ຄຳຮຽກຮ້ອງທົ່ວປະເທດທຳການຕໍ່ຕ້ານ - ຄຳຮຽກຮ້ອງກູ້ຊາດ

(vovworld) – ວັນ​​ທີ 19/12 ກ່ອນນີ້ 70 ປີ, ປະ​ທານ ໂຮ່​ຈີ​ມິນ ໄດ​້​​ອອກ​ຄຳຮຽກ​ຮ້ອງ​ທົ່ວ​ປະ​ເທດ​ທ​ຳ​ການ​ຕໍ່​ຕ້ານ. ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງເຫດ​ການ​ສຳ​ຄັນ​​ຍິ່ງນີ້​ຄົບ​ຮອບ 70 ປີ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ມີ​ບົດ​ຂຽນ: “ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ທົ່ວ​ປະ​ເທດ​​ທຳ​ການຕໍ່​ຕ້ານ, ຍູ້​ແຮງ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດເປັນ​ປະ​ເທດອຸ​ດ​ສາ​ຫະ​ກຳ​ ແລະ ທັນ​ສະ​ໄໝ, ປົກ​ປັກ​ຮັກ​ສາ​​ປະ​ເທດ​ ຫວຽດ​ນາມ ສັງ​ຄົມ​ນິ​ຍົມຢ່າງ​ໝັ້​ນ​ຄົງ”.  ​ບົດ​ຂຽນ​ຢັ້ງ​ຢືນວ່າ ມາ​ຮອ​ດ​ປະ​ຈຸ​ບັນ​ບົດ​ຮຽນ​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ, ທົ່ວ​ປວງ​ຊົນ​ທຳ​ການ​ຕໍ່​ຕ້ານ​ຢ່າງຮອບ​ດ້ານ ຍັງ​ຮັກ​ສາ​​ຄຸນ​ຄ່າ​​ເດີມໄວ້​ຄື​ເກົ່າ. ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຕົ້ນ​ຕໍ​ບົດ​ຂຽນ​ຂອງທ່ານ​ປະ​ທານ​ປະ​ເທດ ເຈີ່​ນ​ດ້າຍກວາງ.
ຄຳຮຽກຮ້ອງທົ່ວປະເທດທຳການຕໍ່ຕ້ານ - ຄຳຮຽກຮ້ອງກູ້ຊາດ - ảnh 1
ພາບ​ປະ​ກອບ ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ

     ພາຍຫຼັງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ (ປີ 1945) ປະ​ສົບ​ຜົນ​ສຳ​ເລັດ, ປະ​ເທດ ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ ຫາກໍ່​ໄດ້​ຮັບ​ການ​ກຳ​ເນີດ ຕ້ອງ​ປະ​ເຊີນ​ໜ້າ​ກັບ “ສັດ​ຕູ​ທັງ​ພາຍ​ໃນ ແລະ ພາຍນອກ”, ໄພ​ອຶດ​ຫິວນັ້ນ. ດ້ວຍ​ກົນ​ອຸ​ບາຍຮຸກ​ຮານ​ຢ່າງ​ໂຫ​ດ​ຮ້າຍ​ສາ​ມານ ຫວຽດ​ນາມ ອີກ​ເທື່ອ​ໜຶ່ງ, ພວກ​ລ່າ​ເມືອງ​ຂຶ້ນ ຝ​ຣັ່ງ ໄດ້​ເຂົ້າມາ, ​ອັນ​ໄດ້ບັງ​ຄັບ​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ ຕ້ອ​ງ​ຈັບ​ປືນ​ປົກ​ປັກ​ຮັກ​ສາປະ​ເທດ​ຊາດ. ຄ່ຳ​ຄືນ​ວັນ​ທີ 19/12/1946, ຂະ​ບວນການ​ຕໍ່​ຕ້ານ​​ໃນທົ່ວ​ປະ​ເທດ​ໄດ້​​ລະ​ເບີດ. ປະ​ທານ ໂຮ່​ຈີ​ມິນ ໄດ້​​ອອກ​ຄຳຮຽກ​ຮ​້ອ​ງ​ທົ່ວ​ປະ​ເທດ​​ທຳ​ການຕໍ່​ຕ້ານ, ຊຸກ​ຍູ້​ໃຫ້​ທົ່ວ​ປວງ​ຊົນ​ລຸກ​​ຂຶ້​ນ​ກູ້​ຊາດ. ນີ້​ແມ່ນ​ທິດ​ທາງ​ຍຸດ​ທະ​ສາດ​ສຳ​ລັບ​ທົ່ວ​ປວງ​ຊົນ​ນັບ​ແຕ່​ເມື່ອ​ເລີ່ມ​ຕົ້ນ​ການ​ຕໍ່​​ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ຝ​ຣັ່ງ ມາ​ຮຸກ​ຮານ.

ຄຳ​ຮຽກ​ຮ້ອງ​ກູ້​ຊາດ

        ຄຳ​ຮຽກ​ຮ້ອງ​ທົ່ວ​ປະ​ເທດ​​ທຳ​ການ​ຕໍ່​ຕ້ານ​ຂອງ​ປະ​ທານ ໂຮ່​ຈີ​ມິນ ໄດ້​ຊີ້​ແຈ້ງວ່າ: “ພວ​ກ​ເຮົາ​ຢາກ​​ມີສ​ັນ​ຕິ​ພາບ, ພວກ​ເຮົາ​ຕ້ອງຜ່ອນ​ສັ້​ນ​ຜ່ອນ​ຍາວ. ແຕ່​​ເມື່ອພວກ​ເຮົາ​​ຍິ່ງຜ່ອນ​ສັ້ນ​ຜ່ອນ​ຍາວ​ເທົ່າ​ນັ້ນ, ພວກ​ລ່າ​ເມືອງ​ຂຶ້ນ​​ຍິ່ງ​ບຽບ​ຍືນ​ເທົ່າ​ນັ້ນຍ້ອນ​ ພວກ​ມັນ​ຕັດ​ສິນ​ໃຈ​ຢຶດ​ຄອງ​ປະ​ເທດ​ເຮົາ​ອີກ​ຄັ້ງ​ໜຶ່ງ! ບໍ່! ພວກ​ເຮົາຍອມ​ເສຍ​ສະຫຼະ​ທັງ​ໝົດ, ຫາກບໍ່​ຍອມ​ເສຍ​ປະ​ເທດ, ບໍ່​ຍອມ​ເປັນ​ຂ້ອຍ​ຢ່າງ​ເດັດ​ຂາດ. ໃຜ​ມີ​ປືນ​ແມ່ນໃຊ້​ປືນ, ໃຜ​ມີ​ດາບ​ແມ່ນ​ໃຊ້​​ດາບ, ບໍ່​ມີ​ດາບ ກໍ່​ໃຊ້​ວົກ, ໃຊ້​ສຽມ, ໃຊ້​ໄມ້​ຄ້ອນ. ໃຜໆ​ກໍ່​ຕ້ອງ​ອອກ​ແຮງຕ້ານ​​ພວກລ່າ​ເມືອງ​ຂຶ້ນ ຝ​ຣັ່ງ ​ເພື່ອກູ້​ຊາດ.”

ຕາມ​​ທ່ານປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລ້ວ, ຄຳ​ຮຽກ​ຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ​ຂອງ​ປະ​ທານ ໂຮ່​ຈີ​ມິນ ແມ່ນ​​ສຽງ​ຂອງ​ບ້ານ​ເກີດ​ເມືອງນອນ​ປະ​ເທດ​ຊາດ, ແມ່​ນ​ຄຳ​ຮຽກ​ຮ້ອງ​ກູ້​ຊາດ, ປຸກ​ລຸກ​ນ້ຳ​ໃຈ​ເອກ​ອ້າງ​ທະ​ນົງ​ໃຈ​​ຂອງ​ຊາດ​ແມ່ນ, ມູນ​ເຊື້ອ​​ວິ​ລະ​ຊົນ, ອົງ​ອາດ​ກ້າ​ຫານ ບໍ່​ຍອມ​ຈຳ​ນົນ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ, ກະ​ຕຸກ​ຊຸກ​ຍູ້​ໃຫ້​ທົ່ວ​ປະ​ເທດ​ລຸກ​ຂຶ້ນ​ທຳການ​ຕ​ໍ່​ສູ້, ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​​ປະ​ເທດຊາດ​. ເພື່ອ​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງນີ້, ກອງ​ທັບ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ພ້ອມ​ກັນ​​ລຸກ​ຂຶ້ນດຳ​ເນີນ​ການ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ຝ​ຣັ່ງ ຜູ​້​ຮຸກ​ຮານ, ເປີດ​ສາກ​ແມ່ນ​ການ​ຕໍ່​ສູ້​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ນະ​ຄອນຫຼວງ ຮ່າ​ໂນ້ຍ. ຈາກນັ້ນ ໄດ້​ແຜ່​ຂະ​ຫຍາຍ​ອອກ​ສູ່​​ທ​້ອງ​ຖິ່ນ​ຕ່າງໆໃນ​ທົ່ວ​ປະ​ເທດ. ພາຍຫຼັງ​ການ​ຕໍ່​ສູ້​ຢ່າງ​ອົງ​ອາດ​ກ້າ​ຫານ​ມາ​ເປັນ​ເວ​ລາ 9 ປີ, ກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຕີ​ເອົາ​ໄຊ​ຊະ​ນະ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ຮັ່ງ ແລະ ການ​ແຊກ​ແຊງ​ຂອງ ອາ​ເມ​ລິ​ກາ ເຊິ່ງ​ຈຸດ​ສູງ​ສຸດ​ແມ່ນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ປະ​ຫວັດ​ສາດ ​“​ໂດ່ງ​ດັງ​ໄປ​ທົ່ວ 5 ທະ​ວີບ, ສັ່ນ​ສະ​ເທືອນ​ໃນ​ທົ່ວ​ໂລກ”. ໄຊ​ຊະ​ນະ​ຂອງ​ການ​ຕໍ່​​ຕ້ານຕ້ານ​ລ່າ​ເມືອງ​ຂຶ້ນ ຝ​ຣັ່ງ ມາ​ຮຸກ​ຮານ ແລະ ການ​ແຊກ​ແຊງ​ຂອງ ອາ​ເມ​ລິ​ກາ ​ແມ່ນມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່, ບັງ​ຄັບ​ໃຫ້​ພວກ​ລ່າ​ເມືອງ​ຂຶ້ນ ຝ​ຣັ່ງ ຕ້ອງ​ຮັບ​ຮອງ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂ​ອງ ຫວຽດ​ນາມ.

        ບົດ​ຂຽນ​ໄດ້​ຢັ້ງ​ຢືນ​ສາຍ​ເຫດ​ພື້ນ​ຖານ, ຕັດ​ສິນ​ໃຈ​ໄຊ​ຊະ​ນະ​ແມ່ນ​ແນວ​ທາງ​ນະ​ໂຍ​ບາຍ​ການ​ປະ​ຕິ​ວັດ, ແນວ​ທາງ​ສົງ​ຄາມ​ປະ​ຊາ​ຊົນ​​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຖືກ​ຕ້ອງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ມີການ​ຊີ້​ນຳ, ນ​ຳ​ພາ​ທີ່​ສະຫຼາດ​ສ່ອງ​ໄສ, ​ມີ​ຄວາມປິ​ຊາ​ສາ​ມາດ​ຂອງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ, ​ເຊິ່ງນຳ​ໜ້າ​ແມ່ນ​ປະ​ທານ ໂຮ່​ຈີ​ມິນ. ນັ້ນ​ແມ່ນ​ໄຊ​ຊະ​ນະ​ຂອງກ​ຳ​ລັງ​ແຮງ​​ຕໍ່​ຕ້ານ​​ທົ່ວ​ປວງ​ຊົນ, ຮອບ​ດ້ານ, ທົ່ວ​ປະ​ເທດ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ທົ່ວ​ປວງ​ຊົນ​​ຕີ​ສັດ​ຕູ, ​ແມ່ນ​ພູມ​ປັນ​ຍາ ແລະ ​ຄຸນ​ນະ​ທາດ​ຂອງ​ຊາວ ຫວຽດ​ນາມ, ກຳ​ລັ​ງ​ແຮງ​ຂອງແນວ​ໜ້າ ແລະ ແນວຫຼັງ, ວັດ​ຖຸ ແລະ ຈິດ​ໃຈ, ທັນ​ສະ​ໄໝ ແລະ ມູນ​ເຊື້ອ, ພາຍ​ໃນ​ປະ​ເທດ ແລະ ສາ​ກົນ, ຄວາມ​ສາ​ມັກ​ຄີ​ຂອງ​ທົ່ວ​ປວງ​ຊົນ​​ທີ່​ເຕົ້າ​ໂຮມ​ໃນ​ແນວ​​ໂຮມ​ເອ​ກະ​ພາບ​​ແຫ່ງ​ຊາດຢ່າງ​ກ້​ວາງ​ຂວາງ.

ບົດຮຽນ​ອັນ​ລ້ຳ​ຄ່າ​ເພື່ອ​ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ

ບົດ​ຂຽນ​ຢືນຢັນ​ບັນດາ​ບົດຮຽນ​ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ, ທົ່ວ​ປວ​ງຊົນ​ທຳ​ການຕໍ່ຕ້ານ, ມາ​ຮອດ​ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ຄຸນຄ່າ​ເດີມ​ຢູ່. ​ໃນ​ພາລະກິດ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ປົກ​ປັກ​ຮັກສາ​ປະ​ເທດຫວຽດນາມ​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ​ນັ້ນ, ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ ຄວນ​ເສີມ​ຂະຫຍາຍ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ສູງ, ສືບ​ຕໍ່​ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ. ປັບປຸງ, ​ເພີ່ມ​ທະວີ​ກຳລັງ​ແຮງ​ແຫ່ງ​ຄວາມ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ສ້າງ​ເປັນ​ກຳລັງ​ແຮງສັງລວມອັນ​ໃຫຍ່​ຫຼວງ​ຂອງ​ຊາດ. ​ເລື່ອງ​ກໍ່ສ້າງ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ເພື່ອ​ແນ​ໃສ່​ສ້າງ​ວັດທະນະທຳ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນກັບ​ການ​ພັດທະນາ​ມະນຸດ, ການພັດທະນາ​ວັດທະນະທຳກັບການ​ພັດທະນາ​ເສດຖະກິດ​ສັງຄົມ, ການ​ພັດທະນາ​ເສດຖະກິດ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢ່າງ​ແໜ້ນ​ແຟ້ນ, ສິ່ງ​ດັ່ງກ່າວ​ຕ້ອງ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ​ເລື່ອງ​ເຄົາລົບ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ຕ້ອງ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄວາມ​ຮັບຜິດຊອບ, ພັນທະ​ຂອງ​ພົນລະ​ເມືອງ ​ແລະ ​ການເຄົາລົບຄວາມ​ເປັນ​ລະບຽບ​ວິ​​ໄນ, ປະຕິບັດ​ກົດໝາຍ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ. ພິ​ເສດ, ​ແມ່ນ​ຍົກ​ສູງ​ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ໃນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງຄົມ, ການ​ກໍ່ສ້າງ​ອົງການ​ຈັດ​ຕັ້ງພັກ, ອົງການ​ລັດ​ໃຫ້​ປອດ​​ໃສ, ໝັ້ນຄົງ, ​ເຂັ້ມ​ແຂງ.

        ​ໃນ​ບົດ​ຂຽນ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການຖື​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ - ຊົນ​ຊາດ​ເປັນ​ຕົ້ນ, ​ເຊີດ​ຊູ​ຄັນ​ທຸງ​ສັນຕິພາບ, ​ຄວາມ​ເປັນ​ທຳ, ​ເໝາະ​ສົມ​ກັບ​ບັນດາ​ຄຸນຄ່າ​ລວມຂອງ​ມວນ​ມະນຸດ; ​ແກ້​ໄຂ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​ຢ່າງ​ກົມກຽວ, ​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ. ​ເປີດ​ກວ້າງ, ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ກັບ​ສາກົນນັບ​ມື້​ນັບ​ເລິກ​ເຊິ່ງ,  ໝັ້ນຄົງ;  ສືບ​ຕໍ່​ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​

ເທ​ດໃນ​ເວທີ​ສາກົນ. ​ເພີ່ມ​ທະວີ​ການ​ກໍ່ສ້າງ​ກຳລັງ​ກອງທັບ​ປະຊາຊົນ, ຕຳຫຼວດ​ປະຊາຊົນ​ປະຕິວັດ​ໃຫ້​ເປັນ​ກຳລັງ​ຫຼວງ, ຍອດ​ຢ້ຽມ, ນັບ​ມື້​ນັບ​ທັນ​ສະ​ໄໝ, ​ແລະ ຫັນ​ບັນດາ​ກຳລັງ​ສຳຄັນຍິ່ງ​ເປັນ​ທັນ​ສະ​ໄໝ​ໂດຍ​ກົງ. ມີ​ນະ​ໂຍບາຍ​ສະກັດ​ກັ້ນ​ບໍ່​ໃຫ້​ສົງຄາມ, ການ​ປະ​ທະ​ກັນ​ເກີດ​ຂຶ້ນ, ຄົ້ນ​ພົບ ​ແລະ ດັບ​ສູນ​ບັນດາ​ປັດ​ໃຈ​ບໍ່​ເປັນ​ປະ​ໂຫຍ​ດ, ບໍ່​ໃຫ້​ຕົກ​ຢູ່​ໃນ​ທ່າ​ຮັບ, ​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ​ ​ບໍ່​ວ່າ​​ໃນສະພາບ​ການ​ໃດ. ​ເດັດ​ດ່ຽວ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ປົກ​ປັກ​ຮັກສາ​ຊາຍ​ແດນ ​ແລະ ອະທິປະ​ໄຕທະ​ເລ, ​​ເກາະ, ​ເຂດ​ນ່ານ​ຟ້າ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ; ພ້ອມ​ທັງ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ.

        ບົດ​ຂຽນ​ຢືນຢັນວ່າ, ​ຫວນ​ຄືນນ້ຳ​ໃຈ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ, ດ້ວຍຄວາມ​ເອກອ້າງ​ທະ​ນົງ​ໃຈ, ​ເຊື່ອ​ໝັ້ນ​ຕໍ່​ການ​ຊີ້​ນຳ​ນຳພາ​ຢ່າງ​ຖືກຕ້ອງ, ສະຫຼາດ​ສະຫຼຽວ​ຂອງ​ພັກ. ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ ຄວນ​ຍົກ​ສູງ​ນ້ຳ​ໃຈ​ຮັກ​ຊາດ, ກຳ​ແໜ້ນ​ກາລະ​ໂອກາດ, ປະຕິບັດ​ພາລະກິດ​ປ່ຽນ​ໃໝ່​ຢ່າງ​ມີ​ໄຊ, ນຳພາ​ລະ​ກິດ​ປະຕິວັດ​ຂອງ​ຊາດ​ເຖິງ​ຈຸດ​ສູງ​ໄຊຊະນະ​ໃໝ່.

ຂ່າວ/ບົດ​ອື່ນ