ຄວາມເຄັ່ງຕຶງພວມເກີດຂຶ້ນໂດຍໝູນອ້ອມບັນຫາ ເຢລູຊາແລມ

(VOVWORLD) -ຄວາມໂກດແຄ້ນຂອງໂລກອາຣັບ ແລະ ອິດສະລາມພວມນັບມື້ນັບເພີ່ມຂຶ້ນສູງ ນັບແຕ່ພາຍຫຼັງປະທານາທິບໍດີອາເມລິກາ Donald trump ໄດ້ຮັບຮອງ ເຢລູຊາແລມແມ່ນນະຄອນຫຼວງຂອງອິດສະຣາແອນ

ບໍ່ພຽງແຕ່ເກີດຂຶ້ນຢູ່ປະເທດຕາເວັນອອກກາງເທົ່ານັ້ນ, ບັນດາການເດີນຂະບວນປະທ້ວງຍັງເກີດຂຶ້ນຢູ່ຫຼາຍປະເທດອາຣັບອີກດ້ວຍ. ສະພາບການນີ້ພວມເຮັດໃຫ້ພາກພື້ນຕາເວັນອອກກາງຕົກເຂົ້າສູ່ສະພາບຂາດສະຖຽນລະພາບຢ່າງຮ້າຍແຮງ ຖ້າຫາກປະຊາຄົມໂລກບໍ່ມີວິທີການແກ້ໄຂຢ່າງທັນການ.

ຄວາມເຄັ່ງຕຶງພວມເກີດຂຶ້ນໂດຍໝູນອ້ອມບັນຫາ ເຢລູຊາແລມ  - ảnh 1ຄວາມໂກດແຄ້ນຂອງໂລກອາຣັບນັບມື້ນັບເພີ່ມຂຶ້ນ 

     ການໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນພາຍຫຼັງ 1 ວັນ ທີ່ ປະທານາທິບໍດີອາເມລິກາ Donald trump ຍົກອອກຂໍ້ຕົກລົງທີ່ມີລັກສະນະຜະຈົນໄພ ທີ່ກ່ຽວຂ້ອງເຖິງດິນແດນທີ່ສັກສິດ ເຢລູຊາແລມ. ຢູ່ເຂດ ເຢລູຊາແລມຕາເວັນອອກ, ມີປະຊາຊົນປາແລັສຕິນຢ່າງໜ້ອຍ 1400 ຄົນໄດ້ຮັບບາດເຈັບໃນບັນດາການປະທະກັນກັບກຳລັງປ້ອງກັນຄວາມສະຫງົບອິດສະຣາແອນໃນຊຸມມື້ທີ່ຜ່ານມາ. ຄວາມໂກດແຄ້ນມາຮອດຈຸດເວລານີ້ ກໍຍັງບໍ່ທັນມີສັນຍານຜ່ອນຄາຍລົງໃນຊຸມມື້ທີ່ຈະມາເຖິງ.

  ກະແສຟອງເດີນຂະບວນປະທ້ວງແຜ່ລາມອອກສູ່ວົງກ້ວາງ

   ຢູ່ ເຢລູຊາແລມ, ກຳລັງປ້ອງກັນຄວາມສະຫງົບອິດສະຣາແອນໄດ້ນຳໃຊ້ແກັສນ້ຳຕາຢ່າງລຽນຕິດເພື່ອຍຸບເລີກຂະບວນຄົນປາແລັສຕິນທີ່ພ້ອມກັນໂຮ່ຮ້ອງຢ່າງບໍ່ມີຍາມຢຸດເຊົາວ່າ ເຢລູຊາແລມແມ່ນນະຄອນຫຼວງຂອງເຂົາເຈົ້າ ແລະ ຄັດຄ້ານຂໍ້ຕົກລົງຂອງອາເມລິກາ. ຄວາມເຄັ່ງຕຶງຍິ່ງເພີ່ມທະວີຂຶ້ນພາຍຫຼັງທີ່ເຈົ້າໜ໊າທີ່ປ້ອງກັນຄວາມສະຫງົບຄົນໜຶ່ງຂອງອິດສະຣາແອນຖືກແທງຕາຍເມື່ອວັນທີ 10 ທັນວາຢູ່ ເຢລູຊາແລມຕາເວັນອອກ, ອັນໄດ້ເປີດສາກແກ່ການກະທຳໂຕ້ຕອບຢ່າງແຂງກະດ້າງຂອງລັດຊາວຢິວ.

     ໂດຍຫ່າງຈາກ ເຢລູຊາແລມປະມານ 10 ກມ, ເບັດເລເຮັມ ຊຶ່ງແມ່ນນະຄອນນອນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ກໍໄດ້ເກີດ ການໃຊ້ຄວາມຮຸນແຮງປີນຂັ້ນໄດຂະນະທີ່ຜູ້ເດີນຂະບວນປະທ້ວງນັບພັນຄົນໄດ້ພ້ອມກັນໂຮ່ຮ້ອງຄຳຂວັນຄັດຄ້ານອາເມລິກາຮັບຮອງ ເຢລູຊາແລມແມ່ນນະຄອນຫຼວງຂອງອິດສະຣາແອນ. ຕຳຫຼວດອິດສະຣາແອນໄດ້ຍິ່ງແກັສນ້ຳຕາໃສ່ຂະບວນຄົນເດີນຂະບວນປະທ້ວງ.

     ບັນດາການເດີນຂະບວນປະທ້ວງບໍ່ພຽງແຕ່ມີຂຶ້ນຢູ່ບັນດາປະເທດອາຣັບເທົ່ານັ້ນ, ຫາກຍັງຖືກດຳເນີນຢູ່ບັນດາປະເທດທີ່ເປັນພັນທະມິດກັບອາເມລິກາອີກດ້ວຍ. ວັນທີ 10 ທັນວາ, ຜູ້ເດີນຂະບວນປະທ້ວງປະມານ 2.500 ຄົນໄດ້ເຕົ້າໂຮມກັນຢູ່ນອກສະຖານທູດອາເມລິກາທີ່ເຢຍລະມັນ ເພື່ອສະແດງຄວາມສາມັກຄີກັບລັດປາແລັສຕິນ ແລະ ຕ້ານຄືນຂໍ້ຕົກລົງຂອງອາເມລິກາ. ຢູ່ລີບັງ, ກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ ຕ້ອງໄດ້ຍິງແກັສນ້ຳຕາ ແລະ ສີດນ້ຳເພື່ອຍຸບເລີກກຸ່ມຄົນເດີນຂະບວນປະທ້ວງຢູ່ໃກ້ກັບ ສະຖານທູດອາເມລິກາທີ່ນະຄອນຫຼວງໄບຮຸດ. ໃນຂະນະດຽວກັນ, ຢູ່ອິນໂດເນເຊຍ, ໃນ 3 ມື້ຢ່າງລຽນຕິດຜ່ານມາ, ຜູ້ເດີນຂະບວນປະທ້ວງນັບພັນຄົນໄດ້ເຕົ້າໂຮມກັນຢູ່ນອກສະຖານທູດອາເມລິກາເພື່ອສະແດງຄວາມສາມັກຄີກັບຊາວປາແລັສຕິນ. ບັນດາການເດີນຂະບວນປະທ້ວງກໍໄດ້ມີຂຶ້ນຢູ່ໜ້ອຍສຸດແມ່ນ 10 ນະຄອນອື່ນໃນອິນໂດເນເຊຍ, ມາຣົກ, ຕວກກີ, ອີຢິບ ແລະ ເຂດຕ່າງໆຢູ່ ປາແລັສຕິນ.

     ຕາເວັນອອກກາງອາດຈະຕົກເຂົ້າສູ່ສະພາບຂາດສະຖຽນລະພາບຢ່າງຮ້າຍແຮງ

   ບໍ່ພຽງແຕ່ກໍ່ໃຫ້ເກີດກະແສຟອງຄັດຄ້ານຢ່າງຮຸນແຮງໃນໂລກອາຣັບ ແລະ ອິດສະລາມເທົ່ານັ້ນ, ຂໍ້ຕົກລົງຂອງປະທານາທິບໍດີອາເມລິກາ Donald trumpພວມກໍ່ຄວາມແຕກແຫງຢ່າງຮ້າຍແຮງໃນການພົວພັນທາງການທູດລະຫວ່າງບັນດາປະເທດຕາເວັນອອກກາງອີກດ້ວຍ. ຕວກກີ ປະກາດ ຕັດການພົວພັນທາງການທູດກັບອິດສະຣາແອນ. ປະທານາທິບໍດີປາແລັສຕິນ ມາມຸດ ອາບບາດ ຖະແຫຼງວ່າ ຮອງປະທານາທິບໍດີອາເມລິກາ Mike Pence ຈະບໍ່ໄດ້ຮັບການຕ້ອນຮັບເມື່ອມາຢ້ຽມຢາມຕາເວັນອອກກາງໃນເວລາທີ່ຈະມາເຖິງ ແລະ ປາແລັສຕິນຈະຊອກຫາຜູ້ໄກ່ເກ່ຍເຈລະຈາສັນຕິພາບໃໝ່ເພື່ອທົດແທນອາເມລິກາ ແລະ ຊອກຫາມະຕິສະບັບໜຶ່ງຂອງສະພາຄວາມໝັ້ນຄົງ ສ.ປ.ຊ ກ່ຽວກັບເຢລູຊາແລມ.

       ໃນຈຸດເວລານີ້, ທຸກໆຄວາມມານະພະຍາຍາມທາງການທູດພວມຜັນຂະຫຍາຍຢ່າງຕັ້ງໜ້າ ແນໃສ່ຫຼຸດຜ່ອນການປະທະກັນລະຫວ່າງອິດສະຣາແອນ ແລະ ປາແລັສຕິນ. ປະທານາທິບໍດີຝະລັ່ງ Emmanuel Macron ກະຕຸກຊຸກຍູ້ນາຍົກລັດຖະມົນຕີອິດສະຣາແອນ Netanyahu ຢຸດຕິການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ໃຫ້ຊາວຢິວ ພ້ອມທັງຮຽກຮ້ອງ ນາຍົກລັດຖະມົນຕີອິດສະຣາແອນ Netanyahu ຈົ່ງມີ “ບັນດາບາດກ້າວເດີນອັນແຮງກ້າ” ສຳລັບຊາວ ປາແລັສຕິນເພື່ອແກ້ໄຂສະພາບບໍ່ມີທາງອອກຂອງວິກິດການ ອິດສະຣາແອນ - ປາແລັສຕິນ. ແຕ່ເຖິງຢ່າງໃດກໍຕາມ, “ບັນດາບາດກ້າວເດີນອັນແຮງກ້າ” ນັ້ນ ລະອຽດແມ່ນຫຍັງ ? ມາຮອດປະຈຸບັນ, ທຸກໆຝ່າຍຍັງບໍ່ທັນມີຄຳຕອບເທົ່າທີ່ຄວນເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ