ຄວາມຫວັງໃຫ້ແກ່ວິກິດການຢູ່ຊີຣີ

ຄວາມຫວັງໃຫ້ແກ່ວິກິດການຢູ່ຊີຣີ - ảnh 1
ທ່ານປະທານາທິບໍດີ  Putin ແລະ ທ່ານປະທານາທິບໍດີ Obama
ທີ່ການພົບປະເຈລະຈາ ຢູ່ສະຫະປະຊາຊາດໃນວັນທີ 28/9/2015
(ພາບ: Reuters)

(vovworld) - ວິ​ກິດ​ການ​ດ້ານ​ການ​ເມືອງ​ທີ່​ແກ່ຍາວ​ຢູ່​ຊີຣີ ອາດ​ຈະ​ໄດ້​ຮັບ​ການ​ແກ້​ໄຂ, ​ເມື່ອ​ການ​ນຳ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ​ຫາ​ກໍ່​​ເຫັນ​ດີສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນຫາ​ນີ້. ​ເລື່ອງ​ລັດ​ເຊຍ - ອາ​ເມ​ລິ​ກາ​ເຫັນ​ດີ​ແກ້​ໄຂ​ວິ​ກິດ​ການ​ຢູ່​ຊີຣີ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສັນຍານ​ຕັ້ງໜ້າ​ທຳ​ອິດ, ​ເປີດ​ແງ່​ຫວັງ​ໃຫ້​ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ.

ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະຫວ່າງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໃນ​ຮອບ​ເວລາ 2 ກວ່າ​ປີ​ທີ່​ຜ່ານ​ມາ, ​ເຊິ່ງຫາ​ກໍ່​ດຳ​ເນີນ​ຢູ່​ນອກ​ວາລະ​ປະຊຸມ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ທີ່​ນິວຢອກ ນັ້ນ, ຖືກ​ແກ່​ຍາວ​ກວ່າ​ແຜນການ​ທີ່​ໄດ້​ວາງ​ອອກ, ​ເຖິງ​ວ່າ​ຍອມຮັບ​ຍັງ​ມີ​ຫຼາຍ​ສິ່ງ​ທີ່​ບໍ່​ທັນ​ເຫັນ​ດີ​ເຫັນ​ພ້ອມ​ກັນ, ​ແຕ່​ການ​ນຳ​ທັງ​ສອງ​ລ້ອນ​ແຕ່​ຢືນຢັນ​ວ່າ​ຈະ​ຮ່ວມ​ມື​ໃນ​ລະດັບ​ສູງ​ສຸດ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ທີ່​ແກ່​ຍາວ​ຢູ່​ຊີຣີ.

ລັດ​ເຊຍ - ອາ​ເມ​ລິ​ກາຈັບ​ມື​ກັນ

​ເຖິງວ່າ​ມີ​ຈຸດປະສົງ​ລວມ​ແມ່ນ​ດັບ​ສູນ​ອົງການລັດ​ອິດສະ​ລາມ (IS) ກໍ່ຕາມ, ​ແຕ່​ລັດ​ເຊຍ, ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ພັດ​ມີ​ທັດສະນະ​ທີ່​ຝືນ​ກັນ. ລັດ​ເຊຍ ສະໜັບສະໜູນ​ປະທານາທິບໍດີ​ຊີຣີ Bashar al-Assad ​ແລະ ໜູນ​ຊ່ວຍ​ອຸປະກອນ, ອາວຸດ ​ແລະ ກອງທັບ​ເພື່ອ​ໃຫ້​ຊີຣີດັບ​ສູນ​ຝ່າຍ​ຄ້້ານ ​ແລະ IS. ​ໃນ​ຂະນະ​ນັ້ນ, ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ພັດ​ຖື​ວ່າ, ປະທານາທິບໍດີ​ Bashar al-Assad ​ເອງ​ແມ່ນ​ສາຍ​ເຫດ​ທີ່​ພາ​ໄປ​ເຖິງ​ວິ​ກິດ​ການ​ການ​​ເມືອງ ​ແລະ ການ​ອົບ​ພະຍົບຢູ່​ຊີຣີ. ​ແຕ່​ຄວາມ​ຈິງ​ສົງຄາມ​ຢູ່​ຊີຣີ ​ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີ 5 ຢ່າງ​ລຽນຕິດ​ແລ້ວ. ບັນດາ​ມາດ​ຕະການ​ນັບ​ທັງ​ດ້ານ​ການ​ທູດ ​ແລະ ການ​ທະຫານ ກໍ່​ບໍ່​ສາມາດ​ຊ່ວຍ​ໃຫ້​ປະ​ເທດ​ນີ້​ຫຼຸດ​ພົ້ນ​ອອກ​ຈາກ “ຝັນຮ້າຍ“ ຈາກສົງຄາມ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ. ປະທານາທິບໍດີ​ Bashar al-Assad ບໍ່​ອາດ​ລາ​ອອກ​ຈາກ​ຕຳ​ແໜ່​ງຕາມ​ການຈັດ​ວາງ​ຂອງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ ​ໄດ້, ຫາກ​ຍາມ​ໃດ​ກໍ່​ຖື​ວ່າ, ການ​ຂ້າມ​ຜ່ານ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ​ນີ້ພຽງ​ແຕ່​ເກີດ​ຂຶ້ນ​ເມື່ອ​ບັດ​ເລືອກ​ຕັ້ງ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ເທົ່າ​ນັ້ນ.

ສະພາບ​ຕົວ​ຈິງ​ຄື​ດັ່ງກ່າວ ​ພ້ອມ​ກັບວິ​ກິດ​ການ​ອົບ​ພະຍົບ ​ແລະ ​ເຄິ່ງປະ​ເທດ​ຊີຣີ ພວມ​ຢູ່​ພາຍ​ໃຕ້​ການ​ຄວບ​ຄູ​ມຂອງ IS ນັ້ນ ​ໄດ້​ເຮັດ​ໃຫ້​ທັງ​ລັດ​ເຊຍ, ​ແລະ ອາ​ເມ​ລິ​ກາ​ຮັບ​ຮູ້​ວ່າ, ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ໃນ​ປະຈຸ​ບັນ ​ແມ່ນ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​​ໃຈ​ເພື່ອ​ຕີ​ເອົາ​ຊະນະ​ພວກ​ກໍ່​ການ​ຮ້າຍ.

ເປີດບັນດາ​ມາດ​ຕະການ​ແກ້​ໄຂ​ວິ​ກິດ​ການ

​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ການ​ຫຍັບ​ມໍ່​ໃກ້​ກັນ​ລະຫວ່າງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ໄດ້​ສ້າງ​ທ່າ​ໃຫ້​ແກ່​ການ​ປັບປຸງ​ສາຍ​ພົວພັນ​ລະຫວ່າງ​ລັດ​ເຊຍ ກັບ​ຝ່າຍຕາ​ເວັນ​ຕົກ.  ​ແຫຼ່ງຂ່າວ​ຈາກ​ລັດຖະບານ ​ເຢຍລະ​ມັນ ຫວ່າງ​ແລ້ວ​ນີ້ ຢືນຢັນ​ວ່າ, ນາຍົກລັດຖະມົນຕີປະ​ເທດ​ນີ້, ທ່ານ​ນາງ  Angela Merkel ຈະ​ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີ​ລັດ​ເຊຍ Vladimir Putin, ທີ່​ການປະຊຸມ​ກັບບັນດາ​ການ​ນຳກຸ່ມ “Norman +“ ຢູ່​ນະຄອນຫຼວງ ປາຣີ ​ໃນ​ວັນ​ທີ 2/10 ຈະ​ມາ​ເຖິງ. ທ່ານ​ນາງ Angela Merkel ກໍ່​ຖະ​ແຫຼ​ງວ່າ​, ​ໃນ​ການ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ບັນຫາ ຊີຣີ ນັ້ນ, ສິ່ງ​ທີ່​ຈຳ​ເປັນ​ນັ້ນ​ແມ່ນ​ຕ້ອງ​ເຈລະຈາ​ກັບ​ຫຼາຍ​ຝ່າຍ, ​ໃນ​ນັ້ນ​ລວມມີ​ອຳນາດ​ການ​ປົກຄອງ Damacus. ວິ​ກິດ​ການ​ພຽງ​ແຕ່​ສາມາດ​ແກ້​ໄຂ​ໄດ້ ຜ່ານ​ຄວາມ​ມານະ​ພະຍາຍາມ​ຂອງ ອີ​ຢູ, ອາ​ເມ​ລິ​ກາ, ລັດ​ເຊຍ ​ແລະ ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ນີ້​ແມ່ນ​ຄຳ​ເຊີ​ນມາ​ ມົດ​ສະ​ກູ ​ເພື່ອ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນຫາ ຊີຣີ.

​ໃນ​ຂະນະ​ນັ້ນ, ​ໃນ​ຖະ​ແຫຼ​ງທີ່​ກອງ​ປະຊຸມ​ໃຫຍ່ ສະມັດຊາ​ລັດຖະສະພາ ສະຫະ​ປະຊາ​ຊາດ ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron, ​ໄດ້​ອອກສຽງສະ​ເໜີ​ປະທານາທິບໍດີ​ຊີຣີ Bashar al-Assad ສືບ​ຕໍ່​ກຳ​ອຳນາດ​ໃນ​ລັດຖະບານ​ຂ້າມ​ຜ່ານ, ພ້ອມ​ທັງ​ຖື​ວ່າ, ມົດ​ສະ​ກູ ຄວນ​ເຂົ້າ​ຮ່ວມ​ການ​ກະທຳ​ລວມໝູ່​ຕ່າງໆ​ເພື່ອ​ຕ້ານ​ຄືນ IS.

​ລັດ​ເຊຍ​​ເຂົ້າ​ຮ່ວມ​ການ​ຕ້ານ IS

ຄວາມ​ຈິງ​ແລ້ວ, ລັດ​ເຊຍ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ສຳລັບ​ຊີຣີ ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້. ມີ​ແຕ່​ທ່ານ​ປະທານາທິບໍດີ Putin ​ເທົ່າ​ນັ້ນ​ຈຶ່ງ​ສາມາດ​ໂອ້​ລົມ​ສົນທະນາ​ກັບ​ປະທານາທິບໍດີ al-Assad ​ແລະ ສາມາດ​ເຮັ​ດໃຫ້​ສະພາບ​ການ​ຕ້ານ IS ຢູ່​ຊີຣີ ​ໄດ້​ເທົາ​ນັ້ນ. ຮອດ​ເວລາ​ແລ້ວ​ທີ່​ບັນດາ​ປະ​ເທດ ອີ​ຢູ ຕ້ອງຮູ້​ໄດ້​ວ່າການ​ແບ່ງ​ແຍກ, ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ພົວພັນ​ກັບ​ລັດ​ເຊຍ ພຽງ​ແຕ່​ເຮັດ​ໃຫ້​ກຳລັງ​ແຮງ​​ໃນ​ການ​ຮົບ​ຕ້ານ IS ອ່ອນ​ເພຍ​ລົງ​ເທົ່າ​ນັ້ນ. ຍ້ອນ​ເຫ​ດນັ້ນ, ບັນດາ​ປະ​ເທດ​ມະຫາ​ອຳນາດ​ ບໍ່​ໄດ້​ນຳ​ໃຊ້​ຍຸດ​ທະ​ສາດ​ຊີຣີ ​ຢູ່​ຕາ​ເວັນ​ອອກ​ກາງ, ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ​ແນ​ໃສ່​ຮັບ​ໃຊ້ພາລະກິດ​ລວມ ​ແມ່ນຕ້ານ IS . ຍ້ອນ​ເຫດ​ນັ້ນ, ​ເຖິງ​ວ່າ​ຍັງ​ມີ​ຄວາມ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ດ້ານ​ທັດສະນະ ​ແລະ ຜົນ​ປະ​ໂຫຍ​ດ ກໍ່ຕາມ, ​ແຕ່​ການ​ໂອ້​ລົມ​ສົນທະນາ, ການ​ຮ່ວມ​ມື ​ແມ່ນ​ການ​ເລືອກ​ເຟັ້ນຂອງ​ບັນດາ​ຝ່າຍ​ໃນ​ປະຈຸ​ບັນ, ​ເພື່ອ​ແນ​ໃສ່​ຢຸດ​ຕິ​ເສິກ​ກາງ​ເມືອງ ທີ່​ແກ່ຍາວ​ແຕ່​ປີ 2011, ​ເຮັດ​ໃຫ້ 240.000 ກວ່າ​ຄົນ​ເສຍ​ຊີວິດ, ​ແລະ​ນັບ​ລ້ານ​ຄົນ​ຕ້ອງ​ອົບ​ພະຍົບອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ໄປ​ລີ້ໄພ.


ຂ່າວ/ບົດ​ອື່ນ