ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ໃນ​ເວ​ທີ​ການ​ເມືອງ ອາ​ເມ​ລິ​ກາ ກ່ອນ​ດຳ​ເນີນ​ພິ​ທີ​ມອບໂອນສິດ​ອຳ​ນາດ

(VOVWORLD) -  ກ່ອນດຳເນີນພິທີຮັບດຳລົງຕຳແໜ່ງປະທານາທິບໍດີ ຂອງທ່ານ Joe Biden ໃນວັນທີ 20 ມັງກອນ, ບັນຍາກາດຢູ່ເວທີການເມືອງຂອງ ອາເມລິກາ ມີຄວາມເຄັ່ງຕຶງເປັນພິເສດ, ໂດຍສະເພາະ ແມ່ນພາຍຫຼັງທີ່ ສະພາຕ່ຳ ລົງມະຕິຮັບຮອງເອົາມາດຕາກ່າວພິຈາລະນາໂທດ ທ່ານປະທານາທິບໍດີ Donald Trump ໃນວັນທິ 13 ມັງກອນ (ກົງກັບວັນທີ 14 ມັງກອນ ຕາມເວລາ ຫວຽດນາມ), ອັນໄດ້ເປັນການເປີດທາງແກ່ການເປີດວາລະດຳເນີນການພິພາກສາ ທ່ານປະທານາທິບໍດີ Donald Trump ຢູ່ສະພາສູງໃນໄລຍະຈະມາເຖິງ. ດ້ວຍວິທີດັ່ງກ່າວ, ຢູ່ສະພາແຫ່ງຊາດ ອາເມລິກາ ພັກປະຊາທິປະໄຕ ພວມປະຕິບັດການຫັນຄວາມຕັດສິນໃຈ ປົດຕຳແໜ່ງຂອງທ່ານປະທານາທິບໍດີ Donald Trump ໃຫ້ປະກົດຜົນເປັນຈິງ ດ້ວຍຄຳກ່າວຫາທີ່ວ່າ ຍູ້ແຍ່ແກ່ດຶງກໍ່ການຈະລາຈົນເພື່ອຕ້ານຄືນລັດຖະບານ ເຊິ່ງມີສ່ວນກ່ຽວຂ້ອງເຖິງບັ້ນແຫ່ຂະບວນປະທ້ວງທີ່ເກີດຂຶ້ນຢູ່ຫໍສະພາແຫ່ງຊາດໃນວັນທີ 6 ມັງກອນຜ່ານມາ.

             ການກະທຳດັ່ງກ່າວຂອງສະພາຕ່ຳ ອາເມລິກາ ຖືກດຳເນີນໃນເວລາພຽງໜຶ່ງອາທິດ ກ່ອນຈຸດເວລາດຳເນີນພິທີມອບໂອນສິດອຳນາດ ລະຫວ່າງ ທ່ານປະທານາທິບໍດີທີ່ຈະໝົດອາຍຸການ Donald Trump ແລະ ທ່ານປະທານາທິບໍດີຄົນໃໝ່ Joe Biden  ໃນວັນທີ 20 ມັງກອນ, ອັນໄດ້ເຮັດໃຫ້ຊຸມວັນສຸດທ້າຍໃນອາຍຸການຂອງທ່ານປະທານາທິບໍດີ Donald Trump ໜັກໜ່ວງທີ່ສຸດ.

ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ໃນ​ເວ​ທີ​ການ​ເມືອງ ອາ​ເມ​ລິ​ກາ ກ່ອນ​ດຳ​ເນີນ​ພິ​ທີ​ມອບໂອນສິດ​ອຳ​ນາດ - ảnh 1ວາລະປຶກສາຫາລື ແລະ ປ່ອນບັດ ຂອງສະພາຕ່ຳ ອາເມລິກາ (ພາບ:  C-Span)

      ກຳລັງພັກດັນຕໍ່ປະທານາທິບໍດີ Donald Trump

ດ້ວຍຄຳຕົກລົງຂອງສະພາຕ່ຳ, ທ່ານປະທານາທິບໍດີ Donald Trump ໄດ້ກາຍເປັນປະທານາທິບໍດີຄົນທຳອິດທີ່ຖືກກ່າວພິຈາລະນາໂທດເຖິງ 2 ຄັ້ງໃນອາຍຸການດຽວ. ແຕ່ວ່າ ມີຄວາມແຕກຕ່າງກັບການກ່າວພິຈາລະນາໂທດຄັ້ງທຳອິດໃນປີ 2019 ກ່ຽວຂ້ອງເຖິງການກ່າວຫາທີ່ວ່າ ກໍ່ກຳລັງພັກດັນຕໍ່ປະທານາທິບໍດີ ຢູແກຼນ ແລະທ່ານປະທານາທິບໍດີ Donald Trump ເອົາຕົວຫຼອດໄດ້ຢ່າງງ່າຍດາຍ, ແຕ່ໃນການກ່າວພິຈາລະນາໂທດຄັ້ງທີ 2 ນີ້, ທ່ານ Donald Trump ຕ້ອງປະເຊີນໜ້າກັບກຳລັງພັກດັນທີ່ໃຫຍ່ທົບຫຼາຍເທົ່າ ເມື່ອມີສະມາຊິກາສະພາຕ່ຳ ພັກສາທາລະນະ ຢ່າງໜ້ອຍ 10 ທ່ານ ໄດ້ປ່ອນບັດຕ້ານ.

ກ່ອນທີ່ຈະຕົກລົງກ່າວພິຈາລະນາໂທດທ່ານປະທານາທິບໍດີ Donald Trump, ສະພາຕ່ຳ ອາເມລິກາ ກໍໄດ້ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຮຽກຮ້ອງທ່ານຮອງປະທານາທິບໍດີ Mike Pence ເລີ່ມປະຕິບັດມາດຕາປັບປຸງເລກທີ 25 ຂອງລັດຖະທຳມະນູນ ອາເມລິກາ ເພື່ອແນໃສ່ປົດຕຳແໜ່ງທ່ານປະທານາທິບໍດີ Donald Trump. ເນື້ອໃນຂອງມາດຕາດັ່ງກ່າວ ອະນຸຍາດໃຫ້ປົດຕຳແໜ່ງປະທານາທິບໍດີ, ຖ້າຫາກວ່າ ທ່ານຮອງປະທານາທິບໍດີ ແລະ ສະມາຊິກສ່ວນຫຼາຍໃນລັດຖະບານຖະແຫຼງວ່າ ທ່ານປະທານາທິບໍດີ ບໍ່ມີຄວາມສາມາດພຽງພໍເພື່ອຮັບດຳລົງຕຳແໜ່ງ.

ພັກປະຊາທິປະໄຕກ່າວຫາທ່ານປະທານາທິບໍດີ Donald Trump ຍຸແຫຍ່ແກ່ດຶງໃຫ້ດຳເນີນການແຫ່ຂະບວນປະທ້ວງ ໃນຂະນະຮຽກຮ້ອງຜູ້ສະໜັບສະໜູນເດີນທາງໄປຍັງເຂດໂນນພູ Capitol, ເຊິ່ງເປັນບ່ອນຕັ້ງຫໍສະພາແຫ່ງຊາດ ອາເມລິກາ, ໃນຂະນະທີ່ສະພາຕ່ຳ ແລະ ສະພາສູງ ພວມດຳເນີນກອງປະຊຸມລວມ ແນໃສ່ນັບບັດຄະນະຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ ໃນວັນທີ 6 ມັງກອນ. ມີຜູ້ແຫ່ຂະບວນປະທ້ວງຫຼາຍຄົນໄດ້ບຸກເຂົ້າຫ້ອງປະຊຸມ, ເຮັດໃຫ້ການນັບບັດຖືກຢຸດສະງັກ ແລະກໍ່ການຈະລາຈົນໂດຍບໍ່ເຄີຍມີມາກ່ອນຢູ່ສຳນັກງານອົງການສ້າງກົດໝາຍ ອາເມລິກາ ໃນໄລຍະກວ່າ 200 ປີຜ່ານມາ.

        ວັນທີ 11 ມັງກອນ, ທ່ານ Kevin McCarthy ການນຳພັກສາທາລະນະ ຢູ່ ສະພາຕ່ຳ ອາເມລິກາ ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບລະຫວ່າງ ທ່ານ ກັບ ທ່ານ Donald Trump, ທ່ານ Donald Trump ໄດ້ຍອມຮັບ “ຄວາມຮັບຜິດຊອບຈຳນວນໜຶ່ງ” ກ່ຽວກັບເຫດກໍ່ການຈະລາຈົນຢູ່ຫໍສະພາແຫ່ງຊາດໃນວັນທີ 6 ມັງກອນຜ່ານມາ.

ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ໃນ​ເວ​ທີ​ການ​ເມືອງ ອາ​ເມ​ລິ​ກາ ກ່ອນ​ດຳ​ເນີນ​ພິ​ທີ​ມອບໂອນສິດ​ອຳ​ນາດ - ảnh 2ທ່ານຮອງປະທານາທິບໍດີ Mike Pence (ພາບ: CNN)

ທາງອອກ

ຕາມນັກໄຈ້ແຍກຫຼາຍທ່ານແລ້ວ, ເລື່ອງຖືກສືບສວນ ແລະ ກ່າວພິຈາລະນາໂທດ ແມ່ນບາດຄ້ອນໜັກໜ່ວງສຳລັບທ່ານປະທານາທິບໍດີ Donald Trump. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ອາດຈະສືບຕໍ່ດຳລົງຕຳແໜ່ງຈົນຮອດວັນທີ 20 ມັງກອນ, ໝາຍຄວາມວ່າ ປະຕິບັດສຳເລັດອາຍຸການປະທານາທິບໍດີຕາມຂໍ້ກຳນົດຂອງລັດຖະທຳມະນຸນ. ຍ້ອນວ່າ ມີສະມາຊິກສະພາແຫ່ງຊາດຫຼາຍທ່ານນັບທັງສະພາຕ່ຳ ແລະ ສະພາສູງ ຕ່າງກໍໃຫ້ຂໍ້ສັງເກດວ່າ ວາລະພິຈາລະນາໂທດທ່ານ Donald Trump ຢູ່ ສະພາສູງ ພຽງແຕ່ດຳເນີນໄດ້ ພາຍຫຼັງທີ່ທ່ານປະທານາທິບໍດີຄົນໃໝ່ Joe Biden ຮັບດຳລົງຕຳແໜ່ງເທົ່ານັ້ນ. ໃນຂະນະນັ້ນ, ທ່ານຮອງປະທານາທິບໍດີ Mike Pence ກໍໄດ້ຖະແຫຼງວ່າ ຈະບໍ່ປະຕິບັດຕາມມາດຕາປັບປຸງເລກທີ 25 ຂອງລັດຖະທຳມະນຸນ ເພື່ອປົດຕຳແໜ່ງຂອງທ່ານປະທານາທິບໍດີ Donald Trump.  ຄຳຢັ້ງຢືນດັ່ງກ່າວຂອງທ່ານ Mike Pence ໄດ້ລະບຸໃນຈົດໝາຍສະບັບໜຶ່ງທີ່ຝາກໄປຍັງທ່ານນາງປະທານສະພາຕ່ຳ Nancy Pelosi ໃນວັນທີ 12 ມັງກອນ.

ຕາມສະພາບການຕົວຈິງຊີ້ໃຫ້ເຫັນວ່າ ເລື່ອງທ່ານ Donald Trump ຖືກກ່າວພິຈາລະນາໂທດ ພາຍຫຼັງສິ້ນສຸດອາຍຸການປະທານາທິບໍ ແມ່ນມີຄວາມເປັນໄປໄດ້ສູງ. ໄປຄຽງຄູ່ກັນນັ້ນ, ກໍບໍ່ມີຫຍັງທີ່ຮັບປະກັນໄດ້ຢ່າງແນວແນ່ວ່າ ການກ່າວພິຈາລະນາໂທດ ຈະນຳມາເຊິ່ງໝາກຜົນທີ່ບໍ່ດີຕໍ່ທ່ານ Donald Trump. ເພາະວ່າ, ເພື່ອສະຫຼຸບໄດ້ວ່າ ທ່ານ Donald Trump ມີໂທດ, ສະພາສູງ ຕ້ອງໄດ້ຮັບການສະໜັບສະໜູນຢ່າງໜ້ອຍສຸດຈາກ 2/3 ຈຳນວນສະມາຊິກສະພາສູງ, ກໍ່ເຊັ່ນດຽວກັນກັບເລື່ອງ ພັກປະຊາທິປະໄຕ ກໍຕ້ອງເກ້ຍກ່ອມໄດ້ຢ່າງໜ້ອຍສຸດ ສະມາຊິກພັກສາທາລະນະໃນສະພາສູງ 17 ທ່ານ ທີ່ປ່ອນບັດຄ້ານຄືນທ່ານ Donald Trump. ນີ້ໄດ້ຮັບຖືວ່າ ແມ່ນກໍລະນີທີ່ເກີດຂຶ້ນໄດ້ຍາກ ເພາະວ່າ ອີງໃສ່ການປະພຶດຂອງທ່ານ Mitch McConnell ສະມາຊິກສະພາສູງຜູ້ສູງສຸດຂອງພັກສາທາລະນະແລ້ວ ເຫັນວ່າ ມີສະມາຊິກພັກສາທາລະນະຢູ່ສະພາສູງ ພຽງແຕ່ ໜຶ່ງ ຫຼື ສອງທ່ານ ຈະປ່ອນບັດປົດຕຳແໜ່ງທ່ານ Donald Trump. ວັນທີ 13 ມັງກອນ, ທ່ານສະມາຊິກສະພາສູງ McConnell ກໍໃຫ້ຮູ້ວ່າ ຍັງບໍ່ທັນຕັດສິນໄດ້ວ່າ ຈະປ່ອນບັດຕ້ານທ່ານ Donald Trump ຫຼືບໍ, ເຖິງວ່າ ມີຜູ້ຮ່ວມງານຈຳນວນໜຶ່ງຂອງທ່ານ ໃຫ້ຮູ້ວ່າ ທ່ານ McConnell ໄດ້ສະແດງຄວາມ “ເພິ່ງພໍໃຈ” ຕໍ່ເລື່ອງພັກປະຊາທິປະໄຕພິຈາລະຈາປົດຕຳແໜ່ງຂອງທ່ານປະທານາທິບໍດີ Donald Trump.

ເຖິງຢ່າງໃດກໍຕາມ, ຕາມວົງການນັກໄຈ້ແຍກແລ້ວ, ນັບທັງເມື່ອສິ້ນສຸດການກ່າວພິຈາລະນະໂທດຄັ້ງນີ້, ພາລະກິດດ້ານການເມືອງຂອງທ່ານ Donald Trump ກໍຍາກທີ່ຈະບັນລຸໄດ້ຜົນງານຄືກັບຊຸມປີກ່ອນ. ໝາຍຄວາມວ່າ ຄວາມຫວັງຢາກເຂົ້າຮ່ວມການຫາສຽງເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2024 ຂອງທ່ານ Donald Trump ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງ./.

ຕອບກັບ

ຂ່າວ/ບົດ​ອື່ນ