ຄວາມເອກອ້າງທະນົງໃຈຕໍ່ຂະບວນວິວັດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງ ຫວຽດນາມ

(VOVWORLD) -ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດ, ມີການພັດທະນາຢ່າງແຮງ, ຮອບດ້ານເມື່ອທຽບໃສ່ຊຸມປີກ່ອນດຳເນີນການປ່ຽນແປງໃໝ່.
ຄວາມເອກອ້າງທະນົງໃຈຕໍ່ຂະບວນວິວັດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງ ຫວຽດນາມ - ảnh 1ຫວຽດນາມ ພາຍຫຼັງ 35 ປີຂອງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່
(ພາບປະກອບ: VGP)

ດ້ວຍຄວາມມານະພະຍາຍາມ, ຄວາມຕັດສິນໃຈ ແລະ ການຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ, ພາຍຫຼັງ 35 ປີຂອງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ (ແຕ່ປີ 1986), ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ, ພົ້ນເດັ່ນໃນທຸກຂົງເຂດ ເສດຖະກິດ, ການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ - ສັງຄົມ… ທ່ວງທ່າ ແລະ ກຳລັງແຮງ ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ກາຍເປັນປະຖົມປັດໄຈຢ່າງເຂັ້ມແຂງ ເພື່ອໃຫ້ ຫວຽດນາມ ສືບຕໍ່ມີຄວາມໝັ້ນໃຈກ້າວຂຶ້ນຢ່າງໝັ້ນຄົງບົນເສັ້ນທາງທີ່ໄດ້ເລືອກ.

        ສະພາບລວມກ່ຽວກັບຫວຽດນາມ ຂອງທະນາຄານໂລກ ປະຈຳ ຫວຽດນາມ (ສະບັບພາສາ ຫວຽດ) ອັບເດດວັນທີ 14 ເມສາ 2022 ຕີລາຄາວ່າ: “ຫວຽດນາມ ແມ່ນເລື່ອງລາວຂອງການພັດທະນາທີ່ບັນລຸຜົນສຳເລັດ. ບັນດາການປະຕິຮູບເສດຖະກິດນັບແຕ່ປີ 1986 ສົມທົບກັບບັນດາທ່າອ່ຽງທົ່ວໂລກທີ່ສະດວກ ໄດ້ຊ່ວຍໃຫ້ ຫວຽດນາມ ພັດທະນາ ຈາກປະເທດທຸກຍາກທີ່ສຸດໃນໂລກ ກາຍເປັນປະເທດມີລາຍຮັບປານກາງຕ່ຳພຽງໃນຮອບເວລາລຸ້ນຄົນໜຶ່ງ”.

        ທ່ວງທ່າ ແລະ ກຳລັງແຮງໃໝ່ຂອງ ຫວຽດນາມ

        ເປັນອັນວ່າ! ພາຍຫຼັງໄລຍະ 35 ປີແຫ່ງການປ່ຽນແປງໃໝ່, ທ່ວງທ່າ ແລະ ກຳລັງຂອງ ຫວຽດນາມ ໄດ້ຍົກຂຶ້ນສູ່ລະດັບສູງໃໝ່. ມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຢືນຢັນວ່າ: ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດ, ມີການພັດທະນາຢ່າງແຮງ, ຮອບດ້ານເມື່ອທຽບໃສ່ຊຸມປີກ່ອນດຳເນີນການປ່ຽນແປງໃໝ່. ຂອບເຂດ, ລະດັບພື້ນຖານເສດຖະກິດໄດ້ຮັບການຍົກສູງຂຶ້ນ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ ນັບທັງທາງດ້ານວັດຖຸ ແລະ ຈິດໃຈ. ກຳລັງບົ່ມຊ້ອນ, ທີ່ຕັ້ງ ບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

        ຈາກປະເທດທຸກຍາກ, ຫຼ້າຫຼັງ, ຫວຽດນາມ ໄດ້ບືນຕົວຂຶ້ນນອນໃນກຸ່ມ 40 ພື້ນຖານເສດຖະກິດທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ; ແມ່ນໜຶ່ງໃນຈຳນວນ 20 ພື້ນຖານເສດຖະກິດແຖວໜ້າໂລກກ່ຽວກັບດ້ານການຄ້າ ດ້ວຍວົງເງິນນຳເຂົ້າ-ສົ່ງອອກປີ 2021 ບັນລຸເກືອບ 670 ຕື້ USD; GDP ຕໍ່ຫົວຄົນປະມານ 3.800 USD, ສູງທົບ 44 ເທົ່າເມື່ອທຽບໃສ່ລະດັບ 86  USD ໃນປີ 1988. ຈາກຖານະບົດບາດເປັນປະເທດຖືກປິດລ້ອມ, ຂວ້ຳບາດ, ປະຈຸບັນ ຫວຽດນາມ ມີການພົວພັນທາງການທູດກັບ 189 ປະເທດ ແລະ ເຂດແຄ້ວນ, ໃນນັ້ນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານກັບ 30 ປະເທດ, ສ່ວນຫຼາຍແມ່ນບັນດາປະເທດສວມບົດບາດ, ມີທີ່ຕັ້ງສຳຄັນໃນໂລກ. ຫຼາຍປະເທດໄດ້ກຳນົດວ່າ ຫວຽດນາມ ແມ່ນຈຸດສຸມໃຫ້ບຸລິມະສິດໃນນະໂຍບາຍພາກພື້ນຂອງຕົນ. ພັກກອມມູນິດ ຫວຽດນາມ ໄດ້ສ້າງຕັ້ງການພົວພັນກັບເກືອບ 250 ພັກການເມືອງຢູ່ 111 ປະເທດ; ສະພາແຫ່ງຊາດ ຫວຽດນາມ ມີການພົວພັນກັບສະພາແຫ່ງຊາດ, ລັດຖະສະພາຂອງຫຼາຍກວ່າ 140 ປະເທດ…

        ພ້ອມທັງ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນດ້ານການຄ້າກັບຫຼາຍກວ່າ 220 ຄູ່ຮ່ວມມື; ມີການພົວພັນກັບຫຼາຍກວ່າ 500 ອົງການຈັດຕັ້ງສາກົນ; ລົງນາມໃນສັນຍາການຄ້າ 2 ຝ່າຍກວ່າ 90 ສະບັບ, ສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນເກືອບ 60 ສະບັບ; ເຈລະຈາ, ລົງນາມ ແລະ ປະຕິບັດສັນຍາການຄ້າເສລີ (FTA) 17 ສະບັບ… ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກຂອງບັນດາອົງການຈັດຕັ້ງສາກົນ, ກົນໄກສາກົນຄື: ກຳມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ (2 ອາຍຸການ), ສະມັດຊາໃຫຍ່ UNESCO, ສະພາສິດທິມະນຸດ, ເປັນເຈົ້າພາບຈັດກອງປະຊຸມສາກົນໃຫຍ່ຫຼາຍເທື່ອຄື: APEC, ASEAN, ASEM, Francophonie… ພ້ອມກັນນັ້ນ, ຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມ ແລະ ເຂົ້າຮ່ວມໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງມີປະສິດທິຜົນ, ເຊິ່ງປະຊາຄົມສາກົນໄດ້ຮັບຮູ້, ຍ້ອງຍໍ. ໃນການກ່າວປາໄສຫວ່າງມໍ່ໆມານີ້, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຕີລາຄາສູງການເຂົ້າຮ່ວມຂອງ ຫວຽດນາມ ສຳລັບບັນຫາສາກົນ, ໃນນັ້ນມີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການເຄື່ອນໄຫວຮັກສາສັນຕິພາບສາກົນ.

ຄວາມເອກອ້າງທະນົງໃຈຕໍ່ຂະບວນວິວັດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງ ຫວຽດນາມ - ảnh 2ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ
(ພາບ: nld.com.vn)

ສະຫຼຸບກ່ຽວກັບທ່ວງທ່າ ແລະ ກຳລັງໃໝ່ຂອງ ຫວຽດນາມ ໃນຂະບວນວິວັດແຫ່ງການປ່ຽນແປງໃໝ່, ພັດທະນາ ແລະ ເຊື່ອມໂຍງໃນໄລຍະ 35 ປີຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ ມີຄວາມເອກອ້າງທະນົງໃຈ ຢັ້ງຢືນວ່າ:

        “ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ພັດທະນາຢ່າງແຮງ, ຮອບດ້ານ ແລະ ຍົກສູງໄດ້ທັງທ່ວງທ່າ ແລະ ກຳລັງໃນໃດໜຶ່ງທີ່ແນ່ນອນ, ອິດທິພົນຊື່ສຽງນັບມື້ນັບສູງຂຶ້ນບົນເວທີສາກົນ, ໄດ້ສ້າງບັນດາປະຖົມປັດໄຈສຳຄັນ ແລະ ທີ່ຕັ້ງສະດວກເພື່ອພັດທະນາ. ຂອບຂະໜາດ, ລະດັບພື້ນຖານເສດຖະກິດໄດ້ຮັບການຍົກສູງຂຶ້ນ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງຢ່າງເຫັນໄດ້ຊັດນັບທັງທາງດ້ານວັດຖຸ ແລະ ຈິດໃຈ. ສະຖຽນລະພາບທາງດ້ານການເມືອງ - ສັງຄົມໄດ້ຮັບການຮັບປະກັນເປັນປົກກະຕິ ບົນພື້ນຖານການປັບປຸງ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ພາຍໃຕ້ການນຳພາຂອງພັກ. ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາໄວ້ ແລະ ເພີ່ມທະວີຢ່າງໝັ້ນຄົງເຂັ້ມແຂງ. ປະເທດຊາດເຊື່ອມໂຍງຢ່າງເລິກເຊິ່ງເຂົ້າໃນທຸກດ້ານຂອງຊີວິດສັງຄົມສາກົນ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນປະຊາຄົມສາກົນ”.

        ແງ່ຫວັງອະນາຄົດທີ່ສົດໃສ

        ດ້ວຍບັນດາຜົນງານໃຫຍ່ຫຼວງທີ່ບັນລຸໄດ້ໃນວິວັດທະນາການປ່ຽນແປງໃໝ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢືນຢັນເປັນຫຼາຍຄັ້ງແລ້ວວ່າ ບໍ່ມີຍາມໃດ ຫວຽດນາມ ມີກຳລັງບົ່ມຊ້ອນ, ບົດບາດທີ່ຕັ້ງ ແລະ ອິດທິພົນຊື່ສຽງຄືໃນວັນນີ້. ໃນຂະນະນັ້ນ, ມີຫຼາຍອົງການຈັດຕັ້ງ, ກົນໄກສາກົນກໍ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ສ້າງຕັ້ງພື້ນຖານຢ່າງໝັ້ນຄົງໃຫ້ແກ່ການພັດທະນາຢ່າງແຮງ ແລະ ມີສະຖຽນລະພາບໃນອະນາຄົດ. ທະນາຄານໂລກ (WB) ຕີລາຄາວ່າ ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຂະຫຍັນຂັນເຄື່ອນທີ່ສຸດຢູ່ອາຊີຕາເວັນອອກ ປາຊີຟິກ, ບໍລິສັດຄາດຄະເນຕະຫຼາດ HIS Markit (ອັງກິດ) ໃຫ້ຂໍ້ສັງເກດວ່າ GDP ຂອງ ຫວຽດນາມ ຈະບັນລຸ 433 ຕື້ USD ໃນປີ 2025 ແລະ 687 ຕື້ USD ໃນປີ 2030, ໃນຂະນະນັ້ນ, ຫວ່າງມໍ່ໆມານີ້ ເວັບໄຊ Bloomberg (ອາເມລິກາ) ໄດ້ລົງບົດຂຽນດ້ວຍຫົວຂໍ້ “ຫວຽດນາມ ອາດສາມາດກາຍເປັນໃຈກາງ startup ຕໍ່ໄປຂອງ ອາຊີ”...

        ບັນດາການໄຈ້ແຍກຕີລາຄາ ແລະ ຄຳໃຫ້ຂໍ້ສັງເກດຢ່າງພາວະວິໄສ, ມີວິທະຍາສາດ ແລະ ຕົວຈິງຂອງບັນດາອົງການຈັດຕັ້ງ, ກົນໄກສາກົນທີ່ມີອິດທິພົນຊື່ສຽງ ກ່ຽວກັບແງ່ຫວັງອະນາຄົດທີ່ສົດໃສຂອງ ຫວຽດນາມ ນັ້ນ, ທັງແມ່ນການຢືນຢັນຄືນໃໝ່ກ່ຽວກັບລັກສະນະທີ່ຖືກຕ້ອງຍຸດທະສາດທາງດ້ານຈິດໃຈ ແລະ ການກຳນົດທິດປ່ຽນແປງໃໝ່, ພ້ອມທັງແມ່ນກຳລັງໜູນສຳຄັນເພື່ອໃຫ້ ຫວຽດນາມ ສືບຕໍ່ເຊື່ອໝັ້ນກ້າວຂຶ້ນຢ່າງໝັ້ນຄົງບົນເສັ້ນທາງທີ່ໄດ້ເລືອກ: ເສັ້ນທາງກ້າວຂຶ້ນສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ