ຄວາມເຄັ່ງຕຶງໃນແຫລມເກົາຫລີເພີ່ມຂຶ້ນ


(vovworld)- ການ​ພົວ​ພັນ​ລະ​ຫວ່າງ ສ​ປ​ປ ເກົ​າ​ຫລີ ແລະ ສ​ເກົາ​ຫລີ ຕົກ​ເຂົ້າ​ສູ່​ສະ​ພາບ​ເຄັ່ງ​ຕຶງ​ຂຶ້​ນ​ຕື່ມ ພາຍ​ຫລັງ ສ​ເກົາ​ຫລີ ກ່າວ​ເຕືອນ ຈະ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ຢູ່​ເຂດ​ຊາຍ​ແດນ ຕ້ານ ສ​ປ​ປ ເກົາ​ຫລີ ແນ​ໃສ່ ໂຕ້​ຕອບ​ເລື່ອງ ພົນ​ທະ​ຫານ ສ​ເກົາ​ຫລີ 2 ຄົນ​ຖືກ​ບາດ​ເຈັບ​ສາ​ຫັດ​ໃນ​ເຫດວາງ​ລະ​ເບີດ​ໝາກ​ມິນ ໂດຍ ສ​ປ​ປ ເກົາ​ຫລີ ​ດຳ​ເນີນຢ​ູ່​ເຂດ​ປອດ​ການ​ທະ​ຫານ (DMZ) ໃນ​ອາ​ທິດ​ກ່ອນ.

ຄວາມເຄັ່ງຕຶງໃນແຫລມເກົາຫລີເພີ່ມຂຶ້ນ - ảnh 1

        ການ​ຜັນ​ແປ​ຫລ້າ​ສຸດ​ໃນ​ວັນ​ທີ 10/8, ​ທ່ານ Jeong Joon hee,ໂຄ​ສົກ​ກະ​ຊວງ​​ທ້ອນໂຮມ​​ຊາດ​ຂອງ ສ​ເກົາ​ຫລີ ​ໃຫ້​ຮູ້​ວ່າ: ສ​ປ​ປ ເກົາ​ຫລີ ປະ​ຕິ​ເສດ​ຂໍ້​ສະ​ເຫນີ​ຂອງ ສ​ເກ​ົ​າ​ຫລີ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ, ກົນ​ໄກ​ເຈ​ລະ​ຈາ​ຂັ້​ນ​ສູງ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົ​າ​ຫລີ.

        ​ຄວາມ​ເຄັ່ງ​ຕຶງ​ສືບ​ຕໍ່​ເພີ່ມ​ຂຶ້ນ

        ພົນ​ທະ​ຫານ ສ​ເກົາ​ຫລີ 2 ຄົນ​ຖືກ​ບາດ​ເຈັບ​ສາ​ຫັດ​ໃນ​ເຫດ​ລະ​ເບີດ​ໝາກ​ມິນ​ເມືື່ອ​ຕອນ​ເຊົ້າ​ວັນ​ທີ 4/8 ຢູ່​ທາງ​ທິດ​ໃຕ້​ຂອງ​ເຂດ​ປອດ​ການ​ທະ​ຫານ ຂຶ້ນ​ກັບ​ແຂວງ Gyeonggi ຂອງ ສ​ເກົາ​ຫລິ ເມື່ອ​ເຂົາ​ເຈົ້າ​ພວມ​ປະ​ຕິ​ບັດ​ຫນ້າ​ທີ່​ລາດ​ຕາ​ເວັນ​ເປັນ​ປະ​ຈຳ​ຢູ່​ເຂດນີ້. ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ວັນ​ທີ 10/8, ພົນ​ຈັດ​ຕະ​ວາ Koo Hong Mo ຂຶ້ນ​ກັບ​ສະ​ພາ ຫົວ​ຫນ້າ​ເສ​ນາ​ທິ​ການ​ທະ​ຫານ​ປະ​ສົມ ສ​ເກົາ​ຫລີ ໃຫ້​ຮູ້​ວ່າ: ຕ​າມ​ໝາກ​ຜົນ​ແຫ່ງ​ການ​ສືບ​ສວນ​ຢູ່​ບ່ອນ​ເກີດ​ເຫດ, ບັນ​ດາ​ພົນ​ທະ​ຫານ ສ​ປ​ປ ເກົາ​ຫລີ ໄດ້​ຂ້າມ​ ເສັ້ນ​ຊາຍ​ແດນ​ການ​ທ​ະ​ຫານ​ເພື່ອ​ວາງ​ໝາກ​ມິນ​ມໍ່​ກັບ​ທີ່​ຕັ້ງ​ລາດ​ຕາ​ເວນ​ຂອງ​ພົນ​ທະ​ຫານ ສ​ເກົາ​ຫລີ ຢູ່ DMZ. ພົນ​ຈັດ​ຕະ​ວາ Koo Hong Mo ເນັ້ນ​ຫນັກ​ວ່າ: ການ​ກະ​ທຳ​ນີ້​ຂອງ ສ​ປ​ປ ເກົາ​ຫລີ ແມ່ນ​ລະ​ເມີດ​ສັນ​ຍາ​ຢຸດ​ຮົບ ແລະ ຂໍ້​ຕົກ​ລົງ​ບໍ່​ບຸກ​ໂຈມ​ຕີ​ເຊິ່ງ​ກັນ ແລະ​ກັນ ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ພ້ອມ​ທັງ ຮຽກ​ຮ້ອງ ສ​ປ​ປ ເກົາ​ຫລີ ຕ້ອງ​ມີ​ຄຳ​ຂໍ​ໂທດ ແລະ ລົງ​ໂທດ​ບັນ​ດາ​ຜູ້​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ລະ​ເບີດ​ໝາກ​ມິນ. ສ່ວນຝ່າຍ ສ​ປ​ປ ເກົາ​ຫລີ ບໍ່​ທັນ​ມີ​ຄຳ​ວິ​ຈານ​ໃດ​ກ່ຽວ​ກັບ​ກໍ​ລະ​ນີ​ດັ່ງ​ກ່າວ.

       ຜົນ​ສະ​ທ້ອນ​ຈາກ​ສອງ​ຝ່າຍ

ແລະ​ກໍໃນ​ວັນ​ 10/8, ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ເກົາ​ຫລີ Kim Min Seok ຖະ​ແຫລງ​ເປັນ​ຄັ້ງ​ທຳ​ອິດ​ໃນ 11 ປີ ວ່າ, ເຊີ​ອູນ ຕົກ​ລົງ​ເຊື່ອມ​ຕໍ່​ບັ້ນ​ໂຄ​ສະ​ນາ​ດ້ວຍ​ໂທ​ລະ​ໂຄ່ງ​ຢູ່​ລຽບ​ຕາມ​ຊາຍ​ແດນ​ຕິດ​ກັບ ສ​ປ​ປ ເກົາ​ຫລີ. ທ່ານ Kim ເນັ້ນ​ຫນັກ​ວ່າ: ລາຍ​ການ​ໂຄ​ສະ​ນາ​ຜ່ານ​ໂທ​ລະ​ໂຄ່ງ ໃນ​ມື້ນີ້ ໄດ້​ເນັ້ນ​ຫນັກ​ວ່າ ເຫດ​ລະ​ເບີດ​ຊື່ງ​ເຮັດ​ໃຫ້ ພົນ​ທະ​ຫານ ສ​ເກົາ​ຫລີ 2 ຄົ​ນ​ຖືກ​ບາດ​ເຈັບ ​ນັ້ນແມ່ນ​ເຫດ​ການ​ເກາະ​ຜິດ​ຂອງ ພຽງ​ຢາງ.

ເມື່ອ​ປີ 2004, ສ​ເກົາ​ຫລີ ແລະ ສ​ປ​ປ ເກົາ​ຫລີ ໄດ້​ເຫັນ​ດີ​ຢຸດ​ຕິ​ສົງ​ຄາມ​ໂຄ​ສະ​ນາ​ຢູ່​ລຽບ​ຕາມ​ຊາຍ​ແດນ. ຮອດ​ປີ 2010, ເຊີ​ອູນ ໄດ້​ເຊື່ອມ​ຕໍ່​ບັ້ນ​ໂຄ​ສະ​ນາ​ດ້ວຍ​ໂທ​ລະ​ໂຄ່ງ ແລະ ຫວ່ານ​ໃບ​ປິວ​ລຽບ​ຕ​າມ​ຊາຍ​ແດນ​ເພື່ອ​ໂຕ້​ຕອບ ສ​ປ​ປ ເກົາ​ຫລີ ພາຍ​ຫລັງ​ເຮ​ືອ​ຮົບ Cheonan ຂອງ​ປະ​ເທດນີ້ ຖືກ​ຈົ່ມ​ນ້ຳ ຊື່ງ ຝ່າຍ ສ​ເກົາ​ຫລີ ຖື​ວ່າ ຍ້ອນ​ລູດ​ຈະ​ຫລວດ​ນ້ຳ​ຂອງ​ພຽງ​ຢາງ ກໍ່​ຂຶ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັງ​ຈາກນັ້ນ​ ບັ້ນ​ຮົບ​ນີ້ຖືກ​ຍົກ​ເລີກ ຍ້ອນ ສ​ປ​ປ ເກົາ​ຫລີ ຖະ​ແຫລງວ່າ ຖ້າ​ຫາກ ສ​ເກົາ​ຫລີ ເຊື່ອມ​ຕໍ່​ລະ​ບົບ​ໂທ​ລະ​ໂຄ່ງ, ກອງ​ທັບ ສ​ປ​ປ ເກົາ​ຫລີ ຈະ​ຍິງ​ທຳ​ລາຍ. ປະ​ຈຸ​ບັນ ບໍ່​ທັນ​ຮູ້​ຈະ​ແຈ້ງວ່າ ບັ້ນ​ຮົບ​ໂຄ​ສະ​ນາ​ດ້ວຍ​ໂທ​ລະ​ໂຄ່ງ​ລຽບ​ຕາມ​ຊາຍ​ແດນ​ຄັ້ງ​ນີ້ ຈະແກ່​ຍາວ​​ເທົ່​າ​ໃດ​ມື້ ແຕ່​ເປັນ​ທີ່​ຈະ​ແຈ້ງແລ້ວວ່າ ມັນ​ເຮັດ​ໃຫ້​ການ​ພົວ​ພັນ​ທີ່​ເຄີຍ​ເຄັ່ງ​ຕຶງ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ຊົ່ວ​ຮ້າຍ​ລົງ.

ທ້າຍ​ອາ​ທິດ​ກ່ອນ ສ​ປ​ປ ເກົາ​ຫລີ ຖະ​ແຫລງວ່າ ຈະ​​ດັດ​ປັບ​ເວ​ລາ​ມາດ​ຖານ​ຊ້າກວ່າ 30 ນາ​ທີ​ເມື່ອ​ທຽບ​ໃສ່​ເວ​ລາ​ມາດ​ຖານ ຊື່ງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ພວມ​ນຳ​ໃຊ້ ​ເລີ່ມ​ແຕ່​ວັນ​ທີ 15/8 ຈະ​ມາ​ເຖິງ ເນື່ອງ​ໃນ​ໂອ​ກາດ ສະ​ຫລີມ​ສະ​ຫລອງ 70 ປີ ແຫ່ງວັນ ແຫລມ​ເກົາ​ຫລີ ໄດ້​ຮັບ​ການ​ປົດ​ປ່ອຍ, ຊື່ງ​ແມ່ນ​ວັນ​ບຸນ​ໃຫຍ່​ຂອງ​ ສ​ເກົາ​ຫລີ ແລະ ສ​ປ​ປ​ ເກົາ​ຫລີ. ປະ​ຕິ​ກິ​ລິ​ຍາ​ຕໍ່​ການ​ກະ​ທຳ​ນີ້, ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun Hye ກ່າວ​ເຕືອນ​ວ່າ ຂໍ້​ຕົກ​ລົງ​​ ດັດ​ປັບ​ເວ​ລາຕ​າມ​ລຳ​ພຽງ​ຝ່າຍ​ດຽວ ​ຂອງ ສ​ປ​ປ ເກົາ​ຫລີ ອາດ​ຈະ​ເຮັດ​ໃຫ້​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ລະ​ຫວ່າ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ເພີ່ມ​ຂຶ້ນ, ກົງ​ກັນ​ຂ້າມ ຄວາມ​ມາ​ນະ​ພະ​ຍາ​ຍາມ​ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ມື​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ແລະ ພາ​ລະ​ກິດ​ທ້ອນໂຮມ​ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ເປັນ​ເອ​ກະ​ພາບ.

ການ​ເຈ​ລະ​ຈາ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ອາດ​ຈະ​ຫຍຸ້ງ​ຍາກ​ຂຶ້ນ​ຕື່ມ

ມາ​ຮອດ​ປະ​ຈຸ​ບັນ, ສ​ປ​ປ ເກົາ​ຫລີ ບໍ່​ທັນ​ມີ​ສັນ​ຍານ​ເພື່ອ​ດຳ​ເນີນ​ ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ. ກ່ອນຫນ້ານັ້ນ ວັນ​ທີ 5/8, ສ​ເກົາ​ຫລີ ໄດ້​ສົ່ງ​ຈົດ​ໝາຍໃນ​ນາມ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ທ້ອນ​ໂຮມ​ຊາດ ຂອງ ສ​ເກົາ​ຫລີ ເຖິງ​ຄະ​ນະ​ແນວ​ໂຮມ​ເອ​ກະ​ພາບ​ຂອງ ສ​ປ​ປ ເກົາ​ຫລີ ສະ​ເຫນີ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ຂັ້​ນ​ສູງ ລະ​ຫວ່າງ​ເຈົ້າ​ຫນ້າ​ທີ່​ຂອງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ທີ່​ຕ່າງ​ຝ​່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຢ່າງ​ຮອບ​ດ້ານ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ຝ່າຍ ສ​ປ​ປ ເກົາ​ຫລີ ບໍ່​ທັນ​ໄດ້​ຮັບ​ຈົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ ດ້ວຍ​ສາຍ​ເຫດບໍ່​ທັນ​ໄດ້​ຮັບ​ຄ​ຳ​ສັ່ງ​ຈາກ​ຄະ​ນະ​ການ​ນຳ.

        ກ່ອນນີ້ ລັດ​ຖະ​ບານ ສ​ເກົາ​ຫລີ ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ວ່າ ສາຍ​ພົວ​ພັນ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ຈະ​ໄດ້​ຮັບ​ການ​ປັບ​ປຸງ​ໃນ​ອະ​ນ​ຄົດ​ໃກ້ໆ​ນີ້ ພ້ອມ​ທັງ​ຖະ​ແຫລງ​ຈະ​ຕັ້ງ​ຫນ້າ​ຫນູນ​ຊ່ວຍ​ບັນ​ດາ​ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ໃນ​ບັນ​ດາ​ຂົ​ງ​ເຂດ​ຄື: ວັດ​ທະ​ນະ​ທຳ, ກິ​ລາ. ອາ​ທິດ​ກ່ອນ, ທ່ານ​ນາງ Lee Hee ho ພັນ​ລະ​ຍາ​ຂອງ​ອະ​ດີດ​ປະ​ທານ​າ​ທິ​ບໍ​ດີ ສ​ເກົາ​ຫລີ Kim Dae Jung ໄດ້​ໄປ​ຢ້ຽມ​ຢາ​ມ​ໂຮງ​ໝໍ​ເດັກ ແລະ ປະ​ສູດ ກໍ​ຄື​ສູນ​ລ້ຽງ​ດູ​ຜູ້​ອາ​ຍຸ​ສູ​ງ ແລະ ສູນ​ລ້ຽງ​ດູ​ເດັກ​ກຳ​ພ້າ  ຢູ່ ພຽງ​ຢາງ, ມອບ​ວັດ​ຖຸ​ອຸ​ປະ​ກອນ ແລະ ຢຸກ​ຢາ​ໃຫ້​ເດັກ ສ​ປ​ປ ເກົາ​ຫລີ. ທ່ານ​ນາງ ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun hye ກໍ​ເລັ່ງ​ລັດ ສ​ປ​ປ ເກົາ​ຫລີ ເຂົ້າ​ຮ່ວມ​ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ໄປ​ຍັງ ເອີ​ລົບ ຜ່ານ​ເສັ້ນ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່ ແຊກ​ບີ ຂອງ​ລັດ​ເຊຍ. ໃນ​ຂະ​ນະ​ນັ້ນ ມີ 87% ໃນຈຳ​ນວນ ບໍ​ລິ​ສັດ 500 ແຫ່ງ​ຂອງ ສ​ເກົາ​ຫລີ ຖືກ​ຖາມ ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ຕໍ່​ຄວາມ​ສາ​ມາດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ສ​ປ​ປ ເກົາ​ຫລີ ພາຍ​ຫລັງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ​ທ້ອນໂຮມ​ເປັນ​ເອ​ກະ​ພາບ. ແຕ່​ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ຫລ້າ​ສຸດ​ຢູ່​ແຫລມ​ເກົາ​ຫລີ ແນ່ນອນ​ວ່າ ຈະ​ເຮັດ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ພັນ​ແລກ​ປ່ຽນ ແລະ ຮ່ວມ​ມື​ດັ່ງ​ກ່າວ ຖືກ​ໂຈະ​ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ