ຄວາມເຄັ່ງຕຶງໃນແຫຼມເກົາຫຼີມີໄພເພີ່ມຂຶ້ນ

(vovworld) - ສະພາບ​ການ​ຢູ່​ແຫຼມ​ເກົາຫຼີ​ນັບມື້ນັບຮ້ອນ​ເຮ່ັງ, ​ເມື່ອ​ຫວ່າງ​ແລ້ວ​ນີ້, ສປປ​ເກົາຫຼີ​ສືບ​ຕໍ່​ຍິງລູດສອນ​ໄຟ​ນຳ​ວິຖີ​ຈາກ​ກຳ່​ປັ່ນ​ດຳ​ນ້ຳ ​ແລະ ຕົກລົງ​ເຂດປ້ອງ​ກັນ​ອາກາດ​ຂອງ​ຍີ່ປຸ່ນ​ຢູ່​ທະ​ເລ​ຍີ່ປຸ່ນ​ສຳເລັດ​ຜົນ. ນີ້​ແມ່ນ​ການ ຍິງລູດສອນ​ໄຟ​ຄັ້ງ​ທີ 3, ນັບ​ແຕ່​ຕ້ົນປີ​ນີ້​ເພື່ອ​ແນ​ໃສ່​ໂຕ້​ຕອບ​ບັນດາ​ການ​ກະທຳ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ບັນດາ​ພັນທະ​ມິດ​ໃນ​ພາກ​ພື້ນ, ​ເຊິ່ງພຽງ​ຢາງ​ຖື​ວ່າ​ແມ່ນ​ການ​ກະທຳ “​ເກາະ​ຜິດ“, ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ນີ້.

ຄວາມເຄັ່ງຕຶງໃນແຫຼມເກົາຫຼີມີໄພເພີ່ມຂຶ້ນ - ảnh 1
(ພາບປະກອບ: EPA/TTXVN)

        ວັນ​ທີ 24/8, ສປປ​ເກົາຫຼີ​ໄດ້ ຍິງລູກສອນ​ໄຟ​ນຳ​ວິຖີ​ຍຸດ​ທະ​ສາດ​ທົດ​ລອງ​ຈາກ​ກຳ່​ປັ່ນ​ດຳ​ນຳ້. ການ​ຍິງລູກ​ສອນ​ໄຟ​ຄັ້ງ​ນີ້​ໄດ້ສຳ​ເລັດ​ຜົນ,​ຍ້ອນ​ລູກ​ສອນ​ໄຟ​ໄດ້​ບິນ​ໄກ​ປະມານ 500 ກມ. ລູກ​ສອນ​ໄຟບິນ​ຕາມ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ໄດ້ຕົກລົງ​ເຂດ​ປ້ອງ​ກັນ​ອາກາດ​ຂອງ​ຍີ່ປຸ່ນປະມານ 80 ກມ. ນີ້​ແມ່ນ​ການ ຍິງລູດສອນ​ໄຟ​ນຳ​ວິຖີ​ຍຸດ​ທະ​ສາດຄັ້ງ​ທີ 3 ນັບ​ແຕ່​ຕົ້ນ​ປີ​ມາ​ນີ້. ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ທຳ​ອິດ​ແມ່ນ​ໃນ​ວັນ​ທີ 23/4 ຖືກ​ປະລາ​ໄຊ. ການ​ຍິງ​ລູກ​ສອນ​ໄຟຄັ້ງ​ທີ 2 ​ແມ່ນ​ໃນ​ວັນ​ທີ 9/7, ພຽງ​ແຕ່​ສຳ​ເລັດ​ໃນ​ໄລຍະ​ຍິງ​ເບື້ອງ​ຕົ້ນ​ຈາກ​ກຳ່​ປັ່ນ​ດຳ​ນ້ຳ​ເທົ່າ​ນັ້ນ, ​ແຕ່​ພັດ​ຖືກ​ລະ​ເບີດ​ໃນ​ລະດັບ​ສູງ 10 ກມ, ພາຍຫຼັງ​ບິນ​ໄດ້​ສອງ​, ສາມ ກມ ​ເທົ່າ​ນັ້ນ.

        ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ນັກ​ຊ່ຽວຊານ​ແລ້ວ, ດ້ວຍ​ການຍິງ​ລູກ​ສອນ​ໄຟຄັ້ງ​ນີ້, ສປປ​ເກົາຫຼີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ໃກ້​ຈະ​ບັນລຸ​ໄດ້​ເຕັກ​ໂນ​ໂລ​ຢີ ​ຍິງ​ລູກ​ສອນ​ໄຟ ​ແລະ ສາມາດ​ຜັນ​ຂະຫຍາຍ ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຍຸດ​ທະ​ສາດ​ໃນ​ປີ 2017 ​ໄດ້.

ບັນດາ​ຄຳ​ກ່າວ​ເຕືອນ ​ແລະ ການ​ກະທຳ​ໂຕ້​ຕອບ​ຢ່າງ​ຂັນ​ແຂງ

        ສປປ​ເກົາຫຼີ ຍິງ​ທົດ​ລອງລູກ​ສອນ​ໄຟຍຸດ​ທະ​ສາດ, ກົງ​ກັບ​ເວລາ​ດຳ​ເນີນ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດລະຫວ່າງ​ຍີ່ປຸ່ນ-ຈີນ-ສ​ເກົາຫຼີ ​ໃນ​ຕອນ​ເຊົ້າ​ວັນ​ທີ 24/8. ນີ້​ແມ່ນ​ກອງ​ປະຊຸມ​ສາມ​ຝ່າຍ​ຄັ້ງ​ທຳ​ອິດ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສາມ​ປະ​ເທດ​ດັ່ງກ່າວ​ນັບ​ແຕ່​ເດືອນ 3/2015, ​ໃນ​ນັ້ນ​ມີ​ເນື້ອ​ໃນ​ປະຕິບັດ​ບັນດາ​ປະຕິກິລິຍາ​ສຳລັບ​ບັນດາ​ການ​ກະທຳ​ພັດທະນາ​ລູກ​ສອນ​ໄຟ​ນຳ​ວິຖີ​ຂອງ ສປປ​ເກົາຫຼີ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 22/8, ສປປ​ເກົາຫຼີ​ໄດ້​ມີ​ປະຕິກິລິຍາ​ຢ່າງ​ແຮງ, ພາຍຫຼັງ ສ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ​ຈັດ​ຕັ້ງ​ການ​ຊ້ອມ​ຮົບ “ຜູ້​ຮັກາ​ຄວາມ​ເສລີ Ulchi“ ປຸກລະດົມພົນທະຫານ​ປະມານ 75.000 ຄົນ​ເຂົ້າ​ຮ່ວມ.

        ປະຕິ​ກິລິຍາ​ຂອງ​ພຽງ​ຢາງ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ແຮງ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ​ເພາະວ່າ​ໂດຍ​ຕ່າງ​ກັບ​ການ​ຊ້ອມ​ຮົບ​ຄັ້ງ​ກ່ອນໆ, ຂອບ​ຂະໜາດ​ຂອງ​ການ​ຊ້ອມ​ຮົບ​ຄັ້ງ​ນີ້​ໄດ້​ຮັບ​ການ​ເປີດ​ກວ້າງ​ກວ່າ​ນັ້ນ​ຫຼາຍ, ​ເມື່ອ​ເປັນ​ຄັ້ງ​ທຳ​ອິດ​ໃນ 10 ປີຜ່ານມາ, ອາ​ເມ​ລິ​ກາ​ໄດ້​ປຸກລະດົມ​ຈຸ​ບິນຖີ້ມລະ​ເບີດ​ຍຸດ​ທະ​ສາດ B-1B Lancer, ພ້ອມ​ກັບ​ທະຫານ​ປ້ອງ​ກັນ​ອາກາດປະມານ 300 ຄົນມາ​ເພື່ອ​ບຸລະນະ​ຮັກສາ​ເຮືອບິນ. ຄຽງ​ຄູ່​ກັນ​ນັ້ນ, ອາ​ເມ​ລິ​ກາ​ຍັງ​ຜັນ​ຂະຫຍາຍ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​​ໃນ​ເຂດ​ດິນ​ຕໍ່​ແຜ່ນ THAAD ​ເຖິງ​ເມືອງ ​ເກາະ SeongJu ຂອງ ສ​ເກົາຫຼີ. ​ເພື່ອ​ໂຕ້​ຕອບ​ການ​ການ​ທຳ​ນີ້ ​ພຽງ​ຢາງ​ໄດ້​ຍົກ​ອອກຖະ​ແຫຼ​ງການ​ທີ່​ແຂງ​ກະດ້າງ, ​ໂດຍ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ພ້ອມ​ແລ້ວ​ທີ່​ຈະ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ນິວຄະ​ເລຍ​ທີ່​ເລັ່ງ​ໃສ່​ບັນດາ​ກຳລັງ​ປະກອບ​ອາວຸດ​ຂອງ ສ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ. ຊ້ຳ​ບໍ​ໜຳ, ການ​ນຳ ສປປ​ເກົາຫຼີ Kim Chang Un ຍັງ​ຮຽກຮ້ອງ​ຊາວ​ໜຸ່ມ​ປະ​ເທດ​ນີ້​ກາຍ​ເປັນ “ກອງ​ພົນ​ໃຫຍ່ກຽມພ້ອມ​ເສຍສະຫຼະ​ຊີວິດ​ເພື່ອຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“. ​ໃນ​ຂະນະ​ນັ້ນ, ​ເພື່ອ​ຮັບ​ມື​ກັບ​ບັນດາ​ການ​ກະທຳ​ຂອງ​ພຽງ​ຢາງ, ​ເຊີ​ອູ​ນ ກໍ່​ຮີບ​ເຮັ່ງ​ວາງ​ແຜນການ​ປ້ອງ​ກັນ. ວັນ​ທີ 29/8, ທ່ານ​ນາງ​ປະທານາທິບໍດີ ສ​ເກົາຫຼີ Pak Kye He ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກອງທັບ​ປະ​ເທດ​ນີ້​ຮັບ​ສາ​ສະຖານະ​ການ​ກຽມພ້ອມ​ສູ້​ຮົບ​ໃນ​ລະດັບ​ສູງ​ສຸດ, ພ້ອມ​ທັງ​ປະຊຸມ​ຄະນະ​ລັດຖະບານ​ເພື່ອ​ວາງ​ມາດ​ຕະການ​ຮັບ​ມື​ກັບ​ກຳລັງ​ອາວຸດ​ນິວຄະ​ເລຍ ​ແລະ ລູກ​ສອນ​ໄຟ​ທີ່​ພວມ​ເພີ່ມ​ຂຶ້ນ​ຂອງ ສປປ​ເກົາຫຼີ. ບັນດາ​ສະມາຊິກ​ລັດຖະສະພາ ສ​ເກົາຫຼີ​ກໍ່​ໄດ້​ອອກ​ຖະ​ແຫຼ​ງການ​ຮຽກຮ້ອງ​ລັດຖະບານ​ພິຈາລະນາ​ກ່ຽວ​ກັບ​ຄວາມ​ສາມາດ​ຕໍ່​ກຳ່​ປັ່ນ​ແລ່ນ​ດ້ວຍ​ພະລັງງານ​ນິວຄະ​ເລຍ ​ເພື່ອ​ຮັບ​ມື​ກັບ​ບັນດາ​ການ​ກະທຳ​ເກາະ​ຜິດ​ທີ່​ພວມ​ເພີ່ມ​ຂຶ້ນ​ຈາກ​ຝ່າຍ ສປປ​ເກົາຫຼີ.

ຄວາມເຄັ່ງຕຶງໃນແຫຼມເກົາຫຼີມີໄພເພີ່ມຂຶ້ນ - ảnh 2
ການນຳ ສປປເກົາຫຼີ Kim Chang Un
ກວດກາເຫດຍິງທົດລອງລູກສອນໄຟຈາກກ່ຳປ່ັນດຳນ້ຳ
(ພາບ: Reuters/TTXVN)

ແຫລມ​ເກົາ​ຫລີ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ອັນ​ຕະ​ລາຍ​ໃຫມ່

ຕາມ​ທັດ​ສະ​ນະ​ຂອງ​ຜູ້​ຊ່ຽວ​ຊານ​ຫລາຍ​ທ່ານ​ແລ້ວ, ສະ​ພາບ​ການ​ໃນ​ແຫລມ​ເກົາ​ຫລີ ພວ​ມ​ມີ​ການ​ຜັນ​ແປ່​ໃຫມ່​ທີ່​ເປັນ​ຫນ້າ​ວິ​ຕົກ​ກັງ​ວົນ. ສາຍ​ເຫດ​ຂອງ​ການ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ແມ່ນ​ເລີ່ມ​ຈາກ​ບັນ​ດາ​ນະ​ໂຍ​ບາຍ​ເພີ່ມ​ທະ​ວີ​ການ​ປະ​ເຊີນ​ຫນ້າ​ຂອງ​ອາ​ເມ​ລິ​ກາ ແລະ ພັນ​ທະ​ມິດ​ຢູ່​ພາກ​ພື້ນ ແລະ ເລື່ອງ​ເມີນ​ເສີຍ​​ຕໍ່ບັນ​ດາ​ຄຳ​ກ່າວ​ເຕືອນ ແລະ ຄຳ​ສັ່ງ​ລົງ​ໂທດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈາກ ຝ່າຍສ​ປ​ປ ເກົາ​ຫລີ. ​ສິ່ງເປັນ​ຫນ້າ​ວິ​ຕົກ​ກັງ​ວົນ​ກວ່າ, ຕາມ​ບັນ​ດາ​ຜ​ູ້​ຊ່ຽວ​ຊານ​ແລ້ວ, ປະ​ຈຸ​ບັນ ພຽງ​ຢາງ ອາດ​ຈະ​ຕ້ານ​ຄື​ນ​ທຸກ​ການ​ຮຸກ​ຮານ​ຂອງ​ບັນ​ດາ​ກຳ​ລັງ​ທີ​່​ເປັນ​ປ​ໍ​ລະ​ປັກ. ເລື່ອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ສັ້ນ​ຈາກ​ກຳ​ປັ່ນ​ດຳ​ນ້ຳ​ທຳ​ມະ​ດາ​ເມື່ອ​ວັນ​ທີ 24/8 ສຳ​ເລັດ​ຜົນ ໄດ​້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ ສ​ປ​ປ ເກົາ​ຫລີ ມີ​ຄວ​າມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພ​ື່ອປະ​ກອບ​ລູກ​ສອນ​ໄຟໃຫ້​ແກ່​ກອງ​ກຳ​ປັ່ນດຳ​ນ້ຳໃນ​ອະ​ນາ​ຄົດ ແລະ ພັດ​ທະ​ນາ​ບັນ​ດາ​ກຳ​ປັ່ນ​ດຳ​ນ້ຳ​ປະ​ເພດ​ໃຫມ່​ທີ່​ທັນ​ສະ​ໄຫມກວ່າ. ດ້ວຍ​ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຈາກ​ກຳ​ປັ່ນ​ດຳ​ນ້ຳ​ສຳ​ເລັດ​ຜົນ, ພຽງ​ຢາງ ພວມ​ສະ​ແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ມີ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ຕົວ. ນີ້​ກໍ​ແມ່ນ​ພະ​ຍານ​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ສ​ປ​ປ ເກົາ​ຫລີ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຜະ​ລິດ plutonium ລະ​ດັບ​ອາ​ວຸດ​ຢູ່​ເຕົາ​ທົດ​ລອງ​ນິວ​ເຄຼຍ Yongbyon, ເຄີຍ​ຖືກ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ຕາມ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​​ໃນ​ການ​ເຈ​ລະ​ຈາ 6 ຝ່າຍ​ກ່ອນນີ້​ສອງ​ສາມ​ປີ.

        ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ກຳ​ລັງລູກ​ສອນ​ໄຟ ແລະ ອາ​ວຸດ​ນິວ​ເຄຼຍແທ້​ຈິງ ຂອງ ສ​ປ​ປ ໄດ້​ຮັບ​ການສ້າງ​ຂຶ້ນ ແລະ ເລື່ອງ​ສະ​ກັດ​ກັ້ນ​ປະ​ເທດນີ້​ກຳ​ມະ​ສິດ​ອາ​ວຸດ​ຫລາຍ​ປະ​ເພດ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ແຂງ​ກະ​ດ້າງ​ຍັງ​ບໍ່​ທັນ​ມີ​ຜົນ​ສັກ​ສິດ​ ​ຕົວ​ຈິງ. ພາ​ຍ​ຫລັງ​ມີ​ຄຳ​ສັ່ງ​ລົງ​ໂທດ ແລະ ປະ​ຕິ​ກິ​ລິ​ຍາ​ຢ່າງ​ແຮງ​ຈາກ​ປະ​ຊາ​ຄົມ​ສາ​ກົນ, ສະ​ພາບ​ການ​ໃນ​ແຫລມ​ເກົາ​ຫລີ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປັບ​ປຸງ​ເທື່ອ. ສະ​ນັ້ນ ປ​ະ​ຊາ​ຄົມ​ສາ​ກົນ​ຄວນ​ມຸ້ງ​ໄປ​ເຖິງ ບັນ​ດາ​ມາດ​ຕະ​ການ​ສັນ​ຕ​ິ, ບັນ​ດາ​ການ​ກະ​ທຳ​ປອດ​ການ​ທະ​ຫານ​ ເພື່​ອ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນນີ້ ເພາ​ະວ່າ ​ຖ້າ​ຫາກບັນ​ດາ​ຝ່າຍບໍ່​ອົດ​ກັ້ນ​ ຈະ​ພາ​ໄປ​ເຖິງຜົນ​ຮ້າຍ​ຍາກຍາກທີ່​ຈະ​ຄາດ​ຄະ​ເນ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ