ຄ​ວາມ​ສາ​ມັກ​ຄີ​ສາ​ກົນ​ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ກ​ານພັດ​ທະ​ນາແບບ​ຍືນ​ຍົງ

(VOVWORLD) -ກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ຖືກໄຂຂຶ້ນໃນວັນທີ 22 ພະຈິກຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນ 200 ທ່ານ, ໃນນັ້ນມີແຂກຖືກເຊີນປະມານ 100 ທ່ານທີ່ມາຈາກ 49 ເທດ ແລະ ເຂແຄວ້ເຊິ່ງເປັນສະມາຊິກຂອງບັນດາອົງການສະມາຊິກຂອງສະພາສັນຕິພາບໂລກນີ້ແມ່ນເຫດການທີ່ມີຄວາມໝາຍຄວາມສຳຄັນປະກອບສ່ວນຍົກສູງບົດບາດທີ່ຕັ້ງຂອງ ຫວຽດນາມສະແດງໃຫ້ເຫັນການປະກອບສ່ວນຢ່າງຕັ້ໜ້າ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບຂອງຫວຽດນາມ ໃນວຽກງານການເຄື່ອນໄຫວຂອງສະພາສັນຕິພາບໂລກ ເວົ້າສະເພາະ ແລະ ຂະບວນການສັນຕິພາບໂລກ ເວົ້າລວມ.

ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນມາເປັນເວລາ 70 ປີ, ສະພາສັນຕິພາບໂລກ ຍາມໃດກໍຮັກສາເປົ້າໝາຍທີ່ເປັນຄະຕິທຳຂອງຕົນ: ນັ້ນແມ່ນ ຊຸກຍູ້ການສ້າງສັນຕິພາບເພື່ອທຸກຄົນ, ຕໍ່ສູ້ ແລະ ສະໜັບສະໜູນຄວາມສາມັກຄີກັບປະຊາຊົນບັນດາປະເທດໃນໂລກເພື່ອສັນຕິພາບ, ຍຸຕິທຳ, ເອກະລາດຂອງຊາດ ແລະ ອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ. ດ້ວຍຈຸດປະສົງນີ້, ສະພາສັນຕິພາບໂລກ ຍາມໃດກໍເປັນບ່ອນເພີ່ງພາອາໄສໃຫ້ແກ່ຂະບວນການກ້າວໜ້າເພື່ອສັນຕິພາບໃນໂລກ.

ຄ​ວາມ​ສາ​ມັກ​ຄີ​ສາ​ກົນ​ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ກ​ານພັດ​ທະ​ນາແບບ​ຍືນ​ຍົງ - ảnh 1ທ່ານ ອວງຈູລືວ, ປະທານຄະນະກຳມະການສັນຕິພາບ ຫວຽດນາມ (ພາບ: TTXVN)

ຫວຽດນາມ ຮ່ວມເດີນທາງພ້ອມກັບສະພາສັນຕິພາບໂລກຕະຫຼອດໄລຍະ 7 ກວ່າທົດສະວັດ

ສະພາສັນຕິພາບໂລກ ແລະ ຫວຽດນາມ ມີສາຍພົວພັນປະຫວັດສາດແບບພິເສດ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ເຂົ້າຮ່ວມການສ້າງຕັ້ງສະພາສັນຕິພາບໂລກເມື່ອປີ 1949. ກວ່າ 7 ທົດສະວັດຜ່ານມາ, ສະພາສັນຕິພາບໂລກຍາມໃດກໍຮ່ວມເດີນທາງກັບ ຫວຽດນາມ, ສາມັກຄີ ແລະ ສະໜັບສະໜູນ ຫວຽດນາມ ໃນທຸກໄລຍະປະຫວັດສາດ, ນັບແຕ່ການຕໍ່ສູ້ເພື່ອສັນຕິພາບ, ເອກະລາດຂອງຊາດ, ເອກະພາບ ແລະ ຜືນແຜນດິນອັນຄົບຖ້ວນ, ຕະຫຼອດຮອດຂະບວນວິວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນທຸກວັນນີ້. ຫວຽດນາມ ຍາມໃດກໍເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສະພາສັນຕິພາບໂລກ. ນີ້ແມ່ນເຫດຜົນທີ່ສະພາສັນຕິພາບໂລກໄດ້ຄັດເລືອກຈັດກອງປະຊຸມໃຫຍ່ຄັ້ງທີ 22 ຢູ່ ຫວຽດນາມ. ທ່ານ ອວງຈູລືວ, ປະທານຄະນະກຳມະການສັນຕິພາບ ຫວຽດນາມ, ຢັ້ງຢືນວ່າ:

ການເຂົ້າຮ່ວມຂອງ ຫວຽດນາມ ເຂົ້າໃນການເຄື່ອນໄຫວຂອງສະພາສັນຕິພາບໂລກ ໄດ້ຮັບການຮັບຮູ້ຈາກເພື່ອນມິດສາກົນ ແລະ ບັນດາສະມາຊິກໃນສະພາ. ທີສອງແມ່ນ, ຫວຽດນາມ ແມ່ນປະເທດທີ່ສະຫງົບ, ມີສະຖຽນລະພາບ, ພວມຢູ່ໃນໄລຍະແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ. ປະຊາຊົນ ຫວຽດນາມ ມີມູນເຊື້ຮັກຊາດ, ຮັກແພງແຂກຄົນ, ຮັກຫອມສັນຕິພາບ ແລະ ເປັນມິດສະໜິດສະໜົມ, ເປັນຈິໜຶ່ງໃຈດຽວ ແລະ ມີນ້ຳໃຈເມດຕາປານີ”.

ສອງກວ່າປີທີ່ຜ່ານມາ, ເມື່ອໂລກຕົກເຂົ້າສູ່ສະພາບວິກິດການ, ຊຸດໂຊມ, ແຕ່ ຫວຽດນາມ ຍັງບັນລຸໄດ້ຜົນງານທີ່ຕັ້ງໜ້າທີ່ສຸດໃນການພັດທະນາເສດຖະກິດ - ສັງຄົມ. ນັ້ນແມ່ນປັດໄຈທີ່ເຮັດໃຫ້ບັນດາປະເທດສະມາຊິກໃນສະພາສັນຕິພາບໂລກເຫັນວ່າ ຫວຽດນາມ ແມ່ນສະຖານທີ່ເໝາະສົມເພື່ອຈັດກອງປະຊຸມໃຫຍ່ຄັ້ງນີ້.

ຄ​ວາມ​ສາ​ມັກ​ຄີ​ສາ​ກົນ​ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ກ​ານພັດ​ທະ​ນາແບບ​ຍືນ​ຍົງ - ảnh 2ນາຍທະຫານ ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບຂອງ ສປຊ ເມື່ອເດືອນ ເມສາ 2022 (ພາບ: TTXVN)

ຫວຽດນາມ ສົ່ງສານກ່ຽວກັບຄຸນຄ່າແຫ່ງສັນຕິພາບ ແລະ ຄວາມສາມັກຄີສາກົນ

ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນທີ່ຕັ້ງ, ບົດບາດເປັນສະມາຊິກໄດ້ສ້າງຕັ້ງສະພາສັນຕິພາບໂລກ, ພ້ອມທັງເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການເຂົ້າໃນການເຄື່ອນໄຫວຕ່າງໆຂອງສະພາ. ພົ້ນເດັ່ນແມ່ນ ຕອບສະໜອງຄວາມຮຽກຮ້ອງ Stockholm ກ່ຽວກັບການຫ້າມນ້ຳໃຊ້ອາວຸດນິວເຄຼຍ; ຕັ້ງໜ້າເຂົ້າຮ່ວມເວທີປາໄສຕ້ານອາວຸດນິວເຄຼຍຂອງສະພາສັນຕິພາບໂລກ… ປີ 2017, ຄະນະກຳມະການສັນຕິພາບ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານສະພາສັນຕິພາບໂລກຢູ່ ຮ່າໂນ້ຍ. ຫວຽດນາມ ກໍເປັນກຽດ ເມື່ອສະພາສັນຕິພາບໂລກໄດ້ສ້າງຕັ້ງລາງວັນ ໂຮ່ຈີມິນ ເພື່ອມອບໃຫ້ບຸກຄົນທີ່ເຄື່ອນໄຫວເພື່ອສັນຕິພາບ, ນັກຮົບສັນຕິພາບ. ສິ່ງດັ່ງກ່າວໄດ້ຢັ້ງຢືນສຽງເວົ້າ, ບົດບາດ, ຄວາມໄວ້ວາງໃຈຂອງ ຫວຽດນາມ, ຂອງຄະນະກຳມະການສັນຕິພາບ ຫວຽດນາມ ທີ່ມີຕໍ່ກັບສະພາສັນຕິພາບໂລກ.

ການຈັດກອງປະຊຸມໃຫຍ່ສະພາສັນຕິພາບໂລກຄັ້ງນີ້ ແມ່ນຄວາມຮັບຜິດຊອບ, ແຕ່ກໍແມ່ນຄວາມເປັນກຽດຢ່າງຍິ່ງຂອງ ຫວຽດນາມ, ແມ່ນໂອກາດເພື່ອໃຫ້ ຫວຽດນາມ ແນະນຳສູ່ເພື່ອນມິດສາກົນໄດ້ຮັບຮູ້ກ່ຽວກັບປະຫວັດສາດ, ມູນເຊື້ອຕໍ່ສູ້, ປົກປັກຮັກສາເອກະລາດ, ອິດສະຫຼະພາບຂອງຊາດ, ການຕໍ່ສູ້ປົດປ່ອຍຊາດ, ກໍຄືກ່ຽວກັບຜົນງານແຫ່ງການປ່ຽນແປງໃໝ່ປະເທດຊາດ. ທ່ານປະທານຄະນະກຳມະການສັນຕິພາບ ຫວຽດນາມ ອວງຈູລືວ ເນັ້ນໜັກວ່າ:

ຜ່ານກອງປະຊຸມໃຫຍ່ຄັ້ງນີ້, ພວກເຮົາຢາກຝາກເຖິງເພື່ອນມິດສາກົນສານ ແລະ ພາບພົດຂອງ ຫວຽດນາມ, ໂດຍສະເພາະແມ່ນໃນໄລຍະແຫ່ງການປ່ຽນແປງໃໝ່ໃນປັດຈຸບັນ, ກ່ຽວກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດພາບ, ການປະສ່ວນຂອງ ຫວຽດນາມ ເຂົ້າໃນການສ້າງສັຕິພາບໂລກ. ນີ້ກໍແມ່ນໂອກາດເພື່ອໂຄສະນາເຜີຍແຜ່, ຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນລຸ້ນໜຸ່ມກ່ຽວກັບບົດບາດ, ຄຸນຄ່າຂອງສັນຕິພາບ, ຂະບວນວິວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ເພື່ອເຫັນໄດ້ວ່າ ຄວາມສາມັກຄີສາກົນ, ການສະໜັບສະໜູນຂອງເພື່ອນມິດສາກົນກໍແມ່ນໜຶ່ງໃນບັນດາປັດໄຈສຳຄັນ ປະກອບສ່ວນເຂົ້າໃນການຍາດເອົາໄຊຊະນະຂອງການປະຕິວັດ ຫວຽດນາມ”.

ໃນທຸກວັນນີ້, ການປົກປັກຮັກສາສັນຕິພາບ ໄດ້ເຂົ້າໃຈຕາມຄວາມໝາຍທີ່ກວ້າງກວ່ານັ້ນແມ່ນ: ສັນຕິພາບບໍ່ພຽງແຕ່ໝາຍເຖິງເລື່ອງບໍ່ມີສົງຄາມ, ຫາກລວມທັງບັນຫາກ່ຽວກັບການພັດທະນາ, ສິ່ງແວດລ້ອມ, ສິດທິມະສິດ, ຍຸຕິທຳ ແລະ ຄວາມເປັນທຳ. ຈາກຄວາມຮັບຮູ້ດັ່ງກ່າວ, ຫວຽດນາມ ໄດ້ ແລະ ກຳລັງເຂົ້າຮ່ວມຢ່າງເລິກເຊິ່ງກວ້າງຂວາງກວ່າ, ຄືກັນກັບສານຂອງກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກ 2022 ທີ່ວ່າ: ຄວາມສາມັກຄີສາກົນ, ຮ່ວມແຮງຮ່ວມໃຈກະທຳເພື່ອສັນຕິພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ