ຄວາມເມດຕາ, ຄວາມຮັບຜິດຊອບ ແລະ ວັດທະນະທຳມະນຸດແມ່ນສິ່ງທີ່ສ້າງເປັນຈິດໃຈ, ຖານະບົດບາດແລະທີ່ຕັ້ງຫວຽດນາມ

(VOVWORLD) - ໂລກພະຍາດອັກເສບປອດ (COVID -19)ທີ່ເກີດຈາກໄວຣັດ SARS-CoV-2ພວມຜັນແປໄປຢ່າງສັບສົນ. ຕົວເລກສະຖິຕິໃນວັນທີ 18 ມີນາ ປີ 2020 ຈາກ ມະຫາວິທະຍາໄລ Johns Hopkinsຊີ້ໃຫ້ເຫັນວ່າ ໂລກພະຍາດນີ້ພວມແຜ່ລະບາດອອກສູ່ວົງກວ້າງຢູ່ 176 ປະເທດ ແລະ ເຂດແຄ້ວນ, ນາບຂູ່ຢ່າງຮ້າຍແຮງເຖິງສຸຂະພາບຂອງມວນມະນຸດ. ຫລາຍປະເທດໄດ້ນຳໃຊ້ບັນດາມາດຕະການປ້ອງກັນ, ຄວບຄຸມໂລກພະຍາດຢ່າງຄົບຊຸດ, ຂ້ຽວຂາດ. ພາບພົດຂອງປະເທດຫວຽດນາມ ດ້ວຍຄວາມມີຄວາມເມດຕາ, ຄວາມຮັບຜິດຊອບໃນການປ້ອງກັນ, ຄວບຄຸມໂລກພະຍາດ COVID 19 ພ້ອມກັບປະຊາຄົມສາກົນ ໄດ້ສ້າງເປັນຈິດໃຈ, ຖານະບົດບາດແລະທີ່ຕັ້ງຂອງຫວຽດນາມ.

ຄວາມເມດຕາ, ຄວາມຮັບຜິດຊອບ ແລະ ວັດທະນະທຳມະນຸດແມ່ນສິ່ງທີ່ສ້າງເປັນຈິດໃຈ, ຖານະບົດບາດແລະທີ່ຕັ້ງຫວຽດນາມ - ảnh 1 ຄອບຄົວຊາວຈີນ ສອງຄົນ ທີ່ຕິດເຊື້ອ COVID-19 ໄດ້ຮັບການປິ່ນປົວຫາຍດີ ຖ່າຍຮູບກັບແພດໝໍ ຢູ່ ນະຄອນ ໂຮ່ຈີມິນ (ຫວຽດນາມ)

ມາຮອດຕອນຄ່ຳວັນທີ 18 ມີນາ ປີ 2020, ຫວຽດນາມ ໄດ້ກວດພົບຜູ້ຕິດພະຍາດ COVID-19  ແມ່ນ 76 ຄົນ, ໃນນັ້ນ ມີ 16 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ. ໂດຍຕອບສະຫນອງຕາມຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທົ່ວປວງຊົນ ໄດ້ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດຫວຽດນາມ, ສາມັກຄີກັນ, ມີຄວາມເມດຕາປານີ, ໜູນຊ່ວຍເຊິ່ງກັນ ແລະກັນ, ເປັນຈິດໜຶ່ງໃຈດຽວກັນ, ເດັດຂາດບໍ່ໄດ້ມີການຈຳແນກການປະພຶດຕໍ່ຜູ້ຕິດເຊື້ອ COVID-19 ບໍ່ວ່າຈະເປັນຊາວຫວຽດນາມ ຫລື ຊາວຕ່າງປະເທດ.

 ເຕັມໄປດ້ວຍຈິດໃຈວັດທະນະທຳມະນຸດ

ໃນຈຳນວນຜູ້ຕິດເຊື້ອພະຍາດ COVID-19ໄດ້ຮັບການປີ່ນປົວຢູ່ຫວຽດນາມ ນັ້ນ, ມີຊາວຕ່າງປະເທດບາງຄົນ. ເຂົາເຈົ້າຮູ້ສຶກໂຊກດີ ແລະ ມີຄວາມນິຍົມນັບຖືຕໍ່ການກະທຳທີ່ເຕັມໄປດ້ວຍວັດທະນະທຳມະນຸດອັນສູງສົ່ງຂອງລັດຖະບານ, ປະຊາຊົນຫວຽດນາມ ພິເສດ ແມ່ນບັນດາແພດໝໍ, ທ່ານໝໍ ທີ່ໄດ້ປິ່ນປົວກູ້ເອົາຊີວິດຂອງເຂົາເຈົ້າ. ພົ້ນເດັ່ນ ແມ່ນ ທ່ານ Li Ding ພ້ອມດ້ວຍລູກຊາຍຂອງຕົນແມ່ນ ທ້າວ Li Zichaoເປັນຊາວຈີນ ແມ່ນ 2 ຄົນທີ່ຕິດເຊື້ອພະຍາດ COVID-19ທຳອິດ ຢູ່ ນະຄອນ ໂຮ່ຈີມິນ. ເມື່ອສິ້ນສຸດການປິ່ນປົວຫາຍດີຢູ່ໂຮງໝໍ ເຈິເຫຼິຍ ນະຄອນໂຮ່ຈີມິນແລ້ວ, ເຂົາເຈົ້າໄດ້ສົ່ງຈົດໝາຍມາມາຂອບໃຈໝູ່ຄະນະແພດໝໍຢູ່ໂຮງໝໍແຫ່ງນີ້. ໃນຈົດໝາຍມີຕອນຂຽນວ່າ: “ພວກຂ້າພະເຈົ້າອອກໂຮງໝໍມາໄດ້ 3 ມື້ແລ້ວ ແຕ່ຄວາມໃນໃຈເກືອບຄືວ່າຍັງໄດ້ປະໄວ້ຢູ່ໂຮງໝໍ ຊື່ງແມ່ນບ່ອນທີ່ສ້າງຄວາມປະທັບໃຈອັນດີງາມແລະ ເລິກເຊິ່ງ ຊື່ງໂຮງໝໍໄດ້ນຳມາໃຫ້. ພວກຂ້າພະເຈົ້າໄດ້ຮັບຄວາມເມດຕາຈາກພວກເພື່ອນທີ່ໄດ້ກູ້ເອົາຊີວິດ 2 ພໍ່ລູກ. ສິ່ງດີງາມນີ້ພວກຂ້າພະເຈົ້າບໍ່ອາດຫລົງລືມໄດ້.” ຂອບອົກຂອບໃຈຫວຽດນາມ. ເຖິງວ່າຕ້ອງກັບເມືອປະເທດດ້ວຍຄວາມເສຍດາຍຢ່າງສຸດຊຶ້ງກໍ່ຕາມ, ແຕ່ຄວາມເມດຕາຂອງພວກເພື່ອນຍາມໃດກໍ່ຝັງເລິກໃນດວງໃຈຂອງພວກຂ້າພະເຈົ້າຕະຫລອດໄປ.

 ໃນຂະນະນັ້ນ, ເມື່ອໄປຢ້ຽມຢາມ 2 ພໍ່ລູກດັ່ງກ່າວ, ທ່ານ ອູຈີນ ຫົວຫນ້າສະຖານກົງສູນໃຫຍ່ ຈີນ ປະຈຳ ນະຄອນໂຮ່ຈີມິນໄດ້ສະແດງຄວາມຂອບອົກຂອບໃຈບັນດາພະນັກງານການແພດ ໂຮງໝໍ ເຈິເຫຼິຍ ຍ້ອນມີຄວາມສຸດຈິດສຸດໃຈ, ມານະພະຍາຍາມຫລາຍຢ່າງໃນການດູແລສຸຂະພາບ ປິ່ນປົວໃຫ້ພົນລະເມືອງ ຈີນ ໃນສະພາບທີ່ເກີດໂລກພະຍາດ. ພວກຂ້າພະເຈົ້າສະແດງຄວາມຮູ້ບຸນຄຸນ ແລະ ບໍ່ອາດຫລົງລືມໄດ້.

ໃນຈຳນວນຊາວຕ່າງປະເທດຢູ່ຫວຽດນາມ ທີ່ຕິດເຊື້ອພະຍາດCOVID-19ຍັງມີຄົນເຈັບເປັນເພດຊາຍ ຊາວອັງກິດ ອາຍຸ 69 ປີ ແມ່ນຜູ້ເປັນພະຍາດຊຳເຮື້ອ ຫລາຍພະຍາດສະນັ້ນ ການປິ່ນປົວພະຍາດCOVID-19ຈຶ່ງປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ເຖິງແນວນັ້ນກໍຕາມບັນດາແພດໝໍທ່ານໝໍ, ອົງການກ່ຽວຂ້ອງຂອງຫວຽດນາມຍົງຄົງສືບຕໍ່ປິ່ນປົວຢ່າງສຸດໃຈແລະສະຫງວນໃຫ້ຄົນເຈັບຜູ້ນີ້ເງື່ອນໄຂດີທີ່ສຸດເທົ່າທີ່ຈະດີໄດ້.

 ໂດຍຮູ້ສຶກໄດ້ການກະທຳອັນດີງາມຂອງຫວຽດນາມ ໃນການຫນູນຊ່ວຍພົນລະເມືອງອັງກິດ, ນັກທ່ອງທ່ຽວອັງກິດໃນສະພາບການເກີດໂລກພະຍາດ, ທ່ານ Gareth Ward ເອກອັກຄະລັດຖະທູດ ອັງກິດ ປະຈຳຫວຽດນາມ ໄດ້ ສ້າງClip ວີດີໂອດ້ວຍພາສາ ຫວຽດ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ ຫວຽດນາມ ແລະ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ແພດໝໍ ທ່ານໝໍ ທັງໝົດ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງລັດຖະບານຫວຽດນາມ ທີ່ໄດ້ຫນູນຊ່ວຍບັນດາຜູ້ທີ່ຕ້ອງການໄດ້ຮັບການຊ່ວຍເຫລືອໃນຈຸດເວລາທີ່ຫຍຸ້ງຍາກຄືໃນປະຈຸບັນ.

 ສະແດງຄວາມຮັບຜິດຊອບຕໍ່ກັບຊາຄົມສາກົນຢ່າງຈະແຈ້ງ

ຫວຽດນາມກຳນົດວ່າການປ້ອງກັນຄວບຄຸມໂລກພະຍາດCOVID-19ແມ່ນວຽກງານຂອງທົ່ວໂລກ. ພ້ອມກັບການຫນູນຊ່ວຍ, ແບ່ງປັນຄວາມຫຍຸ້ງຍາກຕໍ່ກັບປະເທດເພື່ອນມິດ ຈີນນັ້ນ, ເລື່ອງຫວຽດນາມ ຄວບຄຸມໂລກພະຍາດຢ່າງເຄັ່ງຄັດ, ບໍ່ປະໃຫ້ແຜ່ລະບາດອອກສູ່ວົງກວ້າງພາຍໃນປະເທດ ນັ້ນກໍ່ແມ່ນວິທີ ຫວຽດນາມ ພ້ອມກັບປະຊາຄົມສາກົນ ມານະພະຍາຍາມສະກັດກັ້ນໂລກລະບາດຮ້າຍແຮງນີ້. ໃນການເຮັດວຽກກັບລັດຖະບານຫວຽດນາມ ເມື່ອວັນທີ 28 ມີນາ ຜ່ານມາ, ຜູ້ຕາງຫນ້າ ອົງການອະນາໄມໂລກ ແລະ ສູນກວດກາ, ປ້ອງກັນສະກັດກັ້ນໂລກພະຍາດ ອາເມລິກາ (US CDC) ໄດ້ຕີລາຄາວ່າ ຫວຽດນາມ ໄດ້ປະຕິບັດການປ້ອງກັນ ຄວບຄຸມໂລກພະຍາດຢ່າງມີປະສິດທິຜົນ ພ້ອມທັງ ປາດຖະຫນາຢາກໃຫ້ຫວຽດນາມ ແບ່ງປັນບັນດາບົດຮຽນໃນຂົງເຂດນີ້ໃຫ້ປະຊາຄົມສາກົນ.

 ໃນຊຸມມື້ນີ້ຫວຽດນາມພວມໃຫ້ບຸລິມະສິດໃນການປ້ອງກັນຄວບຄຸມ ໂລກພະຍາດCOVID-19 ດ້ວຍຈິດໃຈຄວາມຮັບຜິດຊອບສູງ ແລະ ມານະພະຍາຍາມຢ່າງສູງສຸດ. ມີນັກວິທະຍາສາດ ໄດ້ປະດິດນ້ຳຢາ ລ້າງມື ແລະ ມອບໃຫ້ປະຊາຊົນນັບພັນໆຂວດ. ມີຜູ້ໃຈບຸນໃຈກຸສົນ, ນັກສີລະປິນຫລາຍຄົນ, ວິສາຫະກິດຫລາຍໆແຫ່ງ ໄດ້ເອົາໃຈໃສ່ ບໍລິຈາກເງິນ ພ້ອມກັບລັດຖະບານ ແລະ ຂະແຫນງສາທາລະນະສຸກເພື່ອປ້ອງກັນຄວບຄຸມໂລກພະຍາດCOVID-19. ທົ່ວປວງຊົນຫວຽດນາມ ໄດ້ ແລະ ພວມພ້ອມກັນເພີ່ມພູນສະຕິໃນການຮັກສາຄວາມປອດໄພຂອງວົງຄະນະຍາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງພາບພົດຫວຽດນາມ ສາມັກຄີ, ປອດໄພ ແລະ ມີຄວາມເມດຕາປານີ. ເມື່ອປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຊາວຫວຽດນາມ ໄດ້ສະແດງໃຫ້ເຫັນຈິດໃຈຮັກຊາດ, ຄວາມສາມັກຄີ ເປັນຈິດຫນຶ່ງໃຈດຽວ. ຄວາມເມດຕາປານີ, ຄວາມຮັບຜິດຊອບແລະວັດທະນະທຳມະນຸດແມ່ນສິ່ງທີ່ສ້າງເປັນຈິດໃຈ, ຖານະບົດບາດແລະທີ່ຕັ້ງຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ