ຄວາມຫຍຸ້ງຍາກໃນວິວັດທະນາການເຈລະຈາການຄ້າ ອີຢູ - ອັງກິດ

(VOVWORLD) - ທ່ານ Michel Barnier ນັກເຈລະຈາຂອງ ອີຢູ ໄດ້ກ່າວຫາ ອັງກິດ ບໍ່ເຄົາລົບບັນດາມາດຕາໃນຂໍ້ຕົກລົງ “Brexit”, ພາຍຫລັງ 2 ຝ່າຍສິ້ນສຸດຮອບເຈລະຈາເທື່ອທີ 4 ໃນວັນທີ 5 ມິຖຸນາ ເຊິ່ງບໍ່ບັນລຸໄດ້ບາດກ້າວບຸກທະລຸພໍສົມຄວນ, ຍ້ອນວ່າ 2 ຝ່າຍຍັງມີຄວາມບໍ່ລົງລອຍກັນໃນ 4 ບັນຫາຕົ້ນຕໍ.

ວັນທີ 29 ມິຖຸນາ, ສະຫະພາບເອີຣົບ (ອີຢູ) ແລະ ອັງກິດ ເລີ່ມຕົ້ນດຳເນີນວິວັດທະນາການເຈລະຈາຄັ້ງໃໝ່ ໃນ 5 ອາທິດ ກ່ຽວກັບຂໍ້ກຳນົດກົດລະບຽບດ້ານການຄ້າລະຫວ່າງ 2 ຝ່າຍ ພາຍຫລັງວັນທີ 31 ທັນວາ 2020, ແມ່ນຈຸດເວລາທີ່ ອັງກິດ ຢຸດຕິຖານະເປັນສະມາຊິກໃນຕະຫລາດ ແລະ ສະຫະພັນພາສີອາກອນຂອງ ອີຢູ ຢ່າງສົມບູນ ຫຼື ຍັງເອີ້ນວ່າໄລຍະປ່ຽນຜ່ານຫລັງ Brexit. ເຖິງຢ່າງໃດກໍ່ຕາມ, ກ່ອນທີ່ດຳເນີນບັນດາກອງປະຊຸມເຈລະຈາ ໄດ້ມີສັນຍານຫລາຍຢ່າງທີ່ສະແດງໃຫ້ເຫັນວ່າ ການເຈລະຈາ ຈະປະເຊີນໜ້າກັບບັນດາສິ່ງທ້າທາຍຢ່າງໃຫຍ່ຫລວງ.

ຄວາມຫຍຸ້ງຍາກໃນວິວັດທະນາການເຈລະຈາການຄ້າ ອີຢູ - ອັງກິດ - ảnh 1ຮອບເຈລະຈາໃໝ່ຫລັງ Brexit ລະຫວ່າງ ອັງກິດ ແລະ ສະຫະພາບເອີຣົບ ຢູ່ປະເທດ ແບນຊິກ, ວັນທີ 29/06/2020. (ພາບ: AFP/TTXVN)

        ວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຖະແຫຼງວ່າ ລອນດອນ ພ້ອມແລ້ວທີ່ຈະຕັດການພົວພັນກັບສະຫະພາບ ເອີຣົບ (ອີຢູ) ແລະ ສ້າງຕັ້ງການພົວພັນ “ຕາມບັນດາເງື່ອນໄຂຄື ອົດສະຕາລີ” ຖ້າບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບອະນາຄົດການພົວພັນຂອງ 2 ຝ່າຍ. ປັດຈຸບັນ, ອົດສະຕາລີ ບໍ່ມີຂໍ້ຕົກລົງການຄ້າຮອບດ້ານກັບ ອີຢູ. ບັນດາການແລກປ່ຽນດ້ານການຄ້າລະຫວ່າງ ອີຢູ ແລະ ອົດສະຕາລີ ເກືອບທັງໝົດລ້ວນແຕ່ປະຕິບັດຕາມບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO), ເວັ້ນເສຍແຕ່ຂໍ້ຕົກລົງພິເສດບາງສະບັບທີ່ພວມມີຜົນສັກສິດສຳລັບບາງປະເພດສິນຄ້າໃດໜຶ່ງ. ສ່ວນສະຫະພາບ ເອີຣົບ ກໍ່ໄດ້ສະແດງທັດສະນະແຂງກະດ້າງ ແລະ ຈະແຈ້ງທີ່ສຸດຢ່າງຕໍ່ເນື່ອງ ຕໍ່ບັນດາກອງປະຊຸມເຈລະຈາດ້ານການຄ້າກັບ ອັງກິດ.

ທັດສະນະແບບຕັດສິນຊີ້ຂາດ

       ໃນຖະແຫຼງການວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຊີ້ແຈ້ງວ່າ “ອັງກິດ ຈະເຈລະຈາບົນຈິດໃຈສ້າງສັນ ແຕ່ຕ້ອງມີຄວາມສະເໝີພາບ ແລະ ຈະກຽມພ້ອມຢຸດຕິໄລຍະປ່ຽນຜ່ານ ແລະ ສ້າງຕັ້ງການພົວພັນຕາມບັນດາເງື່ອນໄຂຄື ອົດສະຕາລີ, ຖ້າບໍ່ບັນລຸໄດ້ຂໍ້ຕົກລົງ”.

        ວັນທີ 25 ມິຖຸນາ, ທ່ານ David Frost ຫົວໜ້າຄະນະເຈລະຈາ Brexit ຂອງ ອັງກິດ ກໍ່ຢັ້ງຢືນວ່າ ອັງກິດ ຈະບໍ່ເຫັນດີບໍ່ວ່າຂໍ້ສະເໜີໃດໆຈາກ ອີຢູ ກ່ຽວກັບເລື່ອງອະນຸຍາດໃຫ້ກຸ່ມ ອີຢູ ມີສິດສະແດງທັດສະນະຂອງຕົນຕໍ່ບັນດາການປ່ຽນແປງກ່ຽວກັບກົດໝາຍຂອງ ອັງກິດ ຫລັງ Brexit ດ້ວຍພາສີອາກອນ. ໃນສື່ສັງຄົມ Twitter ສ່ວນຕົວ, ຫົວໜ້າຄະນະເຈລະຈາ ອັງກິດ ເວົ້າວ່າ “ປະເທດ ອັງກິດ ບໍ່ອາດຢືນຢູ່ຕໍ່ໜ້າບັນດາຄວາມສ່ຽງເສດຖະກິດ ເຊິ່ງຍາກທີ່ຈະຄາດຄະເນໃນລ່ວງໜ້າໄດ້”. ພິເສດ, ໃນວັນທີ 12 ມິຖຸນາ, ອັງກິດ ໄດ້ສະແດງໃຫ້ເຫັນຫຼັກໝັ້ນຕັດສິນຊີ້ຂາດໃນບັນຫາເຈລະຈາ, ເມື່ອແຈ້ງໃຫ້ ອີຢູ ກ່ຽວກັບເລື່ອງ ຈະບໍ່ຊອກຫາວິທີຕໍ່ກຳນົດເວລາໄລຍະປ່ຽນຜ່ານ, ກົງກັນຂ້າມກັບການຄາດຄະເນທີ່ຖືວ່າ ອັງກິດ ອາດຈະສະເໜີຕໍ່ກຳນົດເວລາໄລຍະປ່ຽນຜ່ານຕື່ມອີກແຕ່ 1 – 2 ປີ ເພື່ອບັນລຸໄດ້ໝາກຜົນແຫ່ງການເຈລະຈາຢ່າງດີງາມກັບ ອີຢູ.

        ອະທິບາຍກ່ຽວກັບການກະທຳດັ່ງກ່າວຂອງ ອັງກິດ, ບາງຄຳເຫັນໄດ້ຖືວ່າ: ລອນດອນ ເຫັນໄດ້ເລື່ອງ ເຖິງວ່າມີການຕໍ່ກຳນົດເວລາໄລຍະປ່ຽນຜ່ານຕື່ມອີກ ກໍ່ຍາກປ່ຽນແປງຫຼັກໝັ້ນຂອງ ອີຢູ ໄດ້.

ຫຼັກໝັ້ນແຂງກະດ້າງຂອງ ອີຢູ

       ແລະກໍ່ໃນວັນດຽວກັນ, ພາຍຫລັງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຍົກອອກຖະແຫຼງການພ້ອມແລ້ວທີ່ຈະຕັດການພົວພັນກັບ ອີຢູ ນັ້ນ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ກ່າວເຕືອນວ່າ ອັງກິດ ຈະຕ້ອງ “ຍອມຮັບຜົນຮ້າຍ” ເມື່ອມີການພົວພັນດ້ານເສດຖະກິດອ່ອນກ່ວາ ອີຢູ ພາຍຫລັງຖອນຕົວອອກຈາກ ອີຢູ.

        ກ່ອນໜ້ານັ້ນ, ທ່ານ Michel Barnier ນັກເຈລະຈາຂອງ ອີຢູ ໄດ້ກ່າວຫາ ອັງກິດ ບໍ່ເຄົາລົບບັນດາມາດຕາໃນຂໍ້ຕົກລົງ “Brexit”, ພາຍຫລັງ 2 ຝ່າຍສິ້ນສຸດຮອບເຈລະຈາເທື່ອທີ 4 ໃນວັນທີ 5 ມິຖຸນາ ເຊິ່ງບໍ່ບັນລຸໄດ້ບາດກ້າວບຸກທະລຸພໍສົມຄວນ, ຍ້ອນວ່າ 2 ຝ່າຍຍັງມີຄວາມບໍ່ລົງລອຍກັນໃນ 4 ບັນຫາຕົ້ນຕໍ.

        ຕາມວົງການນັກໄຈ້ແຍກແລ້ວ, ກໍ່ເຊັ່ນດຽວກັນກັບບັນດາຮອບເຈລະຈາກ່ອນ ການເຈລະຈາຄັ້ງນີ້ ຍາກທີ່ຈະບັນລຸໝາກຜົນ ຍ້ອນບັນດາສິ່ງຕິດຂັດໃນປັດຈຸບັນລະຫວ່າງ 2 ຝ່າຍ ຍັງໄດ້ຮັບການຕີລາຄາວ່າ ແມ່ນຂອດຕົ້ນຕໍ ແລະ ຍາກປະນີປະນອມໄດ້, ໃນຂະນະນັ້ນ ທັງ 2 ຝ່າຍລ້ວນແຕ່ຍັງບໍ່ທັນສະແດງໃຫ້ເຫັນບໍ່ວ່າເຈດຈຳນົງຜ່ອນສັ້ນຜ່ອນຍາວໃດເທື່ອ. ກໍລະນີທີ່ບໍ່ບັນລຸໄດ້ຂໍ້ຕົກລົງຕາມການກຳນົດເວລາອາດຈະເກີດຂຶ້ນ ແລະ ໃນກໍລະນີນີ້, ອັງກິດ ໄດ້ຮັບຖືວ່າ ແມ່ນຝ່າຍຮັບຜົນຮ້າຍຫລາຍກ່ວາ. ຫວ່າງແລ້ວນີ້, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຕີລາຄາວ່າ ຂົງເຂດການຄ້າ ແລະ ຕະຫລາດວຽກເຮັດງານທຳຂອງລາຊະອານາຈັກ ອັງກິດ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກຜົນສະທ້ອນຢ່າງຫຍໍ້ທໍ້, ຖ້າ ລອນດອນ ບໍ່ອາດບັນລຸໄດ້ຂໍ້ຕົກລົງກ່ຽວກັບການພົວພັນການຄ້າກັບ ອີຢູ ໃນທ້າຍປີ 2020 ຫຼື ບໍ່ອາດຕໍ່ກຳນົກເວລາໄລຍະປ່ຽນຜ່ານ Brexit./.

ຕອບກັບ

ຂ່າວ/ບົດ​ອື່ນ