ຄຳອວຍພອນບຸນເຕັດຂອງປະທານປະເທດ ຫວຽດນາມ

(VOVWORLD) -  ຮຽນ ພໍ່ແມ່ພີ່ນ້ອງຮ່ວມຊາດ  , ສະຫາຍ ແລະ ນັກຮົບໃນທົ່ວປະເທດ!    ຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່່ ສັກກະລະບູຊາ ໄດ້ມາຮອດແລ້ວ, ລະດູບານໃໝ່ປີ ຊວດ ພວມວຽນມາສູ່ທຸກແຖບຖິ່ນ ໃນທົ່ວປະເທດຊາດທີ່ຮັກແພງຂອງພວກເຮົາ
ຄຳອວຍພອນບຸນເຕັດຂອງປະທານປະເທດ ຫວຽດນາມ - ảnh 1ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ 

   ໂດຍຕາງໜ້າການນຳພັກ ແລະ ລັດ ຫວຽດນາມ, ຂ້າພະເຈົ້າຂໍສົ່ງຄຳອວຍພອນປີໃໝ່ທີ່ຈົບງາມທີ່ສຸດ ດ້ວຍອາລົມຈິດຄວາມຮັກແພງເຖິງພໍ່ແມ່ພີ່ນ້ອງຮ່ວມຊາດ, ສະຫາຍ ແລະ ນັກຮົບໃນທົ່ວປະເທດ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ຂ້າພະເຈົ້າຂໍສົ່ງຄຳອວຍພອນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ເຖິງເພື່ອນມິດ, ປະຊາຊົນຢູ່ທຸກໆປະເທດໃນໂລກ. ປີກຸນ 2019 ຫາກໍ່ຜ່ານພົ້ນໄປ ດ້ວຍບັນດາເຫດການທີ່ສຳຄັນ. ປະເທດ ຫວຽດນາມ ໄດ້ບັນລຸບັນດາຜົນງານທີ່ຍິ່ງໃຫຍ່ ແລະ ສຳຄັນໃນ ເກືອບທຸກໆຂົງເຂດ, ອັນໄດ້ສ້າງຄວາມປະທັບໃຈອັນດີງາມ ແລະ ນຳບັນດາບົດຮຽນທີ່ປະເສີດເລີດລ້ຳມາສູ່ພວກເຮົາ.  ຕາງໜ້າໃຫ້ການນຳພັກ, ລັດ ຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈພໍ່ແມ່ພີ່ນ້ອງ, ສະຫາຍ ແລະ ນັກຮົບໃນທົ່ວປະເທດ ກ່ຽວກັບບັນດາຜົນງານ ແລະ ການປະກອບສ່ວນອັນໃຫຍ່ຫຼວງດັ່ງກ່າວ. ກ້າວເຂົ້າສູ່ປີໃໝ່ປີ ຊວດ 2020 ເຊິ່ງແມ່ນປີທີ່ມີເຫດການສຳຄັນຍິ່ງຫຼາຍເຫດການຂອງພັກກອມມູນິດ ຫວຽດນາມ ແລະ ຊາດຫວຽດນາມ, ແມ່ນປີດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ດ້ວຍຄວາມຕັດສິນໃຈຢ່າງສູງ ແລະ ຄວາມເຊື່ອໝັ້ນໃໝ່, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ ເປັນຈິດໜຶ່ງໃຈດຽວ ຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍນາໆປະການ, ພ້ອມກັນກະທຳຢ່າງຂ້ຽວຂາດ, ປະຕິບັດບັນດາເປົ້າໝາຍໜ້າທີ່ເຊິ່ງໄດ້ວາງອອກຢ່າງມີໄຊ, ສ້າງທ່ວງທ່າ ແລະ ກຳລັງໜູນ ຊຸກຍູ້ປະເທດຊາດພັດທະນາຢ່າງ ວ່ອງໄວ ແລະ ຍືນຍົງໃນໄລຍະຕໍ່ໄປ.

      ຂໍອວຍພອນຊາວຫວຽດນາມ ແຕ່ລະຄອບຄົວ, ແຕ່ລະຄົນ ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ. ຊົມເຊີຍລະດູບານໃໝ່, ໄຊຊະນະໃໝ່. ໂດຍຮຽນແຕ່ງກາບກອນຕາມລຸງ ໂຮ່, ຂ້າພະເຈົ້າມີຄຳກອນດັ່ງນີ້:

ປີຜ່ານມາໄດ້ຮັບໄຊຊະນະສະງ່າງາມ.

ປີນີ້ປະເທດຊາດຈະຮັບໄຊຊະນະຍິ່ງໃຫຍ່ກວ່າເກົ່າ.

ສັນຕິພາບ, ຄວາມອີ່ມໜຳສຳລານ, ຜາສຸກ

ໂດ່ງດັງຊື່ສຽງປະເທດຊາດ ຫວຽດນາມ.

ດ້ວຍຄວາມຮັກແພງ.

ຕອບກັບ

ຂ່າວ/ບົດ​ອື່ນ