ຄຳ​ໝັ້ນ​ໝາຍ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ

(VOVWORLD) -ວັນທີ 23 ພຶດສະພາ, ຜູ້ມີສິດເລືອກຕັ້ງ ຫວຽດນາມ ກວ່າ 69 ລ້ານຄົນ ຈະປະຕິບັດສິດ ແລະ ພັນທະພົນລະເມືອງເມື່ອໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XV  ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021  2026. ເລື່ອງ ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນປະຕິບັດຄຳໝັ້ນໝາຍ, ລາຍການເຄື່ອນໄຫວຂອງຕົນ ຈະປະກອບສ່ວນຢັ້ງຢືນອິດທິພົນຊື່ສຽງຂອງບັນດາອົງການໂດຍປະຊາຊົນເລືອກຕັ້ງໃນຈິດໃຈຂອງປະຊາຊົນ.

ທີ່ການເລືອກຕັ້ງຈະຈັດຂຶ້ນໃນວັນທີ 23 ພຶດສະພານີ້ ບັນດາ ຜູ້ມີສິດເລືອກຕັ້ງ ຈະເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) 500 ຄົນ, ສະມາຊິກສະພາປະຊາຊົນ ທຸກຂັ້ນ 3.727 ຄົນ. ເພື່ອໃຫ້ກາຍເປັນຜູ້ແທນໂດຍປະຊາຊົນເລືອກຕັ້ງ, ບັນດາຜູ້ສະໝັກຮັບເລືອກຕັ້ງ ລ້ວນແຕ່ຜ່ານຂັ້ນຕອນລວມມີ ຫລາຍບາດກ້າວ ດ້ວຍການເຈລະຈາ 3 ຮອບ. ນີ້ແມ່ນບັນດາບາດກ້າວຄັດເລືອກເພື່ອເລືອກເຟັ້ນຜູ້ມີມາດຕະຖານພຽງພໍ ແລະ ແມ່ນຕົວແທນຢ່າງແທ້ຈິງ.

ເລື່ອງກາຍເປັນຜູ້ແທນໂດຍປະຊາຊົນເລືອກຕັ້ງ ຢູ່ ອົງການມີສິດອຳນາດສູງສຸດຂອງສູນກາງ ຫລື ອົງການມີສິດອຳນາດສູງສຸດຂອງລັດຢູ່ ທ້ອງຖິ່ນ ແມ່ນຄວາມເປັນກຽດ ສຳລັບບໍ່ວ່າຜູ້ສະໝັກຮັບເລືອກຕັ້ງທ່ານໃດໃນການເລືອກຕັ້ງນີ້.

  ຄຳ​ໝັ້ນ​ໝາຍ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ - ảnh 1ຮ່າໂນ້ຍ ຂຶ້ນແຜນຢ່າງລະອຽດ, ຈັດຕັ້ງໃຫ້ຜູ້ມີສິດເລືອກຕັ້ງຢູ່ເຂດແຍກຕົວ ເຂົ້າຮ່ວມການປ່ອນບັດ ແລະ ປະຕິບັດສິດພົນລະເມືອງຂອງຕົນ

ວັນທີ 6 ມັງກອນປີ 1946 ໃນການເລືອກຕັ້ງທົ່ວະເທດຄັ້ງທຳອິດຂອງ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປະຈຸບັນ ແມ່ນ ສສ ຫວຽດນາມ, ທ່ານປະທານໂຮ່ຈີມິນ ໄດ້ຮັບເລືອກຕັ້ງດ້ວຍບັດສະຫນັບສະຫນູນຂອງປະຊາຊົນເກືອບ 100%. ທີ່ພິທີຈັດຂຶ້ນຫລັງການເລືອກຕັ້ງ, ເພິ່ນ ມີຄຳໝັ້ນໝາຍ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອ ເອກະລາດ, ເສລີພາບ ຄວາມຜາສຸກຂອງປະຊາຊົນ. ຄຳໝັ້ນໝາຍນັ້ນ ໄດ້ປະກົດຜົນເປັນຈິງ.

ໃນການໂອ້ລົມກັບປະຊາຊົນນະຄອນຫລວງ ເນື່ອງໃນໂອກາດດຳເນີນກອງປະຊຸມເທື່ອທີ 1 ສະພາແຫ່ງຊາດຊຸດທີ II ເມື່ອວັນທີ 15 ກໍລະກົດປີ 1960, ເພິ່ນ ກໍ່ຊີ້ແຈ້ງ ກ່ຽວກັບຄຸນນະທາດຈັນຍາບັນຂອງຜູ້ເປັນ ສສຊ: “ສສຊ ທັງໝົດ ຕ້ອງໝັ້ນໝາຍຕໍ່ປະຊາຊົນ: ເມື່ອໄດ້ຮັບເລືອກຕັ້ງເຂົ້າໃນສະພາແຫ່ງຊາດເພື່ອເປັນ ສສຊ ບໍ່ແມ່ນເພື່ອເປັນການນຳ ເປັນຜູ້ໃຫຍ່ ຫາກແມ່ນຜູ້ຈົ່ງຮັກພັກດີຕໍ່ປະຊາຊົນ”. ໝາຍຄວາມວ່າ ໄດ້ມີຄຳໝັ້ນໝາຍຕໍ່ປະຊາຊົນຕ້ອງເຮັດໃຫ້ໄດ້. ຍິ່ງກວ່ານັ້ນ ແມ່ນຄວາມຮຽກຮ້ອງ “ເວົ້າຕ້ອງໄປຄຽງຄູ່ກັບການກະທຳ”.

  ຄຳ​ໝັ້ນ​ໝາຍ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ - ảnh 2ທະຫານປ້ອງກັນຊາຍແດນແຂວງ ອານຢາງ ແນະນຳກ່ຽວກັບຊີວະປະຫວັດຂອງຜູ້ສະໝັກເລືອກຕັ້ງ ໃຫ້ແກ່ພະນັກງານ, ນັກຮົບໃນກົມກອງ
ໄລຍະຜ່ານມາ, ນັບແຕ່ເມື່ອ ພາຍຫລັງ ສະພາເລືອກຕັ້ງແຫ່ງຊາດ ປະກາດ ບັນຊີລາຍຊື່ເລືອກຕັ້ງມາຮອດຈຸດເວລາ ກ່ອນ 24 ຊົ່ວໂມງເລີ່ມຕົ້ນການປ່ອນບັດ, ບັນດາຜູ້ອອກສະໝັກຮັບເລືອກຕັ້ງ ສສຊ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນໄດ້ ມີຫລາຍຮູບການຂົນຂວາຍຫາສຽງເລືອກຕັ້ງ, ການພົບປະກັບຜູ້ມີສິດເລືອກຕັ້ງໂດຍກົງ ຫລື ອອນລາຍ. ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ຍົກອອກບັນດາລາຍການກະທຳເພື່ອປະຕິບັດຄວາມຮັບຜິດຊອບຂອງຕົວແທນຖ້າຫາກໄດ້ຮັບການເລືອກຕັ້ງ.

ຈຸດລວມ ແມ່ນ ລາຍການກະທຳລ້ວນແຕ່ສະແດງໃຫ້ເຫັນຄວາມສະຫນິດຕິດພັນ, ໃກ້ຊິດຕິດແທດກັບປະຊາຊົນ, ຕັ້ງຫນ້າປະກອບແນວຄວາມຄິດເພື່ອສ້າງສາທ້ອງຖິ່ນ ແລະ ປະເທດຊາດ ໃຫ້ນັບມື້ນັບພັດທະນາ.. ບັນດາເນື້ອໃນລະອຽດແມ່ນສຸມໃສ່ຫລາຍບັນຫາສ້າງສາປະເທດຊາດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນຄື: ປະຕິບັດບັນດາຫນ້າທີ່ພັດທະນາເສດຖະກິດ ສັງຄົມ, ບັນດາແຜນຮ່າງ, ນະໂຍບາຍກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນແມ່ນຜູ້ທຸກຍາກ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວນະໂຍບາຍ, ປະຊາຊົນຢູ່ເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າສ່ວນຫນ້ອຍ, ບັນດານະໂຍບາຍກ່ຽວກັບການຫນູນຊ່ວຍວຽກເຮັດງານທຳ, ຍົກສູງຄຸນນະພາບການສຶກສາບຳລຸງສ້າງ…

ຜູ້ມີສິດເລືອກຕັ້ງທຸກໆຄົນລ້ວນແຕ່ຕັ້ງຄວາມເຊື່ອໝັ້ນ: ຖ້າຫາກໄດ້ຮັບການເລືອກຕັ້ງ, ບັນດາຜູ້ແທນ ຈະເສີມຂະຫຍາຍຄວາມອາດສາມາດ, ບົດຮຽນ ປະສົບການຂອງຕົນໃຫ້ດີທີ່ສຸດ,ປະຕິບັດຄຳໝັ້ນໝາຍກໍ່ຄືຫນ້າທີ່ຄວາມຮັບຜິດຊອບຂອງ ຕົວແທນໂດຍປະຊາຊົນເລືອກຕັ້ງໃຫ້ສຳເລັດຢ່າງຈົບງາມ.

ໃນ 75ປີແຫ່ງການພັດທະນາຂອງສະພາແຫ່ງຊາດ ຫວຽດນາມ, ຜ່ານບັນດາການເລືອກຕັ້ງ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ໄດ້ເລືອກຕັ້ງບັນດາຜູ້ແທນທີ່ສົມເປັນໂດຍຕາງຫນ້າໃຫ້ປະຊາຊົນ, ປະຕິບັດສິດຕາງຫນ້າໃຫ້ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ ຢູ່ ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ.

ກ່ອນດຳເນີນການເລືອກຕັ້ງເມື່ອວັນທີ 23 ພຶດສະພາ ເພື່ອເລືອກຕັ້ງບັນດາ ສສຊ ຊຸດທີ XV, ສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2016- 2021, ຜູ້ມີສິດເລືອກຕັ້ງທົ່ວປະເທດ ສືບຕໍ່ຕັ້ງຄວາມເຊື່ອໝັ້ນຕໍ່ເລື່ອງ ຜູ້ສະໝັກຮັບເລືອກຕັ້ງ ແຕ່ລະຄົນ ຫັນຄຳໝັ້ນໝາຍ, ລາຍການກະທຳຂອງຕົນໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ