ຄວາມຫລ້າຫລັງຂອງຄຳສັ່ງຂວ້ຳບາດ

ຄວາມຫລ້າຫລັງຂອງຄຳສັ່ງຂວ້ຳບາດ - ảnh 1

ຊາວກູບາອາໄສຢູ່ຕ່າງປະເທດ ກັບຄືນເມືອຢ້ຽມຢາມບ້ານເກີດເມືອງນອນ
ພາບ:thaibinhtv.vn

(vovworld) - ວັນ​ທີ 7/2 ຜ່ານ​ມາ ​ເປັນ​ຂີດ​ໝາຍ​ແຫ່ງ​ວັນ​ອຳນາດ​ການ​ປົກຄອງ ອ​າ​ເມ​ລິ​ກາ ​ເລີ່​ມປະຕິບັດນະ​ໂຍບາຍ​ປີດ​ລ້ອມ, ຂວ້ຳ​ບາດ​ຕ້ານ​ ກູ​ຍບາ ຄົບຮອບ 50 ປີ. ພາຍຫລັງ​ເຄິ່ງສັດຕະວັດ, ຜ່ານ ປະທານາທິບໍດີ 9 ສະ​ໄຫມ​, ຄຳ​ສັ່ງ​ຂວ້ຳ​ບາດ​ນີ້ ນັບ​ມື້​ນັບ​ໄຮ້​ເຫ​ດຜົນ, ຫລ້າ​ຫລັງ ​ແລະ ສະ​ແດງ​ໃຫ້​ເຫັນ​ການ​ປະລາ​ໄຊ​ຂອງ​ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ ​ໃນ​ການ​ຕ້ານ​ຄືນ​ບັນດາການ​ປະຕິວັດ​ສັງຄົມ​ນິຍົມ​ຢູ່ ກູ​ຍບາ.

ບົດ​ລາຍ​ງານ​ຂອງ​ຫ້ອງການ​ບັນຊີ​ ລັດຖະບານ ອາ​ເມ​ລິ​ກາ (GAO) ​ໃຫ້​ຮູ້​ວ່າ: ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ ອ​າ​ເມ​ລິ​ກາ ຕໍ່​ກັບ​ກູ​ບາ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ກໍ່ຄວາມ​ເສຍ​ຫາຍ​ຢ່າງ​ຫນັກຫນ່ວງ​ທີ່​ສຸດ​ໃນ​ຈຳນວນ 20 ຄຳ​ສັ່ງ​ຂວ້ຳ​ບາດ​ຊຶ່ງ ອ​າ​ເມ​ລິ​ກາ ຈັດ​ວາງຕໍ່​ກັບ​​ປະ​ເທດຕ່າງ​ໆ. ຕາມ​ນັກ​ສັງ​ເກດ​ການ​ຫລາຍ​ທ່ານ​ແລ້ວ, ນີ້​ຍັງ​ແມ່ນ ຄຳ​ສັ່ງ​ຂວ້ຳ​ບາດ​ຮອບດ້ານ ​ແລະ ​​ແກ່​ຍາວ​ທີ່​ສຸດ​ໃນ​ປະຫວັດສາດ​ສຳລັບ​ປະ​ເທດ​ຫນຶ່ງ​ທີ​ມີ​ອະ​ທິປະ​ໄຕ. ສິ່ງ​ດັ່ງກ່າວ​ຖຶກພິສູດ​​ໃຫ້​ເຫັນ​ຜ່ານ​ຕົວ​ເລກ​ສະຖິຕິ​ລ້າ​ສຸດ​ໂດຍ​ລັດຖະບານ ກູ​ບາ ຫາ​ກໍ​ປະກາດ. ຄຳ​ສັ່ງ​ຂວ້ຳ​ບາດ​ແກ່ຍາວ​ຕະຫລອດ​ໄລຍະ 50 ປີຜ່ານມາ ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ປະມານ 975 ຕຶ້​USD ຕໍ່​ພື້ນຖານ​ເສ​ດຖະກິດ​ຂອງ​ກູ​ບາ. ນັ້ນ​ແມ່ນ​ຍັງບໍ່​ທັນ​ເວົ້າ​ເຖິງ​ເລື່ອງ, ປະຈຸ​ບັນ ກູ​ບາ ບໍ່​ມີ​ສິດ​ນຳ​ເຂົ້າສິນຄ້າ​ຈາກ ​ອາ​ເມ​ລິ​ກາ ຫລື ສົ່ງ​ສິນຄ້າ​ໄປ​ຂາຍ​ຢູ່​ອາ​ເມ​ລິ​ກາ, ບໍ່​ໄດ້​ນຳ​ໃຊ້​ສະກຸ​ນ​ເງິນ USD ​ໃນ​ການ​​ແລກປ່ຽນ​ຄ້າຂາຍ​ກັບ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ກໍ​ຄື​ບໍ່​ໄດ້​ສຳ​ພັດ​ກັບ​ບັນດາ​ກົນ​ໄກ​ສິນ​ເຊື່ອ​ສາກົນໃຫຍ່​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຈິງ​ແລ້ວຫາງ​ສຽງ​ອາ​ເມ​ລິ​ກາ​ເອງພັດ​ຖື​ວ່າຄຳ​ສັ່ງ​ຂວ້ຳ​ບາດນີ້​ໄດ້​ເຮັດ​ໃຫ້​ອາ​ເມ​ລິ​ກາ ຖືກ​ເສຍ​ຫາຍ​ຫລາຍ​ກວ່າ​ກູ​ບາ. ຖ້າ​ສັງ​ເກດ​ດ້ານ​ເສດຖະກິດ, ບັນດາ​ບໍລິສັດ​ອາ​ເມ​ລິ​ກາ ບໍ່​ສາມາດ​ຮ່ວມ​ມື​ກັບ​ກູ​ບາ​ໄດ້, ພິ​ເສດ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ສ, ຊຶ່ງ​ແມ່ນ​ຂົງ​ເຂດ​ທີ່​ອາ​ເມ​ລິ​ກາ​ ມີ​ຄວາມ​ຕ້ອງການ​ທີ່​ສຸດ  ໃນ​ຂະນະ ທີ່ ກູ​ບາ​  ມີ ​ຊັບ

ພະຍາກອນ ນ້ຳມັນ​ດິບ ​ແລະ ອາຍ​ແກ​ສທຳ​ມະ​ຊາດ​ເປັນ​ຈຳນວນ​ຫລວງຫລາຍ. ສິ່ງ​ດັ່ງກ່າວ​ກໍ​ໝາຍ​ຄວາມ​ວ່າ ອາ​ເມ​ລິ​ກາ​ໄດ້​ມອບ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ການ​ແກ້ງ​ແຍ້​ງ​ໃຫ້​ແກ່​ບັນດາ​ບໍລິສັດ​ຕ່າງປະ​ເທດ.

        ກ່ຽວ​ກັບ​ດ້ານ​ການ​ເມືອງ, ຄຳ​ສັ່ງ​ຂວ້ຳ​ບາດທີ່​ມີ​ຕໍ່ ກູ​ບາ ​ໂດຍອ​າ​ເມ​ລິ​ກາຈັດ​ວາງ​​ເມື່ອ​ປີ 1962 ​ແມ່ນ​ບັນຫາ​ກໍ່ຄວາມ​ບໍ່​ລົງ​ລອຍກັນຢ່າງ​ເລິກ​ເຊິ່ງທີ່​ສຸດ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ອາ​ເມ​ລີ​ກາ​ລາຕີ​ນ, ​ເຊິ່ງ​ແມ່ນພາກພື້ນທີ່​ໄດ້​ຮັບ​ຖື​ວ່າ ​ແມ່ນ​ເບື້ອງ​ຫລັງ​ຂອງ​ອາ​ເມ​ລິ​ກາ. ການ​ນຳ​ອາ​ເມ​ລິ​ກາ​ລາ​ຕີນ ສ່ວນ​ຫລາຍ​ຖື​ຄຳ​ສັ່ງ​ນີ້​ແມ່ນ​ການ​ແຊກ​ແຊງ​ຢ່າງ​ຮ້າຍ​ແຮງ​ເຖິງ​ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ປະຊາຊົນ ກູ​ບາ. ສິ່ງ​ດັ່ງ​ສະ​ແດງ​​ໃຫ​້​ເຫັນ​ວ່າ ອາ​ເມ​ລິ​ກາ ຍັງ​ຄົງ​ສືບ​ຕໍ່​ສ້າງ​ນະ​ໂຍບາຍ​ໃຫ້​ແກ່ ອາ​ເມ​ລິ​ກາ​ລາຕີ​ນ ຫາກ​ບໍ່​ຢາກສ້າງ​ນະ​ໂຍບາຍຮ່ວມ​ກັບ ອາ​ເມ​ລິ​ກາ​ລາຕີ​ນ. ຊ້ຳ​ບໍ່​ໜຳ ​ໃນ​ຊຸມ​ມື້​ຕົ້ນ​ເດືອນ 2 ຜ່ານ​ມາ, 33 ປະ​ເທດ ອາ​ເມ​ລິ​ກາ​ໃຕ້ ​ແລະ ​ເຂດ Caribe ​ໄດ້​ສ້າງ​ຕັ້ງ​ປະຊາ​ຄົມ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາຕີ​ນ ​ແລະ Caribe (CELAC) ຢ່າງ​ເປັນ​ທາງ​ການ. ອົງການ​ນີ້ ມີ​ກູ​ບາ ​ຫາກ​ບໍ່​ມີ​ອາ​ເມ​ລິ​ກາ,​ ດ້ວຍ​ຫລັກການ​ເຄົາລົບ​ປະ​ຊາ​ທິປະ​ໄຕ, ອະ​ທິປະ​ໄຕ ​ແລະ ຜືນ​ແຜ່​ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ສະມາຊິກ​ທັງ​ໝົດ, ບໍ່​ນຳ​ໃຊ້ ​ຫລື​​ ນາບ​ຂູ່ ນຳໃຊ້​ກຳລັງ​ອາວຸດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ສິດທິ​ມະນຸດ ​ແລະ ກົດໝາຍ​ສາກົນ, ສ້າງ​ ​ສັນ​ຕິ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຢູ່​ພາກ​ພື້ນ. ດ້ວຍ​ການ​ສ້າງ​ຕັ້ງ CELAC ນັ້ນ, ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ເບື້ອງ​ຫລັງ​ຂອງ​ອາ​ເມ​ລິ​ກາ ນັບ​ມື້​ນັບ​ສະ​ແດງ​ໃຫ້​​ເຫັນ​ຄວາມ​ສາ​ມັກຄີ​ກັບ ປະຊາຊົນກູ​ບາ ຢ່າງ​ຈະ​ແຈ້ງ​ກວ່າ. ທີ່​ເວທີ​ປາ​​ໄສ​ ສະຫະ​ປະຊາ​ຊາດ(ສປຊ) ​ໃນ​ຕະຫລອດ 20 ປີ ຜ່ານ​ມາ, ບັນດາ​ປ​ະ​ເທດ​ສ່ວນ​ຫລາຍ​ໃນ​ຈຳນວນ 190 ສະມາຊິກຂອງ ສປຊ ​ໄດ້​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ ລົບ​ລ້າງ​ຄຳ​ສັ່ງ​ຂວ້ຳ​ບາດ​ທີ່​ມີ​ຕໍ່​ກູ​ບາ ທີ່​ບັນດາ​ວາລະ​ປະຊຸມ​ສະມັດຊາ​ໃຫຍ່. ​ໃນ​ການລົງ​ຄະ​ແນນ​ສຽງ​ເຊິ່ງ​ຈັດ​ຂຶ້ນ​ໃນ​ ​ເດືອນ 10/2011, ​​ສະມັດຊາ​​ໃຫຍ່​ໄດ້​ຢືນຢັນອີກ​ຄັ້ງຫນຶ່ງວ່າ​ຈະ​ສະຫນັບສະຫນູນ​ປະຊາຊົນ ກູ​ບາ ​, ​ຮຽກຮ້ອງ​ໃຫ້ ອາ​ເມ​ລິ​ກາ ​ຢຸດຕິ​ນະ​ໂຍບາຍ ຂວ້ຳ​ບາດດ້ານ​ເສດຖະກິດ​ພຽງ​ຝ່າຍ​ດຽວ ຊຶ່ງ​ອາ​ເມ​ລິ​ກາ​ໄດ້​ຈັດ​ວາງ​ຕ້ານ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ໃນ​ຕະຫລອດ​ເຄິ່ງສັດຕະວັດ​ຜ່ານ​ມາ. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ​ ອາ​ເມ​ລິ​ກາ ຍັງ​ໄຮ້​​ປະ​ໂຫຍ​ດຢູ່​ບ່ອນ​ວ່າ​ໂດຍ​ບໍ່ຫົວຊາຕໍ່​ທຸກ​ຄວາມ​ຫຍຸ້ງຍາກ, ກູ​ບາ ຍັງ​ຄົງ​​​ພັດທະນາຢ່າງ​ແຂງ​ແກ່ນ. ປີ 2011,​​ເສດຖະກິດ ກູ​ບາ ຍັງ​ຄົງ​ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ 2.7%. ຊ້ຳ​ບໍ່​ໜຳ ບັນດາ​ອົງການ​ສາກົນ ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ກູ​ບາ ບັນລຸ​ໄດ້​ບັນດາ​ຜົນງານ​ທາງ​ດ້ານ​ສັງຄົມຫລາຍກວ່າ​ເມື່ອ​ທຽບ​ກັບ ອາ​ເມ​ລິ​ກາ​ຄື: ຮັກສາ​ສຸຂະພາບ​ໃຫ້​ແກ່​ທົ່ວ​ປວງ​ຊົນ, ການ​ສຶກສາ​ຢູ່​ຊັ້ນມະຫາວິທະຍາ​ໄລ ​ແລະ ມັດທະຍົມ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ເຈດ​ຈຳນົງ​ໃນ​ເບື້ອງ​ຕົ້ນ​ ​​ເຊິ່ງ ​ອາ​ເມ​ລິກປາດ​ຖະຫນາ​ເມື່ອ​ຈັດ​ວາງ​ຄຳ​ສັ່ງ​ຂວ້ຳບາດ​ນັ້ນ​ໄດ້​ຖືກ​ປະລາ​ໄຊ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ນັກການ​ເມືອງ​ ອາ​ເມ​ລິ​ກາ ຫລາຍ​ທ່ານກໍ​ໄດ້​ຮັບ​ຮູ້​ວ່າ ການ​ປັບປຸງການ​ພົວພັນ​ສອງ​ຝ່າຍ ກູ​ບາ ​ແລະ ອາ​ເມ​ລິ​ກາ ຕ້ອງ​ກາຍ​      ເປ​ັນຄວາມ​ຕ້ອງການ ​ແລະ ທ່າ​ອ່ຽງອັນ​ແນ່ນອນ ​ແລະ ​ໃນ 3 ປີ​ກຳ​ອຳນາດ​ຜ່ານ​ມ, ທ່ານ​ປະທານ​າທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ມີ​ບັນດາ​ນະ​ໂຍບາຍ​ຫລຸດຜ່ອນ​ຄຳ​ສັ່ງ​ຂວ້ຳບາດ​ຕ້ານ​ກູ​ບາ ຄື: ຍົກ​ເລີກການ​ຈຳກັດ​ຈຳນວນ​ເງິນ​ຝາກ ​ແລະ ການ​ກັບ​ຄືນ​ເມືອຢ້ຽມຢາມ​ບ້ານ​ເກີດ​​ເມືອງ​ນອນ​​ ຂອງຊາວ​ກູ​ບາ​ທີ່​ດຳລົງ​ຊີວິດ ​ຢູ່​ຕ່າງປະ​ເທດ, ອະນຸຍາດ​​ໃຫ້​ເຊ່ືອມ​ຕໍ່​ການ​ເຈ​ລະ​ຈາ ກ່ຽວ​ກັບການ​ບໍລິການ​​ໄປສະນີ​ ແລະ ຍົກຍ້າຍ​ປະຊາຊົນ, ​ຟື້ນ​ຟູກ​ານ​ແລ​ກປ່ຽນ​ການ​ຮ່ວມ​ມື​ດ້ານການ​ສຶກສາ, ​ແຕ່​ຕາມ​ນັກ​ວິຈານ​ສາກົນ​ຫລາຍ​ທ່ານ​ແລ້ວ, ບັນດາ​ວຽກ​ງານ​ເຫລົ່າ​ນັ້ນ​ເປັນພຽງ​ສ້ຽວ​ເທົ່າ​ນັ້ນ.

​ໃນ​ສະພາບ​ການ​ປະຈຸ​ບັນ, ນະ​ໂຍບາຍ​ປີດ​ລ້ອມ​ຂວ້ຳບາດ​ຂອງ​ອາ​ເມ​ລິ​ກາ ຕ້ານ​ກູ​ບາ ​ໄດ້ກາຍ​ເປັນ​ນະ​ໂຍບາຍ​ທີ່​ຫລ້າ​ຫລັງ​​ຢ່າງແທ້​ຈິງ. ຖ້າ​ຫາກ​ບໍ່​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳບາດ​ຕ້ານ​ ກູ​ບາ, ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ໄປ​ຝືນ​ກັບ​ທ່າ​ອ່ຽງຂອງ​ຍຸກ​ສະ​ໄຫມ.

​ແທນ​ເວີນ

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ