ຄູ່ຮ່ວມມືບຸລິມະສິດຢູ່ ອາຊີ

ຄູ່ຮ່ວມມືບຸລິມະສິດຢູ່ ອາຊີ - ảnh 1

ນະຄອນໂຮ່ຈິມີນ

ຕາມ​ໝາກຜົນ​ແຫ່ງການ​ສຳ​ຫລວດ​ຄົ້ນ​ຄ້ວາ​ຫວ່າງ​ມໍ່ໆ​ມາ​ນີ້ ຂອງ​ບັນດາ​ອົງການ​ຄົ້ນ​ຄວ້າ​ການ​ເງິນ​ເສດຖະກິດ​ສາກົນແລ້ວ, ໃນ​ປີ 2012, ພາກ​ພື້ນ​ອາ​ຊຽນ​ ຈະ​ສືບ​ຄໍ່​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ພາກ​ພື້ນທີ່​ມີລະດັບຟືນ​ຟູທາງ​ດ້ານເສດຖະກິດ​ຢ່າງ​ວ່ອງ​ໄວ​​ພາຍຫລັງ​ວິ​ກິດ​ການ. ຄາດ​ວ່າ 6 ປະ​ເທດ​ຂຶ້ນ​ກັບ​ອາ​ຊຽນ ຊຶ່ງ​ລວມມີ: ຫວຽດນາມ,​ ອິນ​ໂດ​ເນ​ເຊຍ,​ ມາ​ເລ​ເຊ​ຍ, ​ໄທ,​ ສິງ​ກະ​ໂປ ​ແລະ ຟິລິບ​ປີນ ຈະມີ​ລະດັບ​ການ​ຈະ​ເລີນ​ເຕີບ​ໂຕ​ປະມານ 6% ​ໃນ​ຮອບ​ເວລາ 5 ປີ ຈະ​ມາ​ເຖິງ. ​ໂດຍ​ແມ່ນປະ​ເທດ​ຕັ້ງ​ຢູ່​​ໃນ​ພາກ​ພື້ນ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄ່ືອນ, ຫວຽດນາມ​ຖືກກຳນົດ​ວ່າ​ແມ່ນ​ຄູ່​ຮ່ວມ​ມື​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫລາຍ​ປະ​ເທດ​ໃນປີ 2012.

        ຫວ່າງ​ແລ້ວ​ນີ້ ບໍລິສັດ​ທີ່​ປຶກສາ​ສາກົນ A.T Keaarney ​ໄດ້​ປະກາດ​ບົດ​ລາຍ​ງານ“ດັດ​ຊະນີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ​ໃນທົ່ວ​ໂລກ​ປີ 2011” ​ໂດຍຊີ້​ໃຫ້​ເຫັນ​ວ່າ ບັນດາ​ປະ​ເທດ​ອາຊີ, ​ໃນ​ນັ້ນ ມີ​ພາກ​ພື້ນ ອາ​ຊຽນ ​ແມ່ນ​ຕະຫຼາດລົງທຶນ​ທີ່ດູດ​ດື່ມ​ໃນ​ປີ.

        ​ເຖິງ​ວ່າ ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ຍັງ​ຊັກ​ຊ້າ​ຢູ່ກໍ່ຕາມ, ​ແຕ່​ຫວຽດນາມ ຍັງ​ຄົງ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ບັນດາ​ນັກ​ລົງທຶນ​ວ່າ​ແມ່ນ​ປະ​ເທດ​ທີ່ມີ​ສະພາບ​​ແວດ​ລ້ອມ​ແຫ່ງການ​ລົງທຶນ​ສະດວກ​ພໍ​ສົມຄວນ ຍ້ອນ​​ມີສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ​ແຫ​ລ່ງ ຊັບພະຍາກອນ​ມະນຸດຫນຸ່ມ, ລາຍ​ຈ່າຍ​ຕ່ຳ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດທີ່​ດີ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ. ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ (JETRO) ​ແລ້ວ, ຈຳນວນ​ໂຄງການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຍີ່​ປຸ່ນ​ເຂົ້າ​ຫວຽດນາມ​ໃນ​ປີ 2011 ​ໄດ້​ເພີ່ມ​ຂຶ້ນ 82% ​ເມື່ອ​ທຽບ​ໃສ່​ປີ 2010 ​ແລະ ຄາດ​ວ່າ ​ໃນ​ປີ​ນີ້ ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ​ຍັງ​ຄົງ​ແມ່ນ​ນັກນັກທຸລະ​ກິດ​ທີ່​ລົງທຶນ​​ຫຼາຍ​ຢູ່​ຫວຽດນາມ ​ແລະ ​ສຸ​ມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຜະລິດ, ປະດິດ​ສ້າງ, ການ​ບໍ​ລິ​ການ..​ທ່ານ Motonori Tsuno ຫົວຫນ້າ​ຫ້ອງການ​ຜູ້ຕາງຫນ້າ​ການ​ຮ່ວມ​ມື​ສາກົນ​ຍ່ີີປຸ່ນປະຈຳ​ຫວຽດນາມ​ໄດ້​ຢືນຢັນ​ວ່າ:

        “​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ​້ ຫວຽດນາມ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ຍີ່ປຸ່ນ ​ແລະ ສາຍ​ພົວພັນ​ນີ້​ໄດ້​ຮັບ​ຮູ້​ວ່າ​ແມ່ນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ການ​ພັດທະນາ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ກໍ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ຍີ່​ປຸ່ນ ​ແລະ ຄວາມ​ສະຖຽນລະ​ພາບ​ຂອງ​ພາກພື້ນ, ​ໃນ​ນັ້ນ​ການ​ພັດທະນາ​ຂອງ​ຫວຽດນາມ​ແມ່ນ​ສຳຄັນ​ທີ່​ສຸດ.”

        ​ໂດຍ​ແມ່ນ​ຫນຶ່ງ​ໃນ 4 ພື້ນຖານ​ເສດຖະກິດ​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ ທີ່ພວມ​ພັດທະນາ​ຢ່າງ​ແຂງ​ແຮງ,​ ​ໃນ​ນະ​ໂຍບາຍ​ມຸ້ງ​ໄປ​ເຖິງ​ທິດຕາ​ເວ​ນອອກ​ຂອງ​ຕົນ, ອິນ​ເດຍກໍ​ຖື​ຫວຽດນາມ​ແມ່ນ​ທີ່​ຕັ້ງ​ສຳຄັນ. ປີ 2011 ກໍ​ຄື​ຊຸມ​ປີ​ມໍ່ໆມາ​ນີ້ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ ອິນ​ເດຍ ​ໄດ້​ຮັບ​ການ​ປັບປຸງ ​ແລະ​ເປີດ​ກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ. ກາ​ນ ພົວພັນ​ດ້ານ​ການ​ຄ້າ​ສອງ​ສົ້ນ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​​ໃນ​ທຸກປີ ​ແລະ ອິນ​ເດຍກາຍ​​ເປັນ​ຫນຶ່ງ​ໃນ 10 ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ດ້ວຍ​ວົງ​ເງິນ​ການ​ຄ້າ 3.5 ຕຶ້ USD​ໃນ​ປີ 2011. ປີ 2012 ຫວຽດນາມ ​ແລະ ອິນ​ເດຍລະນຶກ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ  5 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ “ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ”.​ ຄາດ​ວ່າ ​ເດືອນ 7 ປີ​ນີ້ ສາຍ​ການບິນ​ໂດຍ​ກົງ​ຫວຽດນາມ ອິນ​ເດຍ ຈະ​ໄດ້​ຮັບ​ການ​ເປີດ​ນຳ​ໃຊ້ ​ແລະ ຈະ​ສ້າງ​ເງືອ່ນ​ໄຂ​ສະດວກ​ໃຫ້​ແກ່​ການ​ພົວພັນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ຕາມ​ທ່ານ Krishna ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ ​ແລ້ວ, ປີ 2012 ​ແມ່ນ​ປີ​ຂີດ​ໝາຍ​​ແຫ່ງການຍົກ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍຂຶ້ນ​ສູ່​ລະດັບ​ສູງ​ໃຫມ່.

        “ອິນ​ເດຍ ຖື​ການ​ພົວພັນ​ກັບ​ຫວຽດນາມ ​ເປັນ​ສຳຄັນ. ຍາມ​ໃດ ອິນ​ເດຍ ​ກໍ​ປາດ​ຖະຫນາ​ຢາກ​ເປີດ​ກວ້າງ, ຍົກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດນາມ​ຂຶ້ນ​ລະດັບ​ສູງ​ໃຫມ່, ຜ່ານ​ບັນດາ​ໂຄງການ​ຮ່ວມ​ມື​ຢ່າງ​ລະອຽດ. ​ເລື່ອງ​ອິນ​ເດຍ ຮັບ​ຮູ້​ຫວຽດນາມ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ ​ແມ່ນ​ການ​ຮັບ​ຮູ້​ວ່າ ອິນ​ເດຍ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຢູ່​ຫວຽດນາມ ​ແລະ ​ໃນ​ໂລກ. ຄາດ​ວ່າ ຍອດ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນລະຫວ່າງ​ສອງ​ປະ​ເທດ​ຈະ​ບັນລຸ 6 - 7 ຕຶ້USD ​ໃນ​ປີ 2015. ປະຈຸ​ບັນ ມີ​ວິ​ສາ​ຫະກິດ​ອິນ​ເດຍຫລາຍ​ແຫ່ງ​ລົງ​ທຶນ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ​ໃຫຍ່​ຫລາຍ​ແຫ່ງ​ຄື: ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ເຫລັກ​ກ້າ. ປີ​ນີ້ ຍັງສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃຫຍ່​ໃນ​ຂົງ​ເຂດ​ປຸງ​ແຕ່ງ​ກາ​ເຟ, ຢາງພາລາ, ຜະລິດ​ ກາກ​ບອນ​ດຳ, ​ເຄມີ, ຟຸ່ນ​ເຄມີ..”

        ​ໃນ​ການ​ພົບ​ປະ​ກັບ​ນັກ​ຂ່າວ​ຫວ່າງ​ແລ້ວ​ນີ້ ​ເນື່ອງ​ໃນ​ໂອກາດ​ປີ​ໃຫມ່, ​ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ ປະຈຳ​ຫວຽດນາມ Abdrei G Kovtun ​ໄດ້​ເນັ້ນ​ຫນັກ​ວ່າ ສຳລັບ​ລັດ​ເຊຍ​ແລ້ວ, ​ເລື່ອງ​ພັດທະນາ​ການ​ພົວພັນ​ກັບ​ຫວຽດນາມ​ຍັງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບຸລິມະສິດ​ຕົ້ນຕໍ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດ​ເຊຍ​ຢູ່​ອາຊີ​ເວົ້າ​ລວມ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເວົ້າ​ສະ​ເພາະ ​ແລະ ລັດ​ເຊຍ ປາດ​ຖະຫນາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ຫວຽດນາມ ພິ​ເສດ​​ແມ່ນໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ປີ 2012 ​ແລະ ​ໃນ ຊຸ​ມປີ​ຕໍ່​ໆໄປ. ​ເລື່ອງ​ລັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ກໍ​ຄື​ຄວາມ​ສາມາດ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ ລະຫວ່າງ​ ພັນ​ທະ​ມິດ​ພາສີ​ລັດ​ເຊຍ, Belarus, Kazacxtan ​ແລະ ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ເພີ່ມ​ມູນຄ່າ​​ແລກປ່ຽນ​ການ​ຄ້າ​ສອງ​ຝ່າຍ​ ຫວຽດນາມ ລັດ​ເຊຍ​ໃນ​​ໄລຍະ​ຈະ​ມາ​ເຖິງ​​ເພີ່ມຂຶ້ນ​ກວ່າ​ເກົ່າ.

        “ລັດ​ເຊຍ ​ແລະ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ຫລາຍ​ສະບັບ. ປີ 2012 ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ນີ້​ໃນ​ຕົວ​ຈິງ. ໃນສອງ​ປີຜ່ານມາ ພວກ​ເຮົາ​ໄດ້​ປະຕິບັດ​ບັນດາ​ໂຄງການ​ທີ່ກ່ຽວຂ້ອງ​ເຖິງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຂອງຫວຽດນາມ ສຳ​ເລັດ​ຜົນ ​ແລະ ພວກ​ເຮົາ​ຈະ​ສືບ​ຕໍ່​ຍູ້​ແຮງ​ບັນຫາ​ນີ້. ນອກ​ນັ້ນ ສອງ​ຝ່າຍ​ຈະ​ຕັ້ງຫນ້າ​ປຶກສາ​ຫາລື​ເອກະສາ​ນທ່ີ​ກ່ຽວຂ້ອງ​ເຖິງ​ເຂດ​ການ​ຄ້າ​ເສລີ ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພັນທະ​ມິດ​ພາສີ​ສາມ​ຝ່າຍ.​ ພິ​ເສດ​ປີ 2012 ລັດ​ເຊ​ຍ ​ໄດ້​ຮັບ​ຫນ້າ​ທີ່​ເປັນ​ປະທານ APEC,​ ການ​ຮ່ວມ​ມື​ລະຫວ່າງ​ລັດ​ເຊຍ, ຫວຽດນາມ ​ແລະ ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ພັນທະ​ມິດ​ພາສີ ຈະ​ປະກອບສ່ວນ​ຫັນ​ລະບຽບ​ການ​ດ້ານ​ການ​ຄ້າ​ລະຫວ່າງ​ບັນດາ​ປະ​ເທດ​ເປັນ​ງ່າຍ​ດາຍ​ກວ່າ.”

        ຈຸດ​ໃຈກາງ​ຂອງ​ເສດຖະກິດ​ໂລກ ພວມ​ມີ​ທ່າ​ອ່ຽງຫັນ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​​ໄປສູ່​ຝ່າຍ​ຕາ​ເວັນ​ອອກ. ຄຽງ​ຂ້າງ​ນັ້ນ, ​​ແມ່ນເລື່ອງ​ຊຸກຍູ້​ວິວັດ​ການ​ຫັນ​ພື້ນຖານ​ເສດຖະກິດ​ພາກ​ພື້ນ​ອາຊີ​ເປັນ​ເອກະ​ພາບ ຜ່ານ​ບັນດາ​ກົນ​ໄກ​ການ​ຮ່ວມ​ມື ອາ​ຊຽນ + 3 ກັບ​ຈີນ, ຍີ່ປຸ່ນ ​ແລະ ສ​ເກົາຫລີ ກໍ​ຄື​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ການ​ລົງທຶນ​ພາຍ​ໃນ​ກຸ່ມ ​ແລະ ພາກ​ພື້ນ, ສະ​ນັ້ນ ທ່າ​ອ່ຽງເຕີບ​ໂຕ​ການ​ລົງທຶນ​​​ເຂົ້າພາຍ​ໃນ​ພາກ​ພື້ນ​ຄາດ​ວ່າ​ກໍ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ​ດ້ວຍການ​ພົວພັນ​ອັນ​ດີງາມ​ກັບ​ບັນດາ​ປະ​ເທດ, ບັນດາ​ຄູ່​ຮ່ວມ​ມື​ໃຫຍ່​ນັ້ນ ຈະແມ່ນ​ເງື່ອນ​ໄຂ​ທີ່ສະ​ດວກ​ເພື່ອ​ໃຫ້​ຫວຽດນາມ​ສາມາດ​ຍາດ​ແຍ່ງ​ບັນດາ​ກາລະ​ໂອກາດ​ທີ່​ນຳ​ມາ​ໃຫ້ຈາກກົນ​ໄກ​ຮ່ວມ​ມື​​ເຫຼົ່ານີ້ ​ເພື່ອຮັບ​ໃຊ້​ໃຫ້​ແກ່​ວິວັດ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​​./.

                                                                                                                                                ແອນຮ່ວຽນ

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ