ຄຳສັ່ງລັບຂອງສິລະປະຍາດແຍ່ງກາລະໂອກາດ

(vovworld)- ໃນ​ຊຸມມື້​ກ່ອນນີ້ 40 ປີ, ທ່ານ​ພົນ​ເອກ ຫວໍ​ງວຽ​ນ​ຢາບ, ຜູ້​ບັນ​ຊາ​ການ​ສູງ​ສຸດກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ສົ່ງ​ໂທ​ລ​ະ​ເລ​ກ​ດ່ວນ: “​ບຸກ​ໂຈມ​ຕີ​ໄວ, ບຸກ​ໂຈມ​ຕີ​ໄວ​ກວ່າ​ອີກ, ​ອົງ​ອາດ, ​ອົງ​ອາດກວ່າ​ອີກ, ຍາດ​ແຍ່ງ​ແຕ່​ລະ​ນາ​ທີ​ບຸກ​ເຂົ້າ​ສະ​ຫນາມ​ຮົບເພື່ອ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ຕັດ​ສິນ​ໃຈ​ສູ້​ຮົບ ແລະ ຍາດ​ເອົາ​ຊະ​ນະ​ຢ່າງ​ສົມ​ບູນ.” ໂທ​ລະ​ເລກ​ມີ​ຄຸນ​ຄ່າ​ປະ​ຫວັດ​ສາດ​ສຳ​ຄັນ​ໃນ​ຈຸດ​ເວ​ລາ​ກ​ອ່ນ​ທີ່​ດຳ​ເນີນບັ້ນ​ຮົບ ໂຮ່​ຈິ​ມີນ ຄັ້ງ​ປະ​ຫວັດ​ສາດ, ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ບົດ​ຂຽນ​ຂອງ​ບັນ​ນາ​ທິ​ການ ຫງວຽນ​ຍູງ ດ້ວຍ​ຫົວ​ຂໍ້​ວ່າ: “ຄຳ​ສັ່ງ​ລັບ​ຂອງ​ສິ​ລະ​ປະ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ.

ຄຳສັ່ງລັບຂອງສິລະປະຍາດແຍ່ງກາລະໂອກາດ - ảnh 1
ກຳ​ລັງ​ທະ​ຫານ​ບຸກ​ເຂົ້າ​ປົດ​ປ່ອຍ​ໄຊ​ງ່ອນ
ພາບ​ເອ​ກະ​ສານ

        ໂທ​ລະ​ເລກ​ເມື່ອ​ວັນ​ທີ 7/4/1975 ດ້ວຍ​ເນື້ອ​ໃນ​ທີ່​ວ່າ: ບຸກ​ໂຈມ​ຕີ​ໄວ, ບຸກ​ໂຈມ​ຕີ​ໄວ​ກວ່າ​ອີກ, ​ອົງ​ອາດ, ​ອົງ​ອາດກວ່າ​ອີກ, ຍາດ​ແຍ່ງ​ແຕ່​ລະ​ນາ​ທີ​ບຸກ​ເຂົ້າ​ສະ​ຫນາມ​ຮົບເພື່ອ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ຕັດ​ສິນ​ໃຈ​ສູ້​ຮົບ ແລະ ຍາດ​ເອົາ​ຊະ​ນະ​ຢ່າງ​ສົມ​ບູນ.”.” ແມ່ນ​​ເຜີຍ​ແຜ່​ຢ່າງ​ທັນ​ທີ​ເຖິງສະ​ມາ​ຊິກ​ພັກ, ນ​ັກ​ຮົບ, ສານນີ້​ຖືກ​ສົ່ງ​ຈາກ ສຳ​ນັກ​ບັນ​ຊາບັ້ນ​ຮົບ ຢູ່ ເຮືອນ​ເລກ​ທີ D67 ໃນ​ບໍ​ລິ​ເວນ​ກຳ​ແພງ​ເກົ່າ ຮ່າ​ໂນ້ຍ. ໂດຍ​ແມ່ນ​ຜູ້​ມີ​ກຽດ​ສົ່ງ​ຄຳ​ສັ່ງ​ລັບ​ປະ​ຫວັດ​ສາດ​ໂດຍ​ກົງ, ທ່ານ ຫງວຽນ​ບາ​ລີວ, ນັກ​ຮົບ​ຕີ​ສາຍ​ຂອງກອງ​ພົນ​ນ້ອຍ 25 ວິ​ລະ​ຊົນ ໃຫ້​ຮູ້​ວ່າ: ຕອນ​ເຊົ້າ​ວັນ​ທີ 7/4/1975, ໃນ​ຍາມ​ປະ​ຈຳ​ການ, ຫົວ​ຫນ້າ​ກອງ​ພັ​ນ​ໄດ​້​ຊາບ​ຊືມ​ວ່າ: ຕ້ອງ​ຮັບ​ປະ​ກັນ​ການ​ຕິດ​ຕໍ່​ສື່​ສານ​ຢ່າງ​ລຽນ​ຕິດ, ຕ້ອງ​ຮັບ​ ແລະ ສົ່ງ​ໂທ​ລະ​ເລກຢ່າງວ່ອງ​ໄວ, ກະ​ທັດ​ລັດ, ຊັດ​ເຈນ​. ສັນ​ຍານ​ດີ, ປະ​ຕິ​ບັດ​ໄວ, ແກ້ກົດ​ລັບ​ ​ຢ່າງ​ຊັດ​ເຈນ ພຽງ​ໃນ​ເວ​ລາ 15 ນາ​ທີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາຍ​ຫລັງ​ມື້​ປົດ​ປ່ອຍ​ພາກ​ໃຕ້(30/4), ທ່ານ​ຈຶ່ງ​ຮູ້​ໄດ້​ວ່າ ຕົນ​ເອງ​ແມ່ນ​ຜູ້​ສົ່ງ​ໂທ​ລະ​ເລກ​ປະ​ຫວັດ​ສາດນັ້ນ.

        “ຄາວນັ້ນ ພວກ​ຂ້າ​ພ​ະ​ເຈົ້າ​ພຽງ​ແຕ່​ກຳ​ນົດປະ​ຕິ​ບັດ​ສຳ​ເລັດ​ຫນ້າ​ທີ່​ຮັບ​ປະ​ກັນ​ຕິດ​ຕໍ່​ສື່​ສານ​ໃນ​ທຸກ​ກ​ໍ​ລະ​ນີ. ເພາະ​ວ່າ ​ກາ​ລະໂອ​ກາດ​ປົດ​ປ່ອຍ​ພາກ​ໃຕ້​ໄດ້​ມາຮອດ​ແລ້ວ ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຮູ້​ໄດ້​ວ່າ​ຕ້ອງສົ່ງ​ໂທ​ລະ​ເລກໂດຍ​ໄວ. ໂທ​ລະ​ເລກ​ໃດ​ກໍ​ສຳ​ຄັນ​ເໝືອນ​ກັນ. ພາຍ​ຫລັງ​ມື້​ປົດ​ປ່ອຍພາກ​ໃຕ້ ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ໄດ້​ວ່າ ຕົນ​ເອງ ໄດ້​ສົ່ງ​ໂທ​ລະ​ເລກ​ຂອງ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ ເມື່ອ​ປະ​ຕິ​ບັດ​ຫນ້າ​ທີ່​ປະ​ຫວັ​ດ​ສາດ​ທີ່ກອງ​ທັບ​ມອບ​ໝາຍໃຫ້.”

        ສຳ​ລັບ ພົນ​ຕີ ຄວດ​ຢີ​ຕຽນ, ອະ​ດີດ ຫົວ​ຫນ້າ​ຫ້ອງ​ການ​ການ​ຮົບ​ກອງ​ພົນ​ໃຫຍ່ 3 ແມ່ນ​ປີກ​ໂຈມ​ຕີ​ຫນຶ່ງ​ໃນ​ບັ້ນ​ຮົບປົດ​ປ​່ອຍ​ພາກ​ໃຕ້, ໂທ​ລະ​ເລກ​ທີ່​ສົ່ງເຖິງ​ທ່ານນັ້ນ​ແມ່ນ ຄຳ​ສັ່ງ​ບຸກ​ໂຈມ​ຕີ​ຢ​່າງ​ຮີບ​ດ່ວນ, ແມ່ນ​ສານ​ໃຫ້​ຮູ້​ວ່າ: ຕ້ອງ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ໂດຍ​ໄວ. ໂດຍ​ປະ​ຕິ​ບັດ​ຄຳ​ສັ່ງ​ລັບ​, ກອງ​ພົນ​ໃຫຍ່​ໄດ້ ​​ ປົດ​ປ່ອຍ​ນະ​ຄອນ​ໂຮ່​ຈິ​ມີນ ໃນ​ທັນ​ທີ.

        “ໂທ​ລະ​ເລກ​ດັ່ງ​ກ່າວໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຕໍ່​ຕ້ານ​ຕ້​ານ​ຈັກ​ກະ​ພັດ​ອາມ​ເລິ​ກາ​ກູ້​ຊາດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ແມ່ນ​ໄດ້ຮອດ​ຈຸດ​ເວ​ລາ​ແລ້ວ ຕ້ອງ​ເຮັດ​ແນວ​ໃດເພື່ອ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມໂດຍ​ໄວ​, ສະ​ນັ້ນ ​ຕ້ອງສຸມ​ທຸກ​ກຳ​ລັງ​ເພື່ອ​ບຸກ​ເຂົ້າ ໄຊ​ງ່ອນ ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ​ຢ່າງ​ສົມ​ບູນ.”

ພັນ​ເອກ ຫງວຽນ​ວັນ​ຫື້​ວ, ອະດີດ​ທ່ານໝໍ​ພົນ​ລະ​ພາກ​ຫຼວງ ​ໄຕ​ງວຽນ, ​ໃຫ້​ຮູ້​ວ່າ​ສານ​ບຸກ​ໂຈມ​ຕີ​ຈະ​ແຈ້ງ, ຂຸ້ນຂ້ຽວ​​ໄດ້​ສ້າງຄວາມ​ສະອອນ​ໃຈ, ​ເພີ່ມ​ແຫຼ່ງກຳລັງ​ແຮງ​, ​ເຮັດ​ໃຫ້​ທະຫານ​ຄື​ທ່ານ​ເຄື່ອນ​ທັບ​ໂດຍ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ​ເພື່ອ​ບຸກ​ເຂົ້າ​ກອງ​ບັນຊາ​ການ​ຂອງ​ສັດຕູ.

        “ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ທີ່​ສຸດ, ຍ້ອນ​ຫາ​ກໍ່​ຕີ​ເອົາ​ຊະນະ​ຢູ່​ບວນ​ເມ​ທວດ, ພວກ​ຂ້າພະ​ເຈົ້າ​​ໄດ້ສຸມ​ຈິດ​ສຸມ​ໃຈ​ປະຕິບັດໜ້າ​ທີ່​,​ເຄື່ອນ​ທັບ​ຈາກ​ບວນ​ເມ​ທວດ​ ລົງ​ເຂດ​ທົ່ງພຽງ ບຸກ​ໂຈມ​ຕີ​ປົດ​ປ່ອຍ​ສະໜາມ​ບິນ​ຢູ່​ຟານຣາງ,  ​ແລ້ວ​ບຸກ​ເຂົ້າ​ພາກ​ໃຕ້“.

        ຮອງ​ສາ​ສະ​ດາ​ຈານ, ດຣ ​ເຈິ່ນງອກ​ລອງ, ອະດີດ​ຮອງ​ຫົວໜ້າ​ສະ​ຖາ​ບັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ, ​ໄຈ້​ແຍກ​ວ່າ: ພາຍຫຼັງ​ບັ້ນ​ຮົບ ​ໄຕ​ງວຽນ. ກົມ​ການ​ເມືອງ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ແລະ ຜູ້ປະຈຳການ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ ຕົກລົງ​ຫັນ​ການ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ເປັນ​ການ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ຂະໜາດ​ໃຫຍ່. ຈາກ​ຈຸດໝາຍ​ໃນ​ເບື້ອງ​ຕົ້ນ​ແມ່ນ​ປົດ​ປ່ອຍ​ພາກ​ໃຕ້​ໃນ​​ໄລຍະ 2 ປີ​, ຄື 1975-1976, ​ໄດ້​ຖອນ​ລົງ​ປົດ​ປ່ອຍ​ໃນ​ປີ 1975. ພິ​ເສດ, ພາຍຫຼັງ​ໄຊຊະນະ​ຂອງ​ບັນ​ຮົບ ຈິ​ທຽນ - ​ເຫວ໋ ​ແລະ ດ່າ​ນັ້ງ, ກອງທັບ​ສາທາລະນະ​ລັດ​ຫວຽດນາມ ​ໄດ້້ຕົກ​ເຂົ້າ​ສູ່​ສະພາບ​ແຕກ​ທະລາ​ຍດ້ານ​ຍຸດ​ທະ​ສາດ, ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອພວກ​ເຮົາ​ປົດ​ປ່ອຍ​ພາກ​ໃຕ້. ວັນ​ທີ 31/3, ກົມ​ການ​ເມືອງ​ຕົກລົງ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຂະ​ໜາດ​ໃຫຍ່​ເພື່ອ​ປົດ​ປ່ອຍ​ພາກ​ໃຕ້. ​ເປັນ​ອັນວ່າ​ຈາກ​ການ​ກຳນົດ​ປົດ​ປ່ອຍ​ພາກ​ໃຕ້​ໃນ​ປີ 1975, ກົມ​ການ​ເມືອງ​ໄດ້​ຕົກລົງ​ຖອນ​ເວລາ​ໃຫ້​ສັ້ນ​ລົງ, ນັ້ນ​ແມ່ນ​ປົດ​ປ່ອຍ​ພາກ​ໃຕ້​ກ່ອນ​ລະດູຝົນ, ​ໂດຍ​ລະອຽດ​ແມ່ນ​ໃນ​ເດືອນ 4/1975. ​ເມື່ອ​ມີ​ໂອກາດ​ແລ້ວ, ສານ​ດັ່ງກ່າວ​ແມ່ນ​ຄຳ​ສັ່ງ​ທີ່​ຖືກ​ກາລະ​ເພື່ອ​ໃຫ້​ທະຫານ​​ທຸກ​ປີກໃນ​ສະໜາມຮົບ​ປິດ​ລ້ອມ ​ແລະ ບຸກ​ເຂົ້າ​ກອງ​ບັນຊາ​ການ​​ຂອງ​ສັດຕູ. ຮອງ​ສາ​ສະ​ດາ​ຈານ, ດຣ ​ເຈິ່ນງອກ​ລອງ ​ໄຈ້​ແຍກ​ວ່າ:

        “ຖ້າ​ບໍ່​ກຳ​ໄດ້​ໂອກາດ ​ແລະ ປະ​ໃຫ້ພາດ​ໂອກາດ, ສັດຕູ​ຈະ​ມີ​ເງື່ອນ​ໄຂປັບປຸງ​ກຳລັງ, ຈັດ​ວາງ​ຍຸດ​ທະ​ສາດ, ​ເວລາ​ນັ້ນ​ສົງຄາມ​ຈະ​ຖືກ​ແກ່ຍາວ. ຍິ່ງ​ກວ່າ​ນັ້ນ, ສົງຄາມ​ຫວຽດນາມໄດ້້ຫັນ​ເປັນ​ສົງຄາມ​ສາກົນ, ດັ່ງ​ນັ້ນປະ​ເທດ​ຕ່າງໆ ​ຈຶ່ງຄອບ​ງຳ​​ສົງຄາມ​ນີ້​ຫຼາຍ​ທີ່​ສຸດ. ຖ້າ​ບໍ່​ຍາດ​ແຍ່ງ​ກາລະ​ໂອກາດ​ແມ່ນ​ຍາກ​ທີ່​ຈະ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບຸນ​ໃນ​ເດືອນ 4 ​ໄດ້“.

        ຄຳ​ສັ່ງ “ບຸກ​ໂຈມ​ຕີ​ໄວ, ບຸກ​ໂຈມ​ຈີ​ໄວ​ກວ່າ​ອີກ, ອົງອາດ, ອົງອາ​ດກວ່າ​ອີກ, ຍາດ​ແຍ່ງ​ແຕ່​ລະ​ນາທີ​ບຸກ​ເຂົ້າ​ສະໜາມຮົບ​ປົດ​ປ່ອຍ​ພາກ​ໃຕ້, ຕັດສິນ​ໃຈ​ສູ້​ຮົບ​​ເພື່ອ​ຍາດ​ເອົາ​ໄຊຊະນະ​ຢ່າງ​ສົມ​ບຸນ“ ​ເຊິ່ງພົນ​ເອກ, ຜູ້​ບັນຊາ​ການ​ໃຫຍ່ ຫວໍ​ງວຽນ​ຢາ​ບ, ຕາງໜ້າ​ຜູ້​ປະຈຳການ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ​ປະກາດ​ນັ້ນ, ມີ​ຄຸນຄ່າ​ປະຫວັດສາດ. ສານ​ດັ່ງກ່າວ​ສະ​ແດງໃຫ້​ເຫັນ​ວ່າ​ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຄະນະ​ພັກ​ການ​ທະຫານ​ສູນ​ກາງ​ໄດ້​ກຳ​ແໜ້ນ​ກາລະ​ໂອກາດ, ມີວິ​ໄສ​ທັດ​ຍຸດ​ທະ​ສາດ, ​​ເປີດ​ຊ່ອງ​ທາງ​ໃຫ້​ມະຫາ​ໄຊ​ໃນ​ລະດູບານ​ໃໝ່ 1975, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບຸນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ.


ຕອບກັບ

ຂ່າວ/ບົດ​ອື່ນ