ຈັດວາງອັດຕາພາສີສຳລັບກຸ້ງຫວຽດນາມແມ່ນໄປຝືນກັບເນື້ອໃນຈິດໃຈການຄ້າເສລີ


(vovworld)- ກະ​ຊວງ​ການ​ຄ້າອ​າ​ເມ​ລິ​ກາ(DOC) ຫາ​ກໍ​ມີ​ຄຳ​ຕັດ​ສິນ​ສຸດ​ທ້າຍ​ປ​ແມ່ນຮັກ​ສາ​ອັດ​ຕາ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ສຳ​ລັບ​ກຸ້ງ​ຫວຽດ​ນາມ ສົ່ງ​ໄປ​ຂາຍ​ຢູ່​ອາ​ເມ​ລິ​ກາ ຕາມ​ຂໍ້​ຕົກ​ລົງ​ໃນ​ເບື້ອງ​ຕົ້ນໄລ​ຍະ​ສຳ​ຫລວດກວດ​ກາ​ຄັ້ງ​ທີ 8. ສະ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດ​ນາມ ຈະ​ຕ້ອງ​ເສຍ​​ ພາ​ສີ​ດ້ວຍອັດ​ຕາ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ເມື່ອ​ນຳ​ຜະ​ລິດ​ຕະ​ພັນ​ນ​ີ້​ເຂົ້າ​ຕະ​ຫລາດ ອາ​ເມ​ລິ​ກາ. ເລື່ອງ​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກຸ້​ງ​ຂອງ​ຫວຽດ​ນາມ ​ແມ່ນບໍ່​ມີ​ຄວາມ​ຍຸ​ຕິ​ທຳ, ບໍ່​​ເໝາະ​ສົມກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.
ຈັດວາງອັດຕາພາສີສຳລັບກຸ້ງຫວຽດນາມແມ່ນໄປຝືນກັບເນື້ອໃນຈິດໃຈການຄ້າເສລີ - ảnh 1
ປຸງ​ແຕ່ງ​ກຸ້ງ​ເພື່ອ​ສົ່ງ​ອອກ
ພາບ:internet

        ຕາມ​ໝາກ​ຜົນ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ຕ້ານ​ການ​ຂາຍ​ບຸ​ບ​ລາ​ຄາ​ກ​ຸ້ງ​ຂອງ​ຫວຽດ​ນາມ ໄລ​ຍະ 1/2/2012-31/12/2013(POR8) ຊື່ງ​ກະ​ຊວງ​ການ​ຄ້າ ອາ​ເມ​ລິ​ກາ (DOC) ຫາ​ກໍ​ປະ​ກາດ, ມີ ບໍ​ລິ​ສັດ​ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດ​ນາມ 32 ແຫ່ງ ຖືກ​ຈັດ​ວາງ​ອັດ​ຕາ​ພາ​ສີ​ໃນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ. ໃນ​ນັ້ນ, ກຸ່ມ​ບໍ​ລິ​ສັດ​ສິນ​ໃນ​ນ້ຳ ມີງ​ຟູ ຖືກ​ເສຍ​ພາ​ສີໃນ​ລະ​ດັບ 4,98%, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ສິນ​ໃນ​ນ້ຳ ຊອກ​ຈັງ (STAPIMEX) 9,7% ແລະ ບໍ​ລິ​ສັດ​ອື່ນ 6,37%. ອັດ​ຕາ​ພາ​ສີ​ລວມ​ໃຫ້​​ທົ່ວ​ປະ​ເທດ​ແມ່ນ 25,76%. ຕາມ​ຂໍ້​ກຳ​ນົດ​ແລ້ວ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ມີ 30 ວັນ​ເພື່ອ​ຟ້ອງ​ຮ້ອງ​ຂໍ້​ຕົກ​ລົງ​ຂອງ DOC ອອກ​ສູ່​ສານ​ການ​ຄ້າ​ສາ​ກົນ​ອາ​ເມ​ລິ​ກາ.

        ຄຳ​ຕັດ​ສິນ​ບໍ່​ມີ​ຄວາມ​ຍຸ​ຕິ​ທຳ, ບໍ່​ອີງ​ໃສ່​ສະ​ພາບ​ຕົວ​ຈິງ.

        ເມື່ອ​ເດືອນ 3/2014, ພາ​ຍຫລັງ​ເມື່ອ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ​ຂອງ​ການ​ພິ​ຈາ​ນະ​ນາ​ດ້ານ​ບໍ​ລິ​ຫານ​ຄັ້ງ​ທີ 8 (POR8) ກ່ຽວ​ກັບ​ອັດ​ຕາ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ກຸ້ງ​ສົ່ງ​ໄປ​ຂາຍ​ຢູ່​ຕະ​ຫລາດ ອາ​ເມ​ລິ​ກາ ຖືກ​ປະ​ກາດ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ລ້ວນ​ແຕ່​ໃຫ້​ຮູ້​ວ່າ: ເຂົາ​ເຈົ້າ​ຄັດ​ຄ້ານ​ຄຳ​ຕັດ​ສິນ​ດັ່ງ​ກ່າວ​ຂອງ DOC. ຄວາມ​ຈິງ​ແລ້ວ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ບໍ່​ໄດ້​ຮັບ​ບໍ່​ວ່າ​ການ​ຫນູ​ນ​ຊ່ວຍ​ໃດໆ​ຈາກ​ລັດ​ຖະ​ບານ​ໃນ​ວິ​ວັດ​ການ​ຜະ​ລິດ​ກຸ້ງ​ສົ່ງ​ອອກ. ລາ​ຄາ​ກຸ້ງ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ຖືກກວ່າ​ກຸ້ງ​ຂອງ​ອາ​ເມ​ລິ​ກາ ຍ້ອນ​ວ່າ​ບັນ​ດາ​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ໄດ້​ຮັບ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ທຳ​ມະ​ຊາດ ສະ​ນັ້ນ ລາຍ​ຈ່າຍ​ໃຫ້​ແກ່​ການ​ຜະ​ລິດ​ແມ່ນ​ຕ່ຳ​ກວ່າ, ພາ​ໄປ​ເຖິງ​ລາ​ຄາ​ຖືກກວ່າ. ທ່ານ ຫງວຽນ​ຫືວ​ຢູງ, ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດ​ນາມ (Vasep) ຢືນ​ຢັນ​ວ່າ:

        “ກຸ້ງ​ຂອ​ງ​ຫວຽດ​ນາມ ແລະ ກຸ້ງ​ຂອງ​ອາ​ເມ​ລິ​ກາ ແມ່ນ​ ສິນ​ຄ້າ​ສອງ​ປະ​ເພດ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ການ​ຜະ​ລິດ, ບໍ່​​ຄື​ກັນ. ກຸ້ງ​ຂອງ​ອາ​ເມ​ລິ​ກາ ແມ່ນ​ກຸ້ງ​ທີ່​ຫາ​​ຢູ່​ທະ​ເລ, ສ່ວນ ກຸ້ງ​ຂອງ​ຫວຽດ​ນາມ ແມ່ນ​ກຸ້ງ​ລ້ຽງ​ຢູ່​ເຂດ​ທົ່ງ​ພຽງ​ຂອ​ງ​ຕົນ. ສອງ​​ກໍ​ລະ​ນີດັ່ງ​ກ່າວບໍ່​ກ່ຽວ​ຂ້ອງ​ກັນ, ບໍ່​ແມ່ນ​ຜະ​ລິດ​ຕະ​ພັນ​ແກ້ງ​ແຍ້ງ​ໂດຍ​ກົງ​ນຳ​ກັນ. ສະ​ນັ້ນ ເລື່ອງນີ້​ແມ່ນ​ເລ​ຫລ່ຽມຂອງ​ບໍ​ລິ​ສັດ​ຜະ​ລິດ​ຢູ່​ອາ​ເມ​ລິ​ກາ ​ທີ່ຢາກ​ປົກ​ປ້ອງ​ດ້ວຍ​ກົດ​ໝາຍ​ຂອງ​ອາ​ເມ​ລິ​ກາ.”

       ບໍ່​ປົກ​ປ້ອງ​ຫາກ​ພຽງ​ແຕ່ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜູ້​ໃຊ້​ສອຍ​ອາ​ເມ​ລິ​ກາ

        ຄວາມ​ຈິງ​ແລ້ວ, ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ກຸ້ງ​ລ້ຽງ​​ຂອງຫວຽດ​ນາມ​ສົ່ງ​ໄປ​ຂາຍ​ຢູ່ ອາ​ເມ​ລິ​ກາ ແລະ ກ​ຸ້ງ​ທີ່​ຫາ​ມາ​ໄດ້​ຢູ່​ທະ​ເລ​ອາ​ເມ​ລິ​ກາ ແມ່ນ 2 ຜະ​ລິດ​ຕະ​ພັນ​ທີ່​ແຕກ​ຕ່າງ​ກັນ. ກຸ້ງ​ລ້ຽງ​ມ​ີ​ບັນ​ດາ​ຈຸດ​ເດັ່ນ ຫາກ​ກຸ້ງ​ທີ່​ຫາ​ມາ​ໄດ້​ຢູ່​ທະ​ເລບໍ່​ມີ ຄື: ສະ​ພັດ​ຕະ​ພາບ​ເປັນ​ປົກ​ກະ​ຕິ, ຄຸນ​ນະ​ພາບ​​ສະ​ໝ່ຳສະ​ເຫມີ ແລະ ຮັບ​ປະ​ກັນ​ໄລ​ຍະ​ເວ​ລາ​ສົ່ງ​ສິນ​ຄ້າ. ສຳ​ລັ​ບ​ຜູ້​ໃຊ້​ສອຍ​ແລ້ວ, ເລື່ອງ​ຮັບ​ປະ​ກັນ​ແຫລ່ງ​ສະ​ຫນອງ​ເປັນ​ປົກ​ກະ​ຕິ, ຄຸນ​ນະ​ພາບ​ກໍ​ຄື​ຂ​ະ​ຫນາດ​ສະ​ໝ່ຳ​ສະ​ເຫມີ​ຂອງ​ຜະ​ລິດ​ຕະ​ພັນ ແມ່ນ​ບັນ​ຫາ​ສຳ​ຄັນ ແລະ ສິ່ງນີ້​ລື່​ນ​ກາຍ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ບໍ​ລິ​ສັດ​ສະ​ຫນອງ​ກຸ້ງ​ຢູ່​ພາຍ​ໃນ​ປະ​ເທດ. ຕະ​ຫລາດ​ສົ່ງ​ອອກ​ນັບ​ມື້​ນັບ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ເຮັດ​ໃຫ້​ອາ​ເມ​ລິ​ກາ ບໍ່​ແມ່ນ​ສະ​ຖານ​ທີ່​ດູດ​ດື່ມ​ສຳ​ລັບ​ບັນ​ດາ​ບໍ​ລິ​ສັດ​ສົ່ງ​ອອກກຸ້ງອ​ີກ.  ສິ່ງ​ດັ່ງ​ກ່າວ​ເຮັດ​ໃຫ້​ການ​ສົ່ງ​ອອກ​ກຸ້ງ​ເຂົ້າ​ຕະ​ຫລາດ ອາ​ເມ​ລິ​ກາ ຫລຸດ​ລົງ ແລະ ລາ​ຄາ​ຜະ​ລິດ​ຕະ​ພັນກໍ່​ເພີ່ມ​ຂຶ້ນ​ກະ​ໂດດ​ຂັ້ນ ແລະ ​ພາ​ໃຫ້ ຜູ້​ໃຊ້​ສອຍ​ອາ​ເມ​ລິກາ ຈະ​ຖືກ​ເສຍ​ຫາຍ.

        ຍິ່ງກວ່ານັ້ນ, ໃນ​ຈຸດ​ເວ​ລາ DOC ອອກ​ຄຳ​ຕັດ​ສິນ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດ​ນາມ ສະ​ພາບ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ກຸ້ງ​ຂອງ​ອາ​ເມ​ລິ​ກາ ພວມ​ມ​ີ​ຄວາມ​ສະ​ດວກ​ພໍ​ສົມ​ຄວນ. ສະ​ນັ້ນ ຂະ​ແຫນງ​ກຸ້ງ​ຂອງ​ອາ​ເມ​ລິ​ກາ ບໍ່​ຖືກ​ເສຍ​ຫາຍ​ຢ່າງ​ໃດ​ເລີຍ ແລະ ກຸ້ງ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ບໍ່​ແມ່ນ​ສາຍ​ເຫດ​ເພື່ອ​ໃຫ້ DOC ຈັດ​ວາງ​ອັດ​ຕາ​ພາ​ສີ​ຕ້​ານ​ການ​ຂາຍ​ບຸ​ບ​ລາ​ຄາ. ເປັນ​ອັນ​ວ່າ ເລື່ອງ​ບັນ​ດາ​ບໍ​ລິ​ສັດ ຫວຽດ​ນາມ ສົ່ງ​ອອກ​ກຸ້ງ​ເຂົ້າ​ຕະ​ຫລາດ​ອາ​ເມ​ລິ​ກາ ດ້ວຍ​ລາ​ຄາ​ຖືກກວ່າ ພຽງ​ແຕ່ມ​ີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຜູ້​ໃຊ້​ສອຍ​ອາ​ເມ​ລິ​ກາ ຫາກບໍ່​ກໍ່​ຄວາມ​ເສຍ​ຫາຍ ແລະ​ນາບ​ຂູ​ູ່​ເຖິງ​ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ດ້ານ​ວັດ​ຖຸ​ໃຫ້​ແກ່​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ກຸ້ງ​ອາ​ເມ​ລິ​ກາ.

        ບໍ່​ສອດ​ຄ​ອ່ງ​ກັບ​ເນື້ອ​ໃນ​ຈິດ​ໃ​ຈ​​ດ້ານ​ການ​ຄ້າເສ​ລີ

        ຂະ​ແຫນງ​ຜະ​ລິດ​ປຸງ​ແຕ່ງ ແລະ  ສົ່ງ​ອອກ​ກຸ້ງ ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໂດຍ​ກົງ ຫລື ທາງ​ອ້ອມ​ໃຫ້​ແກ່​ຄົນ​ງານ​ປະ​ມານ 3,5 ລ້ານ​ຄົນ ແລະ ລາຍ​ຮັບ​ຈາກ​ການ​ປຸງ​ແຕ່ງ ແລະ ຜະ​ລິດ​ກຸ້ງ​ສົ່ງ​ອອກກວມ​ປະ​ມານ 3% GDP ຂອງ​ຫວຽດ​ນາມ. ເລື່ອງ DOC ຈັດ​ວາງ​ອັດ​ຕາ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ສຳ​ລັບ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແມ່ນກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ຫນັກ​ຫນ່ວງ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ​ກຸ້ງ​ສົ່ງ​ອອກ, ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ຊີ​ວິດ​ຂອງ​ຄົນ​ງານ ກວ່າ 600.000 ຄົນ. ນີ້​ຍັງ​ແມ່ນ​ວຽກ​ງານບໍ່​ມີ​ຄວາມ​ຍຸ​ຕິ​ທຳ, ໄປ​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ການ​ຄ້າ​ເສ​ລີ​ກໍ​ຄື​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ພວມ​ພັດ​ທະ​ນາ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ​ຄື ອາ​ເມ​ລິ​ກາ ແລະ ຫວຽດ​ນາມ.

        ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ. ສະ​ນັ້ນ ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ແລະ ເລື່ອງ​ຈັດ​ວາງ​ອັດ​ຕາ​ພາ​ສີ​ຕ້າ​ນ​ການ​ຂາຍ​ບຸບ​ລາ​ຄາສຳ​ລັບ​ກຸ້ງ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ເຂົ້າ​ຕະ​ຫລາດ​ອາ​ເມ​ລິ​ກາ ຄວນ​ໄດ້​ຮັບ​ພິ​ຈາ​ລະ​ນາ​ຢ່າງ​ພາ​ວະ​ວິ​ໄສ, ຍຸ​ຕິ​ທຳ, ເພື່ອ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ຜູ້​ລ້ຽງ, ປູກ, ຜະ​ລິດ ແລະ ປຸງ​ແຕ່ງ ແລະ ສົ່ງ​ອອກ​ກຸ້​ງ​ຫວຽດ​ນາມ ກໍ​ຄື​ຜົນ​ປະ​ໂຫຍດ​ຂອງ​ຜູ້​ໃຊ້​ສອຍ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ນຳ​ເຂົ້າ, ຈຳ​ຫນ່າຍ​ກຸ້ງ​ຂອງອ​າ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ