ຈຸດ​ເວ​ລາ​ປະ​ຫວັດ​ສາດ​ຢູ່ ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 6 ມັງກອນ ຕາມເວລາ ອາເມລິກາ, ກົງກັບວັນທີ 7 ມັງກອນ ຕາມເວລາ ຫວຽດນາມ, ຢູ່ເຂດໂນນພູ Capitol ເຊິ່ງເປັນສະຖານທີ່ຕັ້ງຫໍສະພາແຫ່ງຊາດ ອາເມລິກາ ຢູ່ນະຄອນຫຼວງ ວໍຊີງຕັນ ໄດ້ເຫັນປະຈັກຕາຈຸດເວລາທີ່ໄດ້ຮັບການຕີລາຄາວ່າ ແມ່ນຈຸດເວລາປະຫວັດສາດ. ຕາມນັ້ນແລ້ວ, ນີ້ເປັນຄັ້ງທຳອິດໃນຮອບເວລາກວ່າ 200 ປີຜ່ານມາ ສຳນັກງານອົງການສ້າງກົດໝາຍຂອງປະເທດມະຫາອຳນາດອັນດັບໜຶ່ງຂອງໂລກນີ້ ຖືກບຸກລຸກ, ເຮັດໃຫ້ກອງປະຊຸມນັບບັດເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020 ຂອງສະພາຕ່ຳ ແລະ ສະພາສູງ ຖືກຕັດຕອນໃນຫຼາຍຊົ່ວໂມງ.

ກ່ອນທີ່ຈະດຳເນີນກອງປະຊຸມພິເສດຂອງສະພາຕ່ຳ ແລະ ສະພາສູງ ອາເມລິກາ, ມີຜູ້ສະໜັບສະໜູນທ່ານປະທານາທິບໍດີ Donald Trump ນັບຫຼາຍຮ້ອຍຄົນໄດ້ເຕົ້າໂຮມກັນແຫ່ຂະບວນປະທ້ວງຢູ່ນອກຫໍສະພາແຫ່ງຊາດ ແນໃສ່ກໍ່ຄວາມກົດດັນຕໍ່ກອງປະຊຸມ ຕາມທິດມີຜົນປະໂຫຍດແກ່ທ່ານປະທານາທິບໍດີ Donald Trump. ສະພາບການຢູ່ທີ່ນີ້ບໍ່ສາມາດຄວບຄຸມໄດ້ ພາຍຫຼັງທີ່ມີຜູ້ແຫ່ຂະບວນປະທ້ວງຫຼາຍຄົນໄດ້ຫາວິທີບຸກເຂົ້າໄປໃນຫ້ອງປະຊຸມຂອງສະມາຊິກລັດຖະສະພາ, ເຮັດໃຫ້ເກີດຄວາມວຸ້ນວາຍຢ່າງແຮງ.

        ສະພາບຄວາມວຸ້ນວາຍທີ່ບໍ່ເຄີຍມີມາກ່ອນຢູ່ສະພາແຫ່ງຊາດ ອາເມລິກາ

        ຜູ້ແຫ່ຂະບວນປະທ້ວງ ໄດ້ຜ່ານຮົ້ວປ້ອງກັນ ແລ້ວບຸກເຂົ້າໄປໃນຫ້ອງປະຊຸມຂອງສະພາແຫ່ງຊາດ ອາເມລິກາ ໃນຂະນະທີ່ສະມາຊິກສະພາແຫ່ງຊາດຫາກໍນັບບັດໄດ້ 12 ບັດ ໃນຈຳນວນ 538 ບັດເລືອກຕັ້ງຂອງຄະນະຜູ້ຕາງໜ້າຜູ້ມີສິດເລືອກຕັ້ງໃນການປ່ອນບັດທີ່ດຳເນີນໃນວັນທີ 14 ທັນວາ ຜ່ານມາ. ການກະທຳດັ່ງກ່າວ ໄດ້ເຮັດໃຫ້ການນັບບັດຕ້ອງໂຈະໄວ້, ພ້ອມທັງກໍ່ຄວາມວຸ້ນວາຍແບບບໍ່ເຄີຍມີມາກ່ອນຢູ່ທີ່ນີ້. ສຽງປືນໄດ້ດັງຂຶ້ນຫຼາຍນັດ ແລະ ສະມາຊິກສະພາແຫ່ງຊາດທັງໝົດຕ້ອງອອກຈາກຫໍສະພາແຫ່ງຊາດ ໄປທາງໃຕ້ດິນ, ພາຍໃຕ້ການປ້ອງກັນຂອງພະນັກງານປ້ອງກັນຄວາມສະຫງົບ. ເຫດການດັ່ງກ່າວໄດ້ຮັບຖືວ່າ ແມ່ນການບຸກລຸກຢ່າງຮ້າຍແຮງທີ່ສຸດຢູ່ຫໍສະພາແຫ່ງຊາດ ອາເມລິກາ ນັບແຕ່ປີ 1814 ມານີ້ ເມື່ອກອງທັບ ອັງກິດ ບຸກໂຈມຕີເຂົ້າສະຖານທີ່ແຫ່ງນີ້ໃນບັ້ນຮົບທີ່ເກີດຂຶ້ນໃນປີດຽວກັນ.

        ໃນທັນທີ, ພາຍຫຼັງເກີດເຫດການດັ່ງກ່າວເກີດ, ປະຊາຄົມສາກົນ ໄດ້ມີປະຕິກິລິຍາສະແດງຄວາມກັງວົນ. ໃນສື່ສັງຄົມອອນລາຍ Twitter, ທ່ານປະທານສະມັດຊາໃຫຍ່ ສປຊ Volkan Bozkir ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ພວມທຳລາຍຂັ້ນຕອນປະຊາທິປະໄຕຢູ່ປະເທດ ອາເມລິກາ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໃຫ້ຮູ້ວ່າ ທ່ານມີຄວາມຮູ້ສຶກ “ກັງວົນທີ່ສຸດ” ໃນເມື່ອມີຜູ້ສະໜັບສະໜູນທ່ານປະທານາທິບໍດີ Donald Trump ກໍ່ການຈະລາຈົນຢູ່ໂນນພູ Capitol ແລະ ເອີ້ນວ່າ ນີ້ແມ່ນການ “ບຸກໂຈມຕີໃສ່ພື້ນຖານປະຊາທິປະໄຕ”. ຜູ້ນຳໜ້າລັດຖະບານ ການາດາ ກໍຢັ້ງຢືນວ່າ ການໃຊ້ຄວາມຮຸນແຮງຈະບໍ່ສາມາດກີດຂວາງຄວາມມຸ່ງມາດປາດຖະໜາຂອງປະຊາຊົນໄດ້. ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg ພັນລະນາວ່າ ການແຫ່ຂະບວນປະທ້ວງທີ່ໃຊ້ຄວາມຮຸນແຮງຢູ່ ວໍຊີງຕັນ ແມ່ນ “ແຜ່ນພາບທີ່ເກງຂາມຢ້ານກົວ”, ພ້ອມທັງຢັ້ງຢືນວ່າ ຜົນການເລືອກຕັ້ງ “ປະຊາທິປະໄຕ” ຢູ່ ອາເມລິກາ ຄວນໄດ້ຮັບຄວາມເຄົາລົບ. ໂດຍມີທັດສະນະແບບດຽວກັນນີ້, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ຮຽກຮ້ອງໃຫ້ຢຸດຕິສະພາບການໃຊ້ຄວາມຮຸນແຮງຢູ່ ວໍຊີງຕັນ ໃນທັນທີ.

        ຖະແຫຼງການຄັ້ງປະຫວັດສາດ

        ພາຍຫຼັງເຫດການຜູ້ແຫ່ຂະບວນປະທ້ວງບຸກເຂົ້າຫໍສະພາແຫ່ງຊາດ ປະມານ 2 – 3 ຊົ່ວໂມງ, ຄວາມເປັນລະບຽບຮຽບຮ້ອຍຢູ່ທີ່ນີ້ກໍ່ສາມາດຄວບຄຸມໄດ້ ແລະ ສະມາຊິກຂອງສະພາຕ່ຳ ແລະ ສະພາສູງ ກໍ່ສືບຕໍ່ປະຕິບັດພາລະກິດປະຫວັດສາດຂອງຕົນ ນັ້ນແມ່ນປະຕິບັດການນັບບັດເລືອກຕັ້ງຂອງຄະນະຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ 538 ບັດ ໃຫ້ສຳເລັດ ເພື່ອຢັ້ງຢືນຜູ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020.

ຈຸດ​ເວ​ລາ​ປະ​ຫວັດ​ສາດ​ຢູ່ ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ ຜູ້ທີ 46 ຂອງ ອາເມລິກາ ຈະສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 20 ມັງກອນ  (ພາບ: AP)

        ເວລາ 4 ໂມງເຊົ້າຂອງວັນທີ 7 ມັງກອນ (ກົງກັບເວລາ 16 ໂມງ ຕາມເວລາ ຫວຽດນາມ), ທ່ານຮອງປະທານາທິບໍດີ, ທັງເປັນປະທານສະພາສູງ ອາເມລິກາ Mike Pence  ຖະແຫຼງວ່າ ທ່ານ Joe Biden ຍາດໄດ້ໄຊຊະນະ ດ້ວຍຈຳນວນບັດສະໜັບສະໜູນ 306 ບັດ. ສ່ວນທ່ານປະທານາທິບໍດີ ຄົນປັດຈຸບັນ Donald Trump ຍາດໄດ້ພຽງແຕ່ 232 ບັດ. ຖະແຫຼງການດັ່ງກ່າວ ໄດ້ສິ້ນສຸດທຸກການໂຕ້ຖຽງກັນກ່ຽວກັບການເລືອກຕັ້ງປະທານາທິບໍດີ ຢ່າງເປັນທາງການ ເຊິ່ງໄດ້ຮັບຖືວ່າ ເປັນການເລືອກຕັ້ງພິເສດທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດ ອາເມລິກາ.

        ໃນທັນທີ, ທ່ານປະທານາທິບໍດີ Donald Trump ໄດ້ອອກແຈ້ງການຈະປະຕິບັດການມອບໂອນສິດອຳນາດໃຫ້ແກ່ອຳນາດການປົກຄອງໃໝ່ຢ່າງສັນຕິ ແລະ ເປັນລະບຽບຮຽບຮ້ອຍ ໃນວັນທີ 20 ມັງກອນ ຈະມາເຖິງນີ້, ເຖິງວ່າ ທ່ານຍັງຖະແຫຼງບໍ່ຮັບຮອງຜົນການເລືອກຕັ້ງກໍຕາມ. ຕໍ່ຈາກນັ້ນ, ຕອນເຊົ້າວັນທີ 7 ມັງກອນ (ກົງກັບວັນທີ 8 ມັງກອນ ຕາມເວລາ ຫວຽດນາມ), ທ່ານປະທານາທິບໍດີ ອາເມລິກາ ໄດ້ລົງຄຼິບວິດີໂອ ໃນສື່ສັງຄົມອອນລາຍ Twitter ຂອງຕົນ, ໂດຍກ່າວປະນາມການກະທຳກໍ່ຈະລາຈົນຢູ່ສະພາແຫ່ງຊາດຢ່າງແຮງ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ການມອບໂອນສິດອຳນາດໃຫ້ອຳນາດການປົກຄອງຂອງທ່ານ Joe Biden ຈະດຳເນີນໄປດ້ວຍດີ.

ຈຸດ​ເວ​ລາ​ປະ​ຫວັດ​ສາດ​ຢູ່ ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ - ảnh 2ທ່ານປະທານາທິບໍດີ Donald Trump ຖະແຫຼງຕໍ່ຜູ້ແຫ່ຂະບວນປະທ້ວງໃນວັນທີ 6 ມັງກອນ (ພາບ: AP)

ຖະແຫຼງການຂອງທ່ານປະທານາທິບໍດີ Donald Trump ເຮັດໃຫ້ຫາງສຽງຫຼຸດຜ່ອນຄວາມກັງວົນລົງສ່ວນໃດສ່ວນໜຶ່ງ ກ່ຽວກັບສະພາບການວຸ້ນວາຍທີ່ອາດຈະເກີດຂຶ້ນໃໝ່ຢູ່ນະຄອນຫຼວງ ວໍຊິງຕັນ ກໍຄືໃນທົ່ວປະເທດ ອາເມລິກາ. ສຳລັບເຫດການທັງໝົດທີ່ເກີດຂຶ້ນຢູ່ຫໍສະພາແຫ່ງຊາດ ອາເມລິກາ ໃນວັນທີ 6 ມັງກອນນັ້ນ, ລະບຽບວິໄນ ແລະ ກຳລັງແຮງຂອງພື້ນຖານປະຊາທິປະໄຕ ອາເມລິກາ ຈະແມ່ນການກະທຳທີ່ຈຳເປັນຕ້ອງໄດ້ເຮັດ ກ່ອນຈຸດເວລາດຳເນີນພິທີມອບໂອນຕຳແໜ່ງໃຫ້ ທ່ານ Joe Biden ປະທານາທິບໍດີ ຢ່າງເປັນທາງການໃນວັນທີ 20 ມັງກອນ ຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ