ຄວາມສາມັກຄີ ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບບັນດາປະເທດອາເມລິກາລາຕີນ

(vovworld)- ທ່ານ Nguyen Phu Trong ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ພວມ​​ເດີນທາງ​ຢ້ຽມຢາມສັນຖະວະ​ໄມຕີ ສາທາລະນະ​ລັດ ກູ​ບາ​ຢ່າງ​ເປັນ​ທາງ​ການ ​ແລະ ຢ້ຽມຢາມ​ທາງ​ລັດຖະກິດ​ປະ​ເທດ ສາທາລະນະ​ລັດ​ສະຫະພັນ ບຣາຊີ​ນ. ຊຶ່ງ​ແມ່ນ​ສອງ​ໃນ​ຈຳນວນ​ບັນດາ​ປະ​ເທດ      ອາ​ເມ​ລິ​ກາ​ລາ​ຕີນ ທີ່ມີ​ສາຍ​ພົວພັນ​ເປັນ​ມູນ​ເຊື້ອ, ມິດຕະພາບ​ທີ່​ມີມາ​ແຕ່​ດົນ​ນານ​ ກັບ ຫວຽດນາມ, ການ​ຢ້ຽມຢາມ​ຂອງ​ຜູ້ນຳ​ຫນ້າພັກ​ກອມ​ມູນິດ ຫວຽດນາມ ​ແມ່ນ​ແນ​ໃສ່​ສົ່ງ​ສານ​ສູງ​ສູດ​ຂອງ ຫວຽດນາມ ກ່ຽວ​ກັບ​ຄວາມ​ສາມັກ​ຄີ, ມິດຕະພາບ, ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຂະ​ບວນການ​ຝ່າຍ​ຊ້າຍ ອາ​ເມ​ລິ​ກາ​ລາຕີ​ນ​ ​ໃນ​ວິວັດ​ການ​ເປັນ​ເຈົ້າການ​ເຊື່ອມ​ໂຍງ​ກັບ​ສາກົນ​ຂອງ ຫວຽດນາມ. ​

ຄວາມສາມັກຄີ ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບບັນດາປະເທດອາເມລິກາລາຕີນ - ảnh 1
ນະຄອນຫລວງ ລາຮາວານ ປະເທດ ກູບາ
ພາບ:internet


​        ໃນ​ການ​ພົວພັນກັບ​ຫວຽດນາມ, ປະຊາຊົນ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕີນ ​ເວົ້າ​ລວມ ​ແລະ ກູ​ບາ, ບຣາຊີ​ນ ​ເວົ້າ​ສະ​ເພາະ ຍາມ​ໃດ​ກໍ​ສະ​ຫງວນອາລົມ​ຈິດ​ອັນ​ດີງາມ ​ແລະ ​ເລິກ​ເຊິ່ງ​ໃຫ້​ແກ່ ຫວຽດນາມ, ​ເຄົາ​ລົບ​ນັບຖື  ຫວຽດນາມ ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ປ່ຽນ​ແປງ​ໃຫມ່, ພັດທະນາ​ປະ​ເທດ​ຊາດ.

        ກ່ອນ​ນີ້ 52 ປີ, ກູ​ບາ ​ແມ່ນ​ປະ​ເທດ​ທຳ​ອິດ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ເຄິ່ງຫນ່ວຍ​ໂລກ​ໄດ້ສ້າງສາ​ຍພົວພັນ​ທາງ​ການ​ທູດ​ກັບ ຫວຽດນາມ​ຢ່າ​ງ​ເປັນ​ທາງ​ການ. ນັບ​ແຕ່​ນັ້ນ​ມາ, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ. ກູ​ບາ ​ແມ່ນ​ປະ​ເທດ​ນຳ​ຫນ້າ​ໃນ​ຂະ​ບວນການ​ປະຊາ​ຊົນ​ໂລກ​ສະຫນັບສະຫນູນ​ການ​ຕໍ່ສູ້​ເພື່ອ​ເອກະລາດ, ​ເສ​ລີ​ພາບ ​ແລະ ຄວາມ​ເປັນ​ເອກະພາບແຫ່ງ​ຊາດ​ກ່ອນ​ນີ້ ກໍ​ຄື​ໃນ​ການ​ສ້າງສາ​ປະ​ເທດ​ຫວຽດນາມ ​ໃນ​ປະຈຸ​ບັນ. ການ​ພົວພັນ​ບໍ​ລິ​ສຸດ​ຜຸດ​ຜ່ອງ ​ແລະ ສະຫນິດ​ຕິດ​ພັນ ລະຫວ່າງ ຫວຽດນາມ ​ແລະ ກູ​ບາ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ພັດທະນາ​ຢ່າງ​ແຂງ​ແຮງ​​ໃນ​ທຸກ​ດ້ານກໍ​ຄື ​ໄດ້​ຮັບ​ການ​ຫລໍ່​ຫລອມ ​ແລະ ທົດ​ສອບ​​ໃນຈຸດ​ເວລາ​ທີ່​ປະສົບ​ກັບ​ຄວາມຫຍຸ້ງຍາກທີ່​ສຸດ​ໃນ​ພາລະກິດ​ປະຕິວັດ​ຂອງ​ແຕ່ລະ​ປະ​ເທດ. ທ່ານ Fredesman Turro Gonzales ​ເອກ​ອັກຄະ​ລັດຖະທູດ ກູ​ບາ ປະຈຳ ຫວຽດນາມ ​ໄດ້​ຢືນຢັນ​ວ່າ:

        “ ​ໃນ​ການ​ຕໍ່ສູ້ອັນດຸ​ເດືອດ​​ເພື່ອ​ອຸດົມ​ຄະຕິ ​ແລະ ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ລວມຂອງ​ທັງສອງ​ຊາດ ​ໄດ້​ສ້າງ​ເປັນສາຍພົວພັນ​ອັນ​ດີງາມລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ກູ​ບາ. ກູ​ບາ ຍາມ​ໃດ​ກໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ການ​ຊ່ວຍ​ເຫລືອ ຊຶ່ງ​ຫວຽດນາມ ​ສະຫງວນ​ໃຫ້​ແກ່ ກູ​ບາ ​ໃນ​ຕະຫລອດ​ຊຸມ​​ເດືອນປີ​ທີ່ຫຍຸ້ງຍາກ ​ແລະ ພວກ​ຂ້າພະ​ເຈົ້າ​ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ເພ່ືອ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງສອງ​ຊາດ.”

        ສຳລັບ ບຣາຊີ​ນ, ​ເຖິງ​ວ່າ ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບຣາຊີ​ນ ພຽງ​ຜ່ານ​​ໄລຍະສອງ​ທົດ​ສະ​ວັດ​​ເທົ່າ​ນັ້ນ ​ແຕ່​ສາຍ​ພົວພັນ​ນີ້​ນັບ​ມື້​ນັບ​ພັດທະນາ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ຂັ້ນ​ລັດຖະມົນຕີ​ຫລາຍ​ຄະນະ ​ແລະ ບັນດາ​ໝາກຜົນ​ແຫ່ງ​ການ​ຢ້ຽມຢາມ​ຄັ້ງ​ຕ່າງໆ​ນັ້ນ ​ໄດ້ປະກອບສ່ວນ​ຍົກ​​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່, ​ໃນ​ນັ້ນ​ເປັນ​ຫນ້າ​ສົນ​ໃຈ​ທີ່​ສຸດ​ແມ່ນ​ຖະ​ແຫລ​ງການ​ຮ່ວມ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ຢ້ຽມຢາມ ບຣາຊີ​ນ ຂອງ​ທ່ານ​ Nong Duc Manh ອະ​ດີດເລຂາ​ທິກ​ານ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ​ເມື່ອ​ປີ 2007, ສອງ​ປະ​ເທດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຍອດ​ວົງ​​ເງິນ​ການ​ຄ້າ​ສອງ​ສົ້ນ​ໄດ້​ເພີ່ມ​ຂຶ້ນ​​ໃນ​ແຕ່ລະ​ປີ, ປີ 2011 ບັນລຸ​ກວ່າ 1,5 ຕື້ USD, ​ເພີ່ມ​ຂຶ້ນ​ປະມານ 150% ​ເມື່ອ​ທຽບ​ໃສ່​​ປີ 2010. ​ເປັນ​ຫນ້າ​ສົນ​ໃຈ​ນັ້ນ​ແມ່ນ ​​​ໃນໄລຍະ​ມໍ່ໆ​ມາ​ນີ້ ບຣາຊີ​ນ ​ໄດ້​ນຳ​ ຫວຽດນາມ ຫລຸດ​ພົ້ນອອກ​ຈາກບັນຊີ​ລາຍ​ຊື່ບັນດາ​ປະ​ເທດ​ຖືກ​ສືບສວນ​ກ່ຽວ​ກັບ​ການ​ຂາຍ​ເກີບ​ຫນັງບຸບ​ລາ​ຄາ​, ຮັບ​ຮອງ​ເອົາ​ບັນຊີ​ລາຍ​ຊື່ ວິ​ສາ​ຫະກິດຫວຽດນາມ  74​ ​ແຫ່ງທີ່​ບັນລຸ​ມາດ​ຕະຖານການ​ສົ່ງ​ອອກ​ສິນ​ໃນນ້ຳຢ່າງ​ພຽງພໍ ​ເພື່ອ​ສ່ົງ​ໄປ​ຂາຍ​ຢູ່​ຕະຫລາດ ບຣາຊີ​ນ ​ແລະ ປະ​ຈຸ​ບັນ ຫວຽດນາມ ​ແມ່ນ​ປະ​ເທດ ຢືນ​ອັນ​ດັບ​ທີ 6 ​ໃນ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​​ເຂົ້າປະ​ເທດ​ນີ້. ສອງ​ປະ​ເທດ​ກໍ​ແລກປ່ຽນ​​ຄວາມ​ສາມາດ​​ຮ່ວມ​ມື​ໃນ​ຂົງ​ເຂດ​ຈຳ​ນວນ​ຫນຶ່ງ​ຄື: ຜະລິດ ​ແລະ ນຳ​ໃຊ້ etanol, ຜະລິດ​​ເຫລັກ​ກ້າ, ຜະລິດ​ກົນ​ຈັກ, ກະສິກຳ. ທ່ານ Nguyen Thac Dinh ຮອງ​ປະທານ​ສະມາ​ຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ ບຣາຊີ​ນ, ອະດີດ​​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ບຣາຊີ​ນ ຖື​ວ່າ:

        “ປະຈຸ​ບັນ ການພົວພັນ​ຮ່ວມ​ມື​​ລະຫວ່າງ​ສອງ​ປະ​ເທດພັດທະນາ​ທີ່​ສຸດ. ຕົວຢ່າງ​ຄື: ກ່ຽວ​ກັບ​ດ້ານ​ການ​ຄ້າ, ຫວຽດນາມ ນຳ​ເຂົ້າ​​ວັດ​ຖຸດິບ​ເຄື່ອງ​ເຟີນີ​ເຈີ, ​ເຄື່ອງ​ຜະລິດ​ດ້ວຍ​ຫນັງ​ຈາກ ບຣາຊີ​ນເປັນ​ຕົ້ນຕໍ,​ ສ່ວນ ບຣາຊີ​ນ ​ແມ່ນ​ນຳ​ເຂົ້າ​ບັນດາ​ປະ​ເພດ​ສິນຄ້າ​ສິນ​ໃນ​ນ້ຳ, ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຈາກ ຫວຽດນາມ. ສອງ​ປະ​ເທດ​ມີ​ຈຸດ​ຄ້າຍຄື​ກັນ​ຫລາຍ​ຢ່າງ, ພິ​ເສດ ທັງ​ສອງ​ປະ​ເທດ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ຜະລິດ​ກາ​ເຟ ອັນ​ດັບ​ຫນຶ່ງຢູ່​ໃນ​ໂລກ.​ ສອງ​ຝ່າຍ​ພະຍາຍາມ​ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ປົກ​ປັກ​ຮັກສາ​ສິດຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ສົ່ງ​ອອກ​ກາ​ເຟ. ”

        ​ໃນ​ສະພາບ​ການ ທີ່ບຣາຊີ​ນ ພວມ​​​ຊອກຮູ້​ຮູບ​ແບບ​ພັດທະນາ      ​ເສ​ດຖະກິດ​ສັງຄົມ ​ເພື່ອ​ແທນ​ໃຫ້​ຮູບ​ແບບ​ເສລີ​ໃຫມ່ນັ້ນ ​​ການ​ຢ້ຽມຢາມ    ບຣາຊີ​ນ ຄັ້ງ​ນີ້​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່ Nguyen Phu Trong, ຈະ​ເຕື້ອງ​ເຖິງບົດຮຽນ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ການ​ຕະຫລາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ຂອງ ຫວຽດນາມ. ​ ທ່ານ Nguyen Thac Dinh ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ປະຈຸ​ບັນ, ລັດຖະບານ ບຣາຊີ​ນ ​​ໂດຍ​ແມ່ນ​ພັກ​ຝ່າຍ​ຊ້າຍ​ຮັບຜິດຊອບ ນັ້ນ​ແມ່ນ​ພັກ​ແຮງ​ງານ​ນຳພາ. ​ບາຣາຊີ​ນ ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ​ແລະ ​ເຄົາ​ລົບ​ນັບຖື ຫວຽດນາມ ​ໃນ​ວິວັດ​ການ​ຕໍ່​ສູ​້ຍາດ​ເອົາ​ເອກະລາດ ​ແລະ ກ້າວ​ຂຶ້ນ​ກໍ່ສ້າງສັງຄົມ​ນິຍົມ. ປະຈຸ​ບັນ, ບາຣາຊີ​ນ ກໍ​ມີ​ຄວາມ​ເຄົາລົບນັບຖື ຫວຽດນາມ ກ່ຽວ​ກັບບັນດາ​ຜົນງານ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່​ທາງ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ ​ແລະ ​ເນັ້ນ​ຫນັກ​ວ່າ: ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ​ການ​ຕະຫລາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ ຂອງ​ຫວຽດນາມ ​ແມ່ນ​ບັນຫາ​ທີ່​ຄວນຮ່ຳຮຽນ​ເອົາ​ບົດຮຽນ, ສະ​ນັ້ນ ບຣາຊີ​ນ ​ເຫັນ​ວ່າ ມີ​ກາລະ​​ໂອກາດ​ຫລາຍ​ຢ່າງ​ເພື່ອ​ພ້ອມ​ກັນ​ຮ່ວມ​ມື​ກັບ​ຫວຽດນາມ.”

ຄວາມສາມັກຄີ ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບບັນດາປະເທດອາເມລິກາລາຕີນ - ảnh 2
ທ່ານນາງປະທານາທິບໍ ບຣາຊີນ    Dilma Rousseff
ພາບ:phunuonline.vn


        ການ​ຢ້ຽມຢາມ ກູ​ບາ ​ແລະ ບຣາຊີ​ນ ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ​ຫວຽດນາມ Nguyen Phu Trong ​ແນ່​ນ່ອນວ່າ​ຈະ​​ເປັນ​ການຮັດ​ແຫນ້ນ​ສາຍ​ພົວພັນ​ຄວາມ​ສາມັກ​ຄີ​ທ່ີ​ເປັນ​ມູນ​ເຊື້ອ, ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການຮ່ວມ​ມື ກັບ ກູ​ບາ ​ແລະ ບຣາຊີ​ນ ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ​ກວ່າອີກ. ສຳລັບ ກູ​ບາ, ຈຸດ​ສຸ​ມ​ນັ້ນ​ແມ່ນ ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ, ຊຸກຍູ້​ບັນດາ​ມາດ​ຕະການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ການ​ຄ້າ ​ເພື່ອ​ເພີ່ມ​ລັກ​ສະ​ນະ​ປະສິດທິ​ຜົນ ​ແລະ ໝັ້ນຄົງ, ສອດ​ຄອ່ງກັບ​ເງື່ອ​ນ​ໄຂ​ໃຫມ່ ​ແລະ ຜົນ​ປະ​ໂຫຍດຂອງ​ແຕ່ລະ​ປະ​ເທດ. ສຳລັບ    ບຣາຊີ​ນ ການ​ຢ້ຽມຢາມ ​ແມ່ນ​ຢືນຢັນ ​ແລະ ຊຸກຍູ້​ການຫັນ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້ປະກົດ​ຜົນ​ເປັນ​ຈິງ ​ແລະ ຊຸກຍູ້​ເລື່ອງ​ລົງ​ນາມ​ໃນ​ບັນດາ​ສັນຍາ​ແມ່​ເພື່ອ​ສ້າງ​ກອບ​ກົດໝາຍ ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ບົນ​ພື້ນຖານ​ທ່າ​​ແຮງ​ຂອງ​ກັນ. ການ​ຢ້ຽມຢາມ​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້ ຫວຽດນາມ ສະ​ແດງ       ​ກາ​ນສະຫນັບສະຫນູນ, ຄວາມ​ສາມັກຄີ​ຂອງ ຫວຽດນາມ ກັບ​ບັນດາ​ກຳລັງ​ຝ່າຍ​ຊ້າຍ, ກ້າວຫນ້າ​ຢູ່​ສອງ​ປະ​ເທດ, ພ້ອມ​ກັນ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ເສັ້ນທາງ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ, ປະກອບສ່ວນ​ກໍ່ສ້າງ​ພາລະກິດ​ປະຕິວັດ​ຢູ່​ແຕ່ລະ​ປະ​ເທດ​​ສຳ​ເລັດ​ຜົນ.

​ແອ​ງຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ