ຈຸດໃຫມ່ຂອງລັດຖະທຳມະນູນສະບັບປັບປຸງ

ຈຸດໃຫມ່ຂອງລັດຖະທຳມະນູນສະບັບປັບປຸງ - ảnh 1
ບັນດາ ສສຊ ໄດ້ລົງຄະແນນສຽງດ້ວຍການກົດ​ປຸ່ມ​ຮັບຮອງ​ເອົາ​
ລັດຖະທຳ​ມະນູນ​ຂອງ​ປະ​ເທດ ສສ ຫວຽດນາມ ສະບັບ​ປັບປຸງ
(ພາບ: TTXVN)

(vovworld)- ຫວ່າງ​ແລ້ວ​ນີ້, ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ຮັບຮ​ອງ​ເອົາ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ ສສ ຫວຽດນາມ ສະບັບ​ປັບປຸງ ດ້ວຍ​ຄະແນສຽງເຫັນດີ 97,59% ຈາກ ສະມາຊິກ​ສະພາ​ແຫ່ງ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ  ຫາ​ກໍ​ລົງ​ລາຍ​ເຊັນ​ໃສ່ລັດຖະທຳ​ມະນູນ ສະບັບ​ປັບປຸງ ​ແລະ ​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2014 ​ເປັນ​ຕົ້ນ​ໄປ. ​ ພາຍຫລັງ 21 ປີ, ຈາກ ລັດຖະທຳ​ມະນູນ​ປີ 1992, ປະ​ເທດ​ຫວຽດນາມ ມີ​ ລັດຖະທຳ​ມະນູນປັບປຸງ​ສະບັບ​ໃຫມ່, ລັດຖະທຳ​ມະນູນຂອງ​​ໄລຍະ​ເຊື່ອມ​ໂຍງ, ​ໄລຍະ​ປ່ຽນ​ແປງ​ໃຫມ່. ລັດຖະທຳ​ມະນູນ ຂອງ​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດທະນາ, ປະຊາທິປະ​ໄຕ, ສີວິ​ໄລ. ຫວນ​ຄືນ​ວິ​ວັດທະນາ​ການ​ຮຽບຮຽງ, ​ຮັບ​ເອົາ​ຄຳ​ເຫັນ, ດັດ​ແກ້, ລັດຖະທຳ​ມະນູນສະບັບ​ປັບປຸງ​ມີ​ບັນດາ​ຈຸດໝາຍ​ດັ່ງ​ນີ້:

        ຈຸດ​ໃຫມ່​ກ່ຽວ​ກັບ​ຮູບ​ການ

        ດ້ວຍ​ຖານະ​ແມ່ນ​ສະມາຊິກ​ຂອງ​ຄະນະ​ຮຽບຮຽງ ລັດຖະທຳ​ມະນູນ ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຈຸດ​ໃຫມ່​ຂອງ​ຮ່າງ​ລັດຖະທຳ​ມະນູນສະບັບ​ປັບປຸງ​ຄັ້ງນີ້ ລວມມີ: 11 ພາກ 120 ມາດຕາ, ​ເມື່ອ​ທຽບ​ໃສ່ ລັດຖະທຳ​ມະນູນ​ປີ 1992 ​ແມ່ນ​ຫລຸດຜ່ອນ 27 ມາດຕາ, ຮ່າງ​ລັດຖະທຳ​ມະນູນ ຮັກສາພຽງ​ 7 ມາດຕາ, ​ເພີ່ມ​ເຕີມ 12 ມາດຕາ​ໃຫມ່ ​ແລະ ປັບປຸງ 101 ມາດຕາ.​​ໃນ​ນັ້ນ ມີ​ການ​ສັບ​ຊ້ອນບັນດາ​ໝວດ, ຄື ພາກທີ 11 ກ່ຽວ​ກັບ​ເຄື່ອງ​ໝາຍ​​ຊາດ, ທຸງຊາດ, ​ເພງ​ຊາດ, ນະຄອນຫລວງ ​​ຖືກ​ນຳ​ເຂົ້າ​ພາກ​ທີ 1. ກ່ຽວ​ກັບ​ລະບອບ​ການ​ເມືອງ ​​ຢູ່​ພາກ​ທີ 5 ​ໃນລັດຖະທຳ​ມະນູນປະຈຸ​ບັນ, ກ່ຽວ​ກັບ​ສິດ ​ແລະ ພັນທະ​ພື້ນຖານ​ຂອງພົນລະ​ເມືອງ ​ແມ່ນຖືກ​ນຳ​ເຂົ້າ​ພາກ​ທີ 2 ດ້ວຍ​ຊື່​​ເອີ້ນໃຫມ່ວ່າ: ສິດທິ​ມະນຸດ, ສິດ​ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ; ມີ​ຫນຶ່ງ​​ພາກແມ່ນໃຫມ່​ອ່ຽມ ນັ້ນ​ແມ່ນ​ພາກ​ທີ 10, ກຳນົດ​ກ່ຽວ​ກັບ​ບັນດາ​ລະບອບບັນຍັດເອກະລາດ.

        ຈຸດ​ໃຫມ່​ກ່ຽວ​ກັບ​ເນື້ອ​ໃນ

       ນັບ​ແຕ່​ຄຳ​ນຳ, ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ປັບປຸງຕາມ​ທິດ​​ສັງ​ເຂ​ບ, ​ໂດຍ​ຫຍໍ້​ ຍາວພຽງ 1/3 ​ເມື່ອ​ທຽບ​ໃສ່​ຄຳ​ນຳ​ຂອງ​ລັດຖະທຳ​ມະນູນປະຈຸ​ບັນ. ທີ​ສອງ, ກ່ຽວ​ກັບ​ອະທິປະ​ໄຕ​ປະຊາຊົນ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ​ແລະ ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ໃນ​ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ຊີ້​ໃຫ້​ເຫັນ​ບົດບາດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ຈຸດ​ໃຫມ່ ທີ 4 ​ແມ່ນ​ເນື້ອ​ໃນ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ສຶກສາ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ​ໄດ້​ສະ​ແດງ​ໃຫ້​ເຫັນ​ຕາມ​ທິດ​ກະ​ທັດ​ລັດ​ຢ່າງ​ຈະ​ແຈ້ງ​ແລະ ມີ​ລັກສະນະ​ຫລັກການ, ຮັບປະກັນ​ລັກສະນະ​ຍາວ​ນານ​ຂອງ​ລັດຖະທຳ​ມະນູນ, ​ເນ​ື້ອ​ໃນ​ນີ້, ​ກ່ອນ​ນີ້ ​ແມ່ນ 2 ພາກ, ຢູ່ ພາກທີ 2 ​ແລະ ພາກທີ 3, ປະຈຸ​ບັນ ​ໄດ້​​ໂຮມ​​ເຂົ້າ​ເປັນ​ພາກ​ໃຫມ່ ນັ້ນ​ແມ່ນ​ພາກທີ 3. ຈຸດ​ໃຫມ່ທີ 5 ​ແມ່ນ​ການ​ສະຫງວນ 1 ພາກ ກ່ຽວ​ກັບ​ລະບອບບັນຍັດ ​ເອກະລາດ, ມີ 2 ມາດຕາ,  ຢູ່ ພາກທີ 10 ກຳນົດ ກ່ຽວ​ກັບ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ແລະ ກວດ​ສອບ​ແຫ່ງ​ລັດ.

         ສະມາ​ຊິກສະພາ​ແຫ່ງ​ຊາດ​ສຸດ​ຈິດ​ສຸດ​ໃຈ​ປະກອບ​ຄຳ​ເຫັນ​ໃສ່ລັດຖະທຳ​ມະນູນ​ສະບັບ​ປັບປຸງ

       ຈຸດ​ໃຫມ່​ຂອງ​ລັດຖະທຳ​ມະນູນ​ຈາກ​ຄຳ​ເຫັນ​ຂອງ ສະມາ​ຊິກ​ສະພາ​ແຫ່ງ​ຊາດ: ສສຊ 448 ທ່ານ ​ແມ່ນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ ​​ໄດ້​ສຸດ​ຈິດ​ສຸດ​ໃຈ, ສຸມ​ພູມ​ປັນຍາ ​ແລະ ​ເວລາ​ປຶກສາ​ຫາລື​ຢູ່​ຕາມ​ຫນ່ວຍ, ຢູ່ ຫໍ​ປະຊຸມ, ​ເພື່ອ​ໄຈ້​ແຍກ, ປຶກສາ​ຫາລື​ຢ່າງ​ລະອຽດ, ລອບ​ຄອບ​ຖິ່ຖ້ວນ, ວິ​ທະຍາ​ສາດ, ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ. ຜ່ານ​ນັ້ນ​ໃຫ້​ເຫັນ​ວ່າ ສສຊ ​ມີ​ຄວາມ​ເຂົ້າ​ໃຈຢ່າງ​ລະອຽດ​ເຖິງບົດບາດ, ຫນ້າ​ທີ່​ຄວາມ​ຮັບຜິ​ດຊອບ​ຂອງ​ຕົນ​ຕໍ່​ຜູ້​ມີ​ສິດ​ເລ​ືອກຕັ້ງ, ຕໍ່​ປະ​ເທດ​ຊາດ. ສິ່ງ​ທີ່​ໃໝ່​ອຽມ​ຂອງ​ບັນດາ ສສຊ ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ຍັງ​ຢູ່​ບ່ອນ​ວ່າ : ບໍ່​ພຽງ​ແຕ່​ເຫັນ​ໄດ້​ເຖິງ​ບົດບາດ, ໜ້າທີ່ຮັບຜິດຊອບຂອງຕົນ ຕໍ່ໜ້າທີ່​ມີ​ລັກສະນະ​ປະຫວັດສາດ​ເທົ່າ​ນັ້ນ, ຫາກ​ຍັງ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄວາມ​ໝາຍ, ​ເນື້ອ​ໃນ​ຂອງ​ແຕ່​ລະ​ພາກ, ​ແຕ່​ລະ​ມາດຕາ​ຂອງ​ລັດຖະທຳ​ມະນູນ. ບັນດາ ສສຊ ​ໄດ້​ມີ​ເວລາ ​ເພື່ອ​ຊອກ​ຮູ້, ເຂົ້າໃຈ ແລະ ເຫັນໄດ້ເຖິງໜ້າທີຄວາມ ຮັບຜິດຊອບ, ຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ, ຄວາມຜາສຸກ ເພາະໄດ້ເຂົ້າຮ່ວມ, ແລກປ່ຽນ, ປະກອບຄຳເຫັນ ແລະ ຕົກລົງກ່ຽວກັບລັດຖະທຳມະນູນສະບັບປັບປຸງ ຄັ້ງນີ້ດ້ວຍ​ການກົດ​ປຸ່ມ​ຮັບຮອງ​ເອົາ​ໃນ​ຈຸ​ເວລາ​ທີ່​ສຳຄັນ. ໜ້າທີ່ຮັບຜິດຊອບ,  ຄວາມເປັນກຽດນີ້ ​ແມ່ນ​ການ​ໂຮມ​ຍອດ​ຍິ່ງ​ທາງ​ດ້ານ​ເຈດ​ຈຳ​ນົງ, ຄວາມ​ມຸ່ງມາດປາດ​ຖະໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງທີ່​ໄດ້​ຝາກຝັງ​ນຳ​ບັນດາ ສສຊ, ພ້ອມ​ກັນ​ນັ້ນ, ກໍ​ແມ່ນ​ຄວາມ​ຮຽກຮ້ອງ​ໂດຍ​ພາວະ​ວິ​ໄສ​ທີ່​ຕ້ອງ​ເປັນ​ໄປ​ໃນ​ໄລຍະ​ໃໝ່​ຂອງ​ການ​ປະຕິວັດ​ຫວຽດນາມ.

   ປະຊາຊົນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ປັບປຸງ ລັດຖະທຳ​ມະນູນ

     ສິ່ງ​ທີ່​ໃໝ່​ອຽມ​ຂອງລັດຖະທຳ​ມະນູນຈາກ​ແງ່​ມຸມ​ ປະຊາຊົນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ : ລັດຖະທຳ​ມະນູນ ສະບັບ​ທຳ​ອິດ​ໄດ້​ຮັບ​ການ​ປະກາດ​ໃຊ້​ເມື່ອ​ປີ 1946, ຫຼັງ​ຈາກ​ນັ້ນ​ແມ່ນ ລັດຖະທຳ​ມະນູນປີ 1959, 1980, 1992. ລັດຖະທຳ​ມະນູນ ​ແຕ່ລະສະບັບ​ລ້ວນ​ແຕ່​ມີ​ບົດບາດ,​ພາລະກຳ​ປະຫວັດສາດ​ສະ​ເພາະ​ຂອງ​ຕົນ. ​ແຕ່​ໃນ​ຄັ້ງ​ນີ້, ຜ່ານ​ໄລຍະ​ເວລາ​ເກືອບ 1 ປີ ດ້ວຍ​ຄຳ​ເຫັນ​ນັບລ້ານໆ​ຂໍ້, ກອງ​ປະຊຸມ​ນັບ​ພັນ​ຄັ້ງ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ສັງຄົມ, ຈຶ່ງ​ເຫັນ​ວ່າ ປະຊາຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​, ບັນດາ​ນັກວິທະຍາສາດ, ນັກ​ຄຸ້ມ​ຄອງ...ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ ​ແລະ ​ໄດ້​ປະກອບ​ເຫື່ອ​ແຮງ ສະຕິ​ປັນ​ຍາ​ເພື່ອ​ປັບປຸງລັດຖະທຳ​ມະນູນ, ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ສ່ວນ​ຫຼວງ​ຫຼາຍ ​ແລະ ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ຢ່າງ​ສູງ​ກັບ​ການ ປັບປຸງ ລັດຖະທຳ​ມະນູນ​ຄັ້ງ​ນີ້.

   ລັດຖະທຳ​ມະນູນ ສະບັບ​ປັບປຸງຄັ້ງ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສື​ບທອດບັນດາ ລັດຖະທຳ​ມະນູນ ສະບັບ​ກ່ອນໆ, ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ທາງ​ດ້ານ​ເຈດ​ຈຳນົງ, ສິ່ງ​ທີ່​ຍອດ​ຍິ່ງ​, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ,​​ແມ່ນລັດຖະທຳ​ມະນູນຂອງ​ປະຊາຊົນ, ມາ​ຈາກ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ