ຄວາມເສລີໃນການນຳໃຊ້ ອິນເຕີແນັດ ຢູ່ ຫວຽດນາມ ແມ່ນຄວາມຈິງບໍ່ອາດປະຕິເສດໄດ້

(VOVWORLD) -ວັນທີ 5 ພະຈິກ ປີ 2019, ອົງການ Freedom House ໄດ້ປະກາດບົດລາຍງານ ໃນນັ້ນ ຈັດ ຫວຽດນາມ ເຂົ້າບັນຊີລາຍຊື່ບັນດາປະເທດບໍ່ມີຄວາມເສລີໃນການນຳໃຊ້ ອິນເຕີແນັດ ໃນປີ 2019. ນີ້ແມ່ນຖ້ອຍທຳນອງຊື່ງກ່ອນນີ້ເຄີຍເວົ້າໄປເວົ້າມາເປັນຫລາຍເທື່ອກ່ຽວກັບສະພາບຄວາມເສລີດ້ານຂໍ້ມູນຂ່າວສານ, ຄວາມເສລີໃນການນຳໃຊ້ອິນເຕີແນັດ ຢູ່ ຫວຽດນາມ. ເຖິງວ່າ ບັນດາຖ້ອຍທຳນອງນີ້ ປະກົດອອກຫລາຍກວ່ານັ້ນ ກໍຕາມ ແຕ່ຄວາມເສລີໃນການນຳໃຊ້ອິນເຕີແນັດ ຢູ່ ຫວຽດນາມ ຍັງຄົງແມ່ນຄວາມຈິງບໍ່ອາດປະຕິເສດໄດ້.

ຄວາມເສລີໃນການນຳໃຊ້ ອິນເຕີແນັດ ຢູ່ ຫວຽດນາມ ແມ່ນຄວາມຈິງບໍ່ອາດປະຕິເສດໄດ້ - ảnh 1 ພາບປະກອບ: hanoimoi.com.vn

ໃນຕະຫລອດວິວັດການຊີ້ນຳນຳພາປະເທດຊາດ, ພັກ, ລັດ ຫວຽດນາມ ຍາມໃດກໍ່ມີຄວາມສະເຫມີຕົ້ນສະເຫມີປາຍຕໍ່ກັບແຜນນະໂຍບາຍ, ນະໂຍບາຍເຄົາລົບ ແລະ ປົກປ້ອງບັນດາສິດເສລີພື້ນຖານຂອງມະນຸດ, ໃນນັ້ນ ມີສິດເສລີດ້ານຂໍ້ມູນຂ່າວສານ, ການນຳໃຊ້ອິນເຕີແນັດ. ພັກກອມມູນິດຫວຽດນາມ ຢືນຢັນ: ການເຄົາລົບ ແລະ ຮັບປະກັນສິດທິມະນຸດ ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງຫນູນ ຂອງພາລະກິດປ່ຽນໃຫມ່ປະເທດຊາດ. ພົນລະເມືອງຫວຽດນາມ ທຸກຄົນ ລ້ວນແຕ່ມີສິດເສລີສ່ວນຕົວ, ໃນນັ້ນ ມີສິດເສລີໃນການນຳໃຊ້ອິນເຕີແນັດ, ບົນພື້ນຖານກົດໝາຍ.

ຫວຽດນາມ ຢືນອັນດັບ 12/20 ປະເທດນຳຫນ້າໃນໂລກກ່ຽວກັບຈຳນວນຜູ້ນຳໃຊ້ ອິນເຕີແນັດ

ກ່ອນນີ້ 22 ປີ, ວັນທີ 19 ພະຈິກ ປີ 1997, ຫວຽດນາມ ໄດ້ເຊື່ອມຕໍ່ກັບເຄືອຂ່າຍອິນເຕີແນັດທົ່ວໂລກ ຢ່າງເປັນທາງການ, ສ້າງຂີດໝາຍສຳຄັນໃນປະຫວັດສາດຂອງຂະແຫນງຖະແຫລງຂ່າວ, ສື່ສານ ຂອງຫວຽດນາມ. ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ຍາດແຍ່ງລັກສະນະດີເລີດຂອງ ອິນເຕີແນັດໃນການສ້າງສາ,  ພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກກວ້າງໃນທຸກຂົງເຂດຂອງສັງຄົມ. ຖ້າຫາກໃນຊຸມມື້ທີ່ທຳອິດນຳໃຊ້ ອິນເຕີແນັດ ນັ້ນ, ຈຳນວນຜູ້ນຳໃຊ້ ອິນເຕີແນັດ ມີພຽງ ແຕ່ 200.000 ຄົນ, ມາຮອດປີ 2019, ເມື່ອພົນລະເມືອງຫວຽດນາມ ບັນລຸເກືອບ 97 ລ້ານຄົນ, ໃນນັ້ນ ມີເຖິງ 64 ລ້ານຄົນໄດ້ນຳໃຊ້ ອິນເຕີແນັດ, ເພີ່ມຂຶ້ນ 28% ເມື່ອທຽບໃສ່ປີ 2017. ປະຈຸບັນ 94% ແມ່ນອັດຕາສ່ວນຜູ້ນຳໃຊ້ ອິນເຕີແນັດ ໃນທຸກມື້ຢູ່ຫວຽດນາມ ແລະ 6% ແມ່ນຈຳນວນຜູ້ນຳໃຊ້ ອິນເຕີແນັດ ຢ່າງຫນ້ອຍສຸດອາທິດຫນຶ່ງ/ເທື່ອຫນຶ່ງ. ກ່ຽວກັບພື້ນຖານໂຄງລ່າງ, ລະດັບຄວາມໄວເຂົ້າ ອິນເຕີແນັດ ຢູ່ ຫວຽດນາມ ແມ່ນເຕີບໂຕໃນແຕ່ລະປີ. ຫວຽດນາມ ນອນໃນບັນດາປະເທດມີອັດຕາສ່ວນຜູ້ນຳໃຊ້ ອິນເຕີແນັດ ສູງສຸດ ຢູ່ ອາຊີ, ຢືນອັນດັບ 12/20 ປະເທດນຳຫນ້າໃນໂລກກ່ຽວກັບຜູ້ນຳໃຊ້ ອິນເຕີແນັດ. ອິນເຕີແນັດ ແລະ ສື່ສັງຄົມອອນລາຍ ໄດ້ປະກອບສ່ວນສຳຄັນໃນການສ້າງສາ, ພັດທະນາປະເທດຊາດ, ກາຍເປັນເຄື່ອງມືທີ່ຊິນເຄີຍທີ່ສຸດ ແລະ ແມ່ນສິ່ງທີ່ຂາດບໍ່ໄດ້ຂອງປະຊາຊົນທຸກຊັ້ນວັນນະໃນສັງຄົມ. ປະຊາຊົນສາມາດແບ່ງປັນ, ສະແດງທັດສະນະ, ຄຳເຫັນຂອງຕົນຜ່ານ ອິນເຕີແນັດ ຢ່າງເສລີ, ເປັນຕົ້ນແມ່ນຫນ້າເວັບ, ສື່ສັງຄົມອອນລາຍ, ມີຫລາຍສຳນັກງານ, ອົງການຈັດຕັ້ງໃນລະບົບການເມືອງ ຈາກສູນກາງ ຕະຫລອດຮອດທ້ອງຖິ່ນ ໄດ້ນຳໃຊ້ ອິນເຕີແນັດ, ສື່ສັງຄົມອອນລາຍ ເພື່ອເຮັດວຽກ, ແກ້ໄຂບັນດາລະບຽບການບໍລິຫານ ແລະ ຕິດຕໍ່ໂດຍກົງກັບປະຊາຊົນ. ສິ່ງທັງໝົດເຫລົ່ານັ້ນແມ່ນສະແດງໃຫ້ເຫັນ ການຮັບປະກັນຄວາມເສລີໃນການນຳໃຊ້ ອິນເຕີແນັດ ຍາມໃດກໍ່ແມ່ນທັດສະນະສະເຫມີຕົ້ນສະເຫມີປາຍຂອງພັກ, ລັດ ແລະ ໄດ້ຮັບປະກັນປະຕິບັດໃນທຸກຂົງເຂດໃນສັງຄົມຢູ່ຫວຽດນາມ.

ຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີແນັດ ເພື່ອແນໃສ່ປະຕິບັດສິດເສລີໃນການປາກເວົ້າຂອງປະຊາຊົນ

ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ, ປ້ອງກັນ ແລະ ສະກັດກັ້ນບັນດາການເຄື່ອນໄຫວສວຍໃຊ້ສື່ສັງຄົມອອນລາຍ, ອິນເຕີແນັດ ເພື່ອປະຕິບັດບັນດາການເຄື່ອນໄຫວລະເມີດກົດໝາຍ ແນໃສ່ທຳລາຍເສດຖະກິດ, ກີດຂວາງການເຄື່ອນໄຫວຂອງບັນດາອົງການລັດ, ບັນດາກຸ່ມບໍລິສັດຂອງຫວຽດນາມ. ນອກຈາກການປະກາດໃຊ້ບັນດາເອກະສານນິຕິກຳແລ້ວ, ບັນດາກະຊວງ, ຂະແຫນງການກ່ຽວຂ້ອງຍັງໄດ້ເພີ່ມທະວີເປີດກວ້າງການຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນທີ່ມີລະດັບການພັດທະນາຄວາມໝັ້ນຄົງ ອິນເຕີແນັດ ສູງເພື່ອຮ່ຳຮຽນ,ຮັບເອົາເຕັກໂນໂລຊີສູງ. ນອກນັ້ນ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາກຸ່ມສື່ສານຄື: Google, Facebook ລຶບ Clip, ບັນຊີ ທີ່ມີເນື້ອໃນເສກສັ້ນປັ້ນແຕ່ງ ລະເມີດຄວາມໝັ້ນຄົງແຫ່ງຊາດ, ແລະ ໃຫ້ຄຳໝັ້ນສັນຍາປະຕິບັດກົດໝາຍຂອງຫວຽດນາມ ໃນວິວັດການເຄື່ອນໄຫວຢູ່ຫວຽດນາມ. ສິ່ງນີ້ ບໍ່ພຽງແຕ່ສອດຄ່ອງກັບກົດໝາຍສາກົນ ແລະ ກົດໝາຍຂອງບັນດາປະເທດອື່ນທີ່ໄດ້ກຳນົດໃນຂົງເຂດນີ້ເທົ່ານັ້ນ ຫາກຍັງປະກອບສ່ວນຊຸກຍູ້ການພັດທະນາອິນເຕີແນັດ ແລະ ພື້ນຖານເສດຖະກິດດີຈີຕອນຢູ່ ຫວຽດນາມ, ຮັບປະກັນສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງລັດ ແລະ ຂອງພົນລະເມືອງອີກດ້ວຍ.

ຄວາມຈິງ ຢູ່ ຫລາຍປະເທດ ໄດ້ສະແດງໃຫ້ເຫັນວ່າ ການປະຕິບັດສິດເສລີໃນການນຳໃຊ້ ອິນເຕີແນັດ ຍາມໃດກໍ່ໄດ້ລະບຸໃນຂອບເຂດກົດໝາຍ. ກໍ່ເຊັ່ນດຽວກັນກັບສິດເສລີພື້ນຖານອື່ນ, ເລື່ອງປະຕິບັດສິດເສລີດ້ານຂໍ້ມູນຂ່າວສານ, ການນຳໃຊ້ ອິນເຕີແນັດ ຕ້ອງໄດ້ຮັບການປະຕິບັດບົນພື້ນຖານຂອງກົດໝາຍ, ເຄົາລົບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອື່ນ, ຂອງສັງຄົມ. ທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ບໍ່ໄດ້ເກືອດຫ້າມການພັດທະນາ ອິນເຕີແນັດ ຫາກພຽງແຕ່ເກືອດຫ້າມດ້ານບໍ່ດີໂດຍ ອິນເຕີແນັດ ກໍ່ຂຶ້ນ, ຫ້າມສິ່ງທີ່ບໍ່ເໝາະສົມກັບສີສີນວັດທະນະທຳ, ຮີດຄອງປະເພນີຂອງຊາດ, ກີດຂວາງການພັດທະນາຂອງສັງຄົມ, ລ່ວງລະເມີດຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງປະເທດຊາດ. ບັນດາອົງການຈັດຕັ້ງໃນໂລກ, ໃນນັ້ນ ມີ Freedom House  ຄວນຮັບຮູ້ສິ່ງນີ້ໃຫ້ຈະແຈ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ