ກະຊວງ​ການ​ເງິນ​ໃນ​ກຸ່ມ​ບັນດາ​ປະ​ເທດ​ນຳ​ໃຊ້​ສະກຸນ​ເງິນ euro ​ໄດ້​ເຫັນ​ດີ​ໃຫ້​ແອດ​ສະ​ປາຍ ກູ້​ຢືມ​ເງິນ 125 ຕື້usd ​ເພື່ອ​ຟື້ນ​ຟູ​ຂະ​ແໜງ​ທະນາຄານ​ຂອງ​ປະ​ເທດ​ນີ້, ​ໃນ​ສະຖານະ​ການ​ທີ່​ກອງ​ທຶນ​ສະຖຽນ​ລະ​ພາບ​ທາງ​ການ​ເງິນ​ເອີ​ລົບ (EFSF) ​ແລະ​ ກົນ​ໄກ​ສະຖຽນລະ​ພາບ​ເອີ​ລົບ (ESM) ຖືກ​ຈຳກັດ. ​ເປັນ​ອັນວ່າ, ​ແອດ​ສະ​ປາຍ​ແມ່ນ​ປະ​ເທດ​ທີ 4 ​ໃນ​ພາກ​ພື້ນ​ທີ່​ນຳ​ໃຊ້​ສະກຸນ​ເງິນ​ລວມ​ເອີ​ລົບ (Eurozone)  ຕ້ອງການ​ໄດ້​ຮັບ​​ເງິນ​ກູ້​ຊ່ວຍ​ຈາກ​ເອີ​ລົບ, ຖັດຈາກ​ເກຼັກ, ​ໄອ​ແລນ ​ແລະ ປອກຕູຍ​ການ. ນີ້​ຖືກ​ຖື​ວ່າ​ແມ່ນ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ Eurozone ​ເພື່ອ​ແນ​ໃສ່​ຮັກສາ​ສະຖຽນ​ລະ​ພາບ​ທາງ​ເສດຖະກິດ​ຂອງ​ພາກ​ພື້ນ. ​ແຕ່​ຫາງ​ສຽງ​ຍັງ​ບໍ່​ທັນ​ອຸ່​ນອຽນ​ໃຈ​ຕໍ່​ປະສິດທິ​ຜົນ​ອັນ​ຍາວ​ນານ​ຂອງ​ມາດ​ຕະການ​ກູ້​ຊ່ວຍ​ນີ້​ເທ​ື່ອ.

ຄວາມສົງໃສກ່ຽວກັບປະສິດທິຜົນຂອງບ້ວງເງິນກູ້ຊ່ວຍ 125 ຕື້ USD ໃຫ້ແກ່ແອດສະປາຍ - ảnh 1

ທ່ານນາຍົກລັດຖະມົນຕີ ແອດສະປາຍ Mariano Rajoy:

“ຄວາມເຊື່ອຖືຂອງສະກຸນເງິນ euro ໄດ້ໄຊຊະນະ”. ພາບ: BBC.

​ແອດ​ສະ​ປາຍ ​ແມ່ນ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ຢືນ​ອັນ​ດັບ 4 ຂອງ Eurozone. ​ແຕ່​ສັນຍານ​ບໍ່​ດີ​ກ່ຽວ​ກັບ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ໄດ້​ປະກົດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຫຼາຍ​ເດືອນ​ມາ​ນີ້. ຕາມ​ການປະກາດ​ຂອງ​ສະ​ຖາ​ບັນ ສະຖິຕິ​ແຫ່ງ​ຊາດ​ແອດ​ສະ​ປາຍ ​ເມື່ອ​ເດືອນ 4 ​ແລ້ວ, ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຂອງ​ແອດ​ສະ​ປາຍ ​ໄດ້​ຫຼຸດ​ລົງ 0,3% ​ໃນ​​ໄຕ​ມາດ​ທີ 1/2012, ອັນ​ໄດ້​ເຮັດ​ໃຫ້​ເສດຖະກິດ​ຂອງ​ແອດ​ສະ​ປາຍ​ໃນ​ 2 ​ໄຕ​ມາດ​ເຕີບ​ໂຕ​​ໃນ​ລະດັບ ຕິດລົບ ຢ່າງ​ຕໍ່​ເນື່ອງ. ​ແອດ​ສະ​ປາຍ​ກໍ່​​ແມ່ນ​ປະ​ເທດ​ທີ່​ມີ​ລະດັບ​ອັດຕາວ່າງ​ງານ​ສູງ, ຂຶ້ນ​ເຖິງ 5,6 ລ້ານ​ຄົນ​ໃນ​ຈຳນວນ​ພົນລະ​ເມືອງ 46 ລ້ານ​ຄົນ. ຄາດ​ວ່າ, ຕົວ​ເລກ​ດັ່ງກ່າວ​ຍັງ​ຈະ​ເພີ່ມ​ຂຶ້ນ​ອີກ​​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ. ​ໃນ​ສະຖານະ​ການ​ຄືດັ່ງກ່າວ, ລັດຖະບານ​ແອດ​ສະ​ປາຍ ຄາດ​ວ່າ, ປີ​ນີ້ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ນີ້ຈະ​ຫຼຸດ​ລົງ​ປະມານ 1,7% ​ແລະ ອາດ​ຈະ​ເພີ່ມ​ຂຶ້ນ 0,2% ​ໃນ​ປີ 2013. ນັ້ນ​ແມ່ນ​ບໍ່​ທັນ​ເວົ້າ​ເຖິງ​ອັດຕາ​ຂາດ​ດຸນງົບປະມານ/GDP ຂອງ​ແອດ​ສະ​ປາຍ​ແມ່ນ​ຂຶ້ນ​ເຖິງ 8,9% ​ໃນ​ປີ 2011, ໜິ້ສິນ​ຂອງ​ລັດຖະບານ/GDP ​ແມ່ນ 70%, ບ້ວງ​ໜີ້​ສິນ​ຕ່າງປະ​ເທດ​ທັງ​ໝົດ​ກວມ 90%GDP ​ເທົ່າ​ກັບ​ລະດັບ​ໜິ້ສິນ​ຂອງ​ເກຼັກ, ​ເຊິ່ງ​ແມ່ນ​ປະ​ເທດ​ທີ່​ມີ​ລະດັບ​ໜິ້ສິນ​ສູງ​ສຸດ​ຢູ່​ໃນ​ໂລກ… ບັນດາ​ຜູ້​ຊ່ຽວຊານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ເສດຖະກິດ​ຂອງ​ແອດ​ສະ​ປາຍ​ຍັງ​ສືບ​ຕໍ່​ຫຼຸດ​ລົງ​ຢ່າງ​ວ່າງ​ໄວ​ໃນ​ອະນາຄົດ ຖ້າ​ຫາກ​ວ່າ​ສະພາບ​ການ​ເງິນ​ບໍ່​ມີ​ສັນຍານ​ໄດ້​ຮັບ​ການ​ປັບປຸງ.

​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 4 ​ໃນ Eurozone ​ໄດ້​ຕົກ​ເຂົ້າ​ສູ່​ສະພາບ​ຖືກ​ຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ. ດັ່ງ​ນັ້ນ, ຖ້າ​ບໍ່​ໄດ້​ຮັບ​ການ​ກູ້​ຊ່ວຍ​ຢ່າງ​ທັນ​ການ, ທະນາຄານ​ຂອງ​ແອດ​ສະ​ປາຍ​ຈະ​ຖືກ​ລົ້ມ​ລະລາຍ ​ແລະ ຈະ​ສົ່ງ​ຜົນ​ສະທ້ອນ​ຢ່າງໜັກໜ່ວງ​ໃຫ້​ແກ່​ເອີ​ລົບ, ຍິ່ງ​​ໄປກວ່າ​ນັ້ນ​ແມ່ນ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຟື້ນ​ຟູ​ເສດຖະກິດ​ໂລກ.

​ໃນ​ສະຖານະ​ການຄື​ດັ່ງກ່າວ, ​ເລື່ອງ​ແອດ​ສະ​ປາຍ​ຕົກລົງ​ຂໍ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນຈາກ​ເອີ​ລົບ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້​ນັ້ນ ​ໄດ້​​ເຮັດ​ໃຫ້​ຫຼາຍ​ປະ​ເທດ​ອຸ່ນອ່ຽນ​ໃຈ. ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ເຢບລະ​ມັນ Wolfgang Schaeuble ຖື​ວ່າ, ຂໍ້​ຕົກລົງ​ໃຫ້​ແອດ​ສະ​ປາຍ​ກູ້​ຢືມ​ເງິນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກ​ຄີຂອງ​ເອີ​ລົບ. ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຍີ່ປຸ່ນ Jun Azumi ກໍ່​ຕີ​ລາຄາ​ວ່າ ​ເລື່ອງ​ໜູນ​ຊ່ວຍ​ແຜນການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ທະນາຄານ​ແອດ​ສະ​ປາຍ​ຄືນ​ໃໝ່ ​ແມ່ນ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເພື່ອ​ສ້າງ​ສະຖຽນ​ລະ​ພາບ​ທາງ​ເສດຖະກິດ. ບັນດາ​ຜູ້​ຊ່ຽວຊານ​ທາງ​ດ້ານ​ເສດຖະກິດ​ກໍ່​ຍອມຮັບ​ວ່າ ​ເລື່ອງ​ແອດ​ສະ​ປາຍ​ເຂົ້າ​ຮ່ວມ​ກຸ່ມ​ບັນດາ​ປະ​ເທດ​​ໄດ້​ຮັບ​ການ​ກູ້​ຊ່ວຍ​ນັ້ນ ​ແມ່ນ​ບາດກ້າວ​ທີ່​ສຳຄັນ ​ເພື່ອ​ສ້າງ​ໂຄງ​ປະກອບ​ລະບົບ​ທະນາຄານ​ຄືນ​ໃໝ່.

ຄວາມສົງໃສກ່ຽວກັບປະສິດທິຜົນຂອງບ້ວງເງິນກູ້ຊ່ວຍ 125 ຕື້ USD ໃຫ້ແກ່ແອດສະປາຍ - ảnh 2
ລັດຖະມົນຕີກະຊວງເສດຖະກິດແອດສະປາຍ
(ພາບ: http://cafef.vn)

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມີ​ຫຼາຍ​ຄວາມ​ເຫັນ​ຖື​ວ່າ ​ເງິນ 125 ຕື້USD ພຽງ​ແຕ່​ມີ​ຜົນປະ​ໂຫຍ​ດ​ໃນ​ການສະກັດ​ກັ້ນ​ການ​ຢຸດ​ຕິ​ຂອງ​ລະບົບ​ການ​ເງິນ​ເອີ​ລົບ​ໃນ​ໄລຍະ​ສັ້ນ​ເທົ່າ​ນັ້ນ. ຊ້ຳ​ບໍ່​ໜຳ ຂໍ້​ຕົກລົງ​ນີ້​ຍັງ​ບໍ່​ທັນ​ໄດ້​ຮັບ​ການສະທ້ອນ​ຄືນ ​ຢ່າງ​ຕັ້ງໜ້າ​ຈາກ​ຕະຫຼາດ​ໂລກ​ເທື່ອ. ວັນ​ທີ 11/6, ບັນດາ​ນັກ​ລົງທຶນ​ໄດ້​ພາກັນ​ຂາຍ​ຊັບ​ສົມບັດ, ອັນ​ໄດ້​ເຮັດ​ໃຫ້​ບັນດາ​ດັດ​ສະ​ນີຫຼັກ​ຊັບ​ຕົ້ນ​ຕໍຢູ່​ຕະຫຼາດ​ອາ​ເມ​ລິ​ກາ​ຫຼຸດ​ລາຄາ​ຢ່າງ​ແຮງ. ຕົວ​ເລກ​ຈາກ​ສູນ​ຕິດ​ຕໍ່​ພົວພັນ​ນິວຢອກ ​ທ້າຍ​ວັນທີ 11/6, ສະ​ແດງ​ໃຫ້​ເຫັນ​ວ່າ ໝວດ​ດັດ​ສະ​ນີອຸດສາຫະກຳ Dow Jones ຂອງ 30 ກຸ່ມ​ບໍລິສັດ​ໃຫຍ່​ໄດ້​ຫຼຸດ​ລົງ 143 ຄະ​ແນນ, ​ເທົ່າ​ກັບ 1,1%, ລົງ​ເຫຼືອ​ພຽງ 12.411 ຄະ​ແນນ. ​ໃນ​ຂະນະ​ນັ້ນ, ລາຄາ​ນ້ຳມັນ​ ຂອງ​ໂລກ​ໄດ້​ຫຼຸດ​ລົງ​ຢູ່​ໃນ​ລະດັບ​ຕຳ່​ສຸດ​ໃນຮອບ 8 ​ເດືອນ​ທີ່​ຜ່ານ​ມາ. ຢູ່​ຕະຫຼາດ​ນິວຢອກ, ລາຄາ​ນ້ຳມັນ​ດິບ​ໃນ​ເດືອນ 7/2012 ຫຼຸດ​ຈາກ 1,40 USD, ລົງ 82,70 USD/ຖັງ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ລາຄາ​ນ້ຳມັນ​ຖືກ​ຫຼຸດ​ລົງ​ລະດັບ 83 USD/ຖັງ ນັບ​ແຕ່​ເດືອນ 10 ປີ 2011.

ບ້ວງ​ເງິນ​ກູ້​ຊ່ວຍ 125 ຕື້ USD ທີ່​ສະຫງວນ​ໃຫ້​ແກ່​ ແອດ​ສະ​ປາຍ, ພຽງ​​ແຕ່​ແມ່ນ​ການ​ເພີ່ມ​ເຕີມ​ຈຳນວນ​ເງິນ​ທີ່​ຈຳ​ເປັນ​ໃຫ້​ແກ່​ທະນາຄານ​ຕ່າງໆ​ຂອງ​ແອດ​ສະ​ປາຍ​ເທົ່າ​ນັ້ນ. ສ່ວນ​ການ​ກະທົບ​ຂອງ​ມັນ​ເຖິງ​ການ​ແກ້​ໄຂ​ວິ​ກິດ​ການ​ນິ້ສິນ​ຢູ່​ເອີ​ລົບ​ນັ້ນ ຍັງ​ແມ່ນ​ເລື່ອງ​ລະ​ເມີ​​ເຟີ້ຝັນ​ຢູ່. ດັ່ງ​ນັ້ນ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ​ເລື່ອງ​ຊອກ​ຫາ​ວິທີ​ການ​ສັງ​ລວມ ​ເພື່ອ​ແກ້​ໄຂ​ສະພາບ​ໜິ້ສິນຢູ່​ເອີ​ລົບ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ.

Van

ຕອບກັບ

ຂ່າວ/ບົດ​ອື່ນ