ຄວາມອະນຸໂລມ: ສິ່ງອັນລ້ຳຄ່າທີ່ສຸດຂອງຊີວິດມະນຸດ

(vovworld)- ກ່ອນນີ້ 20 ປີ, ຄື​ວັນ​ທີ 16/11/1996, ເປັນ​ຄັ້ງ​ທຳ​ອິດ ອົງ​ການ​ສຶກ​ສາ ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ຂອງ ສ​ປ​ຊ (UNESCO) ຕົກ​ລົງ​ຈັດ​ຕັ້ງ “ວັນ​ສາ​ກົນ​ກ່ຽວ​ກັບ​ຄວາມ​ອະ​ນຸ​ໂລມ”. ​ນັບ​ແຕ່ນັ້ນມາ​ຮອດ​ປະ​ຈຸ​ບັນ, ເມື່ອ​ຮອດ​ວັນ​ນີ້, ມີ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ, ຊຸກ​ຍູ້, ເຊີດ​ຊູ ບັນ​ດາ​ການ​ກະ​ທຳ​ອະ​ນຸ​ໂລມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ຢູ່​ຫລາຍ​ປະ​ເທດ, ໃນ​ນັ້ນ ມີ​ຫວຽດ​ນາມ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ທີ່​ມີ​ຫົວ​ຂໍ້​ວ່າ​: ຄວາມ​ອະ​ນ​ຸ​ໂລມ: ສິ່ງ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຂອງ​ຊີ​ວິດ​ມະ​ນຸດ.

ຄວາມອະນຸໂລມ: ສິ່ງອັນລ້ຳຄ່າທີ່ສຸດຂອງຊີວິດມະນຸດ - ảnh 1
ພາບ​ປະ​ກອບ: LHQ 1982

ທາດ​ແທ້​ຂອງ​ຊາວ​ຫວຽດ​ນາມ ແມ່ນ​ອະ​ນ​ຸ​ໂລມ, ເມດ​ຕາ​ກະ​ລຸ​ນາ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນ​ດາ​ຄຳ​ສຸ​ພາ​ສິດ, ​ສຳ​ນວນ​ຄຳ​ເວົ້າ​ໄດ້​ຝັງ​ເລິກ​ໃນ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ ແຕ່​ລະ​ຄົນ. ຢູ່​ໃນ​ຄອບ​ຄົວ, ວົງ​ຕະ​ກຸນ, ຊາວ​ຫວຽດ​ນາມ ມີ​ຄຳ​ສຸ​ພາ​ສິດ​ທີ່​ວ່າ: “ຜູ້​ເປ​ັນ​ເອື້ອຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຜູ້​ເປັນ​ນ້ອງ​ຕ້ອງ​ສຸດ​ຈິດ​ສຸດ​ໃຈ​ຊ່ວຍ​ເຫລືອ​ເອື້ອຍ”, “​ພັດ​ພາກ​ຈາກ​ພໍ່ ອາ​ໄສ​ອ່າວ……

ກ່ຽວ​ກັບ​ການ​ພົວ​ພັນ​ບ້ານ​ໃກ້​ເຮືອນ​ຄຽງ, ລະ​ຫວ່າງ​ໝູ່ເພື່ອນ​, ຜູ້​ຮ່ວມ​ກົມ​ກອງ, ມີ​ບັນ​ດາ​ຄຳ​ສັ່ງ​ສອນ​ວ່າ: “ສ້າງ​ຄວາມ​ຮັກ​ແພງ​ຜູ້​ຢູ່​ບ້ານ​ໃກ້​ເຮືອນ​ຄຽງ​ແທນ​ໃຫ້​ອ້າຍ​ນ້ອງ​ຢູ່​ໄກ”, “ບ້ານ​ໃກ້​ເຮືອນ​ຄຽງ​ມີ​ຫຍັງ​ຫຍຸ້ງ​ຍາກກໍ່​ຊ່ວຍ​ເຫລືອ​ກັນ”.

ຖ້າ​ຄວາມ​ໝາຍກວ້າງກວ່າໃນ​ທົ່ວ​ປະ​ເທດ ມີ​ບັນ​ດາ​ຄຳ​ສຸ​ພາ​ສິດ​ທີ່ວ​່າ: “ນ້ຳ​ເຕົ້າ​ປູມ​ຊ່ວຍ​ນ້ຳ​ເຕົ້າ​ເປົ່າ, ເຖິງວ່າບໍ່​ແມ່ນ​ອ້າຍ​ນ້ອງ​ໃນ​ຄອບ​ຄົວ​ແຕ່​ຍາມ​ໃດ​ກໍ​ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ​ກັນ.”, “ຮັກ​ແພງ​ຜູ້​ອື່ນ​ຄື​ດັ່ງ​ຮັກ​ແພງ​ຕົວເອງ”, “ປ່ຽງ​ຫນຶ່ງ​ຍາມ​ຫິວ ທໍ່​ກັບ​ຫໍ່​ຫນຶ່ງ​ຍາມ​ອີ່ມ.”

        ໄລ​ຍະກ່ອນນີ້, ຄົນ​ລຸ້ນ​ກ່ອນ​ເມື່ອ​ຕ​ີ​ຊະ​ນະ​ສັດ​ຕູແລ້ວ ຍັງ​ສະ​ຫນອງ​ສະ​ບຽງ​ອາ​ຫານ, ມ້າ, ລົດ ເພື່ອ​ໃຫ້​ສັດ​ຕູ​ກັບ​ຄືນ​ເມືອ​ປະ​ເທດ.

ປະ​ຈຸ​ບັນ, ຍັງ​ມີ​ແບບ​ຢ່າງ​ດີ​ເດັ່ນ​ຫລາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ອະ​ນຸ​ໂລມ, ເຜື່ອ​ແຜ່ຂອງ​ຊາວ​ຫວຽດ​ນາມ. ໃນ​ສົງ​ຄາມ​ຢູ່​ຫວຽດ​ນາມ, ມີ​ທະ​ຫານ​ຜ່ານ​ເສິກ ອາ​ເມ​ລິ​ກາ ຫລາຍ​ຄົນ ໄດ້​ມີ​ການ​ກະ​ທຳ​ໂຫດ​ຮ​້າຍ​ສາ​ມານ, ໃນ​ນັ້ນ ມີ​ເຫດ ເຂັ່ນ​ຂ້າ​ສາ​ມັນ​ຊົນ ຢູ່ ຫມີ​ລາຍ ແຂວງ ກວ໋າງ​ຫງ໋າຍ. ວັນ​ທີ 16/3/1968, ມີ​ຊາວ​ຫວຽດນາມ 504 ຄົນ, ໃນ​ນັ້ນ​ສ່ວນ​ຫລາຍ​ແມ່ນ​ແມ່​ຍິງ ແລະ ເດັກ​ນ້ອຍ, ນັບ​ທັງ​ເດັກ​ຫາກໍ່​ເກີດ ຖືກກອງ​ຮ້ອຍ Charlie ເຂັ່ນ​ຂ້າ. ບັນ​ດາ​ທະ​ຫານ​ຜ່ານ​ເສິກ ອາ​ເມ​ລິ​ກາ, ຜູ້​ທີ່​ເຂົ້າ​ຮ່ວມ​ເຫດ​ຄາດ​ຕະ​ກຳ​ດັ່ງ​ກ່າວ  ຍາມ​ໃດ​ກໍຖືກວົນ​ສະ​ຫ​ມອງ ຍ້ອນ​ບັນ​ດາໂທດ​ກຳນັ້ນ, ເຂົາ​ເຈົ້າ​ຕົກ​ລົງ​ກັບ​ຄືນ​ເຂດ​ດິນ​ ຫມີ​ລາຍ ທີ່​ຖືກປະ​ສົບ​ເຄາະ​ຮ້າຍ ແລະ ປາດ​ຖະ​ຫນາ​ຢາກ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ອະ​ໄພໂທດ​ ​້. ເມື່ອ​​ຖາມ ແມ່​ຕູ້ ຟ້າມ​ທິ​ທ້ວນ, ຊື່ງ​ແມ່ນຫນຶ່ງ​ໃນ​ບັນ​ດາ​ຜູ້ພະ​ຍານທີ່ລອດ​ຕາຍ​ຈາກ​ເຫດ​ ເຂັ່ນ​ຂ້າ​ສາ​ມັນ​ຊົນ ​ດັ່ງ​ກ່າວ ວ່າ: “ແມ່​ຕູ້ ຄິດ​ແນວ​ໃດ​ຕໍ່​ຄຳ​ຂໍ​ໂທດ​ຂອງ​ບັນ​ດາ​ທະ​ຫານ​ຜ່ານ​ເສິກ ອາມ​ລິ​ກາ”, ແມ່​ຕູ້​ຕອບ​ວ່າ “ຄອບ​ຄົວ​ຂ້າ​ພະ​ເຈົ້າ ມີ 6 ຄົນ​ຖືກ​ເຂັ່ນ​ຂ້າ​ໃນ​ເຫດ​ ເຂັ່ນ​ຂ້າ​ສາ​ມັນ​ຊົນ ​ນີ້, ຄວາມ​ເຈັບ​ປວດ​ແລະ​ເສຍ​ຫາຍນີ້ບໍ່​ມີ​ຫຍັງ​ຕາບ​ຈູນ​ໄດ້. ແຕ່​ເລື່ອງນັ້ນ​ແມ່ນ​ຜ່ານ​ໄປ​ແລ້ວ, ຂ້າ​ພະ​ເຈົ້າ ອະ​ໄພ​ໂທດ​ໃຫ້​, ເມື່ອ​ເຂົາ​ເຈົ້າ​ຮູ້​ກິນ​ແຫ​ນງ.” ຖັດ​ຈາກນັ້ນ ເຫດ​ຄາດ​ຕະ​ກຳ​ຢູ່ ແທ້ງ​ຟອງ ຢູ່ ແຂວງ ເບນ​ແຈ ເກີດ​ຂຶ້ນ​ເມື່ອວັນ​ທີ 25/2/1969 ຈາກ​ກຳ​ລັງ​ກອງ​ປຸ້ນ SEAL ໂດຍ Bob Kerrey ບັນ​ຊາ ໄດ້​ເຂັ່ນ​ຂ້າ​ສາ​ມັນ​ຊົນ 21 ຄົນ, ໃນ​ນັ້ນ ນັບ​ທັງ​ຜູ້​ເຖົ້າ​ຜູ້​ແກ່, ແມ່​ຍິງ ແລະ ເດັກ​ນ້ອຍ. ພາຍ​ຫລັງ ​ກາຍ​ເປັນ​ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ, ທ່ານ Bob Kerrey ໄດ້​ຍອມ​ຮັບວ່າ ຍາມ​ໃດ​ທ່ານ​ກໍ​ຮູ້​ສຶກ​ກິນ​ແຫ​ນງ ແລະ ຄິດ​ເຖິງ​ບັນ​ດາ​ຄວາມ​ຊ​ົງ​ຈຳ​ທີ່​ເຈັບ​ປວດ, ຕ້ອງ​ດຳ​ລົງ​ຊີ​ວິດ​ຮ່ວມກັບ​ບັນ​ດາ​ໂທດ​ກຳ​ທີ່​ຕົນ​ເອງກໍ່​ຂຶ້ນ. ​ທ່ານ Bob Kerrey ກໍ​ໄດ້​ສະ​ແດງ​ຄວາມ​ຂໍ​ໂທດ​ຕໍ່ປະ​ຊາ​ຊົນ ແທ້ງ​ຟອງ. ບັນ​ດາ​ຄອບ​ຄົວ​ທີ່​ຖືກ​ປະ​ສົບ​ເຄາະ​ຮ້າຍ​ຈາກ​ການ​ກະ​ທຳ​ຂອງ​ ທ່ານ Bob Kerrey ໃຫ້​ຮູ້​ວ່າ: ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ສາ​ມານນັ້ນ ພວກ​ຂ້າ​ພະ​ເຈົ້າ ອາ​ຄາດ​​  ທີ່​ສຸດ ແຕ່ບໍ່​ຢາກ​ຝັງ​ເລິກ​​ໃນ​ໃຈ​ຢ່າງ​ຍາວ​ນານ. ປະ​ເທດ​ຊາດ​ໄດ້​ຮັບ​ສັນ​ຕິ​ພາບ​ແລ້ວ, ບໍ່​ມີ​ໃຜ​ຫລົງ​ລືມ​ອະ​ດີດ​ຕະ​ການ​ໄດ້ ແຕ່ກໍ່​ບໍ່​ຢາກ​ເກີດ​ຄວາມ​ອາ​ຄາດ​ຕະ​ຫລອດ, ​ຫາກປະ​ໃຫ້​ມະ​ໂນ​ທຳ​ຂອງ​ເຂົ​າ​ເຈົ້າ​ຕັດ​ສິນ​ດ້ວຍ​ຕົນ​ເອງ.

ຫວ່າງ​ແລ້ວນີ້, ຮູບ​ພາບ​ຜູ້​ເປັນ​ແມ່ 2 ຄົນ, ຜູ້​ຫນຶ່ງ ແມ່ນ​ແມ່​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ສ່ວນ​ຜູ້​ຫນຶ່ງ​ແມ່ນ​ແມ່​ຂອງ​ຜູ້​ເປັນຈຳ​ເລີຍ ໄດ​້ກອດ​ກັ​ນ​ໄຫ້​ຢູ່​ປະ​ຊຸ​ມ​ສານ ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ຮູ້​ສຶກ​ຕື້ນ​ຕັ​ນ​ໃຈ. ແມ່​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໄດ້​ຂໍ​ໃຫ້​ສານ​​ຜ່ອນ​ໂທດ​ໃຫ້​ຈຳ​ເລີຍ, ຊື່ງ​ແມ່ນ​ຜູ້​ເຂັ່ນ​ຂ້າ​ລູກ​ທີ່​ຮັກ​ແພງ​ຂອງ​ຕົນ. ນອກ​ນັ້ນ ຍັງ​ມີ​ບັນ​ດາ​ນັກ​ຮົບ​ເກົ່າ​ຢູ່ ເຂດ​ທົ່ງ​ພຽງ​ແມ່ນ​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ໄດ້​ບໍ​ລິ​ຈາກ​ເງິນ, ປະ​ກອບ​ກຳ​ລັງ​ເຫື່ອ​ແຮງກໍ່​ສ້າງ​ຂົວ​ ເບ​ຕົງ ຊ່ວຍ​ໃຫ້​ຫລານ​ນ້ອຍ​ໄປ​ໂຮງ​ຮຽນ. ມີ​ນາຍ​ຄູ ອາ​ຍຸ​ສູງຜູ້​ຫນຶ່ງ​ຢູ່ ຮ່າ​ໂນ້ຍ ​ແຕ່​ລະ​ມື້ໄດ້​ສອນ​ຫນັງ​ສື​ໃຫ້​ເດັກ​ພິ​ການໂດຍບໍ່​ເກັບ​ຄ່າ. ບັນ​ດາ​ການ​ກະ​ທຳ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ຜູ້​ໃຈ​ບຸນໃຈ​ກຸ​ສົນ  ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບົດ​ຮຽນ ກ່ຽວ​ກັບ ຄວາມ​ເມດ​ຕາ​ປາ​ນີ, ຄວາມ​ອະ​ນ​ຸ​ໂລມ​ຂອງ​ຊາວ​ຫວຽດ​ນາມ ອີກ​ດ້ວຍ.

ຢ່າ​ລ​ືມ ອະ​ດີດ​ຕະ​ການ ແຕ່ບໍ່​ດຳ​ລົງ​ຊີ​ວິດ​ກັບ​ຄວາມ​ອາ​ຄາດ​ຕະ​ຫລອດ. ຄວາມ​ອະ​ນຸ​ໂລມບໍ່​ໝາຍ​ຄວາມ​ວ່າ ແມ່ນ​ການ​ປະ​ນິ​ປະ​ນອມ, ຫລື​ປະ​ຕິ​ບັດ​ຕາມ​ຈຸ​ດ​ປະ​ສົງ​ຂອງ​ຜູ້​ອື່ນ. ຄວາມ​ອະ​ນຸ​ໂລມ​ແມ່ນ​ຄວາມ​ເອົາ​ລົບ, ແມ່ນ​ການຍອມ​ຮັບ ແລະ ຕີ​ລາ​ຄາ​ສູງ​ຄວາ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ອຸ​ດົມ​ສົມ​ບູນ​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ໂລກ. ຄວາມ​ອະ​ນຸ​ໂລມ ແມ່ນ​ການ​ຊຸກ​ຍູ້​ຄວາມ​ຮັບ​ຮູ້​ບັນ​ດາ​ສິດ​ພື້ນ​ຖານ​ຂອງ​ມະ​ນຸດ, ແມ່ນ​ເຊີດ​ຊູ​ລັກ​ສະ​ນະ​ມະ​ນຸດ​ສາດ​ໃນ​ແຕ່​ລະ​ຄົນ. ແລະ ສຳ​ລັບ​ຊາວ​ຫວຽດ​ນາມ, ຄວາມ​ອະ​ນຸ​ໂລມ​ແມ່ນ​ສິ່ງ​ທີ່​ລ້ຳ​ຄ່າ​ຂອງ​ຊີ​ວິດ​ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ