ຄວາມເອກອ້າງທະນົງໃຈຕໍ່ເຄື່ອງໝາຍການຄ້າຫວຽດນາມ

(VOVWORLD) -Brand Finance ໃຫ້ຂໍ້ສັງເກດວ່າ, ເຄື່ອງໝາຍການຄ້າແຫ່ງຊາດຂອງຫວຽດນາມໃນປີ 2020 ໄດ້ເພີ່ມຂຶ້ນ 29% ເມື່ອທຽບໃສ່ປີ 2019, ຂຶ້ນເຖິງ 319 ຕື້ USD.
ຄວາມເອກອ້າງທະນົງໃຈຕໍ່ເຄື່ອງໝາຍການຄ້າຫວຽດນາມ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າຫວຽດນາມເຈິ່ນຕວ໊ນແອງ
(ພາບ: thuonghieucongluan.com.vn)

ຕາມບົດລາຍງານເຄື່ອງໝາຍການຄ້າແຫ່ງຊາດປີ 2020 (Nation Brands 2020) ຂອງບໍລິສັດກຳນົດຕີລາຄາເຄື່ອງໝາຍການຄ້າອັງກິດ Brand Finance, ຫວຽດນາມມີມູນຄ່າການຄ້າແຫ່ງຊາດເພີ່ມຂຶ້ນຢ່າງແຮງທີ່ສຸດໃນໂລກໃນປີ 2020. ການຕີລາຄາດັ່ງກ່າວ ເປັນການຢັ້ງຢືນອີກຄັ້ງໜຶ່ງວ່າ, ເຄື່ອງໝາຍການຄ້າຫວຽດນາມພວມມີທີ່ຕັ້ງຢ່າງໝັ້ນຄົງໃນຕະຫຼາດທົ່ວໂລກ.

        Brand Finance ໃຫ້ຂໍ້ສັງເກດວ່າ, ເຄື່ອງໝາຍການຄ້າແຫ່ງຊາດຂອງຫວຽດນາມໃນປີ 2020 ໄດ້ເພີ່ມຂຶ້ນ 29% ເມື່ອທຽບໃສ່ປີ 2019, ຂຶ້ນເຖິງ 319 ຕື້ USD. ຍ້ອນເຫດນັ້ນ, ຫວຽດນາມໄດ້ເລື່ອນຂຶ້ນ 9 ຂັ້ນ ຢືນຢູ່ອັນດັບ 33 ໃນ Top 100 ເຄື່ອງໝາຍການຄ້າແຫ່ງຊາດທີ່ມີມູນຄ່າສູງທີ່ສຸດໃນໂລກ.

ຢັ້ງຢືນເຄື່ອງໝາຍການຄ້າແຫ່ງຊາດບົນເວທີສາກົນ

        ໃນຕົວຈິງ, ອິດທິພົນຊື່ສຽງຂອງບັນດາຜະລິດຕະພັນ “madein Vietnam” ທີ່ເຄີຍໄດ້ຮັບການຢັ້ງຢືນໃນຕະຫຼາດສາກົນໃນຊຸມປີຜ່ານມາແລ້ວນັ້ນ, ພັດນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ຜ່ານມາ. ຕົວຢ່າງຄື, ໃນໄລຍະລະບົບສະໜອງທົ່ວໂລກຖືກຂາດວັກຂາດຕອນຍ້ອນໂລກລະບາດໂຄວິດ-19 ນັ້ນ, ມີວິສາຫະກິດຂະໜາດນ້ອຍຂອງຂະແໜງແບບຢ່າງຢູ່ນະຄອນໂຮ່ຈີມິນໄດ້ຮັບໃບສັ່ງຊື້ສິນຄ້າເພີ່ມຂຶ້ນ 200% ຈາກປະເທດອາເມລິກາ, ເຊິ່ງໃນເມື່ອກ່ອນວິສາຫະກິດນັ້ນມີແຕ່ສັ່ງຊື້ສິນຄ້າຢູ່ຈີນ.  ແລະ ກໍຄ້າຍຄືກັນ, ມີວິສາຫະກິດຕ່ຳແຜ່ນຕັດຫຍິບໃຫຍ່ແຫ່ງໜຶ່ງຢູ່ນະຄອນໂຮ່ຈີມິນ ກໍໄດ້ຮັບໃບສັ່ງຊື້ຜະລິດຜ້າອັດປາກ-ອັດດັງກັນພະຍາດສົ່ງອອກໄປຍັງອາເມລິກາ, ເອີລົບແລະອິດສະຣາແອັນຢ່າງລຽນຕິດ ເມື່ອຫວຽດນາມກາຍເປັນຈຸດພົ້ນເດັ່ນໃນການສະກັດກັ້ນໂລກລະບາດ. ພ້ອມກັນນັ້ນ, ມີວິສາຫະກິດອື່ນໆຫຼາຍແຫ່ງກໍ່ໄດ້ຮັບຫຼາຍໃບສັ່ງຊື້ສິນຄ້າຜະລິດບັນດາຜະລິດຕະພັນເຊິ່ງໄດ້ຮັບຖືວ່າແມ່ນທ່າແຮງຂອງຕົນຄື: ຜະລິດຕະພັນເຄື່ອງເຟີນີເຈີຕົບແຕ່ງນອກເຮືອນ, ເຄື່ອງຫຼິ້ນຂອງເດັກ, ຄັນເບັດ, ເຄື່ອງກິລາ…ດ້ວຍປະລີມານເພີ່ມຂຶ້ນທົບ 3 – 4 ເທົ່າເມື່ອທຽບໃສ່ໄລຍະກ່ອນນີ້, ນັ້ນແມ່ນຍ້ອນມີກຳລັງຄວາມສາມາດແລະອິດທິພົນຊື່ສຽງທີ່ໄດ້ຮັບການຮູ້ຈັກເຖິງຢ່າງກວ້າງຂວາງ.ທ່ານລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າຫວຽດນາມເຈິ່ນຕວ໊ນແອງ - ປະທານສະພາເຄື່ອງໝາຍການຄ້າແຫ່ງຊາດຖືວ່າ:

        “ບັນດາວິສາຫະກິດເຄື່ອງໝາຍການຄ້າແຫ່ງຊາດໄດ້ຢັ້ງຢືນທີ່ຕັ້ງຢ່າງໝັ້ນຄົງແຖວໜ້າໃນຂົງເຂດເຄື່ອນໄຫວຂອງຕົນ, ຮັກສາລະດັບເຕີບໂຕສູງນັບທັງທາງດ້ານຜົນກຳໄລແລະລາຍຮັບ, ຮັກສາຕະຫຼາດຢູ່ພາຍໃນປະເທດແລະຕະຫຼາດສົ່ງອອກໄວ້ຢ່າງໝັ້ນຄົງເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນສະພາບເກີດໂລກລະບາດໂຄວິດ-19 ແຜ່ລະບາດໃນທົ່ວໂລກ. ຜ່ານນັ້ນ, ກໍຍົກສູງມູນຄ່າເຄື່ອງໝາຍການຄ້າແຫ່ງຊາດໃນຕະຫຼາດສາກົນ, ສ້າງພາບພົດແຫ່ງຊາດຫວຽດນາມໃຫ້ມີອິດທິພົນຊື່ສຽງກ່ຽວກັບດ້ານສິນຄ້າແລະການບໍລິການທີ່ມີຄຸນນະພາບສູງ, ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ຂອງປະເທດຊາດ”.

        ປີ 2020, ມີວິສາຫະກິດ 124 ແຫ່ງດ້ວຍຈຳນວນ 283 ຜະລິດຕະພັນໄດ້ຮັບການຮັບຮອງບັນລຸເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ. ເປັນອັນວ່າ ຜ່ານແຕ່ລະປີຈຳນວນວິສາຫະກິດບັນລຸເຄື່ອງໝາຍການຄ້າຫວຽດນາມໄດ້ເພີ່ມຂຶ້ນຢ່າງລຽນຕິດ, ເຊິ່ງເປັນການສະແດງໃຫ້ເຫັນການບືນຕົວຂຶ້ນຂອງບັນດາວິສາຫະກິດມີລັກສະນະຍືນຍົງ, ແກ່ນສານ. ທ່ານຫງວຽນເຍິດຫວູ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທ່ອງທ່ຽວເລິມດົ່ງ (Dalattourist), ແມ່ນໜຶ່ງໃນບັນດາຫົວໜ່ວຍໄດ້ຮັບລາງວັນເຄື່ອງໝາຍການຄ້າແຫ່ງຊາດປີ 2020, ຢືນຢັນວ່າ:

        “ເຄື່ອງໝາຍການຄ້າໄດ້ຮັບຖືວ່າແມ່ນຂໍ້ກຸນແຈເພື່ອການແກ່ງແຍ້ງຢ່າງ ສຳເລັດຜົນ, ພິເສດແມ່ນໃນສັງກາດ 4.0 ຄືໃນປະຈຸບັນ, ມີນັກປະພັນວັນນະຄະດີທີ່ມີຊື່ສຽງຂອງອາເມລິກາໄດ້ມີຄຳວ່າ “ຜະລິດຕະພັນອາດຈະຖືກຫຼ້າສະໄໝຢ່າງໄວແຕ່ເຄື່ອງໝາຍການຄ້າບັນລຸຜົນສຳເລັດຈະຍືນຍົງຄົງຕົວກັບການເວລາ”, ຍ້ອນເຫດນັ້ນຍາມໃດ Dalattourist ກໍ່ເອົາໃຈໃສ່ສຸມທຸກແຫຼ່ງກຳລັງເພື່ອສຸມໃສ່ພັດທະນາເຄື່ອງໝາຍການຄ້ານີ້. ນີ້ແມ່ນຂໍ້ກຸນແຈສຳຄັນເພື່ອເປີດປະຕູຂອງ Dalattourist ມຸ່ງໄປເຖິງຕະຫຼາດສາກົນ”.

ຍາດແຍ່ງກາລະໂອກາດ, ບືນຕົວຂຶ້ຢ່າງບໍຸ່ດຢັ້ງ

        ທ່ານຫວູບ໊າຟູ໊, ຫົວໜ້າກົມສົ່ງເສີມການຄ້າຖືວ່າ, ເລື່ອງເຂົ້າຮ່ວມບັນດາສັນຍາການຄ້າເສລີຄື: CPTPP, RCEP, EVFTA ໄດ້ພວມເປີດບັນດາກາລະໂອກາດໃໝ່ໃຫ້ແກ່ຫວຽດນາມ, ຊ່ວຍຮັກສາກຳລັງໜູນຂອງພື້ນຖານເສດຖະກິດໃນສະພາບການຊຸດໂຊມລວມຂອງພາກພື້ນແລະທົ່ວໂລກ. ຍ້ອນເຫດນັ້ນ, ບັນດາວິສາຫະກິດຕ້ອງມີຄວາມມານະພະຍາຍາມ, ຕັດສິນໃຈ, ປະດິດຄິດສ້າງຢ່າງໄວເພື່ອກໍ່ສ້າງແລະພັດທະນາເຄື່ອງໝາຍການຄ້າຫວຽດນາມຢ່າງແຮງ.

        “ພວກເຮົາຄວນສືບຕໍ່ຊອກຮູ້ແລະກຳນົດທີ່ຕັ້ງເຄື່ອງໝາຍການຄ້າຂອງຫວຽດນາມ, ກຳນົດທີ່ຕັ້ງເຄື່ອງໝາຍການຄ້າຂອງຂະແໜງ, ຂົງເຂດຜະລິດບັນດາຜະລິດຕະພັນຕົ້ນຕໍຂອງພວກເຮົາໃນອະນາຄົດຂອງປີຕໍ່ໄປແມ່ນຄືແນວໃດ, 5 ປີຈະມາເຖິງແມ່ນຄືແນວໃດແລະພ້ອມກັນປຶກສາຫາລືແຜນການເພື່ອເຮັດແນວໃດໃຫ້ບັນລຸຕາມການກຳນົດທີ່ພວກເຮົາມຸ່ງໄປເຖິງ”.

        ທີ່ການພົບປະກັນຄະນະຜູ້ແທນຂອງວິສາຫະກິດ 124 ແຫ່ງ ທີ່ມີບັນດາຜະລິດຕະພັນບັນລຸເຄື່ອງໝາຍການຄ້າປີ 2020, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກກໍ່ສະເໜີໃຫ້ບັນດາວິສາຫະກິດເຄື່ອງໝາຍການຄ້າແຫ່ງຊາດເວົ້າສະເພາະແລະປະຊາຄົມວິສາຫະກິດ, ນັກທຸລະກິດຫວຽດນາມ ເວົ້າລວມສືບຕໍ່ເສີມຂະຫຍາຍບົດບາດນຳໜ້າການປ່ຽນແປງໃໝ່ປະດິດຄິດສ້າງໃນການເຊື່ອມໂຍງເຂົ້າກັບສາກົນ, ສົມເປັນກຳລັງໜູນທີ່ສຳຄັນໃນພາລະກິດສ້າງສາ, ປ່ຽນແປງໃໝ່ແລະພັດທະນາປະເທດຊາດ.

        “ຂ້າພະເຈົ້າສະເໜີໃຫ້ບັນດາວິສາຫະກິດສືບຕໍ່ຮັກສາ, ເສີມຂະຫຍາຍວັດທະນະທຳນັກທຸລະກິດຫວຽດນາມເພື່ອປະກອບສ່ວນທາງດ້ານເຫື່ອແຮງ, ພູມປັນຍາຂອງຕົນໃຫ້ແກ່ການພັດທະນາຂອງປະເທດຊາດຫຼາຍກວ່າອີກ. ບົນຈິດໃຈດັ່ງກ່າວ, ຂ້າພະເຈົ້າອວຍພອນໃຫ້ສະພາເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມສືບຕໍ່ມີບັນດາກົນໄກ, ນະໂຍບາຍທີ່ດີກວ່າອີກເພື່ອໜູນຊ່ວຍບັນດາວິສາຫະກິດໃຫ້ສົມກັບທີ່ຕັ້ງ, ອິດທິພົນຊື່ສຽງແລະບົດບາດຂອງຫວຽດນາມເຊິ່ງພວກເຮົາໄດ້ມານະພະຍາຍາມປະຕິບັດໃນໄລຍະຜ່ານມາ.”

        ເສດຖະກິດຫວຽດນາມກໍຄືຫຼາຍປະເທດໃນໂລກໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ປະສົບກັບຄວາມຫຍຸ້ງຍາກໃນໄລຍະຈະມາເຖິງ. ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍກຳລັງຄວາມສາມາດແລະຄວາມຕັດສິນໃຈບືນຕົວຂຶ້ນຂອງລັດຖະບານແລະວິສາຫະກິດ, ແນ່ນອນວ່າເຄື່ອງໝາຍການຄ້າຫວຽດນາມຈະສືບຕໍ່ໄດ້ຮັບການປັບປຸງ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາປະເທດຊາດໃຫ້ມີຄວາມວັດທະນາຖາວອນ./.

ຕອບກັບ

ຂ່າວ/ບົດ​ອື່ນ