ຄວາມຫຼອກຫຼອນຈາກໄພກໍ່ການຮ້າຍ

    ກ່ອນ​ນີ້ 2 ປີ​ເຕັມ ຄື​ວັນ​ທີ 2/5/2011, ທົ່ວ​ທັງ​ປະ​ເທດ​ອາ​ເມ​ລິ​ກາ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຮັບ​ຕ້ອນ​ເຫດການ​ຫົວ​ໂປ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ ອານ​ກີ​ດາ Osama Bin laden , ຊຶ່ງ​ແມ່ນບຸກຄົນ​ຖືກ​ຖື​ວ່າ​ເປັນ​ຕົວ​ການ​ຢືນ​ຢູ່​ເບື້ອງ​ຫຼັງ​ເຫດການ​ບຸກ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ ວັນ​ທີ 11/9/2001 ​ໄດ້​ຖືກດັບ​ສູນ. ພາຍຫຼັງ​ເຫດການ​ນີ້ 2 ປີ, ​ເຖິງ​ວ່າ ​ເຮືອນ​ຮັງຂອງ ເຄືອ​ຂ່າຍ​ກໍ່​ການ​ຮ້າຍ ອານ​ກີ​ດາ​ຂອງຫົວ​ໂປ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍຄົນ​ນີ້​ຢູ່​ປາ​ກິດ​ສະຖານ​ໄດ້​ຖືກ​ດັບ​ສູນ​ແລ​້ວ​ກໍ​ຕາມ, ​ແຕ່​ບັນດາ​ສາຂາ​ຂອງ ເຄືອ​ຂ່າຍ​ກໍ່​ການ​ຮ້າຍນີ້​ຍັງ​ຄົງ​ຕົວ​ຢູ່​ຫຼາຍ​ແຫ່ງ​ໃນ​ໂລກ, ຊຶ່ງ​ແມ່ນ​ໄພ​ນາບ​ຂູ່​ຕໍ່​ຄວາມ​ສະຫງົບ​ຂອງ​ອາ​ເມ​ລິ​ກາ ກໍ​ຄື​ໃນ​ທົ່ວ​ໂລກ.
 

ຄວາມຫຼອກຫຼອນຈາກໄພກໍ່ການຮ້າຍ - ảnh 1
ເຫດ​ວາງ​ລະ​ເບີດ​ກໍ່ການຮ້າຍທີ່​ງານ​ແຂ່ງ​ຂັນ​ແລ່ນມາຣາ​ຕອນ​
ສາກົນ​ທີ່​ຈັດ​ຂຶ້ນ​ຢູ່ Boston ​ເມື່ອ​ວັນ​ທີ 15/4
(ພາບ: AP)

       ​ໃນ​ຈຸດ​ເວລາ​ນີ້, ຢູ່ ອາ​ເມ​ລິ​ກາພວມ​ເພີ່ມ​ທະວີ​ບັນດາ​ມາດຕະດານ​ປ້ອງ​ກັນ​ຄວາມ​ສະຫງົບ. ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ໄດ້​ອອກ​ຄຳ​ສັ່ງ​ຜັນ​ຂະຫຍາຍ​ ​ທຸກໆ​ມາດ​ຕະການ​ທີ່​ສາມາດ ປະຕິບັດ​ໄດ້​ເພື່ອ​ປ້ອງ​ກັນ​ປະຊາຊົນ. ສະຖານທູດອາ​ເມ​ລິ​ກາປະຈຳ​ປາ​ກິດ​ສະຖານ ກໍ​ໄດ້​ສະ​ເໜີ​ໃຫ້​ພາລະ​ກອນ​ຂອງ​ຕົນ​ບໍ່​ຄວນ​ໄປ​ພັດ​ຕະຄານ​ຫຼື​ແຫ່ງ​ຕ່າງໆ​ທີ່​ມີ​ຜູ້​ຄົນ​ເຕົ້າ​​ໂຮມ​ຢ່າງ​ໜາ​ແໜ້ນ​ຢູ່​ນະຄອນ ຫຼວງຂອງ​ປາ​ກິດ​ສະ​ຖານ​ໃນ​ຈຸດ​ເວລາ​ນີ້. ວັນ​ທີ 2/5 ຢູ່ ປາ​ກິດ​ສະ​ຖານ​ກໍ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ລະນຶກ 2 ປີ​ແຫ່ງວັນ​ຫົວ​ໂປ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ ອານ​ກີ​ດາ Osama Bin laden ຖືກ​ກຳລັງສະ​ເພາະ​ກິດ​ຂອງອາ​ເມ​ລິ​ກາດັບ​ສູນ. ຜູ້​ຄົນ​ທັງຫຼາຍ​ບໍ່ອາດ​ປະຕິ​ເສດ​ວ່າ ກຳລັງສະ​ເພາະ​ກິດ​ຂອງອາ​ເມ​ລິ​ກາດັບສູນ​ຫົວ​ໂປ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ ອານ​ກີ​ດາ Osama Bin laden ກ່ອນນີ້ 2 ປີ​ແມ່ນ​ຜົນສຳ​ເລັດ​ອັນ​​ໃຫຍ່​ຫຼວງຂອງ​ວໍ​ຊິງ​ຕັນ. ທີ 1 ​ແມ່ນ​ມັນ​ໄດ້​ລົບ​ລ້າງ​ຄວາມ​ຫຼອກ​ຫຼອນ​ຈາກ​ລາຍ​ຊື່​ Osama Bin laden ທີ່​ມີ​ຕໍ່ປະ​ເທດອາ​ເມ​ລິ​ກາ. ທີ 2 ​ແມ່ນ​ເມື​ອ່​ Osama Bin laden ຖືກ​ດັບ​ສູນ, ​ໄດ້​ເຮັດ​ໃຫ້​​ບັນດາເຄືອ​ຂ່າຍ​ກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກ​ອ່ອນ​ແອ​ລົງ.

    ຜູ້​ຄົນ​ທັງຫຼາຍ​ຍັງ​ຈືດີ​ວ່າ ​ເມື່ອ​ຫົວ​ໂປ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ ອານ​ກີ​ດາ Osama Bin laden ຖືກ​ດັບ​ສູນ​ນັ້ນ, ປະຊາ​ຊົນອາ​ເມ​ລິ​ກາ ​ແລະ ປະຊາຊົນ​ໃນ​ທົ່ວ​ໂລກ​ລ້ວນ​ແຕ່ມີ​ຄວາມ​ອຸ່ນອຽ່ນ​ໃຈ. ຄຳ​ຖະ​ແຫຼ​ງຂອງ​ເຈົ້າ​ໜ້າ​ທີ່​ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາຖື​ວ່າ ການ​ເຖິງ​ແກ່​ຄວາມ​ຕາຍ​ຂອງ​ Osama Bin laden ​ໄດ້​ເຮັດ​ໃຫ້​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ ອານ​ກີ​ດາ ຖືກ​ອ່ອນ​ແອ​ລົງ ​ແລະ ມັນ​ຈະ​ບໍ່​ສາມາດ​ດຳ​ເນີນ​ບັນດາ​ກໍລະນີ​ບຸກ​ໂຈມຕີຄື​ເຫດ​ກໍ​ການ​ຮ້າຍ​ວັນ​ທີ 11/9/2001 ອີກ​ແລ້ວ. ຄຳ​ຖະ​ແຫຼ​ງນີ້​ໄດ້​ເປັນ​ການ​ປອບ​ໃຈ​ຊາວອາ​ເມ​ລິ​ກາ ​ແລະ ​ໄດ້​ມີ​ຫຼາຍ​ຄົນ​ເຊື່ອ​ໝັ້ນ​ວ່າ ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ຊາວອາ​ເມ​ລິ​ກາຈະ​ມີ​ຊີວິດ​ໃນ​ທ່າມກາງ​ຄວາມ​ສະຫງົບ​ສຸກ. ​ແຕ່​ໃນ​ຕົວ​ຈິງ, ພັດ​ບໍ່​ເຊັ່ນ​ນັ້ນ, ນັບ​ຕັ້ງ​ແຕ່ Osama Bin laden ຖືກ​ດັບ​ສູນ, ບັນດາ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍທີ່​ມີ​ຂອບ​ຂະໜາດ​ໃຫຍ່​ແມ່ນ​ບໍ່​ຖືກ​ຄິດ​ໄລ່​ເຖິງ​, ​ແຕ່​ສຳລັບ ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍທີ່​ມີ​ຂອບ​ຂະໜາດນ້ອຍ ​ໄດ້​ກາຍ​ເປັນ​ໄພ​ອັນຕະລາຍທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ. ​ເຖິງ​ວ່າ​ບໍ່​ໄດ້​ຮັບ​ການ​ຊີ້​ນຳ​ໂດຍ​ກົງ​ຈາກ ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ ອານ​ກີ​ດາ ກໍ​ຕາມ, ​ແຕ່​ບັນດາ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​​ແບບ​ນີ້ ຍັງ​ຄົງ​ແມ່ນ​ສິ່ງ​ທ້າ​ທາຍ​ຢ່່າງ​ໃຫຍ່ຫຼວງທີ່​ມີ​ຕໍ່ກ​ຳລັງຕ້ານ​ກໍ່​ການ​ຮ້າຍ. ລະອຽດ​ແມ່ນ​ໃນ​ຕະຫຼອດ 2 ປີ​ທີ່​ຜ່ານ​ມາ, ປະ​ເທດອາ​ເມ​ລິ​ກາຕ້ອງ​ໄດ້​ປະ​ເຊີນ​ໜ້າ​ກັບ​ບັນດາ​ກົນອຸບາຍ​ວາງ​ລະ​ເບີດ​ທີ່​ແນ​ໃສ່​ບັນດາ​ເຈົ້າ​ໜ້າ​ທີ່​ກໍ​ຄື​ບັນດາ​ອົງການ​ສຳນັກງານ​ຂັ້ນ​ສູນ​ກາງຂອງ​ປະ​ເທດ​ນີ້. ​ແລະ ​ເມື່ອ​ມໍ່​ມາ​ນີ້, ​ແມ່ນ​ເຫດ​ວາງ​ລະ​ເບີດ​ທີ່​ງານ​ແຂ່ງ​ຂັນ​ແລ່ນມາຣາ​ຕອນ​ສາກົນ​ທີ່​ຈັດ​ຂຶ້ນ​ຢູ່ Boston ​ເມື່ອ​ວັນ​ທີ 15/4.

   ​ເຖິງ​ວ່າ​ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ບໍ່​ຫຼາຍ​ກໍ​ຕາມ, ​ແຕ່ ເຫດ​ວາງ​ລະ​ເບີດທີ່​ເຫດການ​ກິລາ​ໃຫຍ່​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງປະ​ເທດອາ​ເມ​ລິ​ກາ ​ໄດ້​​ເຮ​ັດ​ໃຫ້​ເພີ່ມ​ຄວາມ​ວິຕົກ​ກັງວົນ​ຕໍ່ບັນຫາ​ຄວາມ​ສະຫງົບ​ປອດ​ໄພ.​ ພິ​ເສດ​ມັນ​ໄດ້​ເກີດ​ຂຶ້ນ​ໃນ​ຈຸດ​ເວ​ລາທີ່ສະດຸ້ງ​ໄວ​ຄື ຍັງ​ອີກ​ບໍ່​ຮອດ 2 ອາທິດ, ປະ​ເທດອາ​ເມ​ລິ​ກາຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ 2 ປີ​ແຫ່ງ​ວັນ Osama Bin laden ຖືກ​ດັບ​ສູນ. ​ເປັນ​ທີ່​ຈະ​ແຈ້ງ​ແລ້​ວວ່າ ການ​ບຸກ​ໂຈມ​ຕີກໍ​ການ​ຮ້າຍ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ສຳລັບ ບໍ່​ພຽງ​ແຕ່​ປະ​ເທດອາ​ເມ​ລິ​ກາ​ເທົ່າ​ນັ້ນ, ຫາກ​ຍັງ​ສຳລັບ​ທົ່ວ​ໂລກ​ອີກ​ດ້ວຍ. ພ້ອມ​ກັນ​ນັ້ນ, ​ເຖິງວ່າ ເຄືອ​ຂ່າຍ​ກໍ່​ການ​ຮ້າຍ ອານ​ກີ​ດາ ຖືກ​ອ່ອນ​ແອ​ລົງກໍ​ຕາມ, ​ແຕ່​ໃນ 2 ປີ ທີ່​ຜ່ານ​ມາ, ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ​ໄດ້​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ຢູ່ ອາບ​ກາ​ນິສະຖານ, ປາ​ກິດ​ສະຖານ ​ແລະ ບັນດາ​ປະ​ເທດ​ອາ​ຟະ​ລິ​ກາ. ພາຍຫຼັງ​ບັນດາ​ການ​ຫັນປ່ຽນ​ດ້ານ​ການ​ເມືອງ​ຢ່າງ​ຮຸນ​ແຮງ​ຢູ່​ຕາ​ເວັນ​ອອກ​ກາງ, ອາ​ຟະ​ລິ​ກາ​ເໜືອ, ອານ​ກີ​ດາ ກໍ​ພວມ​ຂະຫຍາຍ​ເປັນ ເຄືອ​ຂ່າຍ​ກໍ່​ການ​ຮ້າຍ​ໃນ​ວົງ​ກ້ວາງ​ໂດຍ​ເຊື່ອມ​ຕໍ່ Somalia ຜ່ານ​ທະ​ເລ​ແດງ ​ໄປ​ເຖິງ Yemen. ຂ່າວ​ຄາວ​ກ່ຽວ​ກັບການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່​ຕາມ​ຈຸດ​ຮ້ອນ​ນີ້ຖືກ​ອອກ​ຂ່າວ​ເປັນ​ປະຈຳ​ວັນ ຊຶ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຕາຍ​ຂອງ Osama Bin laden ​ແມ່ນ​ຍັງບໍ່​ທັນພຽງພໍ​ເພື່ອ​ບັນ​ເທົ່າ​ຄວາມ​ວິ​ຕົກ​ກັງ​ວົນທີ່​ພວມ​ເກີດ​ຂຶ້ນ. ສິ່ງ​ທີ່​ເປັນ​ອັນຕະລາຍ​ແມ່ນ​ຢູ່​ບ່ອນ​ວ່າ ເຄືອ​ຂ່າຍ​ກໍ່​ການ​ຮ້າຍ ອານ​ກີ​ດາ ພ້ອມ​ກັບ​ລະບົບ​ແນວ​ຄິດ​ທຳ​ສົງຄາມ​ສັກສິດ ອິດສະ​ລາມ ​ແລະ ປັດ​ສະຍາ​ຂອງ Osama Bin laden ຍັງ​ຄົງ​ຕົວ​ຢູ່​ຫຼາຍ​ແຫ່ງ​ໃນ​ໂລກ ​ແລະ ​ໄດ້​ກາຍ​ເປັນ​ໜໍ່​ແໜງ​ໃຫ້​ດຳ​ເນີ​ດ​ແນວ​ຄິດ​ຫົວ​ຮຸນ​ແຮງ​ໃນ​ໄວ​ໜຸ່ມ​ພາກສ່ວນ​ໜຶ່ງ. ຖ້າ​ຫາກ​ສັງ​ເກດ​ຕົວ​ການ​ຂອງ ເຫດ​ວາງ​ລະ​ເບີດ​ທີ່​ງານ​ແຂ່ງ​ຂັນ​ແລ່ນມາຣາ​ຕອນ​ສາກົນ​ທີ່​ຈັດ​ຂຶ້ນ​ຢູ່ Boston ​ແລະ ​ແບບ​ວິທີ​ປະຕິບັດການ​ບຸກ​ໂຈມ​ຕີນັ້ນ, ​ແມ່ນ​ອາດ​ຈະ​ເຫັນ​ແຈ້ງ​ເຖິງ​ສິ່ງ​ດັ່ງກ່າວ. ລູກ​ລະ​ເບີດ 2 ລູກ​ຖືກ​ວາງ​ຢູ່  ນະຄອນ Boston ແມ່ນລູກ​ລະ​ເບີດທີ່ຜະລິດເອງດ້ວຍໝໍ້ຕົ້ມ ເຊັ່ນດຽວກັນກັບ ອາວຸດໂດຍບັນດາມືປືນອິດສະລາມຫົວຮຸ່ນແຮງເຄີຍນຳໃຊ້ຢູ່ ອາບ​ກາ​ນິສະຖານ, ປາ​ກິດ​ສະຖານ ແລະ ອີນເດຍ.

     ພາຍຫຼັງທີ່ Osama Bin laden ຖືກ​ດັບ​ສູນເປັນເວລາ 2 ປີ, ບໍ່ອາດປະຕິເສດ ຕໍ່ ບັນດາ​ໝາກຜົນ​ກໍ​ຄື​ຄວາມ​ຕັດສິນ​ໃຈ​ຂອງ​ອຳນາດ​ການ​ປົກຄອງ ປະທາ ນາທິບໍດີ Barak Obama ​ໃນ​ການ​ສູ້​ຮົບ​ຕ້າ​ນລັດທິກໍ່​ການ​ຮ້າຍ, ​ແຕ່​ກໍ​ຕ້ອງ​ຮັບ​ຮູ້​ຕໍ່​ຄວາມ​ຈິງ​ທີ່​ວ່າ ​ເຖິງ​ວ່າ ຫົວ​ໂປ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ ອານ​ກີ​ດາ Osama Bin laden ຖືກ​ດັບ​ສູນ​​ແລ້ວ​ກໍ​ຕາມ, ​ແຕ່ເຄືອ​ຂ່າຍ​ກໍ່​ການ​ຮ້າຍ ອານ​ກີ​ດາ ຍັງ​ຄົງ​ແມ່ນ​ຄວາມ​ວິຕົກ​ກັງວົນ​ຢ່າງ​ໃຫຍ່​ຫຼວງ. ສະພາບ​ຂາດ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ຢູ່​ບັນດາ​ປະ​ເທດ​ຕາ​ເວັນ​ອອກກາງ, ອາ​ຟະ​ລິ​ກາ ​ແລະ ການ​ແຊກ​ແຊງ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ການ​ປ່ຽນ​ແປງລະບອບ​ຢູ່​ປະ​ເທດ​ເຫຼົ່າ​ນັ້ນ ຈະ​ເປັນເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ອົງການກໍ່​ການ​ຮ້າຍ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​. ການ​ສູ້​ຮົບ​ຕ້ານ​ກໍ່​ການ​ຮ້າຍ ​ແນ່ນອນ​ວ່າ ຈະ​ຍັງ​ຄົງ​ແມ່ນ​ການ​ສູ້​ຮົບ​ທີ່​ຍາວ​ນານ

ຕອບກັບ

ຂ່າວ/ບົດ​ອື່ນ