ຄຳ​ຕັດ​ສິນ​ຂອງ​ສານ PCA ກ່ຽວ​ກັບ ທະ​ເລ​ຕາ​ເວັນ​ອອກ - ພື້ນ​ຖານ​ດ້ານ​ກົດ​ໝາຍ​ສ້າງ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ທະ​ເລ

(VOVWORLD) -ກ່ອນນີ້ 5 ປີ, ວັນທີ 12 ກໍລະກົດ ປີ 2016, ສານອະນຸຍາໂຕຕຸລາການ ໄດ້ຮັບການສ້າງຕັ້ງຂຶ້ນ ຕາມເອກະສານຊ້ອນທ້າຍຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)ປີ 1982 ຢູ່ ລາໄຮ (ຫລືເອີ້ນຫຍໍ້ວ່າ ສານ PCA) ໄດ້ອອກຄຳຕັດສິນ ກ່ຽວກັບກໍລະນີ ຟີລີບປິນ ຟ້ອງຮ້ອງ ຈີນ ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ.  ພາຍຫລັງທີ່ສານອອກຄຳຕັດສິນເປັນເວລາ 5 ປີນັ້ນ, ສະພາບການຢູ່ທະເລຕາເວັນອອກ ຍັງຄົງສັບສົນຢູ່. ເຖິງຢ່າງໃດກໍຕາມ ສິ່ງບໍ່ອາດປະຕິເສດ ນັ້ນແມ່ນ ພ້ອມກັບ UNCLOS 1982, ຄຳຕັດສິນຂອງ ສານ PCA ໄດ້ກາຍເປັນຂີດໝາຍສຳຄັນ ແມ່ນພື້ນຖານທີ່ມີປະໂຫຍດເພື່ອແກ້ໄຂສັນຕິພາບບັນດາການຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ແມ່ນພື້ນຖານດ້ານກົດໝາຍສາກົນເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍຢູ່ທະເລ.
ຄຳ​ຕັດ​ສິນ​ຂອງ​ສານ PCA ກ່ຽວ​ກັບ ທະ​ເລ​ຕາ​ເວັນ​ອອກ - ພື້ນ​ຖານ​ດ້ານ​ກົດ​ໝາຍ​ສ້າງ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ທະ​ເລ - ảnh 1ສານອະນຸຍາໂຕຕຸລາການ ຢູ່ The Hague ຈັດຕັ້ງການຖົກຖຽງລັບ ແຕ່ວັນທີ 7-13/7/2016 ສຳລັບກໍລະນີ ຟີລີບປິນ ຟ້ອງຮ້ອງຈີນ (ພາບ:PCA)

ຕາມຄຳຕັດສິນຂອງ ສານ PCA, ຈີນ ບໍ່ມີພື້ນຖານດ້ານນິຕິກຳເພື່ອຢັ້ງຢືນ “ສິດປະຫວັດສາດ” ສຳລັບ ບັນດາຊັບພະຍາກອນທຳມະຊາດຢູ່ ທະເລຕາເວັນອອກໃນຂອບເຂດອັນທີ່ເອີ້ນວ່າ “ເສັ້ນ 9 ຕອນ”. ສິ່ງນີ້ໝາຍຄວາມວ່າ ຈີນ ບໍ່ອາດຮຽກສິດສຳລັບເຂດເສດຖະກິດພິເສດ (EEZ), ກໍ່ຄືບໍ່ມີ “ສິດປະຫວັດສາດ” ເພື່ອຖະແຫລງອະທິປະໄຕສຳລັບການເຄື່ອນໄຫວຂຸດຄົ້ນຊັບພະຍາກອນທຳມະຊາດໃນເຂດນີ້.

ຄຳຕັດສິນຂອງສານ PCA ໃນຈຸດເວລານັ້ນ ບໍ່ພຽງແຕ່ໄດ້ຮັບຄວາມສົນໃຈ ຈາກບັນດາປະເທດໃນພາກພື້ນ, ບັນດາປະເທດມີການຂັດແຍ່ງທາງດ້ານອະທິປະໄຕຢູ່ທະເລຕາເວັນອອກ ກັບຈີນ ເທົ່ານັ້ນ ຫາກຢູ່ຫຼາຍປະເທດນັບທັງບັນດາປະເທດນອກພາກພື້ນ ອີກດ້ວຍ.

ມີຄຳຖະຫລງຂອງບັນດາການນຳ, ມີບົດວິເຄາະ, ວິຈານນັບຮ້ອຍໆບົດຂອງບັນດານັກຮຽນຮູ້, ນັກຄົ້ນຄ້ວາປະຫວັດສາດຢູ່ ພາຍໃນ ແລະ ນອກພາກພື້ນ ໄດ້ຕີລາຄາສູງຄວາມໝາຍຂອງຄຳຕັດສິນຂອງ ສານ PCA ແລະ ຖືວ່າ ພ້ອມກັບ UNCLOS 1982, ນີ້ແມ່ນພື້ນຖານດ້ານນິຕິກຳ ປະກອບສ່ວນຈຳກັດ, ແກ້ໄຂບັນດາການຂັດແຍ່ງທາງດ້ານອະທິປະໄຕຢູ່ ທະເລຕາເວັນອອກ. ຫາງສຽງ ສາກົນຢັ້ງຢືນວ່າ: PCA ໄດ້ເຊີດຊູຄວາມໝາຍຂອງກົດໝາຍສາກົນໃນການແກ້ໄຂການຂັດແຍ່ງຢູ່ທະເລຕາເວັນອອກ, ເນັ້ນຫນັກຢ່າງແຮງພັນທະຂອງບັນດາຝ່າຍໃນຂອບເຂດ UNCLOS 1982, ພ້ອມທັງກ່າວປະນາມບັນດາການກະທຳພຽງລຳພັງຝ່າຍດຽວ ບໍ່ເຄົາລົບກົດໝາຍສາກົນກໍ່ຄວາມຂາດສະຖຽນລະພາບຢູ່ພາກພື້ນ.

ຄຳ​ຕັດ​ສິນ​ຂອງ​ສານ PCA ກ່ຽວ​ກັບ ທະ​ເລ​ຕາ​ເວັນ​ອອກ - ພື້ນ​ຖານ​ດ້ານ​ກົດ​ໝາຍ​ສ້າງ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ທະ​ເລ - ảnh 2 ຊາວ ຟີລິບປີນ ເຕົ້າໂຮມ ຢູ່ ນອກ ສະຖານທູດ ຈີນ ຢູ່ ນະຄອນ Makati ປະເທດ ຟີລີບປີນ ເມື່ອວັນທີ 12 ກໍລະກົດ (ພາບ:ABS-CBN News)
ເຖິງວ່າ ໃນໄລຍະ 5 ປີຜ່ານມາ, ສະພາບການຢູ່ທະເລຕາເວັນອອກໃນຕົວຈິງບໍ່ຄື ເນື້ອໃນຂອງຄຳຕັດສິນຂອງສານວາງອອກ ແຕ່ທາງດ້ານພື້ນຖານ, ຄຳຕັດສິນຂອງສານກໍ່ແມ່ນທາດເລັ່ງໃຫ້ແກ່ບັນດາປະຕິກິລິຍາຢ່າງແຮງກວ່າສຳລັບບັນດາການກະທຳຂອງຈີນ ຢູ່ ທະເລຕາເວັນອອກ. ບັນຫາການຂັດແຍ່ງທາງດ້ານອະທິປະໄຕຢູ່ ທະເລຕາເວັນອອກ ແລະ ຄວາມເຄົາລົບ UNCLOS 1982  ໄດ້ກາຍເປັນບັນຫາຮ້ອນເຮັ່ງຢູ່ຫລາຍເວທີປາໄສ, ກອງປະຊຸມຫລາຍຝ່າຍ, ສອງຝ່າຍ. ທະເລຕາເວັນອອກ ນັບມື້ນັບໄດ້ຮັບຄວາມສົນໃຈຈາກຫລາຍປະເທດຢູ່ພາຍໃນ ແລະ ນອກພາກພື້ນ.

ປີ 2020 ປະຊາຄົມສາກົນ ໄດ້ເຫັນປະຈັກຕາ “ສົງຄາມຈົດໝາຍການທູດ” ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ. ຈົດໝາຍການທູດຂອງບັນດາປະເທດ ລ້ວນແຕ່ເຕື້ອງເຖິງຄຳຕັດສິນຂອງສານອະນຸຍາໂຕຕຸລາການໂດຍກົງ ແລະ ໂດຍທາງອ້ອມໃນກໍລະນີຟ້ອງຮ້ອງເມື່ອປີ 2016 ຂອງຟີລິບປີນ, ຄັດຄ້ານທຸກຄຳຮຽກທວງສິດແບບໄຮ້ເຫດຜົນຂອງຈີນ ຢູ່ທະເລຕາເວັນອອກ. ນີ້ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງວ່າ: ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນບັນຫາລະຫວ່າງບັນດາປະເທດໃນພາກພື້ນຕໍ່ກັບຈີນ ເທົ່ານັ້ນ ຫາກຍັງແມ່ນບັນຫາທີ່ປະເທດເກືອບທັງໝົດໃນໂລກມີຄວາມສົນໃຈອີກດ້ວຍ.

ເດືອນ ມິຖຸນາ ປີ 2021, ມີເກືອບ 100 ປະເທດສະມາຊິກ ສປຊ ໄດ້ເຂົ້າຮ່ວມ “ກຸ່ມເພື່ອນມິດຂອງ UNCLOS” ພ້ອມທັງ ນັບມື້ນັບມີຫລາຍປະເທດເຂົ້າຮ່ວມ FONOP (ການເຄື່ອນໄຫວເດີນເຮືອຢ່າງເສລີ) ຢູ່ ທະເລຕາເວັນອອກ, ສະແດງໃຫ້ເຫັນທັດສະນະຄັດຄ້ານຄຳຮຽກທວງສິດອະທິປະໄຕແບບຜິດກົດໝາຍ. ຕາມບັນດາຜູ້ຊ່ຽວຊານແລ້ວ ຄວາມຈິງນີ້ ລ້ວນແຕ່ຖືກກະທົບຈາກເຫດການໃນວັນທີ 12 ກໍລະກົດ ປີ 2016. ເປັນທີ່ຈະແຈ້ງແລ້ວວ່າ ຄຳຕັດສິນຂອງສານ PCA ປີ 2016 ໄດ້ກາຍເປັນຂີດໝາຍສຳຄັນ ຢັ້ງຢືນຄວາມຈຳເປັນແກ້ໄຂການຂັດແຍ່ງທາງດ້ານອະທິປະໄຕຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ.

ທະເລຕາເວັນອອກ ມີລະດັບຄວາມສຳຄັນ ແລະ ມີທີ່ຕັ້ງພູມສາດຍຸດທະສາດພິເສດ ບໍ່ພຽງແຕ່ສຳລັບບັນດາປະເທດ ແລະ ເຂດແຄ້ວນຢູ່ອ້ອມແອ້ມ ເທົ່ານັ້ນ ຫາກຍັງສຳລັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໂລກອີກດ້ວຍ. ກ່ອນອື່ນ ຍ້ອນທະເລຕາເວັນອອກ ນອນໃນເສັ້ນທາງທະເລທີ່ສຳຄັນເຊື່ອມຕໍ່ ປາຊີຟິກ - ມະຫາສະມຸດອິນເດຍ, ເອີລົບ - ອາຊີ, ຕາເວັນອອກກາງ - ອາຊີ. ທະເລຕາເວັນອອກ ສວມບົດບາດສຳຄັນໃນການຄ້າທາງທະເລຂອງທົ່ວໂລກ.

ດ້ວຍທີ່ຕັ້ງຍຸດທະສາດສຳຄັນພິເສດຄືແນວນັ້ນ, ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ຢູ່ ທະເລຕາເວັນອອກ ແມ່ນຫນ້າທີ່ຂອງທຸກປະເທດທີ່ຖະແຫລງປະກາດອະທິປະໄຕຢູ່ອ້ອມແອ້ມ ແລະ ຂອງບັນດາປະເທດຢູ່ນອກພາກພື້ນ ມີຜົນປະໂຫຍດກ່ຽວຂ້ອງ. ບັນດາການຂັດແຍ່ງຢູ່ທະເລຕາເວັນອອກ ຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ.

ຄຳຕັດສິນຂອງສານ PCA ເມື່ອວັນທີ 12 ກໍລະກົດ ປີ 2016 ແລະ ຂອບເຂດກວ້າງກວ່ານັ້ນ, ແມ່ນ UNCLOS 1982 ຄວນໄດ້ຮັບການເຄົາລົບ. ທະເລຕາເວັນອອກ ແມ່ນສິ່ງທົດສອບສຳລັບບັນດາປະເທດທີ່ມີຜົນປະໂຫຍດກ່ຽວກັບບັນດາຄວາມມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ພ້ອມທັງແມ່ນສັນຍາລັກແຫ່ງຄວາມເຄົາລົບກົດໝາຍ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງໂລກໂດຍອີງໃສ່ນິຕິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ