ຄວາມ​ສະຫງົບ​ງຽບ​ຊົ່ວຄາວ​ໃນ​ສົງຄາມ​ການ​ຄ້າ ອາ​ເມ​ລິ​ກາ - ຈີນ

(VOVWORLD) -  ພາຍຫຼັງໄລຍະເວລາທີ່ຄວາມເຄັ່ງຕຶງປິ່ນອ້ອມບັນດາຂໍ້ຕົກລົງຈັດວາງອັດຕາພາສີ, ໃນຊຸມວັນຕົ້ນເດືອນກໍລະກົດ, ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ໄດ້ເລີ່ມດໍາເນີນບັນດາການເຈລະຈາການຄ້າຄືນໃໝ່. ການກະທໍາດັ່ງກ່າວ ຖືກດໍາເນີນພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ເຫັນດີເປັນເອກະພາບຢຸດຕິການຈັດວາງອັດຕາພາສີໃສ່ສິນຄ້າຂອງກັນ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ສອງຝ່າຍເຈລະຈາກັນ. ເຖິງຢ່າງໃດກໍຕາມ, ເລື່ອງຢຸດຕິການຈັດວາງອັດຕາພາສີ ພຽງແຕ່ແມ່ນໄລຍະທີ່ສະຫງົບງຽບຊົ່ວຄາວເທົ່ານັ້ນ ຖ້າຫາກວ່າ ອາເມລິກາ - ຈີນ ບໍ່ສາມາດແກ້ໄຂບັນດາຄວາມບໍ່ລົງລອຍຕົ້ນຕໍ່ໄດ້.

ສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ ເລີ່ມເກີດຂຶ້ນກ່ອນນີ້ 01 ປີ. ໄລ່ມາຮອດປັດຈຸບັນ, ອໍານາດການປົກຄອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຈັດວາງອັດຕາພາສີເພີ່ມເຕີມສໍາລັບສິນຄ້າຂອງຈີນ ທີ່ມີມູນຄ່າ 250 ຕື້ USD, ໃນຂະນະນັ້ນ, ປັກກິ່ງ ໄດ້ໂຕ້ຕອບຄືນດ້ວຍການຈັດວາງອັດຕາພາສີໃສ່ສິນຄ້າຂອງ ອາເມລິກາ ທີ່ມີມູນຄ່າ 60 ຕື້ USD. ກ່ອນດໍາເນີນການເຈລະຈາລະຫວ່າງການນໍາສອງປະເທດ ຢູ່ນອກກອງປະຊຸມສຸດຍອດ ບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20), ຢູ່ ຍີ່ປຸ່ນ, ອາເມລິກາ ໄດ້ກ່າວເຕືອນວ່າ ຈະຈັດວາງອັດຕາພາສີເພີ່ມເຕີມ 25% ສໍາລັບສິນຄ້າຍັງເຫຼືອທັງໝົດທີ່ນໍາເຂົ້າຈາກ ຈີນ ເຊິ່ງມີມູນຄ່າປະມານ 300 ຕື້ USD, ລວມທັງ ໂທລະສັບ, ຄອມພິວເຕີ ແລະ ສິນຄ້າເສື້ອຜ້າອາພອນ.

ຄວາມ​ສະຫງົບ​ງຽບ​ຊົ່ວຄາວ​ໃນ​ສົງຄາມ​ການ​ຄ້າ ອາ​ເມ​ລິ​ກາ - ຈີນ - ảnh 1(ພາບປະກອບ) 

ຢຸດຕິຊົ່ວຄາວ, ບໍ່ແມ່ນຢຸດຕິເລີຍ

        ທີ່ການພົບປະໃນວັນທີ 29 ມິຖຸນາ, ຢູ່ນອກກອງປະຊຸມ  G20, ທ່ານປະທານາທິບໍດີ Donald Trump ໄດ້ຕົກລົງເຫັນດີໂຍະຍານບາງຂໍ້ຈໍາກັດສໍາລັບກຸ່ມບໍລິສັດໂທລະຄົມມະນາຄົມ Huawei ຂອງ ຈີນ, ໂດຍອະນຸຍາດໃຫ້ບັນດາບໍລິສັດເຕັກໂນໂລຢີ ອາເມລິກາ ສົ່ງອອກເຄື່ອງອຸປະກອນໃຫ້ແກ່ກຸ່ມບໍລິສັດນີ້ ພ້ອມທັງຈະເລື່ອນກໍານົດເວລາການຈັດວາງອັດຕາພາສີສໍາລັບ ສິນຄ້ານໍາເຂົ້າຈາກ ຈີນ ທີ່ມີມູນຄ່າ 300 ຕື້ USD.

        ເຖິງຢ່າງໃດກໍຕາມ, ທີ່ປຶກສາດ້ານການຄ້າຂອງທໍານຽບຂາວໃຫ້ຮູ້ວ່າ ນີ້ບໍ່ແມ່ນການຜ່ອນສັ້ນຜ່ອນຍາວ, ພ້ອມທັງເນັ້ນໜັກເຖິງນະໂຍບາຍຂອງ ວໍຊີງຕັນ ທີ່ກ່ຽວຂ້ອງເຖິງລະບົບ 5G ຂອງ Huawei ແມ່ນບໍ່ມີການປ່ຽນແປງ. ທຸກສິ່ງທຸກຢ່າງ ທີ່ ອາເມລິກາໄດ້ເຮັດໄປນັ້ນ ໂດຍພື້ນຖານແມ່ນອະນຸຍາດຂາຍ chip ໃຫ້ Huawei ແລະ ບັນດາຜະລິດຕະພັນເຕັກໂນໂລຢີລະດັບຕໍ່ານີ້ ບໍ່ສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງແຫ່ງຊາດ. ການຂາຍ chip ໃຫ້ Huawei ດ້ວຍຈໍານວນໜ້ອຍ ຍັງບໍ່ຮອດ 1 ຕື້ USD ຕໍ່ປີນັ້ນ, ໃນໄລຍະສັ້ນ ພຽງແຕ່ແມ່ນພາກສ່ວນໜ້ອຍໃນລະບົບບັນດາບັນຫາ. ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ບັນຫາ Huawei ພຽງແຕ່ໄດ້ຮັບການປຶກສາຫາລືໃນຕອນທ້າຍຂອງການເຈລະຈາດ້ານການຄ້າເທົ່ານັ້ນ. ສິ່ງດັ່ງກ່າວ ມີຄວາມໝາຍວ່າ ຊາຕາກໍາຂອງ Huawei ຈະຂຶ້ນກັບຂໍ້ຕົກລົງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ.

        ກ່ຽວກັບພາສີ, ວົງການນັກໄຈ້ແຍກ ຖືວ່່າ ເລື່ອງທ່ານ Donald Trump ເລື່ອນກໍານົດເວລາຈັດວາງອັດຕາພາສີ 25% ສໍາລັບສິນຄ້າຍັງເຫຼືອທັງໝົດທີ່ນໍາເຂົ້າຈາກ ຈີນ ນັ້ນ ພຽງແຕ່ມີລັກສະນະຊົ່ວຄາວເທົ່ານັ້ນ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ເລີ່ມດໍາເນີນການເຈລະຈາດ້ານການຄ້າຄືນໃໝ່. ສິ່ງດັ່ງກ່າວ ບໍ່ສາມາດຖືໄດ້ວ່າ ແມ່ນບາດກ້າວບຸກທະລຸ ແລະ ກໍບໍ່ມີຍັງຮັບປະກັນໄດ້ວ່າ ອາເມລິກາ ປ່ອຍປະຄວາມຕັ້ງໃຈຈັດວາງອັດຕາພາສີສໍາລັບສິນຄ້າຂອງຈີນ.

        ພວມໄປຖືກທິດ ແຕ່ຍັງຂາດສະຖຽນລະພາບຫຼາຍຢ່າງ

        ປັດຈຸບັນ, ອາເມລິກາ ແລະ ຈີນ ເລີ່ມກະກຽມໃຫ້ແກ່ການເຈລະຈາດ້ານການຄ້າຮອບໃໝ່ ພາຍຫຼັງການເຈລະຈາຖືກຢຸດສະງັກເມື່ອເດືອນພຶດສະພາ 2019 ຜ່ານມາ ດ້ວຍເລື່ອງ ອາເມລິກາກ່າວຫາ ຈີນ ບໍ່່ປະຕິບັດບັນດາຄໍາໝັ້ນສັນຍາດ້ານນິຕິກໍາທີ່ສໍາຄັນ ກ່ຽວກັບບັນດາບັນຫາຄືການສໍາຜັດກັບຕະຫຼາດ, ປົກປ້ອງຊັບສິນທາງປັນຍາ ແລະ ການຖ່າຍທອດເຕັກໂນໂລຢີແບບບັງຄັບ. ທ່ານ Peter Navarro  ທີ່ປຶກສາດ້ານການຄ້າຂອງທໍານຽບຂາວ ໃຫ້ຮູ້ວ່າ ພວມມີການຜັນແປຢ່າງຕັ້ງໜ້າໃນການເຈລະຈາດ້ານການຄ້າຮອບໃໝ່ລະຫວ່າງປະເທດນີ້ ກັບ ຈີນ. ເຖິງຢ່າງໃດກໍຕາມ, ການເຈລະຈາຮອບນີ້ ແມ່່ນຫຍຸ້ງຍາກທີ່ສຸດ ແລະ ຍັງຍາວໄກ ຈຶ່ງບັນລຸໄດ້ຂໍ້ຕົກລົງດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດແຖວໜ້າໂລກ. ທີ່ປຶກສາດ້ານການຄ້າຂອງທໍານຽບຂາວ ຖືວ່າ ແມ່່ນມີທັດສະນະແຂງກະດ້າງກ່ຽວກັບການຄ້າ ກັບ ຈີນ ແລະ ເນັ້ນໜັກວ່າ ວິວັດການເຈລະຈາຈະຕ້ອງໃຊ້ເວລາຫຼາຍກວ່ານີ້ອີກ ເພາະວ່າ ວໍຊີງຕັນ ຢາກບັນລຸໄດ້ຂໍ້ຕົກລົງທີ່ເໝາະສົມ. ໃນຂະນະນັ້ນ, ວັນທີ 01 ກໍລະກົດ ທ່ານປະທານາທິບໍດີ Donald Trump ກໍຢັ້ງຢືນວ່າ ຈີນ ໄດ້ ຮັບຜົນປະໂຫຍດຢ່າງຫຼວງຫຼາຍ ຈາກການພົວພັນດ້ານການຄ້າ ກັບ ອາເມລິກາ ໃນຫຼາຍປີຜ່ານມາ ສະນັ້ນ ບໍ່ຕ້ອງມີ້ຂໍ້ຕົກລົງທີ່ມີຄວາມດຸ່ນດ່ຽງກໍ່ໄດ້. ມັນຕ້ອງແມ່ນຂໍ້ຕົກລົງທີ່ມີທ່າໄດ້ປຽບຫງ່ຽງໄປຫາຝ່າຍ ອາເມລິກາ.

        ບັນດາຄຳເຫັນຂອງວົງການເຈົ້າໜ້າທີ່ອາເມລິກາ ກໍ່ຄືການເບິ່່ງວິວັດທະນາການເຈລະຈາກ່ອນນັ້ນ ໂດຍຊີ້ໃຫ້ເຫັນວ່າ: ທັງອາເມລິກາ ແລະ ຈີນ ຍັງບໍທັນມີສັນຍານປະນີປະນອມໃນບັນດາບັນຫາຫຼັກແຫຼ່ງຢ່າງແທ້ຈິງເທື່ອ. ໂດຍບໍ່ຫົວຊາຕໍ່ບັນດາຄຳຖະແຫຼງທີ່ເຕັມໄປດ້ວຍຄວາມປະເອີບໃຈຂອງທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin ກ່ອນດໍາເນີນກອງປະຊຸມ G20 ວ່າ: ການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາ-ຈີນ ໄດ້ປະສົບຜົນສຳເລັດເຖິງ 90% ແລ້ວແຕ່ເລື່ອງແກ້ໄຂ 10% ທີ່ຍັງເຫຼືອ ຍັງຄົງແມ່ນບັນຫາຍາກທີ່ສຸດ. ການເຈລະຈາຄັ້ງກ່ອນຖືກລົ້ມເຫຼວກໍ່ຍ້ອນວ່າ ບໍ່ສາມາດແກ້ໄຂໄດ້ 10% ທີ່ມີລັກສະນະຕັດສິນນີ້, ໃນນັ້ນ ລວມມີຄຳຮຽກຮ້ອງໃຫ້ຝ່າຍຈີນ ຫລຸດຜ່ອນການໜູນຊ່ວຍຂະແໜງວິຊາຊີບ, ຢຸດຕິການກະທຳທີ່ຝ່າຍອາເມລິກາ ກ່າວຫາວ່າ ລະເມີດສິດຊັບສິນທາງປັນຍາ… ແຕ່ຄວາມຫຍຸ້ງຍາກທີ່ສຸດນັ້ນແມ່ນກົນໄກການປະຕິບັດ ແລະ ຕິດຕາມກວດກາຂໍ້ຕົກລົງ ຍ້ອນວ່າສິ່ງດັ່ງກ່າວມີການກ່ຽວຂ້ອງເຖິງບັນຫາ ອະທິປະໄຕຂອງຈີນ. ເລື່ອງອາເມລິກາ-ຈີນ ຢຸດຕິການຈັດວາງພາສີໃໝ່ຊົ່ວຄາວ ແລະ ກັບຄືນສູ່ການເຈລະຈາ ພຽງແຕ່ຊ່ວຍບັນດາຕະຫຼາດ ແລະ ນັກລົງທຶນ ມີໄລຍະເວລາທີ່ສະດວກສະບາຍຊົ່ວຄາວເທົ່ານັ້ນ ກໍ່ຄືໄດ້ຜ່ອນຄາຍໄພນາບຂູ່ ຊື່ງປະຈຸບັນພວມປົກຄຸມໄປທົ່ວພື້ນຖານເສດຖະກິດທົ່ວໂລກ. ຄວາມຫຍຸ້ງຍາກລໍາບາກ ໃນການເຈລະຈາ ຍັງຄົງລໍຖ້າການກະທຳຂອງສອງຝ່າຍໃນພາຍພາກໜ້າ ແລະ ຍັງບໍ່ທັນມີຫຍັງຮັບປະກັນໄດ້ວ່າ ຈະບັນລຸໄດ້ຂໍ້ຕົກລົງວ່າດ້ວຍການຄ້ານີ້.

ຕອບກັບ

ຂ່າວ/ບົດ​ອື່ນ