ຄວາມສະດວກ ແລະ ຫຍຸ້ງຍາກໃນການຢ້ຽມຢາມ ອາເມລິກາ ຂອງນາຍົກລັດຖະມົນຕີຍີປຸ່ນ

ຄວາມສະດວກ ແລະ ຫຍຸ້ງຍາກໃນການຢ້ຽມຢາມ ອາເມລິກາ ຂອງນາຍົກລັດຖະມົນຕີຍີປຸ່ນ - ảnh 1
ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ​ (ພາບ : internet)

ພາຍຫຼັງ​ຖືກ​ໂຈະ​ໄວ້​ຄັ້ງໜຶ່ງ, ວັນ​ທີ 21/2, ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ​ໄດ້​ທຳ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ເປັນ​ເວລາ 3 ວັນ ​ແນ​ໃສ່​ປັບປຸງ​ການ​ພົວພັນ​ກັບປະ​ເທດ​ພັນທະ​ມິດ​ຍຸດ​ທະ​ສາດ​ນີ້. ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ມີ​ເນື້ອ​ໃນ​ສຳຄັນ​ຫຼາຍ​ຢ່າງ, ບໍ່​ພຽງ​ແຕ່​ຫັນ​ການ​ພົວພັນ​ຍີ​ປຸ່ນ-ອາ​ເມ​ລິ​ກາ​ໃນ​ອາຍຸ​ການ​ໃໝ່​ຂອງ ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ​ແລະ ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ເປັນ​ລະອຽດ​ເທົ່າ​ນັ້ນ, ຫາກ​ຍັງສົ່ງ​ຜົນສະທ້ອນບໍ່​ໜ້ອຍ​ເຖິງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຊຶ່ງ​ພວມ​​ເກີດ​ຄວາມ​ສັບສົນ​ວຸ່ນວາຍ​ຫຼາຍ​ຢ່າງອີກດ້ວຍ.

      ບັນຫາ​ທີ່ ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ນຳ​ໄປ​ຍັງ​ອາ​ເມ​ລິ​ກາ, ນັ້ນ​ແມ່ນ​​ເລື່ອງ ​ໂຕ​ກຽວ ​ອາດ​ຈະເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ລະຫວ່າງ​ເຂດ​ປາຊີ​ຟິກ (TPP)​, ​ເພີ່ມ​ທະວີ​ການ​ພົວພັນ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ​ຍີ​ປຸ່ນ-ອາ​ເມ​ລິ​ກາ ​ແລະ ​ແນ່ນອນ​ວ່າ ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ​ແມ່ນ​ຂາດ​ບໍ່​ໄດ້, ​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ​ທີ່ ສ.ປ.ປ ​ເກົາຫຼີ​ຫາ​ກໍ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ່ 3 . ຕາມ​ນັ້ນ​ແລ້ວ, ​ໃນ​ເວລາ​ຢ້ຽມຢາມ​ອາ​ເມ​ລິ​ກາ, ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ຈະ​ມີ​ການ​ພົບ​ປະ​ກັບ​ ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ​ປຸ່ນ Fumio Kishida ຈະ​ມີ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງ John Kerry . ນອກຈາກ​ນັ້ນ, ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ຈະມີບົດກ່າວປາໄສຢູ່ວໍຊິງຕັນ ກ່ຽວກັບບັນດານະໂຍບາຍເສດຖະກິດ ເພື່ອແນໃສ່ຟື້ນຟູການເຕີບໂຕຂອງຍີປຸ່ນ ແລະ ແກ້ໄຂບັນຫາເງິນຝືດທີ່ແກ່ຍາວ. ກ່າວຄຳເຫັນກ່ອນ ການຢ້ຽມຢາມອາເມລິກາ ຂອງ ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe, ​ເລຂານຸການ​ດ້ານ​ການ​ຂ່າວ​ຂອງ ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ໃຫ້​ຮູ້​ວ່າ ປະທານາທິບໍດີ​ Barak Obama ພວມ​ຄອ່ຍຖ້າ​ບັນດາ​ການ​ປຶກສາ​ຫາລື​ກັບ ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ຈະ​ລົງ​ເລິກ​ເຂົ້າ​ສູ່​ບັນດາ​ບັນຫາ 2 ຝ່າຍ, ພາກ​ພື້ນ ​ແລະ ທົ່ວ​ໂລກ, ຊຶ່ງ​ລວມທັງ​ສັນຍາ​ປ້ອງ​ກັນ​ຄວາມ​ສະຫງົບ ອາ​ເມ​ລິ​ກາ-ຍີ​ປຸ່ນ, ບັນດາ​ບັນຫາ​ເສດຖະກິດ ​ແລະ ການ​ຄ້າ. ​ແຕ່​ຕາມ​ຂໍ້​ສັງ​ເກດ​ຂອງ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ບັນຫາ​ການທົດ​ລອງ​ນິວ​ເຄຼຍຂອງ ສ.ປ.ປ ​ເກົາຫຼີ​ໃນ​ເວລາ​ທີ່​ຜ່ານ​ມາ ອາດ​ຈະ​ແມ່ນ​ຫົວ​ເລື່ອງ​ນຳ​ມາ​ປຶ​ກສາ​ຫາລື​ທີ່​ການ​ເຈລະຈາ​ລະຫວ່າງການ​ນຳ​ທັງ 2 . ​ແລະ ບັນຫາ​ນີ້​ແມ່ນ​ອາດ​ຈະ​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ລະຫວ່າງ 2 ຝ່າຍ​ໄດ້​ຢ່າງ

ງ່າຍດາຍ​ໃນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ອາ​ເມ​ລິ​ກາ​ຂອງ ທ່ານນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe ​ໂດຍ​ອີງ​​ໃສ່​ບັນດາ​ສັນຍານ​ທີ່​ຕັ້ງໜ້າ​ໂດຍ​ໂຕ​ກຽວ ​ແລະ ວໍ​ຊິງ​ຕັນ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ອນ​ນີ້. ​ໃນ​ການ​ເຈລະຈາ​ທາງ​ໂທລະສັບ​ເມື່ອ​ວັນ​ທີ 13/2, ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ແລະ ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ​ໄດ້​ເປັນເອກະ​ພາບ​ກັນກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນດາ​ການ​ກະທຳ​ທີ່​ແຂງ​ກະດ້າງ​ກ່ວາ​ເພື່ອ​ຮັບ​ມື​ກັບ ສ.ປ.ປ ​ເກົາຫຼີ, ​ໃນ​ນັ້ນ​ຈະລວມທັງມະຕິ​ໃໝ່​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ລົງ​ໂທດ​ຕ້ານ​ພຽງ​ຢາງ. ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ຍັງ​ຢືນຢັນ​ຄືນ​ເລື່ອງອາ​ເມລິກາ​ຍັງ​ຄົງ​ຍຶດໝັ້ນ​​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ການ​ປ້ອງ​ກັນຊາ​ດກັບ​ຍີ​ປຸ່ນ, ລວມມີ​ການ​​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ປ້ອງ​ກັນ​ນິວ​ເຄຼຍຂອງ​ອາ​ເມ​ລິ​ກາ. ​ໃນ​ການ​ພົບ​ປະ​ຢູ່​ວໍ​ຊິງ​ຕັນ​ຄັ້ງ​ນີ້, 2 ຝ່າຍ​ຍັງ​ອາດຈະປຶກສາ​ຫາລື​ກ່ຽວ​ກັບ​ການ​ສົມທົບ​ກັນ​ຄຸ້ມ​ຄອງ​ແຫຼ່ງ​ເງິ​ນຈາກ​ບັນດາ​ຕະຫຼາດ​ການ​ເງິນ​ສາກົນ​ທີ່​ພວມ​ຖອກ​ເທ​ເຂົ້າ​ພຽງ​ຢາງຕື່ມ​ອີກ.

   ການ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ ອາ​ເມ​ລິ​ກາ-ຍີ​ປຸ່ນ ຍັງ​ໄດ້ຮັບການ​ສັງ​ເກດ​ວ່າ ຈະ​ບັນລຸ​ໄດ້​ພາຍຫຼັງ​ ການຢ້ຽມຢາມອາເມລິກາ ຂອງ ທ່ານນາຍົກ ລັດຖະມົນຕີຍີປຸ່ນ Shinzo Abe, ພາຍຫຼັງ​ຖືກ​ຢຸດ​ສະ​ງັກ​ໃນ​ສະ​ໄໝ​ອານາ​ດການ​ປົກຄອງ​ຊຸດ​ກ່ອນ​ເປັນ​ໄລຍະ​ໜຶ່ງ​. ຜູ້​ຄົນ​ທັງຫຼາຍ​ຍົງ​ຈືດີ​ວ່າ ພາຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ຕ່ຳ​ເມື່ອ​ເດືອນ 12 ປີ​ກາຍ​ນີ້, ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ​ໄດ້​ເນັ້ນ​ໜັກ​​ເຖິງ​ຈຸດ​ສຸມຍຸດ​ທະ​ສາດການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ຍີ​ປຸ່ນ​ແມ່ນ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເສດຖະກິດ. ​ແລະ ​ໃນ​ຂອບ​ເຂດ​ການຢ້ຽມຢາມ​ອາ​ເມ​ລິ​ກາ​ເມື​ອ່ກາງ​ເດືອນ 1 ຜ່ານ​ມາ​ຂອງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ​ປຸ່ນ Fumio Kishida, ອະດີດລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ຍັງ​ຢືນຢັນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເຮັດ​ໃຫ້ການ​ພົວພັນ​ແບບ​ພັນທະ​ມິດ ອາ​ເມ​ລິ​ກາ-ຍີ​ປຸ່ນ ​ໃຫ້​ເລິກ​ເຊິ່ງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ຖ້າ​ຫາກ ໂຕ​ກຽວ ​ແລະ ວໍ​ຊິງ​ຕັນ​ ຈະ​ເປັນ​ເອກະ​ພາບ​ຕໍ່ ​ຫຼັກ​ໝັ້ນ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ມາດ​ຕະການ​ລົງ​ໂທດ ສ.ປ.ປ ​ເກົາຫຼີ ຢ່າງ​ງາຍ​ດາຍ ກໍ​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ນັ້ນ, 2 ຝ່າຍ​ຍັງ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຍີ​ປຸ່ນຈະ​ເຂົ້າ​ຮ່ວມ​ຫຼື​ບໍ່​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ລະຫວ່າງ​ເຂດ​ປາຊີ​ຟິກ (TPP) ​ເພື່ອ​ຍາດ​ແຍ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ອຳນາດ​ການ​ປົກຄອງຂອງປະທານາທິບໍດີ​ອາ​ Barak Obama. ​ແຕ່​ສ​ຳລັບ​ຍີ​ປຸ່ນ, ນີ້​​ແມ່ນ​ບັນຫາ​ບໍ່​ງາຍ​ດ່າ​ຍ​ແຕ່​ຢ່າງ​ໃດ ຍ້ອນ​ວ່າ​ປະຈຸ​ບັນ, ມີ ສ.ສ ຫຼາຍ​ທ່າ​ນ ນັບ​ທັງ​ແມ່ນ​ສະມາ​ຊິກ ​ແລະ ບໍ່​ແມ່ນ​ສະມາຊິກ​ພັກ​ປະຊາທິປະ​ໄຕ​ເສລີ LDP ກຳ​ອຳນາດ ພວມ​ຄັດຄ້ານ​ສັນຍາ​ຄູ່​ຮ່ວມ​ມື​ລະຫວ່າງ​ເຂດ​ປາຊີ​ຟິກ (TPP) ຍ້ອນ​ຄວາມ​ວິຕົກ​ກັງວົນ​ວ່າ​ສັນຍາ​ນີ້​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຕະຫຼາດ​ຜະລິດ​ຕະພັນ​ກະພັນ​ເສດຍີ​ປຸ່ນ.

     ການຢ້ຽມຢາມອາເມລິກາ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ດຳລົງ​ຕຳ​ແໜ່​ງ​ເປັນນາຍົກ ລັດຖະມົນຕີຍີປຸ່ນ ຂອງ​ທ່ານShinzo Abe ​ໃນ​ສະຖານະ​ການ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ບາງ​ຢ່າງ​ນັ້ນ, ຍັງ​ຄົງ​ໄດ້​ຮັບ​ຄວາມ​ປາດ​ຖະໜາ​ວ່າ ຈະ ເຮັດ​ໃຫ້ການ​ພົວພັນ​ແບບ​ພັນທະ​ມິດ ອາ​ເມ​ລິ​ກາ-ຍີ​ປຸ່ນ​ເລິກ​ເຊິ່ງ​ກ່ວາອີກ​ ພາຍຫຼັງ​ຖືກ​ຢຸດ​ສະ​ງັກ​ໃນ​ສະ​ໄໝ​ອານາ​ດການ​ປົກຄອງ​ຊຸດ​ກ່ອນ.

   

ຕອບກັບ

ຂ່າວ/ບົດ​ອື່ນ