ຄວາມ​ເຄັ່ງ​ຕຶງ​ຢູ່ ລີ​ບີ ປິນ​ຂັ້ນ​ໄດຢ່າງ​ຮ້າຍ​ແຮງ

(VOVWORLD) -ການປະທະກັນນອງເລືອດທີ່ເກີດຂຶ້ນໃນຊຸມວັນຜ່ານມາລະຫວ່າງບັນດາຝ່າຍທີ່ເປັນປໍລະປັກກັນຢູ່ ລີບີ, ເຊິ່ງແມ່ນປະເທດ ອາຟະລິກາເໜືອ ຍັງຈົມເລິກຢູ່ໃນວິກິດການຄວາມໝັ້ນຄົງ - ການເມືອງນັບແຕ່ພາຍຫຼັງຂະບວນການລະດູບານໃໝ່ ອາຣັບ ປີ 2011. ສປຊ ແລະ ຫຼາຍອົງການຈັດຕັ້ງສາກົນ ຮຽກຮ້ອງໃຫ້ດຳເນີນມາດຕະການຈຳເປັນຢ່າງຮີບດ່ວນ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງ, ບໍ່ປະໃຫ້ການປະທະກັນແຜ່ລາມຢ່າງກວ້າງຂວາງ ແລະ ສົ່ງຜົນກະທົບບໍ່ດີຕໍ່ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ.

ຕາມການຢັ້ງຢືນຂອງ ສປຊ ແລະ ແຫຼ່ງຂ່າວອື່ນໃນພາກພື້ນ, ການປະທະກັນທີ່ເກີດຂຶ້ນໃນຊຸມວັນຜ່ານມາລະຫວ່າງກຸ່ມຄົນສະໜັບສະໜູນສອງອຳນາດການປົກຄອງທີ່ເປັນປໍລະປັກກັນຢູ່ ລີບີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບນັບຫຼາຍຮ້ອຍຄົນ. ໃນນັ້ນ, ສະເພາະວັນທີ 27 ສິງຫາ, ມີຜູ້ເສຍຊີວິດຢ່າງໜ້ອຍສຸດແມ່ນ 23 ຄົນ ແລະ ຄົນອື່ນອີກປະມານ 140 ຄົນ.

ການປະທະກັນຍັງສືບຕໍ່ດຳເນີນຢ່າງດເດືອດ

ການປະທະກັນໄດ້ລະເບີດຂຶ້ນຢູ່ນະຄອນຫຼວງ Tripoli ແລະ ບາງນະຄອນໃຫຍ່ໃນທົ່ວປະເທດ ລີບີ,  ແມ່ນຜົນຕາມມາໂດຍກົງຂອງຄວາມເຄັ່ງຕຶງດ້ານການເມືອງທີ່ແກ່ຍາວເປັນເວລາຫຼາຍເດືອນຜ່ານມາ ຢູ່ປະເທດ ອາຟະລິກາເໜືອ ນີ້. ຄວາມເຄັ່ງຕຶງເກີດຂຶ້ນໃນຂະນະທີ່ ສະພາແຫ່ງຊາດທີ່ມີສຳນັກງານຕັ້ງຢູ່ນະຄອນ Tobruk  ທາງທິດຕາເວັນອອກຂອງລີບີ ໃນເດືອນ ກຸມພາຜ່ານມາ ໄດ້ບົ່ງຕົວທ່ານ Fathi Bashagha  ເປັນນາຍົກລັດຖະມົນຕີຄົນໃໝ່ ແທນໃຫ້ທ່ານ Abdul Hamid Dbeibah ນາຍົກລັດຖະມົນຕີ ລັດຖະບານເອກະພາບແຫ່ງຊາດ ລີບີ (GNU) ທີ່ ສປຊ ໜູນຫຼັງ.

ຄວາມ​ເຄັ່ງ​ຕຶງ​ຢູ່ ລີ​ບີ ປິນ​ຂັ້ນ​ໄດຢ່າງ​ຮ້າຍ​ແຮງ - ảnh 1ທ່ານ Fathi Bashagha  ຕອບສຳພາດຕໍ່ນັກຂ່າວ ໃນວັນທີ 10 ກຸມພາ 2022 (ພາບ: AFP/TTXVN)

ການກະທຳນີ້ ຖືກຄັດຄ້ານ ແລະ ຕຳໜິຕິຕຽນຢ່າງຮ້າຍແຮງໃນທັນທີ ຈາກຝ່າຍ GNU. ທ່ານ Dbeibah ຖະແຫຼງວ່າ ຈະບໍ່ມອບໂອນສິດອຳນາດໃຫ້ລັດຖະບານໃດ, ຍົກເວັ້ນແຕ່ລັດຖະບານທີ່ປະຊາຊົນເລືອກຕັ້ງຂຶ້ນມາ. ໃນຂະນະນັ້ນ, ບຸກຄົນທີ່ສະໜັບສະໜູນ GNU ກ່າວເຕືອນວ່າ ສະພາແຫ່ງຊາດ ຢູ່ Tobruk ພວມທ້າທາຍສິດອຳນາດທີ່ຖືກຕ້ອງຕາມກົດໝາຍເຊິ່ງ ສປຊ ຮັບຮອງເອົາ.

2 – 3 ອາທິດຜ່ານມາ ເມື່ອເກີດການປະທະກັນທີ່ນອງເລືອດ, ບັນດາແຫຼ່ງຂ່າວໄດ້ຢັ້ງຢືນການປະກົດຕົວຂອງຫຼາຍກຸ່ມກຳລັງປະກອບອາວຸດທີ່ເຄື່ອນໄຫວຢູ່ອ້ອມແອ້ມນະຄອນຫຼວງ Tripoli. ຮອດກາງເດືອນ ສິງຫາ  ກໍມີການຍິງປືນໃສ່ກັນ ໄດ້ເກີດຂຶ້ນແບບກະແຈກກະຈາຍ ກາຍເປັນການປະທະກັນຢ່າງຮ້າຍແຮງ ນັບແຕ່ຄືນວັນທີ 26 ສິງຫາ ແກ່ຍາວໄປຈົນຮອດວັນທີ 27 ສິງຫາ.

ຕາມວົງການນັກສັງເກດການແລ້ວ, ເຖິງວ່າການປະທະກັນຜ່ອນຄາຍຄວາມເຄັ່ງຕຶງລົງພາຍໃນສອງວັນ (28 – 29 ສິງຫາ) ກໍຕາມ, ແຕ່ການປະທະກັນຢ່າງດຸເດືອດຜ່ານມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຫຼາຍຄົນ, ໄດ້ສະແດງໃຫ້ເຫັນຄວາມຮ້າຍແຮງຂອງການສູ້ຢັນກັນຢ່າງຕຶງຄຽດ ໃນປັດຈຸບັນ ລະຫວ່າງສອງຝ່າຍທີ່ເປັນປໍລະປັກກັນຢູ່ ລີບີ. ຖ້າຫາກວ່າ ບໍ່ຄວບຄຸມໄດ້ເປັນຢ່າງດີ, ບັນດາການປະທະກັນມີຄວາມສ່ຽງແຜ່ລາມກາຍເປັນສົງຄາມກາງເມືອງທີ່ອັນຕະລາຍດ້ວຍຜົນກະທົບທີ່ອາດຈະຂ້າມຊາຍແດນ ລີບີ. ເພາະວ່າ, ຄວາມຈິງ ໃນຊຸມປີຜ່ານມາ ໄດ້ຊີ້ໃຫ້ເຫັນວ່າ, ລີບີ ຍາມໃດກໍແມ່ນໜຶ່ງໃນບັນດາຈຸດເລີ່ມຕົ້ນຂອງກະແສຊາວລີ້ໄພ ແລະ ອົບພະຍົບຜິດກົດໝາຍຈາກ ອາຟະລິກາ ຂ້າມ ທະເລເມດີເຕຣາເນ ໄປຍັງ ເອີຣົບ. ໄປຄຽງຄູ່ກັນນັ້ນ, ສະພາບວິກິດການຢູ່ ລີບີ ແມ່ນບໍ່ມີປະໂຫຍດຕໍ່ສະຖຽນລະພາບຢູ່ຫຼາຍປະເທດໃນພາກພື້ນ ເຊິ່ງພວມປະເຊີນໜ້າກັບຄວາມຫຍຸ້ງຍາກກ່ຽວກັບ ຄວາມໝັ້ນຄົງ - ເສດຖະກິດ - ສັງຄົມ ຄື ອີຢິບ, ຕູນູເຊຍ…

ຊຸກຍູ້ມາດຕະການທາງການທູດເພື່ອຮັກສາສະຖຽນລະພາບໃຫ້ແກ່ ລີບີ

ຕໍ່ໜ້າສະພາບການຕົວຈິງທີ່ໜ້າວິຕົກກັງວົນໃນປັດຈຸບັນຢູ່ ລີບີ, ສປຊ ພ້ອມດ້ວຍຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ຮຽກຮ້ອງໃຫ້ສືບຕໍ່ດຳເນີນມາດຕະການໂດຍດ່ວນ ເພື່ອແນໃສ່ສະກັດກັ້ນການໃຊ້ຄວາມຮຸນແຮງປີນຂັ້ນໄດ ແລະ ສ້າງສະຖຽນລະພາບຢູ່ ລີບີ ຄືນໃໝ່. ຜ່ານນັ້ນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຜັນຂະຫຍາຍວິວັດທະນາການດ້ານການເມືອງ, ກ່ອນອື່ນໝົດແມ່ນຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດໃຫ້ສຳເລັດກ່ອນ ເຊິ່ງໄດ້ຂຶ້ນແຜນຈະຈັດຂຶ້ນໃນເດືອນ ທັນວາ 2021 ແຕ່ຖືກໂຈະໄວ້ຍ້ອນຫຼາຍເຫດຜົນ.

ໃນຖະແຫຼງການຢ່າງເປັນທາງການ ສະບັບອອກວັນທີ 25 ສິງຫາ, ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການຢູ່ ລີບີ, ໂດຍໄດ້ເນັ້ນໜັກວ່າ ສປຊ “ພວມຕິດຕາມການຜັນແປທີ່ໜ້າວິຕົກກັງວົນຢູ່ ລີບີ, ໃນນັ້ນ ມີການກະທຳປຸກລະດົມກຳລັງ, ການນາບຂູ່ນຳໃຊ້ອາວຸດ ເພື່ອແນໃສ່ບັນລຸໄດ້ຈຸດປະສົງທາງການເມືອງ". ທ່ານ Stephane ກໍຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ປະຕິບັດການຫຼຸດຜ່ອນຄວາມເຄັ່ງຕຶງ, ພ້ອມທັງເອົາໃຈໃສ່ເຖິງຄວາມຕ້ອງການຂອງປະຊາຊົນ, ນັ້ນແມ່ນຄວາມເປັນເອກະພາບດ້ານການເມືອງ ແລະ ສັນຕິພາບ.

ໃນວັນດຽວກັນ, ຄະນະຜູ້ແທນໜູນຊ່ວຍຂອງ ສປຊ ປະຈຳ ລີບີ ກໍຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຢູ່ ລີບີ “ຈົ່ງຢຸດຕິການກະທຳທີ່ເປັນປໍລະປັກໃນທັນທີ” ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ສ້າງເງື່ອນໄຂຊຸກຍູ້ບັນດາມາດຕະການດ້ານການເມືອງ. ໃນຂະນະນັ້ນ, ສະຖານທູດ ອາເມລິກາ ປະຈຳ ລີບີ ກໍ່ໄດ້ອອກແຈ້ງການ ໂດຍສະແດງວ່າ ມີ “ຄວາມວິຕົກກັງວົນທີ່ສຸດ” ຕໍ່ການປະທະກັນຢູ່ Tripoli, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ ແລະ ດຳເນີນການເຈລະຈາເພື່ອແກ້ໄຂຄວາມບໍ່ລົງລອຍກັນ.

ພິເສດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຕັດສິນດຳເນີນຫຼາຍວາລະປະຊຸມພິເສດ ກ່ຽວກັບສະພາບການຢູ່ ລີບີ ໃນວັນທີ 30 ສິງຫາ (ຕາມເວລາ ອາເມລິກາ), ເພື່ອຊອກຫາມາດຕະການໃຫ້ແກ່ວິກິດການ. ຫາງສຽງສາກົນຫວັງວ່າ ກອງປະຊຸມ ສາມາດຜ່ານມະຕິສຳຄັນ ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ລີບີ ຢຸດຕິການກະທຳເປັນປໍລະປັກ, ເປີດເສັ້ນທາງໃຫ້ແກ່ການຜັນຂະຫຍາຍມາດຕະການດ້ານການເມືອງໃຫ້ແກ່ວິກິດການ, ໃນນັ້ນ ມີການສ້າງລັດຖະທຳມະນູນສະບັບໃໝ່ ແລະ ຈັດການເລືອກຕັ້ງໃຫ້ຢ່າງມີປະຊາທິປະໄຕ ພາຍໃຕ້ການຕິດຕາມກວດກາຂອງສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ