ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ-ອີ​ຣານຫລຸດ​ຜ່ອນ​ລົງ

(VOVWORLD) -48 ຊົ່ວໂມງກ່ວາໄດ້ຜ່ານພົ້ນໄປ ນັບແຕ່ຈຸດເວ ອີຣານ ປຸກລະດົມບັ້ນບຸກໂຈມຕີດ້ວຍລູກສອນໄຟ ໃສ່ຖານທີໝັ້ນ 2 ແຫ່ງຢູ່ ອີຣັກ ທີ່ມີທະຫານອາເມລິກາ ຕັ້ງທັບຢູ່ເມື່ອຮຸ່ງເຊົ້າວັນທີ 8 ມັງກອນບໍ່ທັນມີບໍ່ວ່າການລາຍງານໃດຕື່ມອີກກ່ຽວກັບບັນດາການກະທຳດ້ານການທະຫານຂອງທັງສອງຝ່າຍອີກຢ່າງໜຶ່ງສອງຝ່າຍໄດ້ຍົກອອກບັນດາສານຢ່າງລຽນຕິດຕາມທິດ “ຫລຸດຜ່ອນຄວາມເຄັ່ງຕຶງ” ຊື່ງໄດ້ເຮັດໃຫ້ຫາງສຽງມີຄວາມອຸ່ນອຽນໃຈໂດຍຊົ່ວຄາວວ່າ ໄພເກີດສົງຄາມລະຫວ່າງ ອາເມລິກາ-ອີຣານ ພວມຫລຸດຜ່ອນລົງ.
ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ-ອີ​ຣານຫລຸດ​ຜ່ອນ​ລົງ - ảnh 1ທ່ານປະທານາທິບໍດີ Donald Trump ສົ່ງສານທີ່ວ່າ ຈະບໍ່ໂຕ້ຕອບຫຼື ຍັງບໍ່ທັນໂຕ້ຕອບ ອີຣານໃນຕອນຄ່ຳວັນທີ 8 ມັງກອນ (ພາບ: AP) 

ທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ບໍ່ຢາກເກີດສົງຄາມ. ນີ້ແມ່ນຂໍ້ສັງເກດຂອງນັກໄຈ້ແຍກ ແລະ ຜູ້ຊ່ຽວຊານດ້ານການທະຫານສາກົນຫຼາຍທ່ານໃນຊຸມວັນທີ່ຜ່ານມາ, ຊ້ຳບໍ່ໜຳ, ໃນຈຸດເວລາທີ່ຄວາມເຄັ່ງຕຶງຢູ່ຕາເວັນອອກກາງຖືກຖືວ່າແມ່ນຂຶ້ນເຖິງຂັ້ນສູງສຸດ ດ້ວຍເຫດການກອງທັບອາກາດ ອາເມລິກາ ເຂັ່ນຂ້ານາຍພົນ Qassem Soleimani ຂອງກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ເມື່ອຮຸ່ງເຊົ້າວັນທີ 3 ມັງກອນ ແລະ ທະຫານ ອີຣານ ໄດ້ໂຕ້ຕອບຄືນ ດ້ວຍການຍິງລູກສອນໄຟ ບຸກໂຈມຕີໃສ່ຖານທີ່ໝັ້ນ 2 ແຫ່ງທີ່ມີທະຫານ ອາເມລິກາ ຕັ້ງທັບຢູ່ ອີຣັກ ເມື່ອຮຸ່ງເຊົ້າວັນທີ 8 ມັງກອນ. ແຕ່ກໍ່ຍັງໂຊກດີ, ໃນຈຸດເວລາທີ່ເຄັ່ງຮ້ອນທີ່ສຸດນັ້ນ, ທັງ ວໍຊິງຕັນ ແລະ ເຕເຮຣານ ລ້ວນແຕ່ໄດ້ສະແດງອອກບັນດາການກະທຳໄກ່ເກ່ຍຄວາມປອງດອງອັນຕັ້ງໜ້າ, ຊື່ງໄດ້ຫລຸດຜ່ອນບັນຍາກາດສົງຄາມອັນເຄັ່ງຮ້ອນທີ່ສຸດຢູ່ໃນພາກພື້ນນີ້ລົງ.

ອີຣານ ຢືນຢັນ “ໄດ້ແກ້ແຄ້ນສຳເລັດແລ້ວ” ແລະ ບໍ່ຢາກສ້າງຄວາມເຄັ່ງຕຶງຂຶ້ນຕື່ມ

ພາຍຫຼັງການບຸກໂຈມຕີທາງອາກາດໃສຖານທີ່ໝັ້ນ 2 ແຫ່ງທີ່ມີທະຫານ ອາເມລິກາ ຕັ້ງທັບຢູ່ ເມື່ອຮຸ່ງເຊົ້າວັນທີ 8 ມັງກອນນັ້ນ, ວົງການເຈົ້າໜ້າທີ່ ອີຣານ ໄດ້ຢັ້ງຢືນໂດຍທັນທີ ວ່າ “ສຳເລັດເປົ້າໝາຍແກ້ແຄ້ນ ອາເມລິກາ ແລ້ວ”, ໝາຍຄວາມວ່າ, ຈະບໍ່ມີການກະທຳດ້ານການທະຫານໃໝ່ຕື່ມອີກ ເຖິງວ່າຍັງກ່າວເຕືອນວ່າ ຈະແກ້ແຄ້ນອີກ ຖ້າຫາກວ່າ ວໍຊິງຕັນ ເຮັດໃຫ້ການສູ້ຢັນກັນປີນຂັ້ນໄດ. ທ່ານ Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຂຽນລົງໃນສື່ສັງຄົມອອນລາຍ Twitter ສ່ວນຕົວວ່າ ເຕເຮຣານ “ໄດ້ແກ້ແຄ້ນສຳເລັດແລ້ວ” ເພື່ອແນໃສ່ຈຸດປະສົງປ້ອງກັນຕົວ ຕາມກົດບັດ ສປຊ ແລະ “ບໍ່ໄດ້ຊອກຫາການປີນຂັ້ນໄດ ຫຼືສົງຄາມ, ແຕ່ຈະປ້ອງກັນຕົນເອງຕໍ່ໜ້າທຸກໆການຮຸກຮານ”.

ໃນຂະນະນັ້ນ, ການນຳສູງສຸດ Ayatollah Ali Khamenei ໄດ້ພັນລະນາການບຸກໂຈມຕີວ່າ “ແມ່ນການຕົບໜ້າ”ອຳນາດການປົກຄອງຂອງປະທານາທິບໍດີ Donald Trump ແລະຮຽກຮ້ອງໃຫ້ກຳລັງ ອາເມລິກາ ຈົ່ງຖອນຕົວອອກຈາກຕາເວັນອອກກາງ.   ເຖິງຢ່າງໃດກໍ່ຕາມ, ທ່ານ Khamenei ກໍ່ບໍ່ໄດ້ນາບຂູ່ວ່າຈະມີການກະທຳດ້ານການທະຫານໃດໆຕື່ມອີກ ແທນໃຫ້ນັ້ນ, ພັດໄດ້ຍ້ອງຍໍສັນລະເສີນທ່ານນາຍພົນ Soleimani ວ່າແມ່ນ “ຜູ້ກ້າຫານ, ຄິດງຳລອບຄອບ, ລະມັດລະວັງ” ນັບທັງໃນດ້ານການເມືອງ ແລະ ການທະຫານ.

ນອກຈາກນັ້ນ, ອີຣານ ຍັງໄດ້ຕິດຕໍ່ກັບ ອາເມລິກາ ຢ່າງໜ້ອຍສຸດແມ່ນຜ່ານ 3 ຊ່ອງທາງຄື: ຊູແອັດ ແລະ ປະເທດອື່ນໆ ເພື່ອສົ່ງສານທີ່ວ່າ ເຕເຮຣານ “ໄດ້ແກ້ແຄ້ນສຳເລັດແລ້ວ” ແລະ ລໍຖ້າເບິ່ງປະຕິກິລິຍາໂຕ້ຕອບຈາກ ອາເມລິກາ.

ອາເມລິກາ ມີປະຕິກິລິຍາ ຢ່າງລະມັດລະວັງ

ໃນວັນທີ 8 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີບົດກ່າວປາໄສ ກ່ຽວກັບເຫດ ອີຣານ ຍິງລູກສອນໄຟບຸກໂຈມຕີໃສ່ຖານທີ່ໝັ້ນສອງແຫ່ງ ຢູ່ ອີຣັກ ເຊິ່ງເປັນບ່ອນທີ່ພົນທະຫານ ອາເມລິກາ ຕັ້ງທັບຢູ່, ພ້ອມກັນນັ້ນ ກໍໄດ້ຢັ້ງຢືນວ່າ ບໍ່ມີພົນທະຫານ ອາເມລິກາ ຜູ້ໃດເສຍຊີວິດໃນເຫດບຸກໂຈມຕີດັ່ງກ່າວ. ຄໍາປາໄສດັ່ງກ່າວ ໄດ້ຮັບຖືວ່າ ແມ່ນບາດກ້າວເດີນສໍາຄັນ ເຊິ່ງເປັນສັນຍານສະແດງໃຫ້ເຫັນວ່າ ອາເມລິກາ ຈະບໍ່ໂຕ້ຕອບຄືນ ອີຣານ ດ້ວຍທາງການທະຫານ ແລະກໍ່ການປະທະກັນຢູ່ ພາກພື້ນຕາເວັນອອກກາງອີກແລ້ວ. ໃນສື່ສັງຄົມອອນລາຍ Twitter, ທ່ານ Rand Paul ສະມາຊິກສະພາສູງ ຢັ້ງຢືນວ່າ “ທ່ານປະທານາທິບໍດີ Donald Trump ບໍ່ຢາກກໍ່ສົງຄາມທີ່ບໍ່ມີວັນສິ້ນສຸດ”.

ຕາມບັນດານັກໄຈ້ແຍກແລ້ວ, ປັດໄຈທີ່ທ່ານປະທານາທິບໍດີ ອາເມລິກາ ສົນໃຈທີ່ສຸດ ໃນເຫດບຸກໂຈມຕີດັ່ງກ່າວ ແມ່ນ ບໍ່ມີພົນທະຫານຜູ້ໃດຖືກເສຍຊີວິດໃນເຫດບຸກໂຈມຕີດັ່ງກ່າວ. ສິ່ງດັ່ງກ່າວ ບວກໃສ່ກັບສານ “ສິ້ນສຸດການເຄື່ອນໄຫວໂຕ້ຕອບ” ຂອງເຕເຮຣານ ທີ່ໄດ້ປະກາດກ່ອນໜ້ານັ້ນ, ໄດ້ມີການເຮັດໃຫ້ທ່ານປະທານາທິບໍດີ ອາເມລິກາ Donald Trump ສະຫຼຸບວ່າ ອີຣານ ໄດ້ປະນິປະນອມ. ເພາະສະນັ້ນ, ແທນທີ່ໃຫ້ການປະກາດ ຈະໂຕ້ຕອບດ້ວຍການກະທໍາທາງການທະຫານນັ້ນ, ຜູ້ນໍາໜ້າທໍານຽບຂາວ ໄດ້ປະກາດວ່າ ຈະຈັດວາງບັນດາມາດຕະການລົງໂທດໃໝ່ສໍາລັບ ອີຣານ.

ຕໍ່ຈາກນັ້ນ, ວັນທີ 9 ມັງກອນ, ສະພາຕໍ່າ ອາເມລິກາ ໂດຍ ພັກປະຊາທິປະໄຕ ນໍາໜ້າ  ໄດ້ຮັບຮອງເອົາມະຕິ ກ່ຽວກັບສິດອໍານາດຂອງສົງຄາມ ດ້ວຍຈໍານວນບັດສະໜັບສະໜູນ 224 ບັດ ແລະ ບັດຄ້ານ 194 ບັດ, ໃນນັ້ນ ໄດ້ຮຽກຮ້ອງໃຫ້ທ່ານປະທານາທິບໍດີ Donald Trump ຢຸດຕິການກະທໍາເປັນປໍລະປັກທາງການທະຫານກັບ ອີຣານ, ເວັ້ນເສຍແຕ່ ເມື່ອໄດ້ຮັບການມອບສິດຈາກສະພາແຫ່ງຊາດ ຫຼື ອາເມລິກາ ຕ້ອງປະເຊີນໜ້າກັບການບຸກໂຈມຕີດ້ວຍອາວຸດທີ່ອາດຈະເກີດຂຶ້ນ. ມະຕິສະບັບດັ່ງກ່າວ ບໍ່ຕ້ອງການລາຍເຊັນຂອງທ່ານປະທານາທິບໍດີ Donald Trump, ເພາະວ່າ ນີ້ໄດ້ເອີ້ນວ່າແມ່ນ  “ມະຕິຈິດໜຶ່ງໃຈດຽວ”. 

ຄວາມວິຕົກກັງວົນ ແລະ ຄວາມລະແວງສົງໄສ

ດ້ວຍບັນດາການກະທຳຫຼ້າສຸດຂອງທັງອາເມລິກາ ແລະ ອີຣານກໍ່ຄືການຜັນແປຢູ່ພື້ນທີ່ຕົວຈິງ, ຫຼາຍຄົນເຊື່ອໝັ້ນວ່າ ການສູ້ຢັນກັນ ທາງການທະຫານທີ່ເປັນອັນຕະລາຍລະຫວ່າງ ສອງປະເທດໄດ້ຢຸດຕິລົງໂດຍຊົ່ວຄາວ. ເຖິງຢ່າງໃດກໍ່ຕາມ, ມີຄຳເຫັນບໍ່ແມ່ນໜ້ອຍຍັງສະແດງຄວາມສົງໄສ ແລະ ວິຕົກກັງວົນ ກ່ຽວກັບ ໄພອັນຕະລາຍເພີ່ມຄວາມເຄັ່ງຕຶງຂຶ້ນຄືນໃໝ່ ຢູ່ ພາກຕາເວັນອອກກາງ.

ຄວາມວິຕົກກັງວົນນີ້ ສ່ວນຫຼາຍແມ່ນເກີດມາຈາກຄຳຖະແຫຼງຂອງທ່ານນາຍພົນ Mark Milley, ປະທານສະພາເສນາທິການ ທະຫານປະສົມ ອາເມລິກາ (JSC). ທ່ານ Milley ເວົ້າວ່າ: ລູກສອນໄຟ ຂອງ ອີຣານໃນເຫດບຸກໂຈມຕີໃນວັນທີ 8 ມັງກອນມີ ຈຸດປະສົງ “ເຂັ່ນຂ້າ ທະຫານ ອາເມລິກາ”. ທ່ານ ນາຍພົນ Milley ຍັງເວົ້າວ່າ ທ່ານ ແລະ ບັນດາເຈົ້າໜ້າທີ່ທະຫານອາເມລິກາ ຕີລາຄາຄວາມເປັນໄປໄດ້ສູງວ່າ ບັນດາກຸ່ມ ອິດສະລາມ ນິກາຍ Shiite(ຊິອຸດ) ເຊິ່ງໄດ້ຮັບການໜຸນຫຼັງ ຈາກ ອີຣານນັ້ນ, ຈະສືບຕໍ່ປະຕິບັດບັນດາເຫດບຸກໂຈມຕີ ໃສ່ ກຳລັງ ອາເມລິກາ ຢູ່ ອີຣັກ ແລະ ຊີຣີຕື່ມອີກ ແລະ ຢັ້ງຢືນວ່າ ນີ້ມີຄວາມເປັນໄປໄດ້ສູງທີ່ສຸດ. ຄຳຖະແຫຼງຂອງທ່ານນາຍພົນ Milley ເຊິ່ງເປັນເຈົ້າໜ້າທີ່ການທະຫານແຖວໜ້າຂອງ ທຳນຽບ 5 ແຈ ໄດ້ຖືວ່າ ແມ່ນພາດພິງເຖິງ ເລື່ອງອາເມລິກາ ຍັງບໍ່ທັນ ອະໄພໃຫ້ອີຣານຢ່າງແທ້ຈິ້ງເທື່ອ ພາຍຫຼັງເຫດການບຸກໂຈມຕີທາງອາກາດ, ໂດຍບໍ່ຫົວຊາຕໍ່ສານໄກ່ເກ່ຍຄວາມປອງດອງຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump.

ຕອບກັບ

ຂ່າວ/ບົດ​ອື່ນ