ຄວາມເຄັ່ງຕຶງລັດເຊຍ-ຕວກກີບໍ່ນຳມາເຊິ່ງຜົນປະໂຫຍດ

ເລື່ອງ​ຕວກ​ກີ​ຍິງ​ເຮືອ​ບິນ​ສູ້ຮົບ Su 24 ຂອງ​ລັດ​ເຊຍ​ຕົກ​ເມື່ອ​ວັນ​ທີ 24/11 ຢູ່​ເຂດ​ຊາຍ​ແດນ​ຊີ​ຣີ ແມ່ນ​ຍ້ອນ​ຖື​ວ່າ ເຮືອ​ບິນ​ລຳ​ນີ້​ໄດ້​ລ່ວງ​ລ້ຳ​ເຂດ​ນານ​ຟ້າ​ຂອງ​  ຕວ​ກ​ກີ ແລະ ເລື່ອງນີ້ບໍ່​ພຽງ​ແຕ່ກໍ່​ຄວາມ​ເຄັ່ງ​ຕຶງ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ກຳ​ລັງ​ໃນ​ສຳ​ພ​ັນ​ທະ​ມິດ​ສູ້​ຮົບ​ສາ​ກົນ​ຕ້ານ​ກຳ​ລັງ​ລັດ​ອິດ​ສະ​ລາມ​ໂດຍ​ຂະ​ໜານ​ນາມ​ເອງ IS ຢູ່​ຕາ​ເວັນ​ອອກ​ກາງຖືກກະ​ແຈກ​ກະ​ຈາຍ​ອີກ​ດ້ວຍ

 

ຄວາມເຄັ່ງຕຶງລັດເຊຍ-ຕວກກີບໍ່ນຳມາເຊິ່ງຜົນປະໂຫຍດ - ảnh 1
ການ​ສູ້​ຮົບ​ຕ້ານ IS ຍັງ​ຈະ​ແກ່​ຍາວ ແລະ ສິ້ນ​ເປືອງ​ເງິນທຶນ​ຢ່າງຫຼວງຫຼາຍ ( ພາບ: AP)

      ເຫດ​ຍິງ​ເຮືອ​ບິນ​ຕົກ​ໄດ້​ເກີດ​ຂຶ້ນ​ໃນ​ສະ​ພາ​ວະ​ທີ່​ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ໃນສຳ​ພ​ັນ​ທະ​ມິດ​ສູ້​ຮົບ​ສາ​ກົນ​ຕ້ານ IS​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ພວມ​ເພີ່ມ​ທະ​ວີ​ການ​ບຸກ​ໂຈມ​ຕີ, ທຳ​ລາຍ​ບັນ​ດາ​ເປົ້າ​ໝາຍ​ຂອງ IS. ບັນ​ດາ​ການ​ບຸກ​ໂຈມ​ຕີ​ໂດຍ​ລັດ​ເຊຍ​ປະ​ຕິ​ບັດ ພວມ​ໄດ້​ຮັບ​ບັນ​ດາ​ໝາກ​ຜົນ​ອັນຕັ້ງ​ໜ້າ.

    IS ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍກວ່າ​ໝູ່

     ເປົ້າ​ໝາຍໄດ້​ຮັບ​ຜົນ​ປະ​ໂຫຍດກ່ອນ​ໝູ່ໃນ​ກໍ​ລະ​ນີນີ້ ບໍ່ແມ່ນໃຜ​ນອກ​ເໜືອ​ຈາກ IS  ແລະ ບັນ​ດາ​ກຸ່ມ​ກໍ່​ການ​ຮ້າຍເອງ. ແຕ່​ດົນ​ນານ​ມາ​ແລ້ວ, ບັນ​ດາ​ການ​ຂັດ​ແຍ້ງ​ທາງ​ດ້ານ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ຕ້ານກໍ່​ການ​ຮ້າຍນັ້ນ ຍາມ​ໃດ​ກໍ​ແມ່ນ​ສິ່ງ​ທີ່​ບັນ​ດາ​ອິດ​ທິກຳ​ລັງ​ກໍ່​ການ​ຮ້າຍສວຍ​ໃຊ້. ໄລ​ຍະ​ມໍ່ໆ​ມານີ້, ບັນ​ດາ​ກຳ​ລັງກໍ່​ການ​ຮ້າຍ​ໄດ້​ພະ​ຍາ​ຍາມ​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີຊຶ່ງໄດ້ກໍ່​ຄວາມ​ບາດ​ເຈັບ​ລົ້ມ​ຕາຍຢ່າງ​ໜັກ​ໜ່ວງ​ໃຫ້​ແກ່​ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ໃນ​ໂລກ​ຄື: ເຫດວ​າງ​ລະ​ເບີດ​ໃສ່​ເຮືອ​ບິນ A-321 ຂອງ​ລັດ​ເຊຍ, ເຫດວ​າງ​ລະ​ເບີດ​ຢູ່ ເບ​ຣຸດ​ປະ​ເທດ​ລີ​ບັງ ແລະ ປາ​ຣີ ປະ​ເທດ​ຝະ​ລັ່ງ. ໃນ​ສ​ະ​ພາ​ວະ​ການນັ້ນ, ເລື່ອງ​ຕວກ​ກີ​ຍິງ​ເຮືອ​ບິນ​ສູ້ຮົບ Su 24 ຂອງ​ລັດ​ເຊຍ​ຕົກ ໄດ້​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ລັດ​ເຊຍ ແລະ ກໍ​ແມ່ນ​ສິ່ງ​ທີ່ IS ລໍ​ຄອຍ. ກໍ​ລະ​ນີນີ້​ໄດ້​ເຮັດ​ໃຫ້​ລັດ​ເຊຍ ແລະ ຕວກ​ກີ​ຖືກ​ແບ່ງແຍກ ຂະ​ນະ​ທີ່​ທັງ 2 ປະ​ເທດ​ລ້ວນ​ແຕ່​ມີ​ການ​ກະ​ທຳ​ທາງ​ດ້ານ​ການ​ທະ​ຫານ​ຕ້ານ IS. ຕວກ​ກີ​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ຂອງ Nato , ດັ່ງ​ນັ້ນ​ການ​ກະ​ທຳ​ຂອງ​ຕວກ​ກີໄດ້​ສົ່ງ​ຜົນ​ສະ​ທ້ອນບໍ່​ໜ້ອຍ​ເຖິງ​ການ​ພົວ​ພັນ Nato-ລັດ​ເຊຍ. ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ປູ​ຕິນ ໄດ້​ເຄີຍ​ກ່າວ​ເຕືອນ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ເຊຍ ແລະ ກຳ​ລັງ​ທະ​ຫານ​ປະ​ສົມ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ໃນ​ການ​ສູ້​ຮົບ​ຕ້ານ IS ຢູ່​ຊີ​ຣີ​ຈະ​ຢຸດ​ຕິ​ລົງ​ຖ້າ​ຫາກວ່າ ສືບ​ຕໍ່​ມີບໍ່​ວ່າ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ​ໃດໆ​ຕ້ານກອງ​ທັບ​ອາ​ກາດ​ຂອງ​ລັດ​ເຊຍ. ນີ້​ກໍ​ແມ່ນ​ສິ່ງ​ທີ່ IS ຕ້ອງ​ການ, ເພາະ​ວ່າ ພາຍຫຼັງ​ເກີດ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ແບບກໍ່​ການ​ຮ້າຍຢູ່​ປາ​ຣີ, ປະ​ຊາ​ຄົມ​ໂລກ​ປາດ​ຖະ​ໜາ​ວ່​າ ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ຈະ​ຕັດ​ສິນ​ໃຈ​ເຕົ້າ​ໂຮມ​ກຳ​ລັງດ້ວຍ​ສຳ​ພັນ​ທະ​ມິດ​ສູ້​ຮົບໜຶ່ງ​ດຽວ​ຕ້ານ IS. ເປັ​ນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ : ກໍ​ລະ​ນີນີ້ ໄດ້​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ພ້ອມ​ທັງ​ກໍ່​ຄວ​າມ​ເຄັ່ງ​ຕຶງ​ໃນ​ຈຸດ​ເວ​ລາ​ທີ່​ມີ​ບາດ​ລ້ຽວ​ສຳ​ຄັນ​ໃນ​ການ​ສູ້​ຮົບ​ຕ້ານ IS. ທ່ານ Alan Mendoza, ຜູ້​ຊ່ຽວ​ຊານ​ສັງ​ກັດ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ສັງ​ຄົມ​ອັງ​ກິດ ໃຫ້​ຂໍ້​ສັງ​ເກດ​ວ່າ : ບັນ​ດາ​ການ​ກະ​ທຳ​ໂຕ້​ຕອບ​ຂອງ​ລັດ​ເຊຍ ກໍ​ຄື​ບັນ​ດາການ​ຄິດ​ໄລ​່ຂອງ​ຕວກ​ກີຈະ​ເຮັດ​ໃຫ້​ສະ​ພາບ​ສູ້​ຢັນ​ກັນ​ລະ​ຫວ່າງ Nato-ລັດ​ເຊຍຢູ່​ຊ​ີ​ຣີ​ມີ​ຄວາມ​ເຄັ່ງ​ຕຶງຫຼາຍ​ຂຶ້ນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ແລະ ສິ່ງນີ້​ກໍ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ IS ຢ່າງ​ສິ້ນ​ເຊິ່ງ.

     ອາ​ເມ​ລິ​ກາ, Nato ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ເລັ່ງ​ໃສ່​ໄພ​ນາບ​ຂູ່​ຈາກ IS

   ການ​ສູ້​ຮົບ​ຕ້ານ IS ຈະ​ຖືກ​ເຂວ​ທິດ ກໍ​ຕໍ​່ເມື​່ອ​ບັນ​ດາ​ປະ​ເທດ​ມີ​ເປົ້າ​ໝາຍ​ຮ່ວມ​ຕ້ານ IS ເກີດ​ການ​ຂັດ​ແຍ້ງກັນ. ສິ່ງນີ້​ຍິ່ງ​ຊົ່ວ​ຮ້າຍກວ່າ ເມື່ອ​ສັງ​ເກດ​ໃນ​ວົງ​ກ້​ວາງ. ສຳ​ພ​ັນ​ທະ​ມິດ​ສູ້​ຮົບ​ຕ້ານ IS ລວມ​ມີ 65 ປະ​ເທດ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ພວມ​ອ່ອນ​ແອ​ລົງ​ຢ່າງ​ເຫັນ​ໄດ້​ຊັດ ຂະ​ນະ​ທີ່​ມີຫຼາຍ​ປະ​ເທດ​ພັນ​ທະ​ມິດ ອາ​ຣັບ ໄດ້​ຖອນ​ຕົວ​ອອກ​ເພື່ອ​ສຸມ​ກຳ​ລັງ​ໃຫ້​ແກ່​ການ​ສູ້​ຮົບ​ຕ້ານ​ກຳ​ລັງ​ລຸກ​ຮື້​ຂຶ້ນ Houthi ຢູ່​ເຢ​ແມນ. ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ຕ່າງ​ກໍ​ຍອມ​ຮັບ​ຕໍ່​ການ​ບັນ​ລຸ​ປະ​ສິດ​ທິ​ຜົນ​ຕ່ຳ​ໃນ​ບ​ັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ເມື່ອ​ຂາດ​ການ​ຫນູນ​ຊ່ວຍຂອງກອງ​ທັບ​ອາ​ກາດ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ອາ​ຣັບ​ເຊັ່ນ: ຈໍ​ແດນ, ບາ​ແຣນ ແລະ ສະ​ຫະ​ລັດ​ອາ​ຣັບ​ເອັມ​ມີ​ເລັດ.

    ທີ່​ການ​ປະ​ຊຸມ​ຂ່າ​ວ​ເມື່ອ​ວັນ​ທີ 2/12, ຜູ້​ນຳ​ກອງບັນ​ຊາ​ການຮົບ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ Sergey Rudskoi ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງກອງ​ທັບ​ອາ​ກາດ​ລັດ​ເຊຍ ທີ່​ແນ​ໃສ່​ຕ້ານ IS ຢູ່​ຊີ​ຣີ ໄດ້​ຕັດ​ເຄິ່ງ​ໜຶ່ງ​ແຫຼ່ງ​ລາຍ​ຮັບ​ຢ່າງ​ຜິດ​ກົດ​ໝາຍ​ຂອງ​ IS ຈາກ​ການ​ຄ້າ​ຂາຍນ້ຳ​ມັນເຖື່ອນ. ຕາມ​ທ່ານ Sergey Rudskoi ແລ້ວ, ລາຍ​ຮັບ​ຂອງ IS ຈາກ​ການ​ຄ້າ​ຂາຍ​ນ້ຳ​ມັນ​ເຖື່ອນ ແມ່ນ​ຂຶ້ນ​ເຖິງ 3 ລ້ານ USD /ວັນ, ເທົາກັບ 2 ຕື້ USD/ປີ ຊຶ່ງ​ແມ່ນ​ແຫຼ່ງ​ລາຍ​ຮັບ​ຕົ້ນ​ຕໍ່ເພື່ອ​ສາ​ມາດ​ລ້ຽງ​ຊີບ​ແກ່​ພວກກໍ່​ການ​ຮ​້າຍ IS ຢູ່​ຊ​ີ​ຣີ.

     ໃນ​ຂະ​ນະ​ນັ້ນ, ເມື່ອ​ວັນ​ທີ 1/12, ກຳ​ລັງ​ລັດ​ອິດ​ສະ​ລາມ​ໂດຍ​ຂະ​ໜານ​ນາມ​ເອງ IS ໄດ້​ນາບ​ຂູ່​ວ່າ ຈະ​ເປີດ​ກ້ວ​າງ​ສົງ​ຄາມ​ສັກ​ສິດ​ໄປ​ຍັງ​ອິນ​ເດຍ, ປາ​ກິ​ສະ​ຖານ, ບັງ​ກະ​ລາ​ເທດ, ອາບ​ກາ​ນິ​ສະ​ຖານ…

     ເລື່ອງ​ຕວກ​ກີ​ຍິງ​ເຮືອ​ບິນ​ສູ້ຮົບ Su 24 ຂອງ​ລັດ​ເຊຍ​ຕົກນັ້ນ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຊົ່ວ​ຮ້າຍ​ໄປ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ຮົ້ວ​ກີດ​ຂວາງ​ໃນການ​ສູ້​ຮົບ​ຕ້ານ IS ກໍ​ຄື​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສາ​ກົນ ແນ​ໃສ່​ແກ້​ໄຂວິ​ກິດ​ການ​ຢູ່​ຊີ​ຣີ​ສຳ​ເລັດ​ຜົນ. ໃນ​ສະ​ພາ​ວະ​ປະ​ຈຸ​ບັນ, ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພຽງ​ແຕ່​ເມ​ື່ອ​ບັນ​ດາ​ຝ່າຍ​ພ້ອມ​ກັນ​ປະ​ລະ​ຄວາມບໍ່​ລົງ​ລອຍ​ກັນ ແລະ ຮ່ວມ​ສຳ​ພັນ​ກາຍ​ເປັນສຳ​ພ​ັນ​ທະ​ມິດ​ສູ້​ຮົບ​ສາ​ກົນ​ຢ່າງ​ໝັ້ນ​ແກ່ນ ຊຶ່ງ​ລວມ​ທັງ​ອາ​ເມ​ລິ​ກາ, ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ, ລັດ​ເຊຍ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ ຈຶ່ງ​ສາ​ມາດ​ສ້າງ​ກຳ​ລັງ​ແຮງ​ເປັນ​ເອ​ກະ​ພາບ​ໃນສຳ​ພ​ັນ​ທະ​ມິດ​ສູ້​ຮົບ​ຕ້ານ IS.

ຕອບກັບ

ຂ່າວ/ບົດ​ອື່ນ