ຈາກການປະຕິວັດເດືອນສິງຫາ ປີ 1945 ຕະຫຼອດຮອດພາລະກິດເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ

(VOVWORLD) -

ການປະຕິວັດເດືອນສິງຫາ ໂດຍປະຊາຊົນ ຫວຽດນາມ ດຳເນີນໄປກ່ອນນີ້ 77 ປີ (19 ສິງຫາ 1945) ໄດ້ທັບມ້າງແອກປົກຄອງຂ້າທາດ ຂອງລ່າເມືອງຂຶ້ນ ຝລັ່ງ ໃນກ່ວາ 80 ປີຢູ່ ຫວຽດນາມ, ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ນັ້ນແມ່ນການປ່ຽນແປງອັນໃຫຍ່ຫຼວງໃນປະຫວັດສາດຂອງຊາດ ຫວຽດນາມ. ຈາກພື້ນຖານນັ້ນ, ປະຊາຊົນ ຫວຽດນາມ ໄດ້ເດັດດ່ຽວປົກປັກຮັກສາພື້ນຖານເອກະລາດ, ສ້າງສາ, ພັດທະນາປະເທດຊາດເພື່ອໃຫ້ມີທີ່ຕັ້ງບົດບາດໃນເວທີສາກົນຄືທຸກວັນນີ້.


ຈາກການປະຕິວັດເດືອນສິງຫາ ປີ 1945 ຕະຫຼອດຮອດພາລະກິດເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ - ảnh 1
ວັນທີ 19 ສິງຫາ 1945, ບັນດາກຳລັງປະຊາຊົນຢຶດຄອງອຳນາດການປົກຄອງຄືນໃໝ່
(ພາບເອກະສານ: daidoanket.vn)


77 ປີຜ່ານມາ (1945 – 2022) ໄດ້ນຳພາ ຫວຽດນາມ ຈາກປະເທດຖືກກົດຂີ່ຂຸດຮີດ ກາຍເປັນປະເທດເອກະລາດ, ເສດຖະກິດ - ສັງຄົມ, ການທູດພັດທະນາເທື່ອລະກ້າວ, ມີທີ່ຕັ້ງຢ່າງເຫັນໄດ້ຊັດບົນເວທີສາກົນ ແລະ ພວມສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງໃນໄລຍະພັດທະນາໃໝ່.

ສ້າງສະພາບແວດລ້ອມສາກົນທີ່ສະດວກ

        ພາຍຫຼັງການປະຕິວັດເດືອນ ສິງຫາ 1945, ຈາກຊາຕະກຳແມ່ນຂ້າທາດນັ້ນ ປະຊາຊົນ ຫວຽດນາມ ໄດ້ບືນຕົວຂຶ້ນເປັນເຈົ້າຊາຕະກຳຂອງຕົນ, ເປັນເຈົ້າຊາຕະກຳຂອງປະເທດຊາດ ແລະ ມີສິດເສລີສິດເປັນເຈົ້າ. ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ການທະຫານຍັງອ່ອນນ້ອຍ, ການພົວພັນສາກົນຖືກຈຳກັດຮັດແຄບ. ໃນໄລຍະທີ່ຫຍຸ້ງຍາກນັ້ນ, ພັກກອມມູນິດ ຫວຽດນາມ, ເຊິ່ງນຳໜ້າແມ່ນປະທານ ໂຮ່ຈີມິນ, ໄດ້ໝູນໃຊ້ການພົວພັນຕ່າງປະເທດຄືດັ່ງອາວຸດທີ່ແຫຼມຄົມເພື່ອປະຕິບັດໜ້າທີ່ປົກປັກຮັກສາການປະຕິວັດ, ປົກປັກຮັກສາອຳນາດການປົກຄອງປະຊາຊົນ, ຮັບໃຊ້ການຕໍ່ສູ້, ສ້າງສາປະເທດຊາດ.

        ໂດຍໝູນໃຊ້ບັນດາບົດຮຽນກ່ຽວກັບການຍາດແຍ່ງ ແລະ ໝູນໃຊ້ກາລະໂອກາດຂອງການປະຕິວັດເດືອນ ສິງຫາ ໃນເງື່ອນໄຂປະຈຸບັນ, ຫວຽດນາມ ໄດ້ກຳນົດການຫັນເປັນໂລກາພິວັດແມ່ນທ່າອ່ຽງພັດທະນາທີ່ຈຳເປັນຂອງໂລກ, ແມ່ນກາລະໂອກາດທີ່ດີສຸດເພື່ອນຳປະເທດຊາດພັດທະນາຮອບດ້ານຕາມທິດທັນສະໄໝ. ປະຈຸບັນ, ຫວຽດນາມ ໄດ້ເປີດກ້ວາງ ແລະ ຍົກລະດັບການພົວພັນທາງການທູດກັບທຸກໆປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ. ຫວຽດນາມ ມີການພົວພັນທາງການທູດກັບ 189 ປະເທດໃນຈຳນວນ 193 ປະເທດເປັນສະມາຊິກຂອງ ສປຊ. ໃນດ້ານຫຼາຍຝ່າຍ, ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງກ່ວາ 70 ອົງການ, ເວທີປາໄສສາກົນສຳຄັນ ຄື: ສປຊ, ອາຊຽນ, APEC, ASEM, WTO…

        ສຳລັບການພົວພັນຕ່າງປະເທດຊ່ອງພັກ, ການທູດຂອງລັດ, ການພົວພັນຕ່າງປະເທດປະຊາຊົນ ແລະ ການພົວພັນຕ່າງປະເທດຂອງບັນດາຂະແໜງການ, ຂົງເຂດ, ທ້ອງຖິ່ນ, ວິສາຫະກິດນັບມື້ນັບໄດ້ຮັບການເປີດກ້ວາງ, ເປັນເຈົ້າການ, ຕັ້ງໜ້າ ແລະ ກ້າວເຂົ້າສູ່ລວງເລິກ. ໃນນັ້ນ, ພັກກອມມູນິດ ຫວຽດນາມ ມີການພົວພັນກັບ 247 ພັກການເມືອງຂອງ 111 ປະເທດ. ສະພາແຫ່ງຊາດມີການພົວພັນກັບສະພາແຫ່ງຊາດ, ລັດຖະສະພາຂອງກ່ວາ 140 ປະເທດ ແລະ ເຂົ້າຮ່ວມຕັ້ງໜ້າໃນຫຼາຍເວທີປາໄສລັດຖະສະພາສາກົນທີ່ສຳຄັນ. ການເຄື່ອນໄຫວພົວພັນຕ່າງປະເທດຂອງລັດຖະບານໃນບັນດາຂົງເຂດຄື: ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມໄດ້ຮັບການຍູ້ແຮງ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ສະຫລັບຜົນປະໂຫຍດກັບບັນດາຄູ່ຮ່ວມມື. ກ່າວຄຳເຫັນທີ່ກອງປະຊຸມການຕ່າງປະເທດທົ່ວປະເທດ (ເດືອນ ທັນວາ 2021), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ:

        “ຫວຽດນາມ ໄດ້ສ້າງສະພາບແວດລ້ອມສາກົນທີ່ສະດວກ ແລະ ລະດົມໄດ້ແຫຼ່ງກຳລັງຈາກພາຍນອກເພື່ອຍູ້ແຮງການຫັນປະເທດເປັນອຸດສາຫະກຳ, ທັນສະໄໝ ແລະ ພັດທະນາເສດຖະກິດ - ສັງຄົມ. ຈາກປະເທດໜຶ່ງທີ່ມີພື້ນຖານເສດຖະກິດດ້ວຍແຜນການລວມສູນ, ຖືກປິດລ້ອມ, ຂວ້ຳບາດ, ມາຮອດປະຈຸບັນ, ຫວຽດນາມ ກາຍເປັນປະເທດມີພື້ນຖານເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມຮ່ວມສຳພັນເສດຖະກິດເລິກເຊິ່ງ, ກ້ວາງຂວາງ. ກ່ອນນີ້ 30 ປີ, ຫວຽດນາມ ມີການພົວພັນເສດຖະກິດ - ການຄ້າກັບເກືອບ 30 ປະເທດ ແລະ ເຂດແຄ້ວນໃນໂລກເທົ່ານັ້ນ ແຕ່ມາຮອດປະຈຸບັນ, ແມ່ນ 230 ປະເທດ ແລະ ເຂດແຄ້ວນ. ຍອດວົງເງິນການນ້ຳເຂົ້າ - ສົ່ງອອກທົບປະມານ 120 ເທົ່າເມື່ອທຽບໃສ່ຊຸມປີຕົ້ນຂອງໄລຍະການປ່ຽນແປງໃໝ່. ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ກ່ວາ 400 ຕື້ໂດລາສະຫະລັດ.”

ຈາກການປະຕິວັດເດືອນສິງຫາ ປີ 1945 ຕະຫຼອດຮອດພາລະກິດເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ - ảnh 2ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ
(ພາບ:TTXVN)

ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ການຮ່ວມມືພັດທະນາ

        ຈາກປະເທດໜຶ່ງທີ່ຖືກກົດຂີ່ຂູດຮີດ, ເປັນຂ້າທາດນັ້ນ, ພາຍຫຼັງ 77 ປີ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງສາກົນຂອງ ຫວຽດນາມ ໃນພາກພື້ນ ແລະ ຢູ່ໃນໂລກນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ປະກອບສ່ວນຕັ້ງໜ້າ ແລະ ມີນ້ຳໃຈຄວາມຮັບຜິດຊອບສູງເຂົ້າໃນການຮັກສາສັນຕິພາບ, ການຮ່ວມມືພັດທະນາ ແລະ ຄວາມກ້າວໜ້າໃນໂລກຢ່າງໝັ້ນຄົງ. ຫວຽດນາມ ໄດ້ຈັດກອງປະຊຸມສາກົນໃຫຍ່ຫຼາຍຄັ້ງສຳເລັດຜົນ ແລະ ປະຕິບັດຄວາມຮັບຜິດຊອບສາກົນທີ່ສຳຄັນດ້ວຍຖານະເປັນຄະນະກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ປະທານໝູນວຽນອາຊຽນ, ເປັນເຈົ້າພາບຈັດກອງປະຊຸມຂັ້ນສູງ ASEM, ກອງປະຊຸມສຸດຍອດ APEC, ເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ… ໄດ້ສຳເລັດ, ຫວຽດນາມ ໄດ້ສົ່ງພະນັກງານ, ນັກຮົບນັບຮ້ອຍເທື່ອຄົນເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ ອາບຟຣີກາ. ໃນຫຼາຍບັນຫາສາກົນສຳຄັນ, ສຽງເວົ້າ, ຂໍໍ້ລິເລີ່ມຂອງ ຫວຽດນາມ ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຂອງປະຊາຄົມສາກົນ. ດັ່ງນັ້ນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ. ສາດສະດາຈານ, ປອ ວິທະຍາສາດ ຫວູມິງຢາງ, ຖືວ່າ:

        “ບໍ່ມີຊົນຊາດໃດໃນໂລກຖືກປົກຄອງ, ຖືກເຮັດໃຫ້ກາຍເປັນຂອງຕົນຜ່ານການເວລາ, ແຕ່ຍັງບໍ່ມີເວລາໃດທີ່ໄດ້ປະລະເປົ້າໝາຍຂອງຕົນຄືຊົນຊາດ ຫວຽດນາມ. ໂດຍຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ຫວຽດນາມ ຍັງຜ່ານຜ່າໄດ້ຢ່າງໝັ້ນຄົງ ແລະ ປະຈຸບັນໄດ້ກາຍເປັນປະເທດມີອິດທິພົນຊື່ສຽງໃນເວທີສາກົນ. ສຳລັບບັນດາປັດໄຈນັ້ນ, ເມື່ອເວົ້າເຖິງອະນາຄົດຂອງຊາດ ແມ່ນເວົ້າເຖິງແງ່ຫວັງທີ່ແຈ້ງໃສກ່ຽວກັບອະນາຄົດຂອງຊາດ ຫວຽດນາມ. ນີ້ບໍ່ພຽງແຕ່ແມ່ນຄວາມຄາດຫວັງເທົ່ານັ້ນ ຫາກໄດ້ຢູ່ໃນກຳມືຂອງປະຊາຊົນ ຫວຽດນາມ”

        ຜ່ານຜ່າຄວາມຫຍຸ້ງຍາກນາໆປະການໃນໄລຍະຕົ້ນເພື່ອຍາດເອົາອຳນາດການປົກຄອງຂອງ 77 ປີກ່ອນ, ປະຈຸບັນ, ຫວຽດນາມ ໄດ້ມຸ່ງໄປເຖິງຈຸດໝາຍວັດທະນາຖາວອນໃນປີ 2045. ແລະ ບັນດາຄຸນຄ່າຂອງການປະຕິວັດເດືອນສິງຫານັ້ນ ແມ່ນກຳລັງໜູນ, ແມ່ນປະຖົມປັດໄຈເພື່ອໃຫ້ປະຊາຊົນ ຫວຽດນາມ ກ້າວເດີນໃນເສັ້ນທາງທີ່ໄດ້ເລືອກ./.

ຕອບກັບ

ຂ່າວ/ບົດ​ອື່ນ