ຄຳຕັດສິນຂອງສານມີຄວາມໝາຍດ້ານປະຫວັດສາດ

(vovworld)- ບັນ​ດາ​ບັນ​ຫາ​ຫລັກ​ແຫລ່ງ​ໃນ​ຂໍ້​ອ້າງ​ເຫດ​ຜົນເລີ່ມ​ຮ້ອງຟ້ອງ​ຂອງ ຟິ​ລີບ​ປີນ ສຳ​ລັບ ຈີນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄຳ​ຮຽກ​ສິດ “ເສັ້ນ​ລີ້ນ​ງົວ 9 ຕອນ” ແມ່ນ​ສິດ​ປະ​ຫວັດ​ສາດ​ບົນ​ທະ​ເລ​ຕາ​ເວັນ​ອອກ ແລະ ຂໍ້​ກຳ​ນົດ​ກ່ຽວ​ກັບ​ເກາະ ໂດຍ​ ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ເຮັດ​ແຈ້ງ​ໃນ​ບັນ​ດາ​ຄຳ​ຕັດ​ສິນ​ເມື່ອ​ວັນ​ທີ 12/7/2016. ຄຳ​ຕັດ​ສິນ​ຂອງ​ສານ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຫາງ​ສຽງ​ສາ​ກົນ.
ຄຳຕັດສິນຂອງສານມີຄວາມໝາຍດ້ານປະຫວັດສາດ - ảnh 1
ວາ​ລະ​ປະ​ຊຸມ​ຂອງ​ສານອະ​ນຸ​ຍາ​ໂຕ​ຕຸ​ລາ​ການ
ພາບ:PCA

        ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ (PCA) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມ​ເອ​ກະ​ສານ​ຊ້ອນ​ທ້າຍ VII, ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ຢູ່ ລາ​ໄຮ ປະ​ເທດ ໂຮນ​ລັງ ຫາ​ກໍ​ປະ​ຕິ​ເສດ ຄຳ​ຮ​ຽກ​ສິດ “ເສັ້ນ​ລີ້ນ​ງົວ 9 ຕອນ” ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ. ຄຳ​ຕັດ​ສິນ​ຂອງ​ ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ມີ​ຄວາມ​ໝາຍ​ດ້ານ​ປະ​ຫວັດ​ສາດ ບໍ່​ພຽງ​ແຕ່​ສຳ​ລັບ​ບັນ​ດາ​ຄວາມ​ຂ​ັດ​ແຍ່ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄະ​ດີ​ທີ່​ສຳ​ຄັນ​ສຳ​ລັບ​ກົດ​ໝາຍ​ທະ​ເລ​ສາ​ກົນອີກ​ດ້ວຍ.

       ປະ​ຕິ​ເສດ​ສິ່ງ​ທີ່​ເອີ້ນ​ວ່າ “ສິດ​ປະ​ຫວັດ​ສາດ”ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

ນັບ​ແຕ່​ກ່ອນ​ມາ​ຮ​ອດ​ປະ​ຈຸ​ບັນ, ຈີນ ບໍ່​ເຄີຍ​ຍົກ​ອອກ​ຄຳ​ອະ​ທິ​ບາຍ​ໃດ ຫລື​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ໃດ ເມື່ອ​ທວງ​ເອົາ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕາມ​ສິ່ງ​ທີ່​ເອີ້ນ​ວ່າ “ເສັ້ນ​ 9 ຕອນ” ຫລື “ເສັ້ນ​ລີ້ນ​ງົວ 9 ຕອນ”. ນອກ​ນັນ ຍາມ​ໃດ​ຈີນ ກໍ​ຢ​້ຳ​ໄປ​ຢ​້ຳ​ມາ​ຄຳ​ນິ​ຍາມ​ “ສິດ​ປະ​ຫ​ຫວັດ​ສາດ”ຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ສຳ​ລັບ​ບັນ​ດາ​ສິ່ງ​ທີ່​ຍັງ​ຕົວຢູ​່​ເຂດ​ທະ​ເລ ຂຶ້ນ​ກັບ​ຂອບ​ເຂດ “ເສັ້ນ​ລີ້ນ​ງົວ ”. ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຄຳ​ຕັດ​ສິນ​ຂອງ​ ສານ​ ​ຫວ່າງ​ແລ້ວນີ້, ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ໄດ້​ປະ​ຕິ​ເສດ ຄຳ​ຮຽກ​ສິດ “ເສັ້ນ​ລີ້ນ​ງົວ” ພ້ອມ​ທັງ​ຢືນ​ຢັນ ບໍ່​ມີ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ໃດ​ເພື່ອ​ໃຫ້​ຈີນ ທວງ​ເອົາ​ສິດ​ປະ​ຫວັດ​ສາດ, ເກີນ​ຂອບ​ເຂດ​ບັນ​ດາ​ສິດ​ຂອງ​ສົນ​ທິ​ສັນ​ຍາ ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ຢູ່ ເຂດ​ທະ​ເລ​ຂຶ້ນ​ກັບ “ເສັ້ນ​ລີ້ນ​ງົວ 9 ຕອນ”. ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ​ໄດ້​ສະ​ຫລຸບ​ວ່າ ບໍ່​ມີ​ສິ່ງ​ທີ່​ຄົງ​ຕົວ​ໃດ​ຢູ່​ໝູ່​ເກາະ ເຈື່ອງ​ຊາ ສາ​ມາດ​ນຳ​ມາ​ ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ (EEZ) ໃຫ້​ແກ່​ຈີນ. ພ້ອມນັ້ນ, ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ກໍ​ໄດ້​ຢືນ​ຢັນວ່າ ຈີນ ກໍ່​ຄວາມ​ເສຍ​ຫາຍທີ່​ບໍ່​ສາ​ມາດ​ຟື້ນ​ຟູ​ໄດ້​ສຳ​ລັບ​ລະ​ບົບ​ຫີນ​ປະ​ກາ​ລັງ​ຢູ່​ໝູ່​ເກາະ ເຈື່ອງ​ຊາ. ເຖິງວ່າ ນີ້ບໍ່​ແມ່ນ​ຄັ້ງ​ທຳ​ອິດ “ສິດ​ປະ​ຫ​ວັດ​ສາດ” ຖືກ​ຍົກ​ອອກ​ມາ​ຢູ່​ສານ​ສາ​ກົນ. ເລື່ອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ​ປະ​ກາດ​ຄຳ​ຮຽກ​ສິດ “ສິດ​ປະ​ຫວັດ​ສາດ​” ຂອງ​ຈີນ ບໍ່​ເໝາະ​ສົມ​ກັບ UNCLOS ແມ່ນ​ພະ​ຍານ​ຫລັກ​ຖານ​ສຳ​ຄັນ ແລະ ມີ​ສິດ​ອຳ​ນາດ​ເພື່ອ​ປະ​ຕິ​ເສດ​ຄຳ​ຮຽກ​ສິດ​ທີ່ລະ​ເມີ​ເຝີ່​ຝັນໂດຍ​ອີງ​ໃສ່​ປະ​ຫວັດ​ສາດ ຊື່ງ ຈີນ​ຍົກ​ອອກ​ມາ. ສິ່ງ​ສຳ​ຄັນ​ກວ່າ ນັ້ນ​ແມ່ນ ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ​ໄດ້​ເຮັດ​ແຈ້ງ​ການ​ພົວ​ພັນ​ຂອງ​ສິດນີ້​ຕໍ່​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ທີ່​ທັນ​ສະ​ໄຫມ, ໄດ້​ຮັບ​ການ​ຮັບ​ຮູ້​ໃນ UNCLOS, ປະ​ຕິ​ເສດ​ໂດຍ​ກົງ​ທັດ​ສະ​ນະ​ຂອງ​ຈີນ​ໂດຍ​ຖື​ວ່າ “ສິດ​ປະ​ຫວັດ​ສາດ” ຢູ່ ທະ​ເລ​ຕາ​ເວັນ​ອອກ ມີ​ກ່ອນ UNCLOS.

ມາດຕາ​ຖານ​ດ້ານ​ນິ​ຕິ​ກຳ​ສາ​ກົນ

ຄຳ​ຕັດ​ສິນຂອງ​ ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ກ່ຽວ​ກັບ​ຂ​ໍ້​ກຳ​ນົດ​ດ້ານ​ນິ​ຕິ​ກຳ​ວ່າ​ດ້ວຍ​ເກາະ​ຂອງ​ສິ່ງ​ທີ່​ຄົງ​ຕົວ​ຈຳ​ນວນ​ຫນຶ່ງຢູ່​ເຈື່ອງ​ຊາ​ຕາມ​ມາດ​ຕາ 121 UNCLOS ແນ່ນອນ​ວ່າ​ແມ່ນ​ທັດ​ສະ​ນະ​ທີ່ມີ​ສິ​ດ​ອຳ​ນາດ​ເພື່ອ​ປະ​ຕິ​ເສດ​ບັນ​ດາ​ຄຳ​ຮຽກ​ສິດ​ລະ​ເມີ​ເຝີ​ຝັນ​ກ່ຽວ​ກັບ​ດ້ານ​ນິ​ຕິ​ກຳຂອງ​ຈີນ ສຳ​ລັບ​ບັນ​ດາ ສິ່ງ​ທີ່​ຄົງ​ຕົວ ຢູ່​ເຈື່ອງ​ຊາ. ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ໄດ້​ຢັ້ງ​ຢືນວ່າ ບັນ​ດາ ສິ່ງ​ທີ່​ຄົງ​ຕົວ ລວມ​ມີ ດອນ​ຫີນ ແວ່ນ​ຄັນ, ດອນ​ຫີນ ຊູ​ບີ, ດອນ​ຫີນ ຢາ​ແວນ, ດອນ​ຫີນ ຕື​ເຫງ໋ຍ, ຫາດດອນ ເກາະ​ໄມ ແລະ ດອນ​ຫີນ ຈື​ເທີບ ບໍ່​ແມ່ນ​ເກາະ. ສະ​ນັ້ນບັນ​ດາ​ເຂດນີ້ບໍ່​ສາ​ມາດ ແລະ ບໍ່​ແມ່ນ​ໄດ້​ຊົມ​ໃຊ້​ເຂດ​ທະ​ເລ​ເປີດກວ້າງ​ຮອດ 200 ໄມ​ທະ​ເລ ຕາມ UNCLOS ໃນ​ຂອບ​ເຂດ​ສາ​ກົນ, ນີ້​ແມ່ນ​ເທື່ອ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຄະ​ດີ​ຂອງ​ສາ​ກົນ​ມາດ​ຕາ 121 ຂອງ UNCLOS ກ່ຽວ​ກັບ​ຂໍ້​ກຳ​ນົດ​ດ້ານ​ນິ​ຕິ​ກຳ​ຂອງ​ເກາະ​ໄດ້​ຮັບ​ການ​ອະ​ທິ​ບາຍ ແລະ ເຮັດ​ແຈ້​ງ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ໄດ້​ຮັບ​ການ​ໄຈ້​ແຍກ ແລະ ຂໍ້​ອ້າງ​ເຫດ​ຜົນທັງ​ໝົດ  ຂອງ​ສານ​ຈະ​ກະ​ທົບ​ເຖິງວິ​ທີ​ຊື່ງ​ບັນ​ດາ​ປະ​ເທດ​ອື່ນ​ໃນ​ໂລກ​​ເຂົ້າ​ໃຈ ແລະ ນຳ​ໃຊ້​ກົດ​ໝາຍ​ສາ​ກົນ​ກ່ຽວ​ກັບ​ທະ​ເລ. ຈາກນັ້ນ ບັນ​ດາ​ປະ​ເທດ​ຈະ​ມີ​ມາດ​ຖານ​ດ້ານ​ນິ​ຕິ​ກຳ​ຢ່າງ​ພາ​ວະ​ວິ​ໄສ​ເພື່ອ​ນຳ​ໃຊ້​ໃຫ້​ບັນ​ດາສິ່ງ​ທີ່​ຄົງ​ຕົວ ອື່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ເພື່ອ​ກຳ​ນົດ​ບັນ​ດາ​ເຂດ​ທະ​ເລ ຊື່ງ​ເຂົາ​ເຈົ້າ​ໄດ້​ຊົ​ມ​ໃຊ້​ຕາມ​ສົນ​ທິ​ສັນ​ຍາ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ. ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ​ເມື່ອ​ວັນ​ທີ 12/7 ໄດ້​ຢັ້ງ​ຢືນ ທ່າ​ອ່ຽງ ແລະ​ບົດ​ບາດ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ​ໃນ​ການ​ແກ້​ໄຂ​ບັນ​ດາ​ຄວາ​ມ​ຂັດ​ແຍ່ງ​ກັນ​ຢ່າງ​ສັບ​ສົນ​ບົນ​ທະ​ເລ. ສິ່ງ​ດັ່ງ​ກ່າວ​ໃຫ້​ເຫັນ​ວ່າ​ການບໍ່​ມີ​ຂອບ​ເຂດ​ສິດ ແລະ ການ​ເລືອກ​ເຟັ້ນ​ຂອງ​ບັນ​ດາ​ປະ​ເທດ​ຊອກ​ຫາ ແລະ ບັນ​ດາ​ມາດ​ຕະ​ການ​ຫລື​ກົນ​ໄກ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໂດຍ​ສັນ​ຕິ​ວິ​​ທີ.

       ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ແມ່ນ​ພື້ນ​ຖານ​ສັນ​ຕິ​ພາບ

ໂດຍ​ແມ່ນ​ຝ່າຍ​ໂຈດ​ໃນ​ຄະ​ດີ​ຮ້ອງ​ຟ້ອງ, ພາຍ​ຫລັງ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ, ລັດ​ຖະ​ບານ ຟີ​ລີບ​ປີນ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ເຄົາ​ລົບ​ຄຳ​ຕັດ​ສິນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ນີ້ ແລະ ຖື​ວ່າ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ປະ​ກ​ອບ​ສ່ວນ​ຢ່າງ​ແທດ​ຈິງ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ພວມ​ເກີດ​ຂຶ້ນ​ຢູ່ ທະ​ເລ​ຕາ​ເວັນ​ອອກ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ ຟີ​ລີບ​ປີນ Perfecto Yasay ເນັ້ນ​ຫນັກ​ວ່າ ມາ​ນີ​ລາ ຈະ​ສະ​ເຫນີ​ບັນ​ດາ​ບາດ​ກ້າວ​ຕໍ່​ໄປ​ຢ່າງ​ຈະ​ແຈ້ງ ເພື່ອ​ຮັບ​ປະ​ກັນ​ວ່າ ຄຳ​ຕັດ​ສິນ​ຂອງ​ສານ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ສັນ​ຕິ​ພາບ. ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Benigno Aquino ກໍ​ຖື​ວ່າ ຄຳ​ຕັດ​ສິນ​ຂອງ​ສານ​ໄດ້​ສ້າງ​ຄວາມ​ກະ​ຈ່າງ​ແຈ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ພວມ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ສາ​ມາດ​ພ້ອມ​ກັນ​ປຶກ​ສາ​ຫາ​ລື ມູ່ງ​ໄປ​ເຖິງ​ມາດ​ຕະ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ຢູ່​ເຂດ​ທະ​ເລນີ້.

        ໃນ​ຂະ​ນະ​ນັ້ນ, ສາດ​ສະ​ດາ​ຈານ Alexander Vuvinh ສັງ​ກັດ​ສູນ​ຄົ້ນ​ຄ້​ວາ​ຄວາມ​ສະ​ຫງົບ​ອາ​ຊີ ປາ​ຊີ​ຟີກ ເນັ້ນ​ຫນັກ​​ວ່າ ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ເປັນ​ຂີດ​ໝາຍ​ໃຫຍ່​ສຳ​ລັບ​ການ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ່ງ​ກັນ​​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ Donal Tusk ສະ​ແດງ​ຄວາມ​ຫວັງ​ວ່າ ຄຳ​ຕັດ​ສິນຂອງ​ສານ​ຈະ​ໄດ້​ຮັບ​ການ​ນຳ​ໃຊ້​ເພື່ອ​ສ້າງ​ກຳ​ລັງ​ຫນູນ​ຕັ້ງ​ຫນ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ Juie Bishop ຢືນ​ຢັນ ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ແມ່ນ​ພື້ນ​ຖານ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ