ຄວາມໝາຍເບື້ອງຫລັງການຈັບມືຄັ້ງປະຫວັດສາດລະຫວ່າງອາເມລິກາ ແລະ ກູບາ

ຄວາມໝາຍເບື້ອງຫລັງການຈັບມືຄັ້ງປະຫວັດສາດລະຫວ່າງອາເມລິກາ  ແລະ ກູບາ - ảnh 1
ປະທານາ​ທິບໍດີອາ​ເມ​ລິ​ກາ Barak Obama ໄດ້ຈັບມືທ່ານ​ປະທານກູບາ Raul Castro ທີ່​ພິທີ​​ໄຫວ້ອາ​ໄລ​ ທ່ານNelson Mandela ຢູ່ ອາ​ຟະ​ລິ​ກາ​ໃຕ້
(ພາບ : reuters)

  ປະທານາ​ທິບໍດີອາ​ເມ​ລິ​ກາ Barak Obama ຫາ​ກໍ​ມີ​ກິ​ລີ​ຍາ​ທີ່​ບໍ່​ເຄີຍ​ມີ​ມາ ຊຶ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈເປັນ ພິເສດຈາກປະຊາຄົມໂລກ, ນັ້ນແມ່ນ​ການ​ຈັບ​ມື​ກັບ​ຜູ້ນຳ​ກູ​ບາ ທ່ານ​ປະທານ Raul Castro ທີ່​ພິທີ​​ໄຫວ້ອາ​ໄລ​ອະດີດ​ປະທານາທິບໍດີ Nelson Mandela ຢູ່​ອາ​ຟະ​ລິ​ກາ​ໃຕ້. ​ເຖິງ​ວ່າ​ພຽງ​ແຕ່​ມີ​ລັກສະນະ​ເປ​ັນສັນຍາ​ລັກ​ກໍ​ຕາມ, ​ແຕ່​ການ​ຈັບ​ມື​ທີ່​ອົບ​ອຸ່ນ​ນີ້ ​ມີ​ຄວາມ​ໝາຍປະຫວັດສາດ, ບົ່ງ​ບອກ​ເຖິງ​ສັນຍາ​ນທີ່​ດີ​ໃນ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ເປັນ​ປໍ​ລະ​ປັກ​ກັນມາ​ເປັນ​ເວລາ​ກ່ວາ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ.

    ວັນ​ທີ 10/12, ທີ່​ພິທີ​​ໄຫວ້ອາ​ໄລຢ່າງ​ເຄັ່ງຂຶມ, ຕໍ່ໜ້າປະມຸກ​ລັດ​ເກືອບ 100 ທ່ານ, ​ເມື່ອ​ຂຶ້ນ​ກ່າວ​ຄຳ​ປາ​ໄສ​ຍ້ອງຍໍ​ສັນລະ​ເສີນ​ພາລະກິດ ​ແລະ ມໍລະດົກ​ຂອງ ອະດີດ​ປະທານາທິບໍດີ ອາ​ຟະ​ລິ​ກາ​ໃຕ້ Nelson Mandela, ບັງ​ເອີນ ປະທານາ​ທິບໍດີອາ​ເມ​ລິ​ກາ Barak Obama ​ໄດ້​ຢຸດ​ເພື່ອ​ຈັບ​ມື ທ່ານ​ປະທານກູ​ບາ Raul Castro. ​ເພື່ອ​ເປັນ​ການ​ຕອບ​ຄືນ, ທ່ານ​ປະທານ Raul Castro ກໍ​ຍິ້ມ​ຫົວ ​ແລະ ຈັບ​ມືປະທານາ​ທິບໍດີອາ​ເມ​ລິ​ກາ Barak Obama. ກິ​ລີ​ຍາ​ດັ່ງກ່າວ​ຂອງ​ການ​ນຳ 2 ປະ​ເທດ​ທີ່​ເຄີຍ​ເປັນ​ປໍ​ລະ​ປັກ​ກັນ ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ສາກົນ​ມີ​ຄວາມ​ຕົກສະ​ເງີ້​ທີ່ສຸູດ. ນີ້​ແມ່ນ ການ​ຈັບ​ມື​ປະຫວັດສາດ​ຄັ້ງ​ທີ່ 2 ລະຫວ່າງ​ການ​ນຳ 2 ປະ​ເທດ ນັບ​ຕັ້ງ​ແຕ່​ການ​ປະຕິວັດ​ກູ​ບາ​ໄດ້​ດຳ​ເນີນ​ໃນ​ປີ 1960.

    ສັນຍານ​ທີ່​ດີ​ຕໍ່​ການ​ພົວພັນ

     ບັນດາ​ຄຳ​ຖະ​ແຫຼ​ງ​ເປັນ​ປໍ​ລະ​ປັກ​ ​ແມ່ນ​ສິ່ງ​ທີ່​ລຶ້ງ​ເຄີຍ​ຂອງ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຊຶ່ງຕັ້ງ​ຢູ່​ຫ່າງ​ຈາກ​ກັນທາງ​ທະ​ເລ​ພຽງ 140 ກິ​ໂລ​ແມດ. ນັບ​ຕັ້ງ​ແຕ່​ປີ 1961, ອາ​ເມ​ລິ​ກາ​ໄດ້​ຈັດ​ວາງ​ບັນດາ​ນະ​ໂຍບາຍ​ປິດ​ລ້ອມ​ຂວ້ຳ​ບາດ​ຢ່າງ​ເຄັ່ງ​ຄັດ​ທີ່​ມີ​ຕໍ່​ກູ​ບາ. ຕາມ​ການ​ປະ​ເມີນ​ແລ້ວ, ​ນະ​ໂຍບາຍ​ປິດ​ລ້ອມ​ຂວ້ຳ​ບາດ​ໄດ້​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ຂອງ ລາ​ຮາ​ວານ ​ເສຍ​ຫາຍ​ເປັນ​ຈຳນວນ​ເງິນກ່ວາ 1.100 ຕື້ USD. ​ການ​ປິດ​ລ້ອມ​ຂວ້ຳ​ບາດຍັງ​ເຮັດ​ໃຫ້​ຊາວ​ກູ​ບາ, ພິ​ເສດ​ແມ່ນ​ເດັກນ້ອຍ ບໍ່​ມີ​ເງື່ອນ​ໄຂ​ໄດ້​ຊົ​ມ​ໃຊ້​ບັນດາ​ການ​ບໍລິການ​ດ້ານ​ການ​ແພດ​ເພື່ອ​ປິ່ນປົວ​ພະຍາດ.

    ​ແຕ່​ໃນ​​ໄລຍະ​ມໍ່ໆ​ມາ​ນີ້, ກໍ​ສາມາດ​ສັງ​ເກດ​ເຫັນ​ໄດ້ຢ່າງ​ງ່າຍດາຍ​ວ່າ ທັງ 2 ຝ່າຍ​ພວມ​ສະ​ແດງ​ທ່າ​ທີຫຍັບ​ມໍ່​ເຂົ້າກັນ​ແບບ​ບໍ່​ເປີດ​ເຜີຍ. ປະກົດ​ການ​ລະອຽດ​ທີ່​ສຸດ ​ແມ່ນ​ວິທີ​ການ​ປະ​ພຶດທີ່ຄ່ອງ​ແຄ້ວ ​ແລະ ລະມ​ັດລະວັງ​ຕໍ່ໜ້າ​ຄວາມ​ສັບສົນ​ຂອງ​ຄູ່​ແຂ່ງ. ​ໃນ​ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ​ທາງ​ການ​ທູດ​ໄດ້​ລະ​ເບີດ​ຂຶ້ນລະຫວ່າງ​ອາ​ເມ​ລິ​ກາ ​ແລະ ບາງ​ປະ​ເທດ​ອື່ນ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ໃຫ້​ລີ້​ໄພ​ແກ່ Edward Snowden, ຜູ້​ໄດ້​ເປີດ​ເຜີຍ​ບັນດາ​ຂໍ້​ມູນ​ຂ່າວສານ​ລັບ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ນັ້ນ, ກູ​ບາ​ໄດ້​ປະຕິ​ເສດ​, ບໍ່​ອະນຸຍາດ​ໃຫ້​ບຸກຄົນ​ນີ້​ເຂົ້າ​ໄປ​ລີ້​ໄພ​ຢູ່​ກູ​ບາ. ຕໍ່​ຈາກ​ນັ້ນ, ອາ​ເມ​ລິ​ກາ ​ແລະ ກູ​ບາ ກໍ​ໄດ້​ເລືອກ​ເອົາມາດ​ຕະການ​ມິດ​ງຽບ​ເພື່ອ​ແກ້​ໄຂ​ກໍລະນີ​ກຳ​ປັ່ນ​ບັນທຸກ​ອາວຸດ​ຂອງ ສ.ປ.ປ.​ເກົາຫຼີ ​ແລ່່ນຜ່ານ Panama ຊຶ່ງ​ໄດ້​ລະ​ເມີດ​ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ. ສິ່ງນີ້​ແມ່ນ​ກົງກັນຂ້າມ​ກັບ​ອະດີດຕະການ​ເມື​ອ່​ເກີດ​ມີ​ກໍລະນີ​ຄ້າຍຄື​ກັນ.

    ບັນດາ​ບາດກ້າວ​ເດີນ​ທຳ​ອິດ :  ຈາກ​ຄູ່ຕໍ່ສູ້​ຫັນ​ມາ​ເປັນ​ຄູ່​ຮ່ວມ​ມື

  ທີ່​ຈິງ​ແລ້ວ, ນັບ​ຕັ້ງ​ແຕ່​ເວລາ​ຂຶ້ນ​ກຳ​ອຳນາດ, ປະທານາ​ທິບໍດີອາ​ເມ​ລິ​ກາ Barak Obama ​ໄດ້​ໝັ້ນ​ໝາຍ​ສົນທະນາ​ກັບ​ທຸກໆ​ປະ​ເທດ​ທີ່​ເປັນ​ຄູ່​ຕໍ່ສູ້. ປະທານາ​ທິບໍດີອາ​ເມ​ລິ​ກາ Barak Obama ​ໄດ້​ມີ​ການ​ປັບ​ປຸ່ງ​ຫຼາຍ​ຢ່າງ​ເພື່ອ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ກັບ​ລາ​ຮາ​ວານ ຜ່ອນ​ຄາ​ຍລົງຄື : ຍົກ​ເລີກ​ການ​ຈຳກັດ​ຈຳນວນ​ເງິນ​ຝາກ ​ແລະ ຈຳນວນ​ການ​ເດີ​ນທາງ​ກັບ​ຄືນ​ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຊາວ​ກູ​ບາ​ຕ່າງດ້າວ, ອະນຸຍາດ​ໃຫ້​ເຊື່ອມ​ຕໍ່​ການ​ເຈລະຈາ​ກ່ຽວ​ກັບ​ການ​ບໍລິການ​ໄປສະນີ ​ແລະ ອົບ​ພະຍົບ. ຕົ້ນ​ປີ​ນີ້,ອາ​ເມ​ລິ​ກາ​ໄດ້​ອະນຸຍາດ​ໃຫ້​ນັກ​ສືບ​ລາຊະການ​ລັບ​ຂອງ ກູ​ບາ ຖືກ ຕັດສິນ​ລົງ​ໂທດ ​ໄດ້​ກັບ​ຄື​ນປະ​ເທດ. ອາ​ເມ​ລິ​ກາ​ກໍ​ໄດ້​ຊົມ​ເຊີຍ​ບົດບາດ​ຂອງ​ກູ​ບາ​ໃນ​ການຈັດ​ຕັ້ງ​ການ​ເຈລະຈາ​ລະຫວ່າງກຳລັງ​ປະກອບ​ອາວຸດ​ປະຕິວັດ ​ໂກ​ລົມ​ໂບ ກັບ​ອຳນາດ​ການ​ປົກຄອງ ​ໂກ​ລົມ​ໂບ. ຍ້ອນ​ເຫດ​ນີ້​ເອງ, ​ໄດ້​ພາ​ໃຫ້​ມີ​ຂ່່າວລື​ທີ່​ວ່າ ວໍ​ຊິງ​ຕັນ ອາດ​ຈະ​ລົບ​ຊື ກູ​ບາ​ອອກ​ຈາກ​ບັນຊີ​ລາ​ຊື່​ບັນດາ​ປະ​ເທດ​ຊ່ວຍ​ເຫຼືອ​ແກ່​ພວກ​ກໍ່​ການ​ຮ້າຍ. ​ແລະ ​ໃນ​ມໍ່​ໆ​ມານີ້ ຄື​ໃນ​ເດ​ືອນ 10/2013, ພາຍຫຼັງ​ທີ່​ມີ 188/193 ປະ​ເທດ​ສະມາ​ຊິກ ສ.ປ.ຊ ​ໄດ້​ປ່ອນ​ບັດ​ຮັບຮອງ​ເອົາ​ມະຕິ​ກ່າວ​ປະນາມ​ຄຳ​ສັ່ງ​​ປິດ​ລ້ອມ​ຂວ້ຳ​ບາດໂດຍອາເມລິກາໄດ້ຈັດວາງຕ້ານ ກູບາ ໃນຕະຫຼອດກ່ວາ 5 ທົດສະວັດທີ່ຜ່ານມາ, ປະທານາ​ທິບໍດີອາ​ເມ​ລິ​ກາ Barak Obama ກໍໄດ້ຖະແຫຼງວ່າ ອາເມລິກາຈະປ່ຽນແປງ ນະໂຍບາຍທີ່ມີຕໍ່ ກູບາ.

     ນັບຕັ້ງແຕ່ຂຶ້ນກຳອຳນາດ ແທນໃຫ້ອ້າຍຄີງຂອງຕົນແມ່ນ ປະທານ Fidel Csstro ​ເມື່ອ​ປີ 2008 ​ເປັນ​ມາ, ທ່ານ​ປະທານກູ​ບາ Raul Castro ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ຫຼວງ​ຫຼາຍ​ດ້ວຍ ຂີດ​ໝາຍ​ແມ່ນ​ການ​ນຳ​ປະຕິ​ຮູບ. ວິວັດທະນາ​ການ​ປະຕິ​ຮູບ​ໄດ້​ຮັບ​ການ​ຊຸກຍູ້​ໃຫ້​ແຂງ​ແຮງ​ຈາກທ່ານ​ປະທານ Raul Castro ​ໃນ​ຊຸມ​ປີ​ມໍ່ໆມາ​ນີ້. ກິດຈະການ​ປະຕິ​ຮູບ​ເສດຖະກິດ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຈະ​ບໍ່​ພຽງ​ແຕ່​ສ້າງ​ພະລັງ​ຊີ​ວິດ​ໃໝ່, ນຳ​ແງ່​ຫວັງທີ່​ດີ​ມາສູ່​ພື້ນຖານ​ເສດຖະກິດ​ກູ​ບາ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ກາລະ​ໂອກາດ​ໃໝ່​ໃນ​ການພົວພັນ​ດ້ານ​ເສດຖະກິດ​ກັບ​ສາກົນ​ອີ​ກ ດ້ວຍ.

    ​ແຕ່​ປະຈຸ​ບັນ, ຍັງ​ບໍ່​ທັນສາມາດ​ສະຫຼຸບວ່າ ​ກິ​ລີ​ຍາ​ທີ່​ສະໜິດສະໜົມ​ລະຫວ່າ​ງປະທານາ​ທິບໍດີອາ​ເມ​ລິ​ກາ Barak Obama ​ແລະ ທ່ານ​ປະທານກູ​ບາ Raul Castro ຈະ​ເຮັດ​ໃຫ້​ຄວາມ​ເປັນ​ປໍ​ລະ​ປັກ​​ໃນ​ການ​ພົວພັນລະຫວ່າງອາ​ເມ​ລິ​ກາ ​ແລະ ກູ​ບາ​ຜ່ອນຄາຍ​ລົງ​ຫຼື​ບໍ່?. ​ແຕ່​ໃນ​ສະພາບ​ການປຸຈຸ​ບັນ, ຂະນະ​ທີ່ປະທານາ​ທິບໍດີອາ​ເມ​ລິ​ກາ Barak Obama ​ເອງ ກໍ​ພວມ​ຖືກ​ຮັບ​ກຳລັງ​ດັນ​ ​ ​ແລະ ການ​ຕຳ​ໜິຕິຕຽນຫຼາຍ​ຢ່າງ ​ເມື່ອ​ຊອກ​ຫາ​ບາດກ້າວ​ບຸກທະລຸ​ໃນ​ການ​ພົວພັນ​ກັບ ອີຣານນັ້ນ, ນະ​ໂຍບາຍ​ປົວ​ແປງ​ການ​ພົວພັນ​ກັບ ກູ​ບາ ອາດ​ຈະ​ຖືກ​ຢຸດ​ຢູ່​ໃນ​ບັນດາ​ບາດກ້າວ​ເດີນ​ທຳ​ອິດ​ຄື​ໃນ​ປະຈຸ​ບັນ ​ແລະ ປະທານາ​ທິບໍດີອາ​ເມ​ລິ​ກາ Barak Obama ອາດ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ຄັດຄ້ານ​ຈາກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຊຶ່ງ​ແມ່ນ​ບ່ອນ​ທີ່​ບັນດາ​ສະມາຊິກ​ສະພາ​ສູງ ສັງກັດ​ພັກ​ປະຊາທິປະ​ໄຕ ​ເດັດ​ດຽວ​ຮັກສາ​ທັດສະນະ​ໂດຍ​ຖື​ວ່າ ອາ​ເມ​ລິ​ກາ​ຄວນ​ສ້າງ​ການ​ພົວພັນ​ໂດຍ​ຈຳກັດ​ກັບ​ກູ​ບາ. ​ແຜນການ​ທີ່​ເປັນຂີດ​ໝາຍ​ສະ​ເພາະ​ໃນ​ອາຍຸ​ການ​ຂອງ​ຕົນ ​ແມ່ນ ຈາກ​ຄູ່ຕໍ່ສູ້​ຫັນ​ມາ​ເປັນ​ຄູ່​ຮ່ວມ​ມືຂອງ ປະທານາ​ທິບໍດີອາ​ເມ​ລິ​ກາ Barak Obama ອາດ​ຈະ​​ບໍ່​ປະສົບ​ຜົນສຳ​ເລັດ .

ຕອບກັບ

ຂ່າວ/ບົດ​ອື່ນ