(VOVWORLD) - ກອງປະຊຸມຄວາມໝັ້ນຄົງ Munich 2019 ເຊິ່ງເປັນກອງປະຊຸມກ່ຽວກັບຄວາມໝັ້ນຄົງ ທີ່ໄດ້ຮັບຖືວ່່າ ແມ່ນມີຄວາມສົນໃຈທີ່ສຸດໃນໂລກ ເຊິ່ງຫາກໍຖືກດໍາເນີນໃນທ້າຍອາທິດຜ່ານມາ ຢູ່ ນະຄອນ Munich, ປະເທດ ເຢຍລະມັນ ດ້ວຍຫຼາຍຫົວຂໍ້ສໍາຄັນຂອງການພົວພັນສາກົນ ທີ່ໄດ້ນໍາມາປຶກສາຫາລື. ກອງປະຊຸມດັ່ງກ່າວ ຖືກດໍາເນີນໃນສະພາບຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ເອີຣົບ ທີ່ພວມມີທ່ວງທ່າເພີ່ມຂຶ້ນ ພ້ອມກັບບັນດາບັນຫາກ່ຽວກັບຄວາມໝັ້ນຄົງທີ່ສັບສົນໃນທົ່ວໂລກ ຍັງບໍ່ທັນມີມາດຕະການແກ້ໄຂ.
ກອງປະຊຸມ Munich 2019 ໂດຍມີການເຂົ້າຮ່ວມຂອງຜູ້ແທນທີ່ເປັນ ປະມຸກລັດຈາກ 35 ປະເທດ, ລັດຖະມົນຕີການຕ່າງປະເທດ 50 ທ່ານ, ລັດຖະມົນຕີກະຊວງປ້ອງກັນປະເທດ 30 ທ່ານ ແລະ ຫຼາຍອົງການຈັດຕັ້ງສາກົນ. ດ້ວຍການປຶກສາຫາລືນັບຮ້ອຍໆຄັ້ງ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາບັນຫາແກ້ງແຍ້ງ ແລະ ການຮ່ວມມືລະຫວ່າງບັນດາປະເທດມະຫາອໍານາດ, ອະນາຄົດຂອງສະຫະພາບເອີຣົບ, ບັນດາການພົວພັນຂ້າມ ມະຫາສະມຸດອັດລັງຕິກ ຕະຫຼອດຮອດ ອະນາຄົດຂອງການຄວບຄຸມອາວຸດ ແລະ ນະໂຍບາຍປ້ອງກັນຊາດ, ການພົວພັນລະຫວ່າງການຄ້າ ແລະ ຄວາມໝັ້ນຄົງສາກົນ.
ກອງປະຊຸມຄວາມໝັ້ນຄົງ Munich 2019 (ພາບ:securityconference.de) |
ຄວາມເຄັ່ງຕຶງ ແລະ ການແຕກແຫງ
ມີຫຼາຍບັນຫາຄື ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ - ເອີຣົບ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດລະຫວ່າງ ອາເມລິກາ - ຈີນ, ຄວາມບໍ່ລົງລອຍກັນກ່ຽວກັບຄວາມໝັ້ນຄົງຢູ່ພາກພື້ນ ຕາເວັນອອກກາງ, ຂໍ້ຕົກລົງນິວເຄຼຍອີຣານ... ໄດ້ສ້າງຄວາມເຄັ່ງຕຶ່ງ, ສັບສົນໃນກອງປະຊຸມຄັ້ງນີ້. ທີ່ກອງປະຊຸມຄັ້ງນີ້ ໄດ້ເຫັນປະຈັກຕາການຖົກຖຽງກັນທີ່ເຄັ່ງຕຶງຈໍານວນບໍ່ໜ້ອຍ ລະຫວ່າງບັນດາປະເທດມະຫາອໍານາດ. ບັນຫາກຸ່ມບໍລິສັດ Huawei ແລະ ບັນຫາທະເລຕາເວັນອອກ ແມ່ນບັນຫາຈຸດສຸມສູ້ຢັນກັນໃນບັນດາບົດກ່າວປາໄສຂອງຜູ້ແທນ ອາເມລິກາ - ຈີນ. ໃນເມື່ອ ວໍຊິງຕັນ ຮຽກຮ້ອງ “ປະຕິເສດ” ກຸ່ມບໍລິສັດ Huawei ເຊິ່ງເປັນກຸ່ມບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດຂອງ ຈີນ, ໂດຍຖືວ່າ ກຸ່ມບໍລິສັດ Huawei ແລະ ບັນດາບໍລິສັດໂທລະຄົມມະນາຄົມອື່ນຂອງ ຈີນ ຈະແມ່ນໄພນາບຂູ່ອັນໃຫຍ່ຫຼວງໃຫ້ແກ່ທາງດ້ານຄວາມໝັ້ນຄົງນັ້ນ, ຝ່າຍ ປັກກິ່ງ ກໍ່ຍັງຄົງຢ້ັງຢືນວ່າ ບໍ່ແລ່ນຕາມ “ແຜ່ອໍານາດດ້ານເຕັກໂນໂລຢີ”. ຈີນ ຕໍາໜິຕິຕຽນ ອາເມລິກາ ຄວນລົບລ້າງບັນດາແນວຄິດຕາຍຕົວກ່ຽວກັບທັດສະນະ ແລະ ຈິນຕະນາການທີ່ຫຼ້າຫຼັງ ແລະ ຄວນມີການຮ່ວມມືກັນ ບົນເນື້ອໃນຈິດໃຈທີ່ຕ່າງຝ່າຍຕ່າງຜົນປະໂຫຍດ.
ການຖົກຖຽງກັນດັ່ງກ່າວ ຖືກດໍາເນີນພຽງໜຶ່ງວັນ ພາຍຫຼັງບັນດາເຈົ້າໜ້າທີ່ຂັ້ນສູງຂອງສອງຝ່າຍສິ້ນສຸດການເຈລະຈາດ້ານການຄ້າຮອບຫຼ້າສຸດຢູ່ ປັກກິ່ງ. ສອງຝ່າຍຈະມີການພົບປະກັນອີກໃນການເຈລະຈາຄັ້ງຕໍ່ໄປ ທີ່ຈະຈັດຂຶ້ນຢູ່ ວໍຊິງຕັນ ໃນອາທິດນີ້. ໄປຄຽງຄູ່່ກັນນັ້ນ, ປັກກິ່ງ ກໍ່ຢາກເພີ່ມທະວີການຮ່ວມມືກັບ ວໍຊິງຕັນ ແຕ່ກໍສະແດງທ່າທີຄັດຄ້ານລັດທິອາລັກຂາຂອງ ອາເມລິກາ ແລະ ບໍ່ພໍໃຈຕໍ່ກັບການເຄື່ອນໄຫວເສລີໃນການເດີນທະເລຂອງ ອາເມລິກາ ຢູ່ທະເລຕາເວັນອອກ. ສ່ວນຝ່າຍ ອາເມລິກາ ພັດຍົກສູງຍຸດທະສາດ ອິນເດຍ - ປາຊີຟີກ ຂອງ ອາເມລິກາ ພ້ອມກັບການສະໜັບສະໜູນຂອງ ອົດສະຕາລີ ແລະ ຍີ່ປຸ່ນ.
ທີ່ກອງປະຊຸມ, ອາເມລິກາ ແລະ ບັນດາປະເທດ ເອີລົບ ໄດ້ສະແດງທັດສະນະທີ່ແຕກຕ່າງກັນກ່ຽວກັບບັນຫານັບແຕ່ບັນຫາຄວາມໝັ້ນຄົງຢູ່ຕາເວັນອອກກາງຕະຫລອດຮອດດ້ານການຄ້າ, ຍິ່ງເຮັດໃຫ້ຄວາມແຕກແຫງຂ້າມມະຫາສະມຸດອັດລັງຕິກໃນສັງກາດຂອງທ່ານປະທານາທິບໍດີ ອາເມລິກາ D. Trumpd ເພີ່ມຂຶ້ນອີກ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນບົດປາໄສ 2 ບົດ ດ້ວຍທັດສະນະກົງກັນຂ້າມຂອງທ່ານຮອງປະທານາທິບໍດີ ອາເມລິກາ Pence ແລະ ທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໃນຫລາຍບັນຫາທົ່ວໂລກຄື: ຂໍ້ຕົກລົງນິວເຄຼຍອີຣານ, ສົງຄາມຢູ່ ຊີຣີ ແລະ ເຢແມນ, ການປະຕິບັດບັນດາຄຳໝັ້ນສັນຍາຫລຸດຜ່ອນກຳລັງອາວຸດ ແລະ ຄວບຄຸມການຊ່ວງເສັງອາວຸດ, ວິກິດການຢູ່ ເວເນຊູເອລາ ຫລື ການພົວພັນລະຫວ່າງ ລັດເຊຍ ກັບ ຝ່າຍຕາເວັນຕົກ ບໍ່ພຽງແຕ່ຍັງບໍ່ທັນສາມາດເປັນປົກກະຕິຄືກ່ອນນີ້ໄດ້ ຫາກຍັງສືບຕໍ່ຖືກແບ່ງແຍກຢ່າງແຮງກວ່າຍ້ອນບັນດາຄວາມບໍ່ລົງລອຍກັນ.
ສະພາບຄວາມໝັ້ນຄົງຂອງໂລກຍັງຂາດສະຖຽນລະພາບຫລາຍຢ່າງ
ກອງປະຊຸມຄວາມໝັ້ນຄົງ Munich ຖືກຈັດຂຶ້ນເປັນຄັ້ງທຳອິດໃນປີ 1963 ດ້ວຍເປົ້າໝາຍເບື້ອງຕົ້ນ ແມ່ນເວທີປາໄສການສົມທົບບັນດານະໂຍບາຍປ້ອງກັນຊາດຂອງບັນດາປະເທດຝ່າຍຕາເວັນຕົກ.
ມາຮອດປະຈຸບັນ , ກອງປະຊຸມປະຈຳປີນີ້ ໄດ້ກາຍເປັນເວທີປາໄສທົ່ວໂລກສຳລັບບັນດາບັນຫາຄວາມໝັ້ນຄົງຂອງໂລກ. ກອງປະຊຸມຄວາມໝັ້ນຄົງ Munich ເຄີຍແມ່ນບ່ອນເຕົ້າໂຮມບັນດາຜູ້ຊ່ຽວຊານໃນຂົງເຂດການພົວພັນສາກົນ, ບັນດາອົງການຄົ້ນຄ້ວາຍຸດທະສາດ ແລະ ບັນດານັກການເມືອງ ເພື່ອປຶກສາຫາລືບັນດາບັນຫາຄວາມໝັ້ນຄົງທົ່ວໂລກ. ເຖິງວ່າ ບໍ່ແມ່ນບ່ອນວາງອອກບັນດານະໂຍບາຍກໍ່ຕາມແຕ່ກອງປະຊຸມນີ້ໄດ້ຮັບຖືວ່າ ແມ່ນບ່ອນສ່ອງແສງໃຫ້ເຫັນຢ່າງຈະແຈ້ງຄວາມເປັນລະບຽບຮຽບຮ້ອຍຂອງໂລກຜ່ານທັດສະນະຂອງບັນດາປະເທດ
ກອງປະຊຸມປີນີ້ ຕາມການຕີລາຄາຂອງບັນດານັກຄົ້ນຄ້າທັດສະນະສາກົນແລ້ວ, ໂລກ ພວມດຳລົງຊີວິດໃນໄລຍະຂາດສະຖຽນລະພາບ, ມີຫລາຍປັດໄຈໃຫມ່ຫາກໍ່ປະກົດອອກ ເຮັດໃຫ້ສະພາບຄວາມໝັ້ນຄົງທົ່ວໂລກຂາດສະຖຽນລະພາບ. ເກີດຄວາມຂັດແຍ້ງຫລາຍຢ່າງຍາກທີ່ຈະຄາດຄະເນໄດ້ໃນການພົວພັນສາກົນ, ຈາກການແກ້ງແຍ່ງລະຫວ່າງບັນດາປະເທດມະຫາອຳນາດ ຕະຫລອດຮອດຄວາມມັກໃຫຍ່ໄຝ່ສູງເຕົ້າໂຮມກຳລັງ ແລະ ສ້າງຄວາມເປັນລະບຽບຮຽບຮ້ອຍໃຫມ່ໃນໂລກ. ຄຽງຄູ່ກັນນັ້ນ ບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າຄື: ການກໍ່ການຮ້າຍ, ສົງຄາມທາງເຄືອຂ່າຍອິນເຕັດແນັດ… ສະນັ້ນ ໃນສະພາວະຍັງຊ້ອນແຝງຄວາມຜັນປ່ຽນຫໃຫຍ່ຫລາຍຢ່າງຄືປະຈຸບັນ ເລື່ອງເຈລະຈາລະຫວ່າງບັນດາປະເທດ ແມ່ນມີຄວາມສຳຄັນທີ່ສຸດ ເພື່ອແນໃສ່ຫລີກລ້ຽງຄວາມສ່ຽງສູ້ຢັນກັນໂດຍກົງ. ແລະ ກອງປະຊຸມນີ້ ມີຫນ້າທີ່ຊຸກຍູ້ວິວັດການແກ້ໄຂບັນດາການປະທະກັນ ດ້ວຍສັນຕິວິທີ ໂດຍອີງໃສ່ການຮ່ວມມື ແລະ ການເຈລະຈາສາກົນ.