ຄຳຕັດສິນຂອງສານອະນຸຍາໂຕຕຸລາການຊ່ວຍແກ້ໄຂບັນດາບັນຫາພຶດຕິກຳຕົວຈິງຢູ່ທະເລຕາເວັນອອກ


(vovworld)- ໃນ​ເວ​ລາກວ່າ 1 ເດືອນ​ຜ່ານ​ມາ ນັບ​ແຕ່​ເມື່ອ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ຂອງ ສ​ປ​ຊ (PCA ໄດ້​ອອກ​ຄຳ​ຕັດ​ສິນ​ກ່ຽວ​ກັບ​ເລື່ອງ ຟິ​ລີບ​ປີນ ຮ້ອງ​ຟ້ອງ​ຈີນ ກ່ຽວ​ຂ້ອງ​ເຖິງ​ກາ​ນ​ອະ​ທິ​ບາຍ ແລະ ນຳ​ໃຊ້ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ສິ່ງ​ທີ່​ຫາງ​ສຽງ​ມີ​ຄວາມ​ສົນ​ໃຈນັ້ນ​ແມ່ນ ຄວາມ​ສາ​ມາດ​ຫັນ​ຄຳ​ຕັດ​ສິນ​ ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ເຖິງວ່າ ໄລ​ຍະ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ PCA ຍັງ​ແມ່ນ​ໄລ​ຍະ​ຍາວ, ຫຍຸ້ງ​ຍາກ ແຕ່​ຫາງ​ສຽງ​ສາ​ກົນ ລ້ວນ​ແຕ່​ເຫັນ​ດີ​ໂດ​ຍ​ຖື​ວ່າ PCA ແມ່ນ​ເຄື່ອງ​ມື​ດ້ານ​ນິ​ຕິ​ທຳ ຊ່ວຍ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ພຶດ​ຕິ​ກຳ​ຕົວ​ຈິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຄຳຕັດສິນຂອງສານອະນຸຍາໂຕຕຸລາການຊ່ວຍແກ້ໄຂບັນດາບັນຫາພຶດຕິກຳຕົວຈິງຢູ່ທະເລຕາເວັນອອກ - ảnh 1
ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ
​ພາບ:baomoi.com

        ກ່ອນ​ອື່ນ ອາ​ດ​ຈະ​ຢັ້ງ​ຢືນ​ວ່າ ວິ​ວັດ​ການ​ດຳ​ເນີນຄະ​ດີ​ຮ້ອງ​ຟ້ອງ ​ແລະ ໂຕ້​ແຍ້ງ​ໃນ​ສານບ​ແຕ່​ປີ 2013 ເມື່ອ​ຟິ​ລີບ​ປີນ ໄດ້​ສົ່ງ​​ສຳ​ນວນ​ຄະ​ດີຂຶ້ນ ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ແມ່ນ​ສອດ​ຄ່ອງ​ກັບ​ບັນ​ດາ​ການ​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ ຂອງ ສ​ປ​ຊ ກ່ຽວ​ກັບ ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ ເມື່ອ​ປີ 1982 (UNCLOS 1982). ຕາມນັ້ນ​ແລ້ວ, ຄຸນ​ຄ່າ​ດ້ານ​ນິ​ຕິ​ທຳ​ຂອງ PCA ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະ​ຊາ​ຄົມ​ສາ​ກົນ, ມີ​ລັກ​ສະ​ນະ​ຜູກ​ຮັດ​ສຳ​ລັບ​ບັນ​ດາ​ຄູ່​ຄວາມ​ໂດຍ​ກົງ​ຂອງ​ຄະ​ດີ​ຮ້ອງ​ຟ້ອງ, ເຖິງ​ວ່າມີ​ພຽງ​ຝ່າຍ​ດຽວປະ​ຕິ​ເສດ​ການ​ເຂົ້າ​ຮ່ວມ​ຄະ​ດີ​ຮ​ອ້ງ​ຟ້ອງ.

ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ມາດ​ຕະ​ການ​ສັນ​ຕິ

        ເລື່ອງ​ຟິ​ລີບ​ປີນ​ ຮ້ອງ​ຟ້ອງ​ຈີນ ບໍ່​ແມ່ນ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ເທົ່າ​ນັ້ນ ຫາກ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອ​ກຫາ​ມາດ​ຕະ​ການ​ແຫ້​ໄຂ​ການ​ຂັດ​ແຍ້ງ​ຜ່ານ​ການ​ເຈ​ລະ​ຈາ ດ້ວຍ​ຈິດ​ໃຈ​ສັນ​ຕິ​ພາບ, ບໍ່​ນຳ​ໃຊ້ ແລະ ນາບ​ຂູ່​ການ​ນຳ​ໃຊ້​ອາ​ວຸດ​ໃນ​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ສາ​ກົນ. ຄະ​ດີ​ຮ້ອງ​ຟ້ອງ ໄດ້​ປະ​ກອບ​ສ່ວນເຊີດ​ຊູ​ຄຸນ​ຄ່າ ແລະ ຄວາມ​ໝາຍ​ຂອງ​ສາ​ກົນ ແລະ ປະ​ສິດ​ທິ​ຜົນ​ຂອງ​ຄະ​ດີ​ຮ້ອງ​ຟ້ອງ​ຈະ​ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ສາ​ກົນ ແລະ​ພາກ​ພື້ນ. ເມື່ອ​ຕັດ​ສິນ​ໃຈ​ພ້ອມ​ກັນ​ປຶກ​ສາ​ຫາ​ລື ແລະ ເອ​ກະ​ພາບ ເພື່ອ​ປະ​ກາດ​ໃຊ້​ລະ​ບົບ​ມາດ​ຖານ​ສາ​ກົນ, ບັນ​ດາ​ຝ່າຍ​ລ້ວນ​ແຕ່​ມີ​ພັນ​ທະ​ຕ້ອງ​ປັບ​ປຸງ​ການ​ກະ​ທຳ​ຂອງ​ຕົນ​ໃນ​ບັນ​ດາ​ບັນ​ຫາ​ກ່​ຽວ​ຂ້ອງ​ເຖິງ​ການ​ຂີດ​ຂັ້​ນເຂດ​ນ່ານທະ​ເລ.

ນີ້​ເປັນ​ຄັ້ງ​ທຳ​ອິດ, ຄຳ​ຕັດ​ສິນ​ຂອງອົງ​ການ​ຈັດ​ຕັ້ງສາ​ກົນມີ​ສິດ​ອຳ​ນາດ​ກ່ຽວ​ຂ້ອງ​ເຖິງ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໄດ້​ຍົກ​ອອກ​ມາ. ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸລາ​ການ ໄດ້​ສ້າງ​ຄວາມ​ເຂົ້າ​ໃຈ​ລວມ​ກ່ຽວ​ກັບ​ບັນ​ດາ​ມາ​ດ​ຕາ​ຍັງ​ບໍ່​ທັນ​ລະ​ອຽດ, ບໍ່​ທັນ​ຈະ​ແຈ້ງ​ຂອງ​ສົນ​ທິ​ສັນ​ຍາ​ຂອງ ສ​ປຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຊື່ງ​ບັນ​ດາ​ຝ່າຍ​ໃນ​ຄະ​ດີ​ຮ້ອງ​ຟ້ອງ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ, ​ໄດ້ແກ້​ຄວາມ ແລະ ຍົກ​ອອກ​ການ​ສະ​ຫລຸບ​ກ່ຽວ​ກັບ​ບັນ​ດາ​ໂຄງ​ສ້າງ​ຢູ່​ໝູ່​ເກາະ ເຈື່ອງ​ຊາ. ເພາະ​ວ່າ ເມື່ອ​ບັນ​ດາ​ມາດ​ຕາ​ໄດ້​ຮັບ​ການ​ອະ​ທິ​ບາຍ​ຢ່າງ​ຈະ​ແຈ້ງ ນັ້ນ​ແມ່ນ​ບັນ​ດາ​ພະ​ຍານ​ຫລັກ​ຖານ​ດ້ານ​ນິ​ຕິ​ທຳ​ເພື່ອ​ສາ​ມາດ​ນຳ​ໃຊ້​ເຂົ້າ​ໃນ​ບັນ​ດາ​ກໍ​ລະ​ນີ​ອື່ນ​ທີ່​ຄ້າຍ​ຄື​ກັນ, ຈາກນັ້ນ​ບັນ​ດາ​ຝ່າຍ​ດັດ​ປັບ​ການ​ກະ​ທຳ​ຂອງ​ຕົນ.

ຄວາມ​ເປັນ​ໄປ​ໄດ້​ຂອງ PCA

ຕາມ​ການ​ໄຈ້​ແຍກ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ແລ້ວ, PCA ມີ​ພື້ນ​ຖານ​ຢ່າງ​ຄົບ​ຖ້ວນ​ເພື່ອ​​ເຂົ້າ​ສູ່​ພຶດ​ຕິ​ກຳ​ຕົວ​ຈິງ. ທີ​ຫນຶ່ງ PCA ເຄື່ອນ​ໄຫວ​ຕາມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS). ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸລາ​ການມີ​ລັກ​ສະ​ນະ​ວິ​ຊາ​ສະ​ເພາະ ແລະ ຕ້ອງ​ໄດ້​ຮັບ​ການ​ເຄົາ​ລົບ. ສານບໍ່​ຕັດ​ສິນ​ການ​ຂັດ​ແຍ້ງຜືນ​ແຜ່​ນ​ດິນ ແຕ່​ກຳ​ນົດ​ລັກ​ສະ​ນະ​ຖືກ​ຕ້ອງ​ກັບ​ກົດ​ໝາຍ​ຂອງ​ການ​ກະ​ທຳ ແລະ ບາງ​ກໍ​ລະ​ນີຢັ້ງ​ຢືນ​ອ​ະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນຂອງ​ບັນ​ດາ​ປະ​ເທດ​ແຄມ​ທະ​ເລ​ທີ​່​ແຕກ​ຕ່າງ​ກັນ. ທີ​ສອງ, ດ້ວຍ​ຖາ​ນະ​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ຂອງ UNCLOS 1982, ທັງ​ຈີນ, ຟີ​ລີບ​ປີນ ແລະ ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ​ລ້ວນ​ແຕ່​ມີ​ພັນ​ທະ​ຕ້ອງ​ເຄົາ​ລົບ​ບັນ​ດາ​ຄຳ​ຕັດ​ສິນ​ຂອງ PCA.  ​ປະ​ເທດ​ດຽວບໍ່ສາ​ມາດ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນໄດ້ ເມື່ອ​ປ​ະ​ຕິ​ເສດ​ບັນ​ດາ​ມາດ​ຕາ​ຊື່ງ​ຕົນ​ເອງ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ. ສຸດ​ທ້າຍ ດ້ວຍ​ບົດ​ບາດ​ແມ່ນ​ປະ​ເທດ​ໃຫຍ່​ໃນ​ພາກ​ພື້ນ, ໃນ​ຫລາຍ​ປີ​ຜ່ານ​ມາ ຈີນ ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ໂຄ​ສະ​ນາ​ກ່ຽວ​ກັບ​ທິດ​ສະ​ດີ “ພັດ​ທະ​ນາ​ສັນ​ຕິ​ພາບ”. ເພາະ​ສະ​ນັ້ນ ບໍ່​ມີ​ສາຍ​ເຫດ​ໃດ ຈີນ​ພັດ​ໄປ​ຝືນ​ກັບ​ແນວ​ທາງ ຊື່ງ​ໃນ​ຫລາຍ​ອາ​ຍຸ​ການ​ການ​ນຳ​ປະ​ເທດນີ້​ໄດ້​ຕັດ​ສິນ​ໃຈ​ເດີນ​ຕາມ.

        ຄວາ​ມ​ຈິງ​ມາ​ຮອດ​ປະ​ຈຸ​ບັນ, ໃນ​ເວ​ລາກວ່າ​ຫນຶ່ງ​ເດືອນ​ ນັບ​ແຕ່​ເມື່ອ ​ສານ​ອະ​ນຸ​ຍາ​ໂຕ​ຕຸລາ​ການ ປະ​ກາດ​ຄຳ​ຕັດ​ສິນ​ສຸດ​ທ້າຍ​ກ່ຽວ​ກັບ​ຄະ​ດີ​ຮ້ອງ​ຟ້ອງ, ນອກ​ຈາ​ກ​ບັນ​ດາ​ຄຳ​ຖະ​ແຫລງ​ຢ່າງ​ແຮງ​ທີ່​ຢ້ຳ​ຄືນ ຄຳ​ຕັດ​ສິນ​ຂອງ​ສານ​ແມ່ນ “ບໍ່​ມີ​ຄຸນ​ຄ່າ ແລະ ບໍ່​ມີ​ຜົນ​ສັກ​ສິດ”, ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ ປັກ​ກີ່ງ ນອກ​ເຫນືອ​ຄຳ​ຖະ​ແຫລງ​ດັ່ງ​ກ່າວ ບໍ່​ມີ​ຄຳ​ຖະ​ແຫລງ​ໃດ​ຕື່ມ​ອີກ. 2 ປີ​ກ່ອນນີ້ ປະ​ຊາ​ຄົມ​ສາ​ກົນ ເຄີຍ​ໄດ້​ເຫັນ​ບັນ​ດາ​ການ​ປ່ຽນ​ແປງ​ໃນ​ການ​ກະ​ທຳ​ຂອງ​ປັກ​ກີ່ງ ຢູ່ ທະ​ເລ​ຕາ​ເວັນ​ອອກ ຈາກ​ກໍ​ລະ​ນີ​ດຳ​ເນີນ​ການຂຸດ​ເຈາະ​ນ້ຳ​ມັນ​ຢູ່​ເຂດ​ອ້ອມ​ແອ້ມ ໝູ່​ເກາະ ຮ່​ວາງ​ຊາ ຊື່ງ​ຫວຽດ​ນາມ ກໍ​ຖະ​ແຫລງ​​ປະ​ກາດອະ​ທິ​ປະ​ໄຕ. ການ​ກະ​ທຳ​ຂອງ​ຈີນ ຖືກ​ຫາ​ງສຽງ​ຄັດ​ຄ​້ານ​ຢ່າງ​ແຮງ, ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ​ໃນ​ພາກ​ພື້ນ​ຂອງ​ປະ​ເທດນີ້ ໄດ້​ເຮັດ​ໃຫ້​ຈີນ ມີ​ຄວາມລະ​ມັດ​ລະ​ວັງ​ກວ່າ​. ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ບໍ່​ມີ​ກໍ​ລະ​ນີ​ໃດ​ຄ້າຍ​ຄື​ກັນ​ໃນ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ ຊື່ງ​ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ​ໃນ​ພາກ​ພື້ນ​ຖະ​ແຫລງ​​ປະ​ກາດອະ​ທິ​ປະ​ໄຕ.

PCA ເປີດ​ກາ​ລະ​ໂອ​ກາດ​ເຈ​ລະ​ຈາ

​ໃນ​ທຸກ​ກ​ໍ​ລະ​ນີ, ການ​ເຈ​ລະ​ຈາ​ຍັງ​ຄົງ​ແມ່ນ​ຂໍ້​ກຸນ​ແຈ​ຊ່ວຍ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ. ໂດຍ​ຮັບ​ຮູ້​ໄດ້​ສິ່ງ​ດັ່ງ​ກ່າວ ໃນ​ຄວາມ​ຈິງ ຫວ່າງ​ແລ້ວນີ້ ທັງ​ຟີ​ລີບ​ຟີນ ແລະ ຈີນ ລ້ວນ​ແຕ່​ພວມ​ສະ​ແດງ​ເຈດ​ຕະ​ນາ​ດີ​ປາດ​ຖະ​ຫນາ​ພ້ອມ​ແລ້ວ​ເຈ​ລະ​ຈາ ພາຍ​ຫລັງ​ຄຳ​ຕັດ​ສິນ​ຂອງ​ສານ PCA. ໃນ​ບົດ​ກ່າວ​ປາ​ໄສ​ທີ່​ພິ​ທີ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ, ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Rodrigo Duterte ສະ​ແດງ​ຄວາມ​ຫວັງ ອາດ​ຈະ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ຂັດ​ແຍ້ງ​ກັບ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ. ທີ່​ການ​ພົບ​ປະ​ຫວ່າງ​ແລ້ວນີ້ ລະ​ຫວ່າງ​​ນັການ​ທ​ູດ​ຂອງ ມາ​ນີ​ລາ ແລະ ປັກ​ກີ່ງ ນັ້ນ​ແມ່ນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຟິ​ລີບ​ປີນ Ramos ແລະ ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນຟູ​ຢິງ , ສອງ​ຝ່າຍ​ລ້ວນ​ແຕ່ບໍ່​ເຕື້ອງ​ເຖິງ​ບັນ​ຫາ​ອະ​ທິ​ປະ​ໄຕ​ສຳ​ລັບ​ຫລາຍ​ເຂດ​ທີ່​ພວມ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ເນັ້ນ​ຫນັກ​ວ່າ ບັນ​ດາ​ການ​ປຶກ​ສາ​ຫາ​ລືບໍ່​ເປັນ​ທາງ​ການ ໄດ້​ສຸມ​ໃສ່​ເຂົ້າ​ໃນ​ຄວາມ​ຕ້ອງ​ການ​​ການ​ເຈ​ລະ​ຈາ​ທີ່ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ຮ່ວມ​ມື​ເວົ້າ​ລວມ.

        ຕາ​ມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ພາຍ​ຫລັງ ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸລາ​ການ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ບໍ່​ຄວນ​ເຊື່ອ​ໝັ້ນ​ວ່າ ສະ​ພາບ​ການ​ໃນ​ພາກ​ພື້ນ ຈະ​ມີ​ຄວາມ​ສະ​ຖຽນ​ລະ​ພາບ​ . ເຖິງ​ຢ່າງ​ໃດ​ກໍ​ຕາມ ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸລາ​ການ ແນ່ນອນ​ວ່າ ໄດ້​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ປຶກ​ສາ​ຫາ​ລື​ນຳ​ກັນ, ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ. PCA ສາ​ມາດ​ຊ່ວຍ​ບັນ​ດາ​ຝ່າຍ​ດັດ​ປັບ​ການ​ກະ​ທຳ, ບໍ່​ມີ​ການ​ກະ​ທຳ​ຕາມ​ລຳ​ພັງ​ຝ່າຍ​ດຽວ ໂດຍບໍ່​ຫົວ​ຊາຕໍ່​ກົດ​ໝາຍ​ສາ​ກົນ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ