ຄວາມຫຍຸ້ງຍາກນັບມື້ນັບເພີ່ມຂຶ້ນຢູ່ ອີຢີບ

(vovworld.vn)- ຄວາມຂາດ​ສະຖຽນ​ລະ​ພາບ​ຢູ່ ອີ​ຢີບ ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້​ໄດ້​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ, ພ້ອມ​ກັບ​ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ​ຖືກ​ບາດ​ເຈັບ​ເພີ່ມ​ຂຶ້ນ​ຢູ່​ໃນ​ລະດັບ​ສະຖິຕິ​ນັ້ນ, ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​​ໂລກ​​ເກີດ​ຄວາມເປັນ​ຫ່ວງ​ກັງວົນ​ທີ່​ສຸດ. ນັ້ນ​ແມ່ນ​ຍ້ອນ​ຄວາມອ່ອນ​ດ້ອຍ​ໃນ​ການ​ຄຸ້ມ​ຄອງ​ຂອງ​ອຳນາດ​ການ​ປົກຄອງ​ດ້ານ​ການ​ທະຫານ​​ໃນ​ປະຈຸ​ບັນ, ຫຼື ຢູ່​ເບື້ອງ​ຫຼັງ​ການ​ແຫ່​ຂະ​ບວນປະ​ທ້ວງ, ການ​ໃຊ້​ຄວາມ​ຮຸນ​ແຮງ​ນີ້​ແມ່ນແຜນການ​ທີ່​ໄດ້​ວາງ​ອອກ. ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ອຳນາດ​ການ​ປົກຄອງ​ໃນ​ປະຈຸ​ບັນ​ນັບ​ມື້​ນັບ​ຫຼຸດ​ລົງ, ອັນ​ໄດ້​ເປັນ​ສັນຍານ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ຜັນ​ແປ​ບໍດີ​​ທາງ​ດ້ານ​ການ​ເມືອງ, ສັງຄົມ​ໃນ​ຊຸມ​ມືທີ່ຈະ​ມາ​ເຖິງ.

ຄວາມຫຍຸ້ງຍາກນັບມື້ນັບເພີ່ມຂຶ້ນຢູ່ ອີຢີບ - ảnh 1

ນັບ​ແຕ່​ອຳນາດ​ການ​ປົກຄອງ​ຂອງ​ອະດີດ​ປະທານາທິບໍດີ Hosni Mubarak ຖືກ​ໂຄ່ນ​ລົ້ມ, ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ, ອີ​ຢີບ​ໄດ້​ຕົກ​ເຂົ້າ​ສູ່​ສະພາບ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ການ​ຈະລາຈົນ. ​ເຊິ່ງສາຍ​ເຫດ​ຕົ້ນ​ຕໍນັ້ນ​ແມ່ນ​ການ​ຈະລາຈົນ​ຢູ່​ສະໜາມກິລາ​ເມື່ອ​ວັນ​ທີ ½ ຜ່ານ​ມາ, ​ເຮັດ​ໃຫ້ 80 ຄົນ​ເສຍ​ຊີວິດ ​ແລະ 1.000 ກວ່າ​ຄົນ​ຖືກ​ບາດ​ເຈັບ. ຫຼັງ​ຈາກ​ນັ້ນ 4 ວັນ, ປະຊາຊົນ​ຢູ່ນະຄອນຫຼວງ ຄາຍ​ໂຮ ​ແລະ​ ນະຄອນ​ອື່ນໆ ຢູ່​ປະ​ເທດ​ນີ້​ໄດ້​ລົງ​ຖະໜົນ​ແຫ່​ຂະ​ບວນປະ​ທ້ວງ ​ເພື່ອ​ຄັດຄ້ານ​ອຳນາດ​ການ​ປົກຄອງ​ດ້ານ​ການ​ທະຫານ​ໃນ​ປະຈຸ​ບັນ ບໍ່​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ ​ເພື່ອ​ນຳ​ເອົາ​ຄວາມ​ສະຫງົບ​ສຸກ​ມາ​ໃຫ້​ປະ​ເທດ​ນີ້.

ພາຍຫຼັງ​ເຫດການ​ດັ່ງກ່າວ, ຫາງ​ສຽງ​ຖື​ວ່າ, ມີ​ຫຼັກ​ຖານຫຼາຍຢ່າງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນີ້​ແມ່ນ​ການ​ຈະລາຈົນ​ທີ່​ມີ​ການຈັດ​ຕັ້ງ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ. ຕາມ ​​ເທບ​ບັນທຶກ​ພາບ​ໂດຍບັນດາ​ຕົວ​ພະຍານສະໜອງ​ໃຫ້​ແລ້ວ, ຕຳຫຼວດ​ຢູ່​​ໃນສະໜາມກິລາບໍ່​ມີ​ການ​ກະທຳ​ໃດໆ​ເພື່ອ​ແກ້​ໄຂ​ການ​ຈະລາຈົນ​. ມີ​ບາງ​ແຫຼ່ງຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີກວ່າ​ມີ​ປະມານ 600 ຄົນ​ທີ່​ຫຼົບ​ຊ້ອນຢູ່​ນອກ​ສະໜາມກິລາ PortSaid ​ໄດ້​ຮັບ​ເງິນ​ເພື່ອ​ທຳ​ລາຍການ​ແຂ່ງຂັນ​ບານ​ເຕະ. ​​ແລະ ຕຳຫຼວດ​ກໍ່​ບໍ່​​ໄດ້ທຳ​ການກວດກາ​ກອງ​ເຊຍ​ກ່ອນ​ທີ່​ເຂົ້າ​ເຈົ້າຈະ​ເຂົ້າ​ສະໜາມກິລາ..

ຄວາມ​ລະ​ແວງສົງ​​ໄສ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ມີ​ພື້ນຖານ. ກ່ອນ​ອື່ນ​ໝົດ, ​ຖ້າສັງ​ເກດ​ການ​ແຫ່​ຂະ​ບວນ​ໂຄ່ນ​ລົ້ມ​ລະບອບ​ຂອງອະດີດ​ປະທານາທິບໍດີ Hosni Mubarak ຄັ້ງ​ຕ່າງໆ ​​ເມື່ອ​ປີ​ກາຍ, ກໍ່​ສາມາດ​ເຫັນ​ໄດ້​ວ່າ​ກອງ​ເຊຍ​ຂອງ​ທິມບານ​ເຕະ​ທັງ​ສອງ​ນີ້​ແມ່ນ​ກຳລັງ​ລຸກ​ຮຶ້ຂຶ້ນ. ​ເມື່ອ​ການ​ປະຕິວັດ​ເກີດ​ຂຶ້ນ, ​ເຂົາ​ເຈົ້າ​ໄດ້​ພ້ອມ​ກັນ​ຕ້ານ​ລະບອບ​ຂາດ​ປະຊາທິປະ​ໄຕ ​ແລະ ​ເຂົາ​ເຈົ້າ​ໄດ້​ປະສົບ​ຜົນສຳ​ເລັດ ​ເມື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ​ຂອງອະດີດ​ປະທານາທິບໍດີ Hosni Mubarak ​ເມື່ອ​ເດືອນ 2/2011. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍ້ອນ​ການ​ມອບ​​ໂອນສິດ​ອຳນາດ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າຍ້ອນ​ອຳນາດ​ການ​ປົກຄອງຊົ່ວ​ຄາວ​ດ້ານ​ການ​ທະຫານ​​ໄດ້​ເຮັດ​​ໃຫ້​ເຂົາ​ເຈົ້າ​ເສຍ​ໃຈ ​ແລະ ນີ້​ແມ່ນ​ສາຍ​ເຫດ​ທີ່​ພາ​​​ໃຫ້ການ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ​ການ​ຈະລາຈົນ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ​ເພື່ອ​ຕ້ານ​ກຳລັງ​ທີ່ຄັດຄ້ານອຳນາດ​ການ​ປົກຄອງ​ດ້ານ​ການ​ທະຫານ​ນີ້, ​ແລະ ​ເຮັດ​ໃຫ້​ຊື່​ສຽງ​ຂອງ​ກອງ​ເຊຍ​ທີ່​ແຂງ​ກະດ້າງ​ນີ້​ຖືກ​ຊຸດ​ໂຊມ, ກິລາ​ໄດ້​ກາຍເປັນ​ຂໍ້​ອ້າງ ​ເພື່ອ​ໃຫ້​ສະພາ​ການ​ທະຫານ ອີ​ຢີບ ຢືນ​ຢູ່​ເບື້ອງ​ຫຼັງ ຊີ້​ນຳ​ນຳພາ​ການ​ຈະລາຈົນ​ທີ່​ນອງ​ເລືອດ​ນີ້.

ຄວາມຫຍຸ້ງຍາກນັບມື້ນັບເພີ່ມຂຶ້ນຢູ່ ອີຢີບ - ảnh 2

ເຖິງ​ວ່າ, ມາ​ຮອດ​ປະຈຸ​ບັນ, ການ​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ເລື່ອງ ການ​ຈະລາຈົນ​ຈະ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ບັນຫາ​ການ​ເມືອງ​ຫຼື​ບໍ່ນັ້ນ​ຍັງ​ບໍ່​ທັນ​ມີ​ຄຳ​ຕອບ​ກໍ່ຕາມ, ​ແຕ່​ບັນຫາ​ນີ້​ກໍ່ບໍ່​ມີ​ຄວາມ​ສຳຄັນ​ອີກ. ​ເພາະວ່າ​ບັນຫາ​ສຳຄັນ​ໃນ​ປະຈຸ​ບັນ​ນັ້ນ​ແມ່ນ​ຄວາມ​ຄຽດ​ແຄ້ນ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢູ່​ອີ​ຢີບ. ພາຍຫຼັງ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ສະໜາມກິລາ Port Said, ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາ​ທີ່​ມີ​ຕໍ່​ກຳລັງ​ຕຳຫຼວດ ​ແລະ​ ທະຫານ​ໃນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ກໍ່​ຖືກ​ຊຸດ​ໂຊມ. ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ລົງ​ຖະໜົນ​ເພື່ອ​ແຫ່​ຂະ​ບວນປະ​ທ້ວງ, ທຳ​ການ​ຈະລາຈົນ​ກັບ​ຕຳຫຼວດ, ອັນ​ໄດ້​ເຮັດ​​ໃຫ້​ນະຄອນຫຼວງ​ກາຍ​ເປັນ​ສະໜາມຮົບ​ໃນ​ຊຸມ​ມື້​ຜ່ານ​ມາ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ໄດ້​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ດ້ານ​ການ​ທະຫານ​ດຳ​ເນີນ​ການ​ເລືອກ​ຕັ້ງ​ ​ແລະ​ ມອບ​​ໂອນສິດ​ອຳນາດ​ໃຫ້​ອຳນາດ​ການ​ປົກຄອງ​ພົນລະ​ເຮືອນໂດຍ​ໄວ. ຄວາມ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່​ອີ​ຢີບ​ໃນ​ປະຈຸ​ບັນ ​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ສະພາບກໍ່ອາດ​ສະ​ຍາ​ກຳ​ເພີ່ມ​ຂຶ້ນ.

ຕໍ່ໜ້າ​ສະພາບ​ການ​​ແຫ່​ຂະ​ບວນປະ​ທ້ວງ​ພວມ​ເພີ່ມ​ຂຶ້ນ​ນັ້ນ, ປະຈຸ​ບັນ, ​ໄດ້​ມີ​ສະພາ​ພົນລະ​ເຮືອນ​ໜຶ່ງ ​ໂດຍ​ກອງທັບ​ແຕ່ງ​ຕັ້ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ຄາດ​ວ່າ​, ນັບ​ແຕ່​ວັນ​ທີ 23/2 ຈະ​ບົ່ງ​ຕົວ​ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​, ກ່ອນ​ກຳນົດ​ເວລາ 2 ​ເດືອນ​ເມື່ອ​ທຽບ​ໃສ່​ແຜນການ​ທີ່​ໄດ້​ວາງ​ອອກ​ແມ່ນ​ວັນ​ທີ 15/4. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າການ​ເລືອກ​ຕັ້ງ​ປະທານາທິບໍດີ​ອາດ​ຈະ​ດຳ​ເນີນ​ໃນ​ເດືອນ 4 ຫຼື​ເດືອນ 5, ກ່ອນ​ແຜນການ​ທີ່​ໄດ້​ວາງ​ອອກ​ແມ່ນ​ເດືອນ 6. ຕາມ​ບັນດາ​ນັກ​​ໄຈ້​ແຍກ​ແລ້ວ, ຖ້າ​ຫາກ​ວ່າ​ອຳນາດ​ການ​ປົກຄອງ​ທະຫານຊົ່ວຄາວ​ບໍ່​ມອບ​​ໂອນສິດ​ອຳນາດ​ໂດຍໄວ. ອີ​ຢີບ ຍັງ​ຈະ​​ເປັນ​ພິຍານ​ຫຼັກ​ຖານ​ການ​ປະ​ທະ​ກັນ​ຫຼາຍຄັ້ງ​.

ຕອບກັບ

ຂ່າວ/ບົດ​ອື່ນ