ຄວາມໄວ້ເນື້ອເຊື່ອໃຈທາງສາສະຫນາ ແລະ ຄວາມຮັບຜິດຊອບຂອງພົນລະເມືອງ

(vovworld)- ​ໃນ​ຊຸມ​ມື້​ຕົ້ນ​ເດືອນ 9/2013, ຫາງ​ສຽງ​ມີ​ຄວາມ​ຂັດ​ໃຈ​ຕໍ່​ເລື່ອງ​ຊາວ​ຄຼິດຈຳນວນ​ຫນ່ຶງ​ຢູ່​ຕາ​​ແສງ ງີ​ເຟືອງ, ​ເມືອງ​ງີ​ໂລກ, ​ແຂວງ ​ເຫງ້ອານ ​ໄດ້​ເຕົ້າ​ໂຮມກັນ, ກີດຂວາງ​ການ​ເຄື່ອນ​ໄຫ​ວຂອງ​ອົງການ​ປົກ​ຄອງ​ທ້ອງ​ຖິ່ນ, ​ໃຊ້​ກຳລັງ​ທຳຮ້າຍ ​ແລະ ກັກ​ຂັງ​ພະນັກງານ, ກໍ​ຄວາມ​ວຸນ​ວາຍທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງສັງຄົມ. ບັນດາ​ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ພວມ​ສືບສວນ ເຫດການ​ດັ່ງກ່າວ​ ​ເພື່ອ​ປັບ​ໄຫມ​ລົງ​ໂທດ​ຜູ້​ກະທຳ​ຜິດ​ບົນ​ຈິດ​ໃຈ​​ເຄົາລົບ​ກົດໝາຍ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຫວນ​ຄືນ​ບັນດາ​ການ​ກະທຳ​ເລີ​ຍ​ເຖືອດ​ຂອງ​ຊາວ​ຄຼິດຈຳນວນ​ຫນຶ່ງ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ຄວາມ​ສາມັກຄີ​ຂອງ​ວົງ​ຄະນາ​ຍາດ ​ແລະ ການ​ເຄົາລົບ​ກົດ​ລະບຽບ​ກົດ​ໝາຍ​ຂອງ​ລັດນັ້ນ ບັນດາ​ປະຊາຊົນ​ຖື​ສາສະຫນາ​ກາ​ໂຕ​ລິກ, ​ພົນລະ​ເມືອ​ງສັດຈະທຳຮູ້ສຶກ​ເສຍ​ໃຈ​ຕໍ່​ເຫດການ​ນັ້ນ. ​

ຄວາມໄວ້ເນື້ອເຊື່ອໃຈທາງສາສະຫນາ ແລະ ຄວາມຮັບຜິດຊອບຂອງພົນລະເມືອງ - ảnh 1
ສະ​ພາບກໍ່​ຄວາມ​ວຸ່ນ​ວາຍ​ຢູ່​ຕາ​ແສງ ງີ​ເຟືອງ(ແຂວງ​ເງ້​ອານ)
ພາບ:baonghean,vn


        ​ເຖິງ​ວ່າຈະ​ແມ່ນ​ສາສະຫນາ​ພຸດ, ສາສະຫນາ​ກາ​ໂຕ​ລິກ, ສາສະຫນາ​ອິດສະ​ລາມ​ແລະ​ອື່ນໆ, ສາສະຫນາ​ໃດ​ກໍ​​ລ້ວນ​ແຕ່​ເປັນ​ຫ​ນ້າເຄົາລົບ​ນັບຖື. ບັນດາ​ຄຳ​ສັ່ງສອນ​ຂອງ​ພະ​ເຈົ້າ​ເຢຊູ, ຂອງ​ພະ​ພຸດທະ​ເຈົ້າ​ຫລື​ອໍລະຫັນ ກໍລ​້ວນ​ແຕ່​ຢາກ​ໃຫ້​ມະ​ນຸດ​ບໍ່​ເຮັດ​ສິ່ງ​ຊົ່ວ​ຮ້າຍ, ບໍ່​ຍຸ​ແຍ່​ຜູ້​ອື່ນ​ເຮັດ​ສິ່ງ​ຊ່ົວ​ຮ້າຍ, ຫລີກ​ລ້ຽງ​ໂທດ​ກຳ, ຈຳກັດ​ຄວາມ​ໂລກ​ມາກ​ໂລພາ.

        ບໍ່​ມີ​ຜູ້​ໃດ​ສາມາດ​ອ້າງ​ຊື່​ສາສະຫນາ​ເພື່ອ​ເຮັດ​ສິ່ງ​ທີ່​ຝືນ​ກັບ​​ຫລັກ​ສິນ​ທຳ ເພາະວ່າ ຜູ້​ເຊື່ອ​ຖື​ສາສະຫນາ​​ທັງ​ກໍ​ເປັນ​ພົນ​ລະ​ເມືອງ​ຜູ້ຫນຶ່ງ ຕ້ອງ​ດຳລົງ​ຊີວິດ ​ແລະ ປະຕິບັດ​ຕາມ​ກົດໝາຍ. ນັ້ນ​ແມ່ນ​ຫລັກ​ສິນ​ທຳຂອງ​ປະຊາ​ຊົນ.  ບໍ່​ແມ່ນອຳ​ນາດ​ການ​ປົກ​ຄອງ​ໃດ​ວາງ​ອອກ. ສະ​ນັ້ນ ກົນ​ໄກ​ຮ້ອງທຸກ ​ແລະ ​ແກ້​ໄຂ​ຄວາມ​ຮ້ອງທຸກ​ແມ່ນ​ສິດຊື່​ງລັດ​ຫວຽດນາມສະ​ຫງວນ​ໃຫ້​ແກ່​ພົນລະ​ເມືອງ​​ເພື່ອສະ​ແດງ​ຄຳ​ເຫັນ, ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ຕົນ. ຖ້າ​ຫາກ​ປະຊາຊົນ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຂໍ້​ຕົກລົງ​ເປີດ​ການ​ສືບສວນ​ສອບ​ສວນ, ກັກ​ຂັງ ​ໂງ​ວັນ​ເຂ​ີຍ ​ແລະ ຫງວຽນ​ວັນ​ຫາຍ ຍ້ອນ​ມີ​ການ​ກະທຳ​ຕັ້ງ​ໃຈ​ທຳຮ້າຍ ​ແລະ​ທຳລາຍຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ, ​ເລື່ອງປະຕິ​ເສດ​ກໍ​ຕ້ອງ​ປະຕິບັດ​ຖືກຕ້ອງ​ກັບ​ຂັ້ນ​ຕອນ​ຂອງ​ກົດໝາຍ. ​ເລື່ອງ​ເປີດ​ການ​ສືບສວນ​ສອບ​ສວນ 2 ບຸກຄົນ​ດັ່ງກ່າວ ​ແມ່ນ​ບາດ​ກ້າວ​ຫນຶ່ງ​ໃນ​ຂັ້ນ​ຕອນ​ຂອງ​ການ​ດຳ​ເນີນ​ຄະດີ. ສອງ​ບຸກຄົນ​ນີ້ ຖືກ​ຕັດສິນ​ລົງ​ໂທດ​ຫລື​ບໍ່ ​ແລະ ຢູ່​ໃນ​ລະດັບ​ໃດ​ຕ້ອງ​ລໍຖ້າ​ການ​ຕັດສິນ​ລົງ​ໂທດ​ຂອງ​ສານ. ​ເລື່ອງ​ສວຍ​ໃຊ້​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ເພື່ອກໍ່​ຄວາມ​ວຸນ​ວາຍ, ​ບັງຄັບ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ງີ​ເຟືອງ ຂຽນ​ຄຳ​ໝັ້ນ​ສັນຍາ​ທີ່​ມີ​ເນື້ອ​ໃນ“ສະ​ເຫ​ນີຕຳຫລວດ​ປ່ອຍ​ຕົວ” ​ນັ້ນ​ແມ່ນ​ຄຳ​ຮຽກຮ້ອງ​​ທີ່​ໄຮ້​ເຫດຜົນ. ​ເພາະວ່າ ການ​ປ່ອຍ​ຕົວ​ຫລື​ບໍ່​ປ່ອຍ​ຕົວ​ແມ່ນ​ສິດ​ອຳນາດ​ຂອງ​ອົງການ​ປົກ​ປ້ອງ​ກົດໝາຍ ຫາກ​ບໍ່​ແມ່ນ​ເລື່ອງ​ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ​ເປັນ​ຕົ້ນ​ແມ່ນ​ອຳ​ນາດ​ການ​ປົກຄອງ​ຂັ້ນ​ຮາກ​ຖານ.

        ບໍ່​ພຽງ​ແຕ່​​ຜູ້​ມີ​ຄວາມ​ຮູ້, ມີ​ຄວາມ​ຄິດ ຫາກ​ບັນດາ​ປະຊາຊົນ​ທ່ີ​ເຂົ້າ​ຮ່ວມ​​ເຫດການ​ດັ່ງກ່າວ​ເມື່ອ​​ເບິ່ງ​ຄືນ​ບັນດາ​ຮູບ​ພາບ​ການ​ກະ​ທຳ​ຂອງຕົນ​ເອງ​ທີ່ຖືກລົງ​ພິມ​ໃນ​ຫນັງສືພິມ, ຫລື​​ແຜ່​ພາບທາງ​ໂທລະພາບ ​ກໍ​ລ້ວນ​ແຕ່​່​ຮູ້ສຶກກະວົນກະວາຍ.

 ​ໂດຍສືບ​ທອດ​ຄຳ​ສັ່ງສອນ​ຂອງ​ບັນດາສາສະຫນາ ທີ່​ວ່າ“ຢູ່​ໃນ​ສິນ​ກິນ​ໃນ​ທຳ”,, ກົດໝາຍ​ຫວຽດນາມ ​ກໍ​ເຕັມ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດ ​ເມື່ອ​ເຊີດ​ຊູ​ຄວາມ​ຮັກ​ແພງ​ຂອງ​ມະນຸດ, ລັກ​ສະ​ນະ​ມຸ້ງ​ໄປ​ເຖິງ​ສິ່ງ​ທີ່​ດີງາມ, ຄວາມ​​ເຫັນ​ດີ​ເຫັນ​ພ້ອມ​ເພ່ືອ​ສ້າງ​ສັງຄົມ​​ໃຫ້​ດີງາມ​ກວ່າ.

        ປະຕິບັດ​ຕາມ​ກົດໝາຍ ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ສາສະຫນາ​ເພື່ອ​ໃຫ້​ມະນຸດ​ຫລີກ​ລ້ຽງ​ການ​ກະທຳ​ຜິດ, ​ໂທດ​ກຳ, ມຸ່ງ​ໄປ​ເຖິງ​ສິ່ງ​ທີ່​ດີງາມ, ເຮັດ​ໃຫ​້​ຫລັກ​ສິນ​ທຳ ຢູ່​ໃນ​ສິນ​ກິນ​ໃນ​ທຳ ຍິ່ງ​ມີ​ຄວາມ​ໝາຍ. ການ​ກະທຳ​ທີ່​ຂາດ​ຄວາມ​ຄິດ,​ ຕາມ​ການ​ຍຸ​ແຍ່​ຂອງ​ພວກຄົນ​ບໍ່ດີ​, ລະ​ເມີດ​ກົດໝາຍ ນັ້ນ​ບໍ່​ແມ່ນ​ຈິດ​​ໃຈ​ຂອງ​ສາສະຫນາ.

        ດຳລົງ​ຊີວິດ ​ແລະ ​​ເຮັດ​ວຽກ​ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ແມ່ນ​ດຳລົງ​ຊີວິດ​ເພ່ືອ​ສາສະຫນາ ​ເພື່ອ​ຊີວິດ ​ແມ່ນ​ຄວາປອງດອງ​ລະຫວ່າງ​​ຜູ້​ທີ່​ເຊື່ອ​ຖື​ສາສະຫນາ​ກັບ​ຜູ້​ທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່ສັງຄົມ. ທຸກ​ການ​ກະທຳ​ລະ​ເມີດ​ກົດໝາຍ​ຂອງບໍ່​ວ່າ​ຜູ້​ໃດລ້ວນ​ແຕ່​ຖືກ​ກົດໝາຍຕັດສິນ​ລົງ​ໂທດຢ່າງ​ຍຸ​ຕິ​ທຳ ​.

        ທຸກ​ການ​ພິພາດ​ລ້ວນ​ແຕ່​ສາມາດ​ແກ້​ໄຂ​ໄດ້, ທຸກ​ການ​ກະທຳ​ຜິດ​ສາມາດ​​ໄດ້​ຮັບ​ການ​ອະນຸ​​ໂລມ. ​ເພາະ ຊາດ​ຫວຽດນາມ ມີ​ມູນ​ເຊື້ອ​ວັດທະນະທຳ​ມະນຸດອະ​ນຸ​ໂລມ​ໃຫ້​ຜູ້​ທີ່​ກັບ​ໃຈ​ກິນ​ແຫນງ. ກຳລັງ​ແຮງ​ທີ່​ລົ້ນ​ເຫລືອຂອງ​ປະ​ເທດ​ ຫວຽດນາມ ນັ້ນ​ແມ່ນ​ນ້ຳ​ໃຈ​ສາ​ມັກຄີ. ​ແຕ່​ຄວາມ​ສາມັກຄີ​ບໍ່​ແມ່ນ​ການ​​ເຫັນ​ດີ​ປົກປິດ​​ບັນດາ​ການ​ກະທຳ​ທີ່​ຜິດພາດ.

        ພຶກ​ຕິ​ກຳ​ຕົວ​ຈິງ​ໃຫ້​ເຫັນ​ສັດຈະທຳວ່າ: ຄຽງ​ຄູ່​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສາສະຫນາ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ກົດໝາຍ​ກໍ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ພົນລະ​ເມືອງ​ແຕ່ລະຄົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ