ຄວາມເຄັ່ງຕຶງໃນການພົວພັນລະຫວ່າງລັດເຊຍ-ຢູແກຼນ

(vovworld) - ​ໃນ​ສັບປະດາ​ຜ່ານ​ມາ, ລັດ​ເຊຍ - ຢູ​ແກຼນ ​ໄດ້​ໂຕ້​ຖຽງ​ກັນ​ພາຍຫຼັງ​ເຫດການ​ Moscow ກ່າວ​ຫາ Kiev ມີ​ກົນອຸບາຍ​ບຸກ​ໂຈມ​ຕີ​ແຫຼມ Crimea ​ເພື່ອ​ເປີດ​ສາກ​ໃຫ້​ແກ່​ການ​ປະ​ທະ​ກັນ​ຄັ້ງ​ໃໝ່​ຢູ່​ເຂດ​ນີ້. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ຜັນ​ແປ​ຮ້າຍ​ແຮງ​ທີ່​ສຸດ​ຢູ່ Crimea, ນັບ​ແຕ່​ເມື່ອ​ເກາະ​ແຫ່ງ​ນີ້​ຖືກ​ໂຮມ​ເຂົ້າ​ ລັດ​ເຊຍ ​ເມື່ອ​ປີ 2014. ​ເຫດການ​ນີ້​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ລັດ​ເຊຍ - ຢູ​ແກຼນ ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.


ຄວາມເຄັ່ງຕຶງໃນການພົວພັນລະຫວ່າງລັດເຊຍ-ຢູແກຼນ - ảnh 1

      ປະທານາທິບໍດີ​ ລັດ​ເຊຍ Vladimir Putin

ເຫດການ​ນີ້​ເລີ່​ມມາ​ຈາກ​ເລື່ອງ ອົງການ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບສະຫະພັນ​ລັດ​ເຊຍ (FSB)​ ແຈ້ງ​ໃຫ້​ຮູ້​ ​ໄດ້​ສະກັດ​ກັ້ນ​ກົນອຸບາຍ​ບຸກ​ໂຈມ​ຕີ 2 ຄັ້ງ​ທີ່​ເລັ່ງ​ໃສ່​​ບັນດາ​ພື້ນຖານ​ໂຄງ​ລ່າງ​ສຳຄັນ​ໃນ​ແຫຼມ Crimea, ​ເຊິ່ງ​ແມ່ນ​ເຂດ​ດິນ​ທີ່​ໄດ້​ໂຮມ​ເຂົ້າ ລັດ​ເຊຍ​ຄືນ​ໃໝ່​​ເມື່ອປີ 2014. ​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ. ຕາມ FSB, ກົມ​ໃຫຍ່​ສືບ​ລາຊະການ​ລັບ​ທີ່​ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ແລ້ວ, ຢູ​ແກຼນ​ແມ່ນ​ໜູນ​ຫຼັງ​ກົນອຸບາຍ​ກໍ່​ການ​ຮ້າຍດັ່ງກ່າວ ​ແລະ ຈຸດປະສົງ​ຂອງ​ບັນດາ​ການ​ກະທຳ​ນີ້​ແມ່ນ​ເພື່ອ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ກ່ອນ​ທີ່​ຈັດການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຢູ່​ ລັດ​ເຊຍ​ໃນ​ເດືອນ​ຈະ​ມາ​ເຖິງ.

        ການ​ກ່າວ​ຫາ​ເຊິ່ງກັນ ​ແລະ ກັນ

        ປະທານາທິບໍດີ​ ລັດ​ເຊຍ Vladimir Putin ຖື​ວ່າ, ບັນດາ​ຂ່າວ​ຈາກ FSB ສະ​ແດງ​ໃຫ້​ເຫັນ​ວ່າ ຢູ​ແກຼນ ພວມ​ມານະ​ພະຍາຍາມ​ປຸກລຸກ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ການ​ປະ​ທະ​ກັນ​ຢູ່ Crimea. ວັນ​ທີ 15/8, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ຖະ​ແຫຼ​ງວ່າ Moscow ພ້ອມ​ແລ້ວ​ທີ່​ຈະ​ສະໜອງ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ​ບັນດາ​ພະຍານ​ຫຼັກ​ຖານ​ກ່ຽວ​ກັບ​ການ​ແຊກ​ແຊງ​ດ້ວຍ​ກຳລັງ​ອາວຸດ​ຂອງ​ຊາວ ຢູ​ແກຼນ​ເຂົ້າ​ແຫຼມ Crimea. ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ​ລັດ​ເຊຍ​ແລ້ວ, ​ເຫດການ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ແງ່​ຫວັງ​ຟື້ນ​ຟູ​ການ​ເຈລະຈາ​ກ່ຽວ​ກັບ ຢູ​ແກຼນ ຕາມ​ກົນ​ໄກ Normandy. ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ກໍ່​ອອກ​ຖະ​ແຫຼ​ງການ​ໃຫ້​ຮູ້​ວ່າ, ຍ້ອນ​ການ​ອະນຸ​ໂລມ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ພິ​ເສດ​ແມ່ນ​ທ່າ​ທີ​ສະໜັບສະໜູນ​ຂອງ  NATO, EU  ​ແລະ ອາ​ເມ​ລິ​ກາ ຕໍ່​ຄຳ​ຖະ​ແຫຼ​ງຂອງ​ປະທານາທິບໍດີ ຢູ​ແກຼນ Petro Poroshenko ​ໃນ​ບັນຫາ Crimea, ​ໄດ້​ປະກອບສ່ວນ​ຊຸກຍູ້ Kiev ມີ​ບັນດາ​ການ​ກະທຳ​ສ່ຽງ​ໄພ ​ແລະ ​ເກາະ​ຜິດ​ຢູ່​ແຫຼມ​ດັ່ງກ່າວ.

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະທານາທິບໍດີ ຢູ​ແກຼນ Petro Poroshenko ​ໃນ​ບັນຫາ Crimea ​ໄດ້​ປະຕິ​ເສດ​ບັນດາ​ຄຳ​ກ່າວ​ຫາ​ດັ່ງກ່າວ ​ແລະ ຖື​ວ່າ, ສິ່ງ​ດັ່ງກ່າວ​ແມ່ນ​ໄຮ້​ເຫດຜົນ ​ແລະ ອຸປະ​ໂຫຼ​ກ. ຕາມ​ທ່ານ​ແລ້ວ, ນີ້​ແມ່ນ​ສາຍ​ເຫດ​ເພື່ອ​ໃຫ້​ ລັດ​ເຊຍ​ສືບ​ຕໍ່​ນາບ​ຂູ່​ດ້ານ​ການ​ທະຫານ​​ແກ່ ຢູ​ແກຼນ.

        ການ​ກະທຳ​ໂຕ້​ຕອບ

​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ Kiev ​ໄດ້​ປະຕິ​ເສດ​ຄຳ​ກ່າວ​ຫາ​ນີ້​ໃນ​ທັນທີ, ປະທານາທິບໍດີ​ ລັດ​ເຊຍ Vladimir Putin ຖະ​ແຫຼ​ງວ່າ, ບັນດາ​ຜູ້​ກຳ​ອຳນາດ​ຢູ່ ຢູ​ແກຼນ ​ໄດ້​ຫັນ​ມາ​ນຳ​ໃຊ້​ບັນດາ​ຍຸດທະວິທີ​ກໍ່​ການ​ຮ້າຍ ​ແທນ​ທີ​ຈະ​ຊອກ​ຫາ​ວິທີ​ແກ້​ໄຂ​ຢ່າງ​ສັນຕິ. ທ່ານ​ຢືນຢັນ​ວ່າ, ລັດ​ເຊຍ “ຈະ​ບໍ່​ກອດ​ແຂນ​ເບິ່ງ​ລ້າໆ“ ​ເຫດການ​ນີ້​ໄດ້. ຕໍ່​ຈາກ​ນັ້ນ, ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ ລັດ​ເຊຍ ກໍ່​ໄດ້​ໂຮມ​ປະຊຸມ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ປະທານາທິບໍດີ​ Vladimir Putin ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ມາດ​ຕະການ​ເພີ່ມ​ເຕີມ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ຄວາມ​ປອດ​ໄພ​ຕ້ານ​ກໍ່​ການ​ຮ້າຍ, ປົກ​ປ້ອງ​ປະຊາຊົນ ​ແລະ ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ​ຂອງ Crimea. ລັດ​ເຊຍ​ກໍ່​ຮີບ​ເຮັ່ງ​ຜັນ​ຂະຫຍາຍ​ລະບົບ​ລູກ​ສອນ​ໄຟ S 400 ທຳ​ອິດ​ເຖິງ​ແຫຼ​ມດັ່ງກ່າວ, ສ່ວນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ​ກໍ່​ຮັບ​ຮູ້​ວ່າ​ໄດ້​ຈັດ​ຕັ້ງ​ການ​ຊ້ອມ​ຮົບ​ຄັ້ງ​ຕ່າງໆ​ຢູ່ Crimea ​ແລະ​ເຂດ Volgograd ​ແຕ່​ວັນ​ທີ 16-19/8. ປະຈຸ​ບັນ, ລັດ​ເຊຍ​ພວມ​ພິຈາລະນາ​ບັນດາ​ມາດ​ຕະການ​ໂຕ້​ຕອບ, ​ໃນ​ນັ້ນ​ອາດ​ຈະ​ຍົກ​ເລີກ​ການ​ພົວພັນ​ທາງ​ການ​ທູດ​ກັບ ຢູ​ແກຼນ. ພ້ອມ​ກັບ​ຄຳ​ຖະ​ແຫຼ​ງຂອງ​ປະທານາທິບໍດີ, ວັນ​ທີ 15/8, ກຸ່ມ​ສະມາຊິກ​ລັດຖະສະພາ​ ຂອງພັກ​ກອມ​ມູນິດ ສະຫະພັນ​ລັດ​ເຊຍ, ​ໂດຍ​ທ່ານ Sergei Obukhov ​ເປັນ​ຫົວໜ້າ ​ໄດ້​ຝາກ​ຈົດໝາຍ​ເຖິງ ປະທານາທິບໍດີ​ Vladimir Putin ຮຽກຮ້ອງ​ຍົກ​ເລີກ​ສົນ​ທິສັນຍາ​ມິດຕະພາບ​ແລະ​ຄູ່​ຮ່ວມ​ມື​ກັບ​ ຢູ​ແກຼນ.

ຄວາມເຄັ່ງຕຶງໃນການພົວພັນລະຫວ່າງລັດເຊຍ-ຢູແກຼນ - ảnh 2
ປະທານາທິບໍດີ ຢູ​ແກຼນ Petro Poroshenko (ພາບ:AFP)

        ເພື່ອ​ໂຕ້​ຕອບບັນດາ​ການ​ກະທຳ​ຂອງ Moscow, ປະທານາທິບໍດີ ຢູ​ແກຼນ Petro Poroshenko ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກົມ​ກອງ​ທະຫານ​ທັງ​ໝົດ​ຢູ່​ມໍ່​ກັບ​ຫ​ແຫຼມ Crimea ​ແລະ ​ເຂດ Donbass “ກຽມພ້ອມ​ໃຫ້​ສົງຄາມ“. ບັນດາ​ກົມ​ກອງ​ທະຫານ ຢູ​ແກຼນ ຕັ້ງ​ທັບ​ຢູ່​ຕິດກັບ​ຊາຍ​ແດນ Crimea ​ ກໍ່​ໄດ້​ຮັບ​ການ​ເພີ່ມ​ຈຳນວນ​ພົນທະຫານ, ພ້ອມ​ກັບ​ອຸປະກອນ​ດ້ານ​ການ​ທະຫານ​ທີ່​ທັນ​ສະ​ໄໝ. ທີ່​ການ​ປະຊຸມ​ລັບ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໃນ​ວັນ​ທີ 11/8, ຕາມ​ສະ​ເໜີ​ຂອງ​ຝ່າຍ Kiev, ທ່ານ​ເອກ​ອັກຄະ​ລັດຖະທູດ ຢູ​ແກຼນ ປະຈຳ ສະຫະ​ປະຊາ​ຊາດ Volodymyr Yelchenko ສະ​ເໜີ​ບັນດາ​ນັກ​ສັງ​ເກດ​ການ ສະຫະ​ປະຊາ​ຊາດ ​ແລະ ສະຫະພາບ​ເອີ​ລົບ (EU) , ພ້ອມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ ຄະນະ​ກຳມະການ​ກາ​ແດງ​ສາກົນ​ມາ ​ແຫຼມ Crimea ​ເພື່ອ​ສອບຖາມ ​ຕົວ​ການ 2 ຄົນ​ທີ່​ຖືກ ​ລັດ​ເຊຍຈັບ​ຕົວ​ໃນ​ກໍລະນີ​​ກົນອຸບາຍ​ກໍ່​ການ​ຮ້າຍ​ດັ່ງກ່າວ​ຖືກເຜີຍອອກ.

 ບັນ​ດາ​ການ​ຜັນ​ແປຢ່າງ​ສັບ​ສົນໃນ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ ​ໄດ້ເຮັດ​ໃຫ້ ທ່ານ Volodymyr Yelchenko  ເອກ​ອັກ​ຄະ​ລັດ​ຖະ​ທູດ ຢູ​ແກຼນ ປະ​ຈຳ ສ​ປ​ຊ ​ມີ​ການ​ປຽບ​ທຽບ​ສະ​ພາບ​ການ​ປະ​ຈຸ​ບັນ​ກັບ​ສິ່ງ​ທີ່​ກໍ່​ໃຫ້ເກີດ​ສົງ​ຄາມ​ເມື່ອ 2008 ລະ​ຫວ່າງ ລັດ​ເຊຍ ແລະ ຈ​ໍ​ເຈຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ວົງ​ການນັກ​ສັງ​ເກດ​ການ​ແລ​້ວ, ການ​ປະ​ທະ​ກັນ​ຍາກ​ທີ່​ຈະ​ເກີດ​ຂຶ້ນ​​ລະ​ຫວ່າງ​ສອງ​ປະ​ເທດໄດ້, ແທນ​ທີ່ນັ້ນ Moscow ອາດ​ຈະ​ຍົກ​ອອກ​ບາງ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ ແລະ ການ​ທູດ ເພື່ອ​ໂຕ້​ຕອບ ແລະ ເຮັດ​ໃຫ້​ອຳ​ນາດ​ການ​ປົກ​ຄອງ Kiev ຖືກ​ຕົກ​ຢູ່​ໂດດ​ດ່ຽວ. ອາດ​ຈະ​ເວົ້າ​ໄດ້​ວ່າ ຖ້າຫາກ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ ບໍ່​ພຽງ​ແຕ່​​ເຮັດ​ໃຫ​້ແຜນ​ການ​ນຳ​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ກັບ​ຄືນ​ວິ​ວັດ​ການ​ສະ​ຖຽນ​ລະ​ພາບ​ທີ່​ຖືກ​ປະ​ລາ​ໄຊ​ເທົ່າ​ນັ້ນ ຫາກ​ແນ່ນອນ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ​ສືບ​ຕໍ່​ຊົ່ວ​ຮ້າຍ​ລົງ​ອີກ​ດ້ວຍ. ສະ​ນັ້ນ ທັດ​ສະ​ນະ​ຈຳ​ນວນ​ຫນຶ່ງມີ​ລັກ​ສະ​ນະ​ສະ​ຫງົບ​ສະ​ຫງ່ຽມ​ກວ່າ​ໄດ້​ຮັບ​ການ​ຍົກ​ອອກ​ຈາກ 2 ຝ່າຍ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrovຖະ​ແຫລງວ່າ ທ່ານ​ບໍ່​ຖື​ວ່າ ທຸກ​ຄົນ​ລ້ວນ​ແຕ່​ຢາກ​ຢຸດ​ຕິ​ການ​ພົວ​ພັນ​ດ້ານ​ການ​ທູດ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ. ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ      ອາ​ເມ​ລິ​ກາ Joseph Biden, ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenko ຢືນ​ຢັ​ນ Kiev ບໍ່​ຢາກ​ໃຫ້ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ກັບ​ມົດ​ສ​ະ​ກູ ເພີ່ມ​ຂຶ້ນ. ໃນ​ນະ​ນັ້ນ, ຕອນ​ບ່າຍ​ວັນ​ທີ 14/8,  ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Frank Walter Steinmeier ໄດ້​ເດີນ​ທາງ​ເຖິງ Ekaterinburg ເພື່ອ​ປຶກ​ສາ​ຫາ​ລື​ກັບ​ຄູ່​ຕຳ​ແຫນ່ງ​ປະ​ເທດ​ເຈົ້າ​ພາບ ລັດ​ເຊຍ ທ່ານ Sergei Lavrov ກ່ຽວ​ກັບ​ກົນ​ອຸ​ບາຍ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່​ແຫລມ Crimea ປະ​ລາ​ໄຊ.

        ບັນ​ດາ​ການ​ຜັນ​ແປ​ລ້າ​ສຸດ​ທີ່​ເກີດ​ຂຶ້ນ​ຢູ່ Crimea ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ ຍາກ​ທີ່​ຫລຸດ​ລົງ​​ໂດຍ​ໄວ​ໄດ້. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ສິ່ງນີ້​ໄດ້​ຍູ້​​ການ​ພົວ​ພັນ​ທີ່​ເຄີຍ​ສັບ​ສົນ​ລະ​ຫວ່າງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ລັດ​ເຊຍ ແລະ ຢູ​ແກຼນ ໄປ​ຕາມ​ທິດ​ຊົ່ວ​ຮ້າຍ​ລົງ ພ້ອມ​ກັນ​ນັ້ນ ກໍ​ແມ່ນ​ສັນ​ຍານບໍ່​ດີ​ສຳ​ລັບ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ Minsk, ສ​ົ່ງ​ຜົນ​ສະ​ທ້ອນ​ເຖິງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ການໃຊ້​ຄວາມ​ຮ​ຸນ​ແຮງ​ພວມປີນ​ຂັ້ນ​ໄດຢູ່ ພາກ​ຕ​າ​ເວັນ​ອອກ ຢູ​ແກຼນ.

 

ຂ່າວ/ບົດ​ອື່ນ