ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ​ຂອງ​ນັກ​ຂ່າວ ແລະ ການ​ຫັນ​ສື່ມວນ​ຊົນ​ເປັນ​ດີ​ຈີ​ຕອນ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925-21/6/2022), ທ່ານໂດ້ຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ໄດ້ຫວນຄືນບັນດາການປະກອບສ່ວນທີ່ໃຫ່ຍຫຼວງຂອງສື່ມວນຊົນ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມກັນນັ້ນ, ທ່ານໄດ້ຕີລາຄາ, ໃຫ້ຂໍ້ສັງເກດຢ່າງເລິກເຊິ່ງ ກ່ຽວກັບທ່າອຽງພັດທະນາຂອງສື່ມວນຊົນ ກໍ່ຄືຄວາມຮຽກຮ້ອງຕ້ອງການ, ຄວາມຮັບຜິດຊອບທາງສັງຄົມຂອງນັກຂ່າວໃນໄລຍະປະຈຸບັນນີ້.
ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ​ຂອງ​ນັກ​ຂ່າວ ແລະ ການ​ຫັນ​ສື່ມວນ​ຊົນ​ເປັນ​ດີ​ຈີ​ຕອນ - ảnh 1

 ທ່ານໂດ້ຕຽນຊີ, ກຳມະການສູນການພັກ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ (ພາບ: VOV)

    ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ໂດ້ຕຽນຊີ ໄດ້ຢືນຢັນວ່າ, ໃນຕະຫຼອດໄລຍະເວລາກວ່າ 97 ປີຜ່ານມາ, ສື່ມວນຊົນປະຕິວັດຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດກຳນົດທິດຫາງສຽງເປັນຢ່າງດີ, ສ່ອງແສງການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນ, ຈັກກະພັດ ແລະ ປົກປັກຮັກສາປະເທດສັງຄົມນິຍົມຢ່າງມີຊີວິດຊີວາ. ໃນໄລຍະປະຈຸບັນ, ສື່ມວນຊົນປະຕິວັດຫວຽດນາມ ຍິ່ງຕ້ອງສະແດງໃຫ້ເຫັນ, ຄວາມຮັບຜິດຊອບທາງສັງຄົມໃຫ້ດີກ່ວາອີກ ແລະ ຕ້ອງຖືຜົນປະໂຫຍດຂອງຊາດ ແລະ ປະເທດຊາດເຫນືອກ່ວາສິ່ງໃດໝົດ.

ຄວາມຮັບຜິດຊອບທາງສັງຄົມອັນໃຫ່ຍຫຼວງຂອງສື່ມວນຊົນ ແລະ ນັກຂ່າວ

   ຖ້າຢາກເຮັດໄດ້ຄືແນວນັ້ນ, ນັກຂ່າວຕ້ອງຂຽນບົດ, ຂຽນຂ່າວ, ຜະລິດຕະພັນສື່ມວນຊົນດ້ວຍນ້ຳໃຈ ແລະ ຄວາມສາມາດຂອງຕົນ, ມີຄວາມໝາຍຕໍ່ຊີວິດ, ສ່ອງແສງບັນດາບັນຫາດ້ານເສດຖະກິດ, ການເມືອງ, ສັງຄົມຕາມວີທີທີ່ເຮັດໃຫ້ຊີວິດ ແລະ ສັງຄົມດີຂຶ້ນ. ທ່ານໂດ້ຕຽນຊີ ເນັ້ນໜັກວ່າ:

         ປະຈຸບັນ, ມະຫາຊົນໄດ້ສຳຜັດກັບຂໍ້ມູນຂ່າວຈາກຫຼາຍແຫຼ່ງແຕກຕ່າງກັນ, ໃນນັ້ນມີຫຼາຍແຫຼ່ງຂ່າວປອມ, ໄດ້ເຮັດເພື່ອເຈດຈຳນົງບໍ່ດີຄື: ການແບ່ງແຍກ ເພື່ອສ້າງຄວາມເຂົ້າໃຈຜິດ, ຫຼືວ່າເຮັດເພື່ອຜົນປະໂຫຍດສ່ວນຕົວ. ສະນັ້ນ, ຄວາມຮັບຜິດຊອບຂອງນັກຂ່າວ ແມ່ນດ້ວຍທັກສະ, ຄວາມສາມາດຂອງຕົນ ໃນການສຳຜັດກັບຂໍ້ມູນຂ່າວ, ເພື່ອສະໜອງບັນດາຂໍ້ມູນຂ່າວທີ່ຊັດເຈນ, ຈະແຈ້ງ ແລະ ພາວະວິໄສ.

ການຫັນເປັນດີຈີຕອນ, ທ່າອ່ຽງພັດທະນາຢ່າງແນ່ນອນຂອງສື່ມວນຊົນ

  ກ່ຽວກັບທ່າອ່ຽງພັດທະນາຂອງສື່ມວນຊົນ,     ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ຢືນຢັນວ່າ, ການຫັນເປັນດີຈີຕອນ ແມ່ນທ່າອ່ຽງພັດທະນາຢ່າງແນ່ນອນ, ແມ່ນການຄັດເລືອກໜຶ່ງດຽວຂອງບັນດາອົງການສື່ມວນຊົນ. ການຫັນເປັນດີຈີຕອນໄດ້ຊ່ວຍບັນດາອົງການສື່ມວນຊົນປ່ຽນແປງຮອບດ້ານຄື: ວີທີການເຄື່ອນໄຫວ, ການຄຸ້ມຄອງ, ການນຳໃຊ້ເຕັກໂນໂລຊີໃນວິວັດການຜະລິດ ແລະ ຈັດສັນເນື້ອໃນ.

     ຢູ່ວິທະຍຸກະຈາຍສຽງຫວຽດນາມ, ບັນຫາຫັນເປັນດີຈີຕອນໄດ້ ແລະ ພວມໄດ້ຮັບຄວາມເອົາໃຈໃສ່ດໍຊຸກຍູ້ເປັນພິເສດ. ດ້ວຍຖານະເປັນອົງການສື່ມວນຊົນຫຼາຍປະເພດ, ຫຼາຍພາສາຕົ້ນຕໍນັ້ນ, ວິທະຍຸກະຈາຍສຽງຫວຽດນາມ ພວມສູ້ຊົນພັດທະນາຢ່າງໄວວາ ແລະ ຮອບດ້ານກ່ວາອີກ. ໃນນັ້ນ, ວິທະຍຸກະຈາຍສຽງຫວຽດນາມ ກຳນົດວ່າ, ພ້ອມກັບການຄັດເລືອກເຕັກໂນໂລຊີທີ່ເໝາະສົມ, ການລົງທຶນເພື່ອກໍ່ສ້າງເຄື່ອງອຸປະກອນທີ່ບັນລຸປະສິດທິຜົນນັ້ນ, ປັດໄຈສຳຄັນເພື່ອຫັນເປັນດີຈີຕອນຢູ່ວິທະຍຸກະຈາຍສຽງຫວຽດນາມ ແມ່ນມະນຸດ.     ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ໂດ້ຕຽນຊີ ຢືນຢັນວ່າ:

   ຖັນແຖວນັກຂ່າວ, ບັນນາທິການ, ນັກເຕັກນິກຂອງ    ວິທະຍຸກະຈາຍສຽງຫວຽດນາມ ພວມຕ້ອງກຽມພ້ອມເພື່ອຫັນປ່ຽນວິທີການເຮັດວຽກ. ໝູນໃຊ້ເຕັກໂນໂລຊີເພື່ອເຮັດວຽກຢ່າງໄວວາ ແລະ ບັນລຸປະສິດທິຜົນ ກ່ວາອີກ, ມີແຫຼ່ງຊັບພະຍາຍອນມະນຸດທີ່ມີຄວາມສາມາດໃນຫຼາຍດ້ານ. ອາດຈະຢືນຢັນໄດ້ວ່າ, ການປ່ຽນແປງໃໝ່ເຕັກໂນໂລຊີ, ເຄື່ອງຈັກຈະບໍ່ມີຄວາມໝາສຍຫຍັງ ຖ້າຫາກວ່າບັນດານັກຂ່າວ, ບັນນາທິການບໍ່ສາມາດນຳໃຊ້ກໍ່ຄືບໍ່ກຽມພ້ອມ ແລະ ອັບເດດເຕັກໂນໂລຊີໃໝ່.

    ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ໂດ້ຕຽນຊີ ໄດ້ໃຫ້ຂໍ້ສັງເກດວ່າ, ເຖິງວ່າເຕັກໂນໂລຊີໄດ້ພັດທະນາດີ, ປັນຍາປະດິດທັນສະໄໝ, ສາມມາດຊ່ວຍນັກຂ່າວເຂົ້າໃຈມະຫາຊົນແຈ້ງປາດໃດກໍ່ຕາມ, ແຕ່ສິ່ງຫຼັກແຫຼ່ງຍັງແມ່ນບັນຫາມະນຸດ, ແມ່ນບັນດານັກຂ່າວພວມມີໜ້າໃນທຸກແຖບຖິ່ນ, ດ້ວຍຄຸນສົມບັດອາຊີບທີ່ໃສແຈ້ງ, ດ້ວຍຄວາມຮັບຜິດຊອບຕໍ່ສັງຄົມອັນສູງສົ່ງຂອງຕົນ, ເຂົາເຈົ້າແມ່ນຜູ້ນຳພາ, ກຳນົດທິດຫາງສຽງສັງຄົມ, ມຸ້ງໄປເຖິງຄວາມຈິງໃຈ, ຄວາມສະໜິດຕິດພັນ ແລະ ຄວາມສວຍງາມ./.

         

ຕອບກັບ

ຂ່າວ/ບົດ​ອື່ນ