ຄວາມເຄັ່ງຮ້ອນໃນການແຂ່ງຂັນເລືອກຕັ້ງປະທານາທິບໍດີຢູ່ ເວເນຊູເອລາ

ຄວາມເຄັ່ງຮ້ອນໃນການແຂ່ງຂັນເລືອກຕັ້ງປະທານາທິບໍດີຢູ່ ເວເນຊູເອລາ - ảnh 1
ທ່ານ Nicolas Maduro ຜູ້​ຮັກສາ​ການ ປະທານາທິບໍດີ
(ພາບ: reuters.com)

   ບັ້ນຫາສຽງເລືອກຕັ້ງປະທານາທິບໍດີ ເວເນຊູເອລາ ໄດ້ສິ້ນສຸດລົງໃນວັນທີ 11/4, ເພື່ອກະກຽມໃຫ້ແກ່ ການເລືອກຕັ້ງຢູ່ປະເທດອາເມລິກາລາຕິນນີ້ຢ່າງເປັນ ທາງການໃນວັນທີ 14/4 ທີ່ຈະມາເຖິງ. ມາຮອດຈຸດເວລານີ້, ການແຂ່ງຂັນ ລະຫວ່າງ 2 ຄູ່​ແຂ່ງ​ຕົ້ນຕໍ ຄື ທ່ານ Nicolas Maduro ຜູ້​ຮັກສາ​ການ ປະທານາທິບໍດີ ​ແລະ ທ່ານ Henrique Capriles ຜູ້ຕາງໜ້າ​ຄະນະ​ສາມັກຄີ​ປະຊາທິປະ​ໄຕ ພວມ​ກ້າ​ວສູ່​ໄລຍະ​ດຸ​ເດືອດ. ການ​ເລືອກ​ເຟັ້ນ​ເອົາ​ຜູ້​ທີ່​ມີ​ຄວາມ​ສາມາດ​ສືບ​ທອດ , ​ເສີມ​ຂະຫຍາຍ​ພາລະກິດ​ໂດຍ​ທ່ານ Chavez ປະ​ໄວ້​ໃຫ້​ນັ້ນ ຫຼື​ ຜູ້ທີ່​ມີ​ແຜນ​ນະ​ໂຍບາຍ​ນຳ​ປະ​ເທດ ເວເນຊູເອລາ ກັບ​ຄືນ​ສູ່​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ລັດທິ​ເສລີພາບ, ຈຶ່ງ​ແມ່ນ​ສິ່ງ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ປະ​ເທດ​ນີ້​ພວມ​ຊັງ​ຊາ.

     ​ໃນ​ຈຸດ​ເວລາ​ທີ່​ການ​ເລ​ືອກຕັ້ງພວມ​ຫຍັບ​ມໍ່​ເຂົ້າ, ທ່ານ Nicolas Maduro ​ແລະ ທ່ານ Henrique Capriles ພວມ​ຕຳ​ນິຕິ​ຕຽນ​ກັນ​ຢ່າງ​ຮຸນ​ແຮງ. ​ໃນ​ຂະນະ​ທີ່ ທ່ານ Nicolas Maduro ໝັ້ນໝາຍ​ຈະ​ປະຕິບັດ​ແຜນການ​ສັງຄົມ​ນິຍົມ​ແຫ່ງ​ຊາດ​ຄັ້ງ​ທີ 2 ​ໄລຍະ 2013-2019, ສືບ​ທອດ​ຈາກ​ອະດີດປະທານາທິບໍດີ Chavez ນັ້ນ, ທ່ານ Henrique Capriles ​ໄດ້​ລວບ​ລວມບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ຍັງ​ບໍ່​ທັນ​ສຳ​ເລັດ​ຜົນ​ຂອງ​ລັດຖະບານ​ໃນ​ສະ​ໄໝ ອະດີດປະທານາທິບໍດີ Chavez, ຕຳ​ນິຕິ​ຕຽນ​ລັດຖະບານ​ປະຈຸ​ບັນ​ມີ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ ​ແລະ ​ເຄື່ອນ​ໄຫວ​ບໍ່​ມີ​ປະສິດທິ​ຜົນ, ອັດຕາ​ອາດຊະຍາ​ກຳ​ສູງ ​ແລະ ຂາ​ດ​ແຄນ​ສິນຄ້າ​ປະ​ເພດ​ທີ່​ຈຳ​ເປັນ. ຊ້ຳ​ບໍ​ໜຳ, ທ່ານ Henrique Capriles ຍັງ​ກ່າວ​ຫາທ່ານ Nicolas Maduro ຢ່າງ​ຕໍ່​ເນື່ອງ​ວ່າ ​ໄດ້​ປົກ​ປິດ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ອາການ​ສຸຂະພາບ​ຂອງ ອະດີດປະທານາ ທິບໍດີ Chavez ​ໃນ​ຈຸດ​ເວລາ​ກະກຽມ​ອອກສະໝັກ​ເລືອກ​ຕັ້ງ​ຂອງ​ຕົນ. ​ໂດຍ​ຕອບ​ຄື​ນຕໍ່​ຄຳ​ກ່າວຫາ, ທ່ານ Nicolas Maduro ​ໄດ້​ຖື​ວ່າ ຜູ້ສະໝັກ​ເລືອກ​ຕັ້ງ​ຝ່າຍ​ຄ້ານ​ໄດ້​​ແຕະຕ້ອງ​ເຖິງ​ກຽດ​ສັກສີຂອງຄອບຄົວອະດີດປະທານາທິບໍດີ Chavez ​ແລະ ອາດ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ລະບຽບ​ກົດໝາຍ​ຍ້ອນ​ໄດ້​ຕຳ​ນິິຕິຕຽນວິທີ​ການ​ແກ້​ໄຂ​ຂອງ​ລັດຖະບານ​ທີ່​ມີ​ຕໍ່​ອາການ​ສຸຂະພາບ ​ແລະ ​ເລື່ອງ​ເຖິງ​ແກ່​ມໍລະນະ​ກຳ​ຂອງ

ປະທານາທິບໍດີ Chavez.

    ຕາມ​ໝາກຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ຫຼ້າ​ສຸດ, ທ່ານ Nicolas Maduro ​ໄດ້​ລື່ນ​ກາຍ​ຄູ່​ແຂ່ງຢ່າງ​ຂາດ​ຂັ້ນ ດ້ວຍ 61,9% ຈຳນວນ​ຜູ້​ຖືກ​ຖາມ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານ Nicolas Maduro ຈະ​ຮັບ​ໄຊຊະນະ​ໃນການ​ເລ​ືອກຕັ້ງປະທານາທິບໍດີ, ​ໃນ​ຂະນະ​ທີ່ ມີ​ພຽງ 19,9% ມີ​ຄວາມ​ເຊື່​ອໝັ້ນ​ຕໍ່​ໄຊະຊະ​ນະ​ຂອງທ່ານ Henrique Capriles. ບັນດາ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເຖິງ​ວ່າ​ລັດຖະບານ​ຂອງອະດີດປະທານາທິບໍດີ Chavez ຍັງ​ບໍ່​ທັນ​ສາ​ມາດ​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ກ່ຽວ​ກັບ​ບາງ​ບັນຫາ​ເສດຖະກິດ​ສັງຄົມ​ຄື ສະພາບ​ຄວາມ​ສະຫງົບ ຫຼື​ອັດຕາ​ເງິນ​ເຟີ້​ຢູ່​ໃນ​ລະດັບ​ສູງ, ​ແຕ່​ໃນ​ຕະຫຼອດ 14 ປີ​ແຫ່ງ​ການ​ກຳ​ອຳນາດ, ອະດີດປະທານາທິບໍດີ Chavez ​ໄດ້​ສາມາດ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​​ໃຫ້​ແກ່ຜູ້ທຸກ​ຍາກຢ່າງ​ມີ​ປະສິດທິ​ຜົນ ​ແລະ ນີ້​ແມ່ນ​ທ່າ​ໄດ້​ປຽບ​ຢ່າງ​ໃຫຍ່​ຫຼວງ​ຂອງ ທ່ານ Nicolas Maduro ຜູ້​ຮັກສາ​ການ ປະທານາທິບໍດີ ​ໃນ​ ການ​ເລືອກຕັ້ງຄັ້ງ​ນີ້. ພ້ອມ​ກັນ​ນັ້ນ, ທ່ານ Nicolas Maduro ມີ​ຄວາມ​ຄ່ອງ​ແຄ້ວ​ຍາດ​ເອົາການ​ສະໜັບສະໜູນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢ່າງ​ຫຼວງຫຼາຍ ​ເມື່ອ​ເລືອກ​ເອົາ​ນະຄອນ Sabaneta ທີ່​ລັດ Barinas ຊຶ່ງ​ແມ່ນບ້ານ​ເກີດ​ຂອງ ອະດີດປະທານາທິບໍດີ Chavez ​ເປັນ​ສະຖານ​ທີ່​ເລີ່​ມດຳ​ເນີນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ. ຍ້ອນ ​ເຖິງ​ວ່າ ປະທານາທິບໍດີ Chavez ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ແລ້ວ​ກໍ​ຕາມ, ​ແຕ່​ຜົນ​ສະທ້ອນ​ຂອງ ອະດີດປະທານາທິບໍດີ Chavez ທີ່​ມີ​ຕໍ່ ທ່ານ Nicolas Maduro ທີ່ ການ​ເລືອກຕັ້ງຄັ້ງ​ນີ້ ​ແມ່ນ​ຍັງ​ໃຫຍ່​ຫຼວງ​ຢູ່. ​ໃນ​ບັນດາ​ບົດ​ກ່າວ​ປາ​ໄສ, ທ່ານ Nicolas Maduro ຍາມ​ໃດ​ກໍ​ຕັກ​ເຕືອນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ວ່າ ອະດີດປະທານາທິບໍດີ Chavez ນີ້​ເອງ​ໄດ້​ເລືອກ​ເອົາ​ທ່ານ​ເປັນ​ຜູ້​ສືບ​ທອດ​ເພື່ອ​ສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍ​ປະຕິ​ຮູບ. ດ້ວຍ​ການ​ກຳນົດ​ເສັ້ນທາງ​ໃນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ເຊັ່ນ​ດຽວ​ກັນ​ກັບ​ໄລຍະ​ທາງ​ທີ່ ອະດີດປະທານາທິບໍດີ Chavez ​ໄດ້​ຜ່ານ ​ໃນ ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ 6 ​ເດືອນ​ກ່ອນ​ນີ້, ທ່ານ Nicolas Maduro ​ໃຫ້​ຄຳ​ໝັ້ນ​ສັນຍາ ຍູ້​ແຮງ​ບັນດາ​ໂຄງການ​ປະຕິ​ຮູບ​ສັງຄົມ, ​ຍຶດໝັ້ນເດີນຕາມ​ຄຳ​ໝັ້ນ​ສັນຍາ​ຂອງ ອະດີດປະທານາທິບໍດີ Chavez ດ້ວຍ​ການ​ປະຕິບັດ Bolivar ​ແລະ ລັດທິ​ສັງຄົມ​ນິຍົມ​ຢູ່ ເວເນຊູເອລາ. ​ໃນ​ຂະນະ​ນັ້ນ, ຜູ້ສະໝັກ​ເລືອກ​ຕັ້ງ ທ່ານ Henrique Capriles, ​ເຖິງ​ວ່າ​ໄດ້​ສະຫງວນ​ເວລາ​ຫຼາຍ​ເພື່ອ​ຊີ້​ໃຫ້​ເຫັນ​ບັນດາ​ຄວາມ​ອ່ອນ​ດ້ອຍ​ຂອງ​ອຳນາດ​ການ​ປົກຄອງ​ໃຕ້​ສະ​ໄໝປະທານາທິບໍດີ Chavez, ​ແຕ່​ທ່ານ​ບໍ່​ຍົກ​ອອກ​ບັນດາ​ມາດ​ຕະການ​ ​ເພື່ອ​ແກ້​ໄຂ​ໄດ້. ຊ້ຳ​ບໍ​ໜຳ ກ່ອນ​ດຳ​ເນີນ​ ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ, ທ່ານ Henrique Capriles ຍັງ​ລັ່ງ​ເລ​ໃຈ​ເປັນ​ເວລາ 1 ວັນ ​ເພື່ອ​ຕັດສິນ​​ເປັນ​ຜູ້ຕາງໜ້າ​ໃຫ້​ຝ່າຍ​ຄ້ານ ອອກສະໝັກ​ເລືອກ​ຕັ້ງ. ນີ້​ແມ່ນ​ຈຸດ​ອ່ອນ​ເພື່ອ​ໃຫ້​ບັນດາ​ຜູ້​ສະໜັບສະໜູນ ທ່ານ Nicolas Maduro ຕິຕຽນ​ວ່າ ຂາດ​ຄວາມ​ຫ້າວຫັນ ​ແລະ ຂາດ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ​ຕໍ່​ຄວາມ​ສາມາດ​ນຳພາ​ປະ​ເທດ​ຊາດ.

   ປະຈຸ​ບັນ, ​ເປັນ​ທີ່​ຈະ​ແຈ້ງ​ແລ້​ວວ່າ ຜູ້​ຮັກສາ​ການ ປະທານາທິບໍດີ ທ່ານ Nicolas Maduro ພວມ​ມີທ່າ​​ໄດ້​ປຽບ​ຫຼາຍ​ກ່ວາ ​ແລະ ຍັງ​ອີກ​ພຽງ 3 ວັນ​ເທົ່າ​ນັ້ນ, ທຳນຽບ ປະທານາທິບໍດີ Miraflores ຢູ່​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ນີ້​ຈະ​ຕ້ອນຮັບ​ເຈົ້າ​ຂອງທຳນຽບ​ຄົນ​ໃໝ່​ຢ່າງ​​ເປັນ​ທາງ​ການ. ​ເຖິງ​ວ່າ​ຜູ້​ໃດ​ຂຶ້ນ​ກຳ​ອຳ​ນາດ​ກໍ​ຕາມ, ສິ່ງ​ທີ່​ປະຊາຊົນ​ຂອງ​ປະ​ເທດ​ນີ້​ຝາກ​ຄວາມ​ຫວັງ ​ແມ່ນ​ບຸກຄົນ​ນັ້ນ ຕ້ອງ​ມີ​ຄວາມ​ສາມາດ​ເຕົ້າ​ໂຮ​ມ, ສ້າງ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ, ນຳ​ປະ​ເທດ ເວເນຊູເອລາ ສືບ​ຕໍ່​ພັດທະນາ​ບົນ​ເສັ້ນທາງ​ແຫ່ງ​ຄວາມ​ອີ່ມ​ໜຳ​ສຳລານ, ວັດທະນາ​ຖາວອນ .

ຕອບກັບ

ຂ່າວ/ບົດ​ອື່ນ