ຄວາມຫວັງຈາກຂໍ້ຕົກລົງອົບພະຍົບອີຢູ-ເຕິກກີ


 (vovworld) - ວັນ​ທີ 4/4, ​ເກຼັກ ​ເລີ່​ມສົ່ງ​ຊາວ​ອົບ​ພະຍົບ​ໄປ ​ເຕິ​ກກີຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ສະຫະພາບ​ອີ​ລົບ (ອີ​ຢູ) ​ແລະ ​ເຕິ​ກກີ ​ເມື່ອ​ເດືອນ 3/2016, ຂໍ້​ຕົກລົງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ຄວາມດັນ​ຈາກ​ຂະ​ບວນຊາວ​ອົບ​ພະຍົບ​ເຂົ້າ​ມາ​ບັນດາ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ຕົກ, ​ໃນ​ນັ້ນ​ມີ​ຫຼາຍ​ກໍລະນີ​ຂ້າມ​ທະ​ເລ Aegea ດ້ວຍ​ຄວາມຜະຈົນ​ໄພ. ​ແຕ່​ປະສິດທິ​ຜົນ​ຂອງ​ຂໍ້​ຕົກລົງ​ນີ້​ແມ່ນ​ຄື​ແນວ​ໃດ, ນັ້ນ​ແມ່ນ​ຄຳ​ຖາມ​ທີ່​ພວມ​ວາງ​ອອກ ​ໃນ​ຂະນະ​ທີ່ຂະ​ບວນຊາວ​ອົບ​ພະຍົບ​ຂ້າມ​ທະ​ເລ​ ແມ​ດີ​ເຕີຣານຽມ ​​​ເຂົ້າອີ​ຕາ​ລີ​ພວມ​ກາຍ​ເປັນຄວາມ​ວິ​ຕົກ​ກັງວົນ.

ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້ລະຫວ່າງ ອີ​ຢູ ​ແລະ ​ເຕິ​ກກີ, ບັນດາ​ກໍລະນີ​ຊາວ​ອົບ​ພະ​ຍົບ​ເຂົ້າ ​ເກຼັກ ​ໃນ​ວັນ​ທີ 20/3 ຈະ​ຖືກ​ເນລະ​ເທດ​ກັບ​ຄືນ ​ເຕິ​ກກີ. ກົງກັນຂ້າມ, ບັນດາ​ປະ​ເທດ ອີ​ຢູກໍ່​ຕ້ອງ​ຮັບ​ເອົາ​ຊາວ ຊີຣີ ຈາກ ​ເຕິ​ກກີ​ຄືນ​ໃໝ່, ໝາຍ​ຄວາມ​ວ່າ ​ເຕິ​ກກີ​ຮັບ​ເອົາ 1 ຄົນ​ກັບ​ຄືນ​ປະ​ເທດ, ອີ​ຢູກໍ່​ຕ້ອງ​ຮັບ​ເອົາ​ຊາວ​ອົບ​ພະຍົບ ຊີຣີ 1 ຄົນ. ຈຸດປະສົງ​ຂອງ​ຂໍ້​ຕົກລົງ​ນີ້​ແມ່ນ ອັດ​ປະຕູ​ເສັ້ນທາງ ​ທາງ​ການ​​ຂ້າມ​ທະ​ເລ Aegea, ​ເຊິ່ງ​ແມ່ນ​ເຂດ​ທະ​ເລ​ລະຫວ່າງ ​ເກຼັກ ​ແລະ ​ເຕິ​ກກີ, ຜ່ານ​​ເສັ້ນທາງນີ້ໄດ້ມີ​ຊາວ​ອົບ​ພະຍົບ 1 ລ້ານ​ກວ່າ​ຄົນ​ເຂົ້າ ​ເອີ​ລົບ​ໃນ​ປີ 2015.

ຄວາມຫວັງຈາກຂໍ້ຕົກລົງອົບພະຍົບອີຢູ-ເຕິກກີ - ảnh 1
ກຳ່ປັ່ນຂົນສົ່ງຊາວອົບພະຍົບທຽບທ່າ Dikili ວັນທີ 4/4
(ພາບ:AFP/TTXVN)

ກຽມ​ພ້ອມ​ໃຫ້ການມອບ​ຮັບ​​ຊາວ​ອົບ​ພະຍົບ

ວັນ​ທີ 4/4, ຖ້ຽວ​ບິນທີ່​ຂົນ​ສົ່ງ​ຊາວ​ ຊີຣີອົບ​ພະຍົບຖ້ຽວ​ທຳ​ອິດ​ຈາກ ​ເຕິ​ກກີ ​ໄດ້​ລົງ​ຈອດ​ສະໜາມ​ບິນ Hannover ຢູ່ ​ເຢຍລະ​ມັນ. ​ໃນ​ຂະນະ​ນັ້ນ, ​ເກຼັກ ກໍ່​ຈັດກຳ່​ປັ່ນຂົນ​ສົ່ງ​ຊາວ​ອົບ​ພະຍົບຢ່າງ​ຜິດ​ກົດໝາ​ຍປະມານ 200 ກວ່າ​ຄົນ​ກັບ​ຄືນ ​ເຕິ​ກກີ ​ຕາມ​ຂໍ້​ຕົກລົງ​ລະຫວ່າງ ອີ​ຢູ ​ແລະ ​ເຕິ​ກກີ. ​ໃນ​ການ​ມອບ-ຮັບ​​ຊາວ​ອົບ​ພະຍົບ​ໃນ​ຄັ້ງ​ນີ້, ມີ​ຊາວ ຊີຣີປະມານ 42 ຄົນ​ຖືກ​ຂົນ​ສົ່ງ​ດ້ວຍທາງ​ການບິນ​ເຖິງ ​ເຢຍລະ​ມັນ. ​ເລື່ອງ​ຮັບ​ເອົາ​ຊາວ​ອົບ​ພະຍົບ​ເຂົ້າ ​ເຢຍລະ​ມັນ​ໃນ​ຄັ້ງ​ນີ້​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ຂໍ້​ຕົກລົງ​ດຳ​ເນີນ​ງານ​ລວມ ລະຫວ່າງ ອີ​ຢູ ​ແລະ ​ເຕິ​ກກີ ກ່ຽວ​ກັບ​ການ​ແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະຍົບ ​ເຊິ່ງສອງ​ຝ່າຍ​ບັນລຸ​ໄດ້​ໃນ​ວັນ​ທີ 20/3 ຜ່ານ​ມາ.

ຕາມ​ແຜນການ​ໃນ​ເວລາ 3 ວັນ, ລະຫວ່າງ​ວັນ​ທີ 4-6/4, ຈະ​ມີຊາວ​ອົບ​ພະ​ຍົບປະມານ 750 ຄົນ​ທຳ​ອິດ ຈາກ​ເກາະ Lesbos ຂອງ ​ເກຼັກ ຖືກ​ຂົນ​ສົ່ງເຂົ້າ ​ເຕິ​ກກີ, ​ໃນ​ຂະນະ​ນັ້ນ​ບາງ​ປະ​ເທດ​ຄື: ​ເຢຍລະ​ມັນ, ຝລັ່ງ, ​ໂຮນ​ລັງ, ​ແຟງ​ລັງ ​ແລະ ປັອກຕູຍ​ການ ຈະ​ແມ່ນ​ບັນດາ​ປະ​ເທດ ອີ​ຢູ ທຳ​ອິດ​ຕ້ອນຮັບ​ຊາວ​ອົບ​ພະຍົບທີ່​ມາ​ຈາກ ​ເຕິ​ກກີ. ​ໃນ​ການ​ມອບ​-ຮັບ​ຊາວ​ອົບ​ພະຍົບຄັ້ງ​ທຳ​ອິດ​ນີ້, ບັນດາ​ປະ​ເທດ ​ເອີ​ລົບ​​ເຫຼົ່າ​ນັ້ນ, ​ແຕ່ລະ​ປະ​ເທດ​ຈະ​ຮັບ​ເອົາ​ຊາວ​ອົບ​ພະຍົບປະມານ 1.600 ຄົນ, ຫຼັງ​ຈາກ​ນັ້ນ​ເຢຍລະ​ມັນ​ຈະ​ກຽມພ້ອມ​ຕ້ອນຮັບ​ຊາວ​ອົບ​ພະຍົບຕື່ມ​ອີກ 13.500 ຄົນ.

ກ່ອນ​ໜ້າ​ນັ້ນ, ​ເພື່ອ​ກະກຽມ​ໃຫ້ການ​ປະຕິບັດ​ຂໍ້​ຕົກລົງ​ນີ້, ​ເຕິ​ກກີ ​ໄດ້​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ສູນ​ຈົດ​ທະບຽນ 2 ​ແຫ່ງ ​ເພື່ອ​ກຽມພ້ອມ​ຮັບ​ເອົາ​ຊາວ​ອົບ​ພະຍົບທີ່​ມາ​ຈາກ ​ເກຼັກ. ສູນ​ທັງ​ສອງ​ນີ້​ລ້ວນ​ແຕ່​ນອນ​ໃນ​ເຂດ​ດິນ​ຕໍ່​ແຜ່ນ​ທີ່​ຂຶ້ນ​ກັບ​ແຂວງ​ແຄມ​ຝັ່ງ​ທະ​ເລ Izmir, ທາງ​ທິດຕາ​ເວັນ​ຕົກ​ຂອງ ​ເຕິ​ກກີ. ພາຍຫຼັງ​ສຳ​ເລັດ​ການ​ກວດສຸຂະພາບ ​ແລະ ຈົດທະບຽນ​ຢູ່​ທີ່​ນີ້​ແລ້ວ, ຊາວ​ອົບ​ພະຍົບຈາກ ​ເກຼັກ ຈະ​ຖືກ​ສົ່ງ​ເຖິງ​ບັນດາ​ຄ້າຍຫຼົບ​ໄພ​ຢູ່​ປະ​ເທດ​ນີ້.

ຂໍ້​ຕົກລົງ​ສາມາດ​ຫຼຸດຜ່ອນ​ຄວາມດັນ​ຈາກ​ການ​ອົບ​ພະຍົບ​ໄດ້​ຫຼື​ບໍ

ຫວັງ​ວ່າຂໍ້​ຕົກລົງລະຫວ່າງ ອີ​ຢູ ​ແລະ ​ເຕິ​ກກີ ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ວິ​ກິດ​ກາ​ນຊາວ​ອົບ​ພະຍົບ ​ເຊິ່ງບັນລຸ​ໄດ້​ເມື່ອ​ວັນ​ທີ 20/3 ຜ່ານ​ມາຈະ​ຊ່ວຍ​ແກ້​ໄຂ​ວິ​ກິດ​ການ​ອົບ​ພະຍົບ​ໃຫ້​ບັນດາ​ປະ​ເທດ​ເອີ​ລົບ. ​ແຕ່​ປະຈຸ​ບັນ, ຍັງ​ມີ​ຄວາມ​ສົງ​ໃສ​ຫຼາຍ​ຢ່າງ​ກ່ຽວ​ກັບ​ລັກສະນະ​ເປັນ​ໄປ​ຂອງ​ຂໍ້​ຕົກລົງ​ນີ້. ມີ​ຫຼາຍ​ຄວາມ​ເຫັນ​ຖື​ວ່າ, ຂໍ້​ຕົກລົງ ລະຫວ່າງ ອີ​ຢູ ​ແລະ ​ເຕິ​ກກີ ​ແມ່ນ​ບາດ​ຄ້ອນ​ທັບ​ແຮງ​ໃສ່​ສິດ​ຂອງ​ມະນຸດ, ​ຂະນະ​ທີ່​ພາຍ​ໃນ​ເວລາ​ພຽງ​ສອງ, ສາມ​ສັບປະດາ​ຜ່ານ​ມາ, ​ເຕິ​ກກີ ​ໄດ້​ເນລະ​ເທດ​ຊາວ​ຫຼົບ​ໄພ ຊີຣີ ຫຼາຍ​ຄົນ​ກັບ​ຄືນ​ປະ​ເທດ​ທີ່​ພວມ​ເກີດ​ເສິກ​ກາງ​ເມືອງ. ​ໃນ​ຂະນະ​ນັ້ນ, ​ລັດຖະບານ ເກຼັກກໍ່​ພວມ​ຕົກ​ເຂົ້າ​ສູ່​ສະພາບ​ຄວາມ​ຫຍຸ້ງຍາກ ​ເມື່ອ​ຕ້ອງ​ຮັບ​ມື​ກັບ​ກັບ​ສະພາບ​ການ​ໃຊ​້ຄວາມ​ຮຸນ​ແຮງ ກ່ອນ​ທີ່​ຂໍ້​ຕົກລົງ ລະຫວ່າງ ອີ​ຢູ ​ແລະ ​ເຕິ​ກກີ ​ໄດ້​ຮັບ​ການ​ປະຕິບັດ. ທ້າຍ​ສັບປະດາ​ຜ່ານ​ມາ, ມີ​ຊາວ​ອົບ​ພະຍົບນັບ​ພັນ​ຄົນ ​ໄດ້​ແຫ່​ຂະ​ບວນຄັດຄ້ານ​ ແຜນການ​ເນລະ​ເທດ​ຊາວ​ອົບ​ພະຍົບກັບ​ຄືນ ເຕິ​ກກີ. ບັນດາ​ເກາະ​ຂອງ ​ເກຼັກ​ໃນ​ປະຈຸ​ບັນ ພວມ​ກາຍ​ເປັນ​ຈຸດ​ທີ່​ເຄັ່ງຮ້ອນ, ພາຍຫຼັງ​ປະຊາ​ຄົມ​ຊາວ​ອົບ​ພະຍົບຖືກ​ຕິດ​ຂັດ​ຢູ່​ທີ່​ນີ້​ ໄດ້​ທັບ​ມ້າງ​ຄ້າຍ​ເຕົ້າ​ໂຮມ​ຢູ່ Chios.

ຂໍ້​ຕົກລົງ ລະຫວ່າງ ອີ​ຢູ ​ແລະ ​ເຕິ​ກກີ ຍັງ​ກໍ່​ຄວາມ​ວິຕົກ​ກັງວົນທີ່​ວ່າ ​ຂະ​ບວນຊາວ​ອົບ​ພະຍົບ​ເຂົ້າ ອີ​ຕາ​ລີ ຜ່ານ​ທາງທະ​ເລ ​ແມ​ດີ​ເຕີຣານຽມຄັ້ງ​ໃໝ່​ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ນັບ​ແຕ່ ອີ​ຢູ ​ແລະ ​ເຕິ​ກກີ ບັນລຸ​ໄດ້​ຂໍ້​ຕົກລົງ​ດັ່ງກ່າວ, ຈຳນວນ​ຊາວ​ອົບ​ພະຍົບ​ເຂົ້າ​ບັນດາ​ທ່າ​ກຳ່​ປັ່ນ​ຂອງ ອີ​ຕາ​ລີ ຜ່ານ​ທາງທະ​ເລ ​ແມ​ດີ​ເຕີຣານຽມ ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ ​ເມື່ອ​ທຽບ​ໃສ່​ຈຳນວນ​ຊາວ​ອົບ​ພະຍົບ​ຈາກ​ເຕິ​ກກີເຂົ້າເກຼັກ ຜ່ານ​ທະ​ເລ Aegean . ກະຊວງ​ພາຍ​ໃນ ອີ​ຕາ​ລີ ຄາດ​ຄະ​ເນ​ວ່າ, ໃນ​ປີ 2016 ປະ​ເທດ​ນີ້​ຈະ​ຕ້ອງ​ຮັບ​ເອົາ​ຊາວ​ອົບ​ພະຍົບປະມານ 270.000 ຄົນ , ຫຼາຍ​ທົບ 2,5 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2015. ​ໄລ່​ສະ​ເພາະ​ໃນ 2 ສັບປະດາ​ຜ່ານ​ມາ, ​ໄດ້​ມີ​ຊາວ​ອົບ​ພະຍົບ 5.000 ກວ່າ​ຄົນ​ເຂົ້າ​ບັນດາ​ທ່າ​ກຳ່​ປັ່ນ​ຂອງ ອີ​ຕາ​ລີ. ບໍ່​ພຽງ​ແຕ່​ເຂົ້າ ອີ​ຕາ​ລີ​ ດ້ວຍ​ຈຳນວນ​ຫຼາຍ​ເທົ່າ​ນັ້ນ, ຫາກ​ຊາວ​ອົບ​ພະຍົບຍັງ​ມາ​ຈາກ​ຫຼາຍ​ປະ​ເທດ​ກວ່າ​ກ່ອນ​ນີ້​ອີກ.

ປະຈຸ​ບັນ, ຍັງ​ບໍ່​ທັນ​ຢັ້ງຢືນ​ໄດ້​ປະສິດທິ​ຜົນ​ແທ້​ຈິງ​ຂອງ​ຂໍ້​ຕົກລົງ ລະຫວ່າງ ອີ​ຢູ ​ແລະ ​ເຕິ​ກກີ​ ກ່ຽວ​ກັບ​ການສະກັດ​ກັ້ນ​ຂະ​ບວນຊາວ​ອົບ​ພະຍົບຢ່າງ​ຜິດ​ກົດໝາຍ​ເຂົ້າ​ອີ​ຢູ ​ເທື່ອ. ​ແຕ່​ແນ່ນອນ​ວ່າ ​ເອີ​ລົບ​ຍັງ​ຕ້ອງ​ເສຍ​ເວລາ​ຫຼາຍ​ເພື່ອ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ