ຄວາມໝັ້ນຄົງໃນພາກພື້ນອາຊຽນ ຕ້ອງຕິດພັນກັບສະຖຽນລະພາບຢູ່ທະເລຕາເວັນອອກ

ວັນ​ທີ 24/4, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງ​ອີ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄື ລາວ, ກຳ​ປູ​ເຈຍ ແລະ ບ​ຣູ​ໄນ​ດ້ວຍ​ຄຳ​ຖະ​ແຫຼງ​ວ່າ ​ປັກ​ກິງ​​ໄດ້​ບັນ​ລຸຂໍ້​ຕົກ​ລົງ 4 ຂໍ້​ກັບ 3 ປະ​ເທດ​ດັ່ງ​ກ່າວ​ໃນ​ບັນ​ຫາ​ທະ​ເລຕາ​ເວັນ​ອອກ. ການ​ຢ້ຽມ​ຢາມ​ແມ່ນ​ໄດ້​ດຳ​ເນີນ​ໃນ​ສະ​ພາ​ວະ​ທີ່​ສານ​ກຳ​ມະ​ການ​ຢູ່​ລາ​ໄຮ​ປະ​ເທດ​ໂຮນ​ລ​ັງ​ໃກ້​ຈະ​ປະ​ກາດ​ຄຳ​ຕັດ​ສິນ​ສຸດ​ທ້າຍ​ກ່ຽວ​ກັບ​ເລື່ອງ​ຟີ​ລິບ​ປິນ​ຮ້ອງ​ຟ້ອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ບັນ​ດາ​ຜູ້​ຊ່ຽວ​ຊານ​ໄດ້​ຊີ້​ອອກວ່າ ຈຸດ​ປະ​ສົງ​ຢູ່​ເບື້ອງຫຼັງ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ແມ່ນ​ເພື່ອ​ຊອກ​ຫາ​ວິ​ທີ​ກໍ່​ຄວາມ​ແບ່ງ​ແຍກໂດຍເຈດ​ຕະ​ນາ​ລະ​ຫວ່າງບັນ​ດາ​ປະ​ເທດ​ອາ​ຊຽນໃນ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

ຄວາມໝັ້ນຄົງໃນພາກພື້ນອາຊຽນ ຕ້ອງຕິດພັນກັບສະຖຽນລະພາບຢູ່ທະເລຕາເວັນອອກ - ảnh 1

     ດ້ວຍ​ການ​ອ້າງ​ເຫດ​ຜົນ​ກ່ຽວ​ກັບການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກທີ່​ວ່າ : “ ບໍ່​ແມ່ນ​ບັນ​ຫາ​ລະ​ຫວ່າງ​ຈີນ ແລະ ອາ​ຊຽນ, ບໍ່​ຄວນ​ປະ​ໃຫ້​ມັນ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ​ຈີນ-ອາ​ຊຽນ”, ຂໍ້​ຕົກ​ລົງ 4 ຂໍ້​ ຊຶ່ງ​ປັກ​ກິງໄດ້​ປະ​ກາດນັ້ນ ແມ່ນ​ເພື່ອ​ແນ​ໃສ່​ດຶງ​ດູດ​ການ​ສະ​ໜັບ​ສະ​ໜູນ​ທາງ​ການ​ທູດ​ກ່ອນ​ທີ່​ສານ​ກຳ​ມະ​ການ​ຢູ່​ລາ​ໄຮ​ຍົກ​ອອກ​ຄຳ​ຕັດ​ສິນ​ກ່ຽວ​ກັບ​ກໍ​ລະ​ນີ​ຟີ​ລິບ​ປີນ​ຮ້ອງ​ຟ້ອງ​ເລື່ອງ​ຈີນ​ອ້າງ​ເອົາ​ສິດ​ອະ​ທິ​ປະ​ໄຕ “ ເສັ້ນລີ້ນ​ງົວ 9 ຕອນ” ໂດຍ​ຈີນ​ໄດ້​ກຳ​ນົດ​ພຽງ​ລຳ​ພັງ​ຝ່າຍ​ດຽວຢູ່​ທະ​ເລ​ຕາ​ເວັນ​ອອກ.

      ປັກ​ກິງ​ຊອກ​ຫາ​ພັນ​ທະ​ມິດ​ໃນ​ອາ​ຊຽນ

    ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ 3 ປະ​ເທດ, ເມື່ອຖະ​ແຫຼງ​​ໃນ​ການ​ປະ​ຊຸມ​ຂ່າວ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງ​ອີ ໄດ້​ເນັ້ນ​ໜັກ​ວ່າ ຈີນ ແລະ ທັງ 3 ປະ​ເທດ​ອາ​ຊຽນ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ວ່າ ການ​ຂັດ​ແຍ້ງ​ກັນ​ຢູ່​ເກາະ, ຫາດດອນ​ຫີນ, ເກາະ​ນ້ຳ​ຖ້ວມ​ຢູ່​ທະ​ເລ​ຕາ​ເວັນ​ອອກຈະ “ບໍ່​ແມ່ນ​ບັນ​ຫາ​ລະ​ຫວ່າງ​ຈີນ ແລະ ບັນ​ດາປະ​ເທດທັງ​ໝົດ​ໃນອາ​ຊຽນ ”. ຈີນ, ລາ​ວ, ກຳ​ປູ​ເຈຍ ແລະ ບ​ຣູ​ໄນ ກໍ​ຢືນ​ຢັນ​ວ່າ ແຕ່​ລະ​ປະ​ເທດ​ລ້ວນ​ແຕ່​ມີສິດ​ເລືອກ​ເອ​ົາວິ​ທີແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຕາມ​ກົດ​ໝາຍ​ສາ​ກົນ ແລະ ບັນ​ດາ​ປະ​ເທດ​ອື່ນ​ກໍ​ຕ້ອງ​ເຄົາ​ລົບ​ສິດນີ້.

     ການ​ຢ້ຽມ​ຢາມລາ​ວ, ກຳ​ປູ​ເຈຍ ແລະ ບ​ຣູ​ໄນຂອງທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງ​ອີຖືກ​ດຳ​ເນີນ​ໃນ​ສະ​ພາ​ວະ​ທີ່​ຄຳ​ຕັດ​ສິນ​ຂອງ​ສານ​ກຳ​ມະ​ການ​ສາ​ກົນ PCA ໃນ​ກໍ​ລະ​ນີ​ຟີ​ລິບ​ປີນ​ຮ້ອງ​ຟ້ອງ​ຈີນ ຄາດວ​່າ​ຈະ​ປະ​ກາດ​ໃນ​ທ້າຍ​ເດືອນ 5 ແລະ ຕົ້ນ​ເດືອນ 6  ແລະ ເບິ່ງ​ຄື​ວ່າ​ມັນ​ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຟີ​ລິບ​ປີນ. ກ່ອນ​ໜ້ານັ້ນ, ຈີນ​ໄດ້​ຖະ​ແຫຼງປະ​ຕິ​ເສດ​ສິດ​ອຳ​ນາດ​ຂອງ​ສານ​ກຳ​ມະ​ການ ແລະ ເດັດ​ດ່ຽວຍອມ​ຮັບ​ຕໍ່​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ແບບ 2 ຝ່າຍ ແລະ ຊອກ​ຫາ​ບັນ​ດາ​ພັນ​ທະ​ມິດເພື່ອ​ພ້ອມ​ກັນ​ຄັດ​ຄ້ານ​ຄຳ​ຕັດ​ສິນ​ຂອງ​ສານ. ເພາະ​ສະ​ນັ້ນ, ການ​ຢ້ຽມ​ຢາມ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຂອງທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງ​ອີ ໃນ​ຄັ້ງ​ນີ້ ແມ່ນບໍ່​ນອນນອກ​ເໜືອ​ຈາກ​ຈຸດ​ປະ​ສົງ​ແກ່​ດຶງ​ເອົາ​ການ​ສະ​ໜັບ​ສະ​ໜູນ​ຂອງ​ 3 ປະ​ເທດ​ສະ​ມາ​ຊິກດັ່ງ​ກ່າວ​ຂອງອາ​ຊຽນໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ມີ​ອີກ​ສິ່ງ​ໜຶ່ງ​ທີ່ເປັນ​ໜ້າ​ສົນ​ໃຈ ນັ້ນ​ແມ່ນ​ໃນ​ບັນ​ດາ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ AMM ຊຶ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ລະ​ດູ​ຮ້ອນ​ປີນີ້, ທັງລາ​ວ, ກຳ​ປູ​ເຈຍ ແລະ ບ​ຣູ​ໄນ ຕ່າງ​ກໍ​ມີ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄົນ​ໃໝ່​ເຂົ້າ​ຮ່ວມ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ປະ​ເທດ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ AMM ໃນ​ປີນີ້​ຈະ​ແມ່​ນ​ປະ​ເທດລາວ, ຊຶ່ງ​ແມ່ນ​ປະ​ເທດບໍ່​ກ່ຽວ​ຂ້ອງ​ເຖິງ​ການ​ຂັດ​ແຍ້ງອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ກົງ. ດັ່ງ​ນັ້ນ ບໍ່​ແມ່ນ​ເລື່ອງ​ທຳ​ມະ​ຊາດ​ຂະ​ນະ​ທີ່​ຈີນ​ແຕ່ງ​ຕັ້ງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄປ​ຢ້ຽມ​ຢາມ​ປະ​ເທດ​ເຫຼົ່າ​ນັ້ນ ກ່ອນ​ທີ່​ດຳ​ເນີນ​ກອງ​ປະ​ຊຸມ AMM. ຜ່ານ​ຄຳຖະ​ແຫຼງດັ່ງ​ກ່າວ ກໍ​ຄືການ​ຢ້ຽມ​ຢາມ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຂອງທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງ​ອີ ນັ້ນ, ບັນ​ດາ​ຜູ້​ຊ່ຽວ​ຊານ​ຖື​ວ່າ ຈີນ​ພວມ​ຍູ້​ແຮງ​ບັນ​ດາ​ການ​ກະ​ທຳ​ກໍ່​ຄວາມ​ແບ່ງ​ແຍກ,  ສະ​ກັດ​ກັ້ນ ແລະ ບໍ່​ປະ​ໃຫ້​ອາ​ຊຽນ​ມີ​ສຽງ​ເວົ້າ​ລວມ​ໃນບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.

     ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ​ອາ​ຊຽນ​ສາ​ມັກ​ຄີ​ກັນ​ເປັນ​ປຶກ​ແຜ່ນ

    ນັກ​ການ​ທູດ​ທ່ານ​ໜຶ່ງ​ໃນ​ອາ​ຊຽນ​ແບ່ງ​ປັນ​ວ່າ : ຈີນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ທີ່​ສຸດ​ເມື່ອ​ອາ​ຊຽນ​ຈະ​ອອກ​ແຈ້ງ​ການ​ຮ່ວມ​ພາຍຫຼັງ​ທີ່​ສານ​ກຳ​ມະ​ການ​ອອກ​ຄຳ​ຕັດ​ສິນ​ສຸດ​ທ້າຍ. ເພາະ​ສະ​ນັ້ນ, ການ​ຢ້ຽມ​ຢາມ​ຂອງທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງ​ອີ​ຄັ້ງ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ຊອກ​ຫາ​ວິ​ທີ​ແກ່​ດຶງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ຕາມ​ບັນ​ດາ​ຜູ້​ຊ່ຽວ​ຊານ​ແລ້ວ, ນີ້​ແມ່ນ​ການ​ກະ​ທຳ​ເປີດ​ເຜີຍ​ທີ່​ສຸດ​ຂອງ​ປັກ​ກິງ​ສຳ​ລັບ​ອາ​ຊຽນ​ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ ໃນ​ການ​ກະ​ກຽ​ມ​ໃຫ້​ແກ່​ຄຳ​ຕັດ​ສິນ​ຂອ​ງສານ​ສາ​ກົນໃນ​ເວ​ລາ​ໃກ້​ຈະ​ມາ​ເຖິງນີ້ກ່ຽວ​ກັບ​ກໍ​ລະ​ນີ​ຮ້ອງ​ຟ້ອງ​ຂອງ​ຟີ​ລິບ​ປີນ . ຈີນ​ພວມ​ດຳ​ເນີນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ​ແບບບໍ່​ເປີດ​ເຜີຍ​ກັບ​ບາງ​ລັດ​ຖະ​ບານ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເພື່ອ​ເກ້ັຍ​ກ່ອມເຂົາ​ເຈົ້າຈົ່ງ​ມີ​ປະ​ຕິ​ກິ​ລ​ີ​ຍາ​ທີ່ບໍ່​ນຳ​ຜົນ​ປະ​ໂຫຍດ​ມາ​ສູ່​ປະ​ເທດ​ສະ​ມາ​ຊິກ​ອື່ນ​ໃນ​ອາ​ຊຽນ.

     ແຕ່​ມາ​ຮອດ​ປະ​ຈຸ​ບັນ, ນອກ​ຈາກ​ຈີນ, 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄື ລາ​ວ, ກຳ​ປູ​ເຈຍ ແລະ ບ​ຣູ​ໄນ ແມ່ນ​ຍັງ​ບໍ່​ທັນ​ຍົກ​ອອກ​ຖະ​ແຫຼງ​ການ​ໃດໆ​ຢ່າງ​ເປັນ​ທາງ​ການ​ທີ່​ກ່ຽວ​ຂ້ອງ​ເຖິງຂໍ້​ຕົກ​ລົງ 4 ຂໍ້​​ດັ່ງ​ກ່າວ. ໃນ​ຂະ​ນະ​ນັ້ນ, ກ່າວ​ຄຳ​ເຫັນ​ເມື່ອ​ວັນ​ທີ 25/4 ຢູ່​ອີນ​ໂດ​ເນ​ເຊຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ເລ​ເລືອງ​ມິນ ຢືນ​ຢັນຫຼັກ​ໝັ້ນ​ຂອງ​ອາ​ຊຽນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກແມ່ນ​ຈະ​ແຈ້ງ​ທີ່​ສຸດ. ຫຼັກ​ໝັ້ນ 6 ຂໍ້​ຂອງ​ອາ​ຊຽນ​ແມ່ນ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ເຄົາ​ລົບ ແລະ ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຫຼັກ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ຫຼັກ​ການ​ລະ​ງັບ​ໃຈ, ບໍ່​ຄວນ​ມີ​ບັນ​ດາ​ການ​ກະ​ທຳ​ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບ​ຕົວ​ຈິງ​ຢູ່ທະ​ເລ​ຕາ​ເວັນ​ອອກ ແລະ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ DOC ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ ພ້ອມ​ກັນ​ນັ້ນ​ກໍ​ຍູ້​ແຮງ​ການ​ເຈ​ລະ​ຈາ​ເພື່ອ​ລົງ​ນາມ​ໃນ COC ໂດຍ​ໄວ. ເມື່ອບໍ່​ດົນ​ມານີ້, ສື່ມວນ​ຊົນ​ຂອງ​ໄທກໍ​ໄດ້​ລົງ​ພິມ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ : “ ອາ​ຊຽນ​ຄວນ​ສະ​ກັດ​ກັ້ນ​ຈີນ ” ຊຶ່ງ​ໄດ້​ເນັ້ນ​ໜັກ​ວ່າ ບັນ​ດາ​ການ​ກະ​ທຳ​ຂອງ​ຈີນ​​ຢູ່​ທະ​ເລ​ຕາ​ເວັນ​ອອກເປັນ​ໄພ​ນາບ​ຂູ່​ຕໍ່​ທຸກໆ​ປະ​ເທດ​ໃນ​ພາກ​ພື້ນ. ເພາະ​ສະ​ນັ້ນ, ບັນ​ດາ​ປະ​ເທດ​ອາ​ຊຽນ​ຄວນ​ສາ​ມັກ​ຄີ​ກັນ​ເພື່ອ​ຮັບ​ມື​ຢ່າງ​ແຂງ​ແຮງ ແລະ ມີ​ພິກ​ໄຫວ​ຕໍ່​ໜ້າ​ການ​ກະ​ທຳ​ເຫຼົ່າ​ນີ້.

    ອາ​ຊ​ຽນ​ທີ່ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ ແມ່ນບໍ່​ອາດ​ຂາດ​ສະ​ຖຽນ​ລະ​ພາບ​​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໄດ້. ການ​ສ້າງ​ສຽງ​ເວົ້າ​ລວມ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ຂອງ​ອາ​ຊຽນ​ຕໍ່​ໜ​້າ​ບັນ​ຫາ​ທີ່​ສັບ​ສົນ​ນີ້, ແນ່ນອນ​ວ່າ ບໍ່​ນອນນອກ​ເໜືອ​ຈາກ​ເນື້ອ​ໃນ​ຂອງ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ອາ​ຊຽນ, ໃນ​ສະ​ເພາະ​ໜ​້າ​ແມ່ນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 49 ຊຶ່ງ​ຈະ​ໄຂ​ຂຶ້ນ​ໃນ​ເດືອນ 7 ທີ່​ຈະ​ມາ​ເຖິງ​ຢູ່​ລາວ. ນີ້​ຈະ​ແມ່ນ​ການ​ທົດ​ສອບ​ກຽ່ວກັບ​ຄວາມ​ສາ​ມັກ​ຄີ​ຂອງ​ອາ​ຊຽນ​ໃນ​ສະ​ພາ​ວະ​ທີ່​ປະ​ຊາ​ຄົມ​ລວມ​ຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ