ຄວາມເຄັ່ງຕຶງໃນແຫຼມເກົ່າຫຼີພວມເພີ່ມທະວີ

ຄວາມເຄັ່ງຕຶງໃນແຫຼມເກົ່າຫຼີພວມເພີ່ມທະວີ - ảnh 1
ປະທານາທິບໍດີ​ອາເມລິກາ Barak Obama
(ພາບ: internet)

ວັນທີ 25/3 ນີ້, ​ ປະທານາທິບໍດີ​ອາເມລິກາ Barak Obama ຈະ​ທຳ​ການ​ຢ້ຽມຢາມ​ເຂດ​ປອດ​ທະຫານ(DMZ)ລະຫວ່າງ ສ.​ເກົ່າ​ຫຼີ ​ແລະ ສປປ.​​ເກົາ​ຫຼີ, ກ່ອນ​ທີ່​ຈະເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບບັນຫານິວ​ເຄຼຍທີ່​ຈັດ​ຂຶ້ນ​ຢູ່ Seoul . ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ຢັ້ງຢືນ​ການ​ສະໜັບສະໜູນ​ຂອງ​ອາ​ເມ​ລິ​ກາທີ່​ມີ​ຕໍ່​ປະ​ເທດ​ພັນທະ​ມິດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ນີ້. ​ແຕ່​ການ​ກະທຳນີ້ກໍຊ້ອນແຝງ ບັນດາຜົນຮ້າຍຢ່ອນຫຼັງ, ໂດຍສະເພາະແມ່ນໃນສະພາວະ ຄວາມເຄັ່ງຕຶງພວມ ເພີ່ມທະວີຂຶ້ນຢູ່ແຫຼມເກົ່າຫຼີໃນຊຸມມື້ທີ່ຜ່ານມາ.

    ຍິ່ງກ່ວາໃຜໝົດ, ວົງການນັກການເມືອງອາ​ເມ​ລິ​ກາ ແລະ ສ.​ເກົາ​ຫຼີ ຕ່າງກໍ ເຂົ້າໃຈວ່າການ​ຢ້ຽມຢາມເຂດປອດການທະຫານຂອງ ປະທານາທິບໍດີ​ອາເມລິກາ Barak Obama ທີ່ຖືກດຳເນີນໃນຈຸດເວລາທີ່ສະດຸ້ງໄວທີ່ສຸດ ຂະນະທີ່ບັນດາຂໍ້ມຸນ ຂ່າວສານຢ່າງເປັນທາງການກ່ຽວກັບການ​ຢ້ຽມຢາມຖືກປະກາດພາຍຫຼັງພຽງ 2-3 ວັນ, ທີ່ ສປປ.​​ເກົາ​ຫຼີຖະແຫຼງຈະຍິງດາວທຽມ Kwangmyongsong-3 ​ໃນ​ເດືອນ 4 ທີ່​ຈະ​ມາ​ເຖິງ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີ​ດຂອງ​ອະດີດ ປະທານ ກິ​ມອິນ​ຊຸ​່ງ. ຍິ່ງ​ໄປ​ກ່ວາ​ນັ້ນ, ການ​ຢ້ຽມຢາມຖືກ​ດຳ​ເນີນ​ໃນ​ຂະນະ​ທີ່ ປະຊາ​ຄົມ​ໂລກ​ສະ​ແດງ​ຄວາມ​ວິຕົກ​ກັງວົນຕໍ່ໜ້າ​ຄວາມ​ຕັດສິນ​ໃຈ​ຂອງ ສປປ.​​ເກົ່າ​ ​ຫຼີ ​ແລະ ພວມ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ທີ່​ເໝາະ​ສົມ​ເພື່ອ​ຫຼີກ​ລ້ຽງ​ເຫດການ​ຍິ່ງ​ດາວ​ທຽມ​ສົ່ງ​ຜົນ​ສະທ້ອນ​ເຖິງ​ບັນດາ​ບາດກ້າວ​ເດີ​ນອັນ​ຕັ້ງ​ໜ້າ​ແນ​ໃສ່​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ​ກ່ຽວກັບບັນຫາ​ນິວ​ເຄຼຍຄືນ​ໃໝ່​ໃນ​​ແຫຼມ​ເກົ່າ​ຫຼີ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເຕື້ອງ​ເຖິງ​ເລື່ອງ ສປປ.​​ເກົາ​ຫຼີ ພວມ​ມີ​ປະຕິກິ​ລີ​ຍາ​ຢ່າງ​ຮຸ່ນ​ແຮງ​ຕໍ່​ເລື່ອງອາ​ເມ​ລິ​ກາ ​ແລະ ສ.​ເກົ່າ​ຫຼີ ຫາ​ກໍ​ດຳ​ເນີ​ນການ ​ຊ້ອມ​ຮົບ​ຮ່ວມ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ. ການ​ຊ້ອມ​ຮົບ​ນີ້ ຖືກ​ພຽງ​ຢາງ ​​ເອີ້ນ​ວ່າ​ແມ່ນ​ການກະທຳ“​ເກາະ​ຜິດ​ຢ່າງ​ຮ້າຍ​ແຮງ”, ​ໄປ​ຝືນ​ກັບ​ຄວາມ​ຫວັງ ​ແລະ ຄວາມ​ມຸ່ງມາດ​ປາດ​ທະ​ໜາ​ຂອງ​ປະຊາ​ຊົນເກົາ​ຫຼີ ກໍ​ຄື​ປະຊາຊົນ​ໃນ​ໂລກ​ກ່ຽວ​ກັບ​ສະຖຽນ​ລະ​ພາບ ​ແລະ ສັນຕິພາບ​ໃນ​ແຫຼມ​ເກົາ​ຫຼີ.

ຄວາມເຄັ່ງຕຶງໃນແຫຼມເກົ່າຫຼີພວມເພີ່ມທະວີ - ảnh 2

ພວກທະຫານສ.ເກົາຫຼີກໍາລັງກວດເບິ່ງຮົ້ວໜາມໝາກຈັບໃກ້ບ້ານປັນມູນຈອມ ເຂດປອດທະຫານ DMZ.

(ພາບ: ASSOCIATED PRESS)

    ຍ້ອນ​ເຫດ​ນີ້​ເອງ, ການ​ຢ້ຽມຢາມ​ເຂດ​ປອດ​ທະຫານ(DMZ)ລະຫວ່າງ ສ.​ເກົາ​ຫຼີ ​ແລະ ສປປ.​​ເກົ່າ​ຫຼີ ຂອງປະທານາທິບໍດີ​ອາເມລິກາ Barak Obama​ໄດ້​ເຮັດ​ໃຫ້​ວົງ​ການ​ນັກ​ສັງ​ເກດ​ການ​ມີ​ຄວາມ​ວິຕົກ​ກັງວົນ. ສິ່ງ​ນີ້​ໄດ້​ຮັບ​ການ​ຢັ້ງຢືນ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ Ben Rhodes ຜູ້​ຊ່ວຍ​ວຽກ​ທີ່​ປຶກສາ​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ສູງ​ຂອງ ປະທານາທິບໍດີ​ອາເມລິກາ Barak Obama, ກ່ຽວກັບ​ຈຸດປະສົງ​ຂອງການ​ຢ້ຽມຢາມຄັ້ງ​ນີ້. ຕາມ​ນັ້ນ​ແລ້ວ, ຜ່ານການ​ຢ້ຽມຢາມ​ເຂດ​ປອດ​ທະຫານ, ປະທານາທິບໍດີ​ອາເມລິກາ Barak Obama ຢາກ​ເຊີດ​ຊູ​ຊື່​ສຽງ​ຮຽງນາມ ຂອງພົນທະຫານ​ຈຳນວນ 28000ຄົນ​ພວມ​ປະ​ຕິ​ບັດ​ໜ້າ​ທີ່ຢູ່ສ.​ເກົາ​ຫຼີ. ນອກ​ນັ້ນ, ທ່ານ Ben Rhodes ຜູ້​ຊ່ວຍ​ວຽກ​ທີ່​ປຶກສາ​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ສູງ​ຂອງ ປະທານາທິບໍດີ​ອາເມລິກາ Barak Obama ຍັງ​ຢືນຢັນຢ່າງ​ຈະ​ແຈ້ງວ່າ ການ​ຢ້ຽມຢາມ​ເຂດ​ປອດ​ທະຫານຂອງປະທານາທິບໍດີ​ອາເມລິກາ Barak Obama ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້ ອາ​ເມ​ລິ​ກາຮັດ​ແໜ້ນ​ວາຍ​ພົວພັນ​ແບບສຳ​ພັນທະ​ມິດກັບ ສ.​ເກົ່າ​ຫຼີ ກໍ່​ຄື​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຂງ​ແຮງ​ຂອງ​ວໍ​ຊິງ​ຕັນ ທີ່​ມີ​ຕໍ່​ບັນຫາ​ຄວາມ​ສະຫງົບ​ຂອງ ສ.​ເກົາ​ຫຼີ ​. ສິ່ງ​ນີ້​ໄດ້​ຮັບ​ການ​ພິສູດ​ໃຫ້​ເຫັນ​ແຈ້ງ​ຂະນະ​ທີ່​ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ, ​ເຖິງ​ວ່າ​ບໍ່​ເປີດ​ເຜີຍ​ເລື່ອງ​ທີ່​ວ່າ​ທຳນຽບຂາວ​ຈະ​ມີ​ເຈດ​ຈຳນົງ​ສົ່ງ​ສານ​ໃດໆ​ເຖິງສປປ.​​ເກົ່າ​ຫຼີ​ເມື່ອ​ໄປ​ຢ້ຽມຢາມ​ເຂດ​ປອດ​ທະຫານຫຼື​ບໍ່? ​ແຕ່​ພັດ​ໃຫ້​ຮູ້​ວ່າ ປະທານາທິບໍດີ​ອາເມລິກາ Barak Obama ຈະຢືນຢັນ​ຄືນ​ກ່ຽວກັບ​ຄຳ​ຮຽກຮ້ອງ​ພຽງ​ຢາງ​ຈົ່ງ​ປະຕິບັດ​ຕາມ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ ບັນຫາ​ນິວ​ເຄຼຍສາກົນ. ດ້ວຍ​ຄຳ​ຖະ​ແຫຼ​ງດັ່ງກ່າວ,ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ​ໄດ້​ສົ່ງ​ສານ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ທັດສະນະ​ຂອງ ອາ​ເມ​ລິ​ກາທີ່​ຍາມ​ໃດ​ກໍ​ຮ່ຽງບ່າ​ຮ່ຽງ​ໄຫຼ່​ກັບປະ​ເທດພັນທະ​ມິດ ສ.​ເກົ່າ​ຫຼີ. ພ້ອມ​ກັນ​ນັ້ນ, ການ​ມີໜ້າ​ຂອງ ປະທານາທິບໍດີ​ອາເມລິກາ Barak Obama ຢູ່ ສ.​ເກົາ​ຫຼີ ຄັ້ງ​ນີ້, ອີກ​ເທື່ອ1 ​ໄດ້​ເນັ້ນ​ໜັກ​ເຖິງການ​ຫັນປ່ຽນ​​ການ​ກຳນົດ​ທິດ​ດ້ານການ​ທູດ​ໄປ​ຍັງ​ພາກ​ພື້ນ​ອາຊີ ຊຶ່ງ​ແມ່ນ​ພາກ​ພື້ນ​ຂະຫຍັນ​ຂັ່ນ​ເຄື່ອນ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ຄວາມ​ສະຫງົບ ​ແລະ ວັດທະນາ​ຖາວອນ​ຂອງ​ອາ​ເມ​ລິ​ກາ​ໃນ​ອະນາຄົດ. ​ເຖິງ​ວ່າ​ມາ​ຮອດ​ຈຸດ​ເວລາ​ນີ້, ທາງ​ຝ່າ​ຍ ສປປ.​​ເກົ່າ​ຫຼີຍັງ​ບໍ່​ທັນ​ມີ​ປະຕິກິ​ລີ​ຍາ​ຢ່າງ​​ເປັນ​ທາງ​ການ​ກ່ຽວ​ກັບການ​ຢ້ຽມຢາມ​ເຂດ​ປອດ​ທະຫານ(DMZ)ລະຫວ່າງ ສ.​ເກົ່າ​ຫຼີ ​ແລະ ສປປ.​​ເກົາ​ຫຼີຂອງປະທານາທິບໍດີ​ອາເມລິກາ Barak Obama ກໍ​ຕາມ, ​ແຕ່​ຕາມ​ນັກ​ສັງ​ເກດ​ການ​ແລ້ວ, ການ​ຜັນ​ແປ​ນີ້, ຈະ​ບໍ່​ມີ​ຜົນ​ປະ​ໂຫຍ​ດຕໍ່​ເລື່ອງ​ຊຸກຍູ​້ການ​ເຈລະຈາ 6 ຝ່າ​ຍກ່ຽວ​ກັບ ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກົາ​ຫຼີ.

   ​ໃນ 2-3 ອາທິດ​​ແລ້ວ​ນີ້, ຂະນະ​ທີ່ ອາ​ເມ​ລິ​ກາ ​ແລະ ສປປ.​​ເກົາ​ຫຼີພ້ອມ​ກັນ​ປະກາດ​ວ່າ ພຽງ​ຢາງ​​ເຫັນ​ດີ​ປະຕິບັດ​ສັນຍາ​ຢຸດ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ໄກ, ທົດ​ລອງ​ນິວ​ເຄຼຍ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ເສີມ​ທາດ Uranium ຢູ່​ຮາກ​ຖານ Yongbyon, ຫາງ​ສຽງ​ຄາດ​ຄະ​ເນວ່າ ​ໄດ້ມີ​ບາດກ້າວ​ບຸກທະ​ລຸ​ໃນ​ການ​ພົວພັນ 3 ຝ່າຍ ລະຫວ່າງ ອາ​ເມ​ລິ​ກາ - ສ.​ເກົາ​ຫຼີ ​ແລະ ສປປ.​​ເກົ່າ​ຫຼີ. ​ແຕ່​ດ້ວຍ​ບັນດາ​ການ​ຜັນ​ແປ​ໃນ​ມໍ່​ມາ​ນີ້, ພິ​ເສດ​ແມ່ນ​ເລື່ອງ ປະທານາທິບໍດີ​ອາເມລິກາ Barak Obama ຕົກລົງ​ໄປຢ້ຽມຢາມ​ເຂດ​ປອດ​ທະຫານ(DMZ)ລະຫວ່າງ ສ.​ເກົ່າ​ຫຼີ ​ແລະ ສປປ.​​ເກົ່າ​ຫຼີ​ໃນ​ວັນ​ທີ 25/3 ນີ້, ​ໄດ້​ເປັນ​ສະ​ແດງ​ໃຫ້​ເຫັນ​ວ່າ ສະພາບ​ການ​ທີ່​ມື​ດມົວ​ໃນ​ສາຍ​ພົວພັນ 3 ຝ່າຍ​ພວມ​ກັບ​ຕ່າວ​ຄືນ​ມາ. ຍິ່ງ​ໄປ​ກ່ວາ​ນັ້ນ, ສິ່ງ​ດັ່ງ​ກ່າວ​ກໍ​ບໍ່​ມີ​ຜົນ​ປະ​ໂຫຍ​ດຕໍ່​ການ​ຊຸກຍູ​້ການ​ເຈລະຈາ​ກ່ຽວ​ກັບ ບັນຫາ​ນິວ​ເຄຼຍ​ຢູ່​ແຫຼ​ມ​ເກົ່າ​ຫຼີ​ໃນ​ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ