ຊຸກ​ຍູ້​ການ​ທູດ​ເສດ​ຖະ​ກິດ, ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -ໃນປີ 2021, ວຽກງານການທູດເສດຖະກິດ ບັນລຸໄດ້ຜົນງານທີ່ພົ້ນເດັ່ນຫຼາຍຢ່າງ, ມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນ ໂດຍກົງ ເຂົ້າໃນຄວາມມານະພະຍາຍາມລວມຂອງປະເທດຊາດ ກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ - 19 ແລະ ຟື້ນຟູ, ພັດທະນາເສດຖະກິດສັງຄົມ ຢ່າງ ມີປະສິດທິຜົນ. ເພື່ອເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ໃນປີ 2022, ການທູດເສດຖະກິດ ຕ້ອງສືບຕໍ່ເປັນເຈົ້າການໃນການຮັບມື ຢ່າງມີປະສິດທິຜົນ ແລະ ມີຫົວຄິດປະດິດສ້າງ.

ຊຸກ​ຍູ້​ການ​ທູດ​ເສດ​ຖະ​ກິດ, ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸນແທັງເຊີນ

ປີ 2021 ແມ່ນປີທີ່ມີຄວາມຫຍຸ້ງຍາກທີ່ສຸດ, ດ້ວຍບັນດາຄວາມທົດສອບທີ່ບໍ່ເຄີຍມີມາກ່ອນ ກັບເສດຖະກິດໂລກ ແລະ ເສດຖະກິດ ຫວຽດນາມ. ໃນສະພາບການນັ້ນ, ພື້ນຖານເສດຖະກິດຫວຽດນາມ ຍັງຮັບຮູ້ບັນດາສັນຍານຢ່າງຕັ້ງໜ້າ. ໝາກຜົນນີ້ ສ່ວນໜຶ່ງແມ່ນຍ້ອນບັນດາການປະກອບສ່ວນຢ່າງແທດຈິງຂອງວຽກງານການທູດເສດຖະກິດ ກ່ຽວກັບການສ້າງສະພາບແວດລ້ອມສາກົນຢ່າງສະດວກ ແລະ ຂຸດຄົ້ນໄດ້ບັນດາແຫຼ່ງກຳລັງຈາກພາຍນອກຢ່າງມີປະສິດທິຜົນ ເພື່ອຮັບໃຊ້ວິວັດການພັດທະນາເສດຖະກິດ - ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ.

ຜັນຂະຫຍາຍການທູດດ້ານເສດຖະກິດ ຢ່າງແຮງ ແລະ ຄົບຊຸດ

ວຽກງານເປັນເສນາທິການໃຫ້ແກ່ລັດຖະບານ, ໜູນຊ່ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນການຮັກສາ, ເປີດກວ້າງການເຄື່ອນໄຫວລົງທຶນຂອງ ວິສາຫະກິດຕ່າງປະເທດ ຢູ່ ຫວຽດນາມ ກໍ່ໄດ້ຜັນຂະຫຍາຍຢ່າງແຮງ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸນແທັງເຊີນ ເນັ້ນໜັກວ່າ:

        ວຽກງານການທູດເສດຖະກິດໄດ້ຜັນຂະຫຍາຍຢ່າງແຮງ ແລະ ມີປະສິດທິຜົນ. ເຖິງວ່າໄດ້ຮັບຜົນກະທົບຫຼາຍຢ່າງຈາກໂລກລະບາດໂຄວິດ - 19 ກໍ່ຕາມ,  ແຕ່ການຮ່ວມມືດ້ານເສດຖະກິດ ກັບບັນດາຄູ່ຮ່ວມມືຍັງໄດ້ຮັກສາ ແລະ ເປີດກວ້າງ, ເປັນຕົ້ນແມ່ນການເພີ່ມທະວີການສົ່ງອອກ. ປີ 2021, ວົງເງິນການສົ່ງອອກຂອງ ຫວຽດນາມ ບັນລຸລະດັບສະຖິຕິ, ລື່ນກາຍ 600 ຕື້ USD. ພວກເຮົາໄດ້ເປັນເຈົ້າການ, ຕັ້ງໜ້າຍູ້ແຮງວຽກງານການທູດການແພດ, ການທູດວັກຊິນ, ຍາດແຍ່ງເອົາການໜູນຊ່ວຍ ຈາກສາກົນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ ແລະ ມີປະສິດທິຜົນ .

ສິ່ງທີ່ເປັນໜ້າສົນໃຈນັ້ນ ແມ່ນວຽກງານການທູດວັກຊິນ, ການໜູນຊ່ວຍລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນການຍູ້ຖອຍໂລກລະບາດໂຄວິດ - 19 ໄດ້ຜັນຂະຫຍາຍຢ່າງຂ້ຽວຂາດ ແລະ ມີຫົວຄິດປະດິດສ້າງ. ພຽງແຕ່ໃນໄລຍະ 4 ເດືອນເທົ່ານັ້ນ, ຈາກປະເທດທີ່ມີອັດຕາການສັກວັກຊິນຕ່ຳທີ່ສຸດໃນພາກພື້ນ, ຫວຽດນາມ ໄດ້ນອນໃນ ກຸ່ມ 6 ປະເທດແຖວໜ້າໂລກ ກ່ຽວກັບການສັກວັກຊິນໃຫ້ແກ່ປະຊາຊົນ ແລະ ໄດ້ຮັບການ ຕີລາຄາສູງຈາກເພື່ອນມິດ ແລະ ວິສາຫະກິດສາກົນ.

ວຽກງານເປັນເສນາທິການ ໃຫ້ລັດຖະບານ, ໜູນຊ່ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນການຮັກສາ, ເປີດກວ້າງການເຄື່ອນໄຫວລົງທຶນຂອງວິສາຫະກິດຕ່າງປະເທດຢູ່ ຫວຽດນາມ ກໍ່ໄດ້ຮັບການຜັນຂະຫຍາຍຢ່າງແຮງ, ຜ່ານບັນດາການເຄື່ອນໄຫວ ສົນທະນາຫາລື ລະຫວ່າງ ລັດຖະບານ, ນາຍົກລັດຖະມົນຕີ ກັບ ບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI).

ການຟື້ນຟູ ແລະ ພັດທະນາແມ່ນບຸລິມະສິດແຖວໜ້າຂອງການທູດດ້ານເສດຖະກິດ 2022 ແມ່ນ

ປີ 2022, ໃນສະພາບທີ່ບັນດາປະເທດເລີ່ມເປີດປະຕູ, ຟື້ນຟູ ພື້ນຖານເສດຖະກິດ, ທ່າອ່ຽງພົວພັນແລກປ່ຽນ, ການທ່ອງທ່ຽວໄດ້ຮັບການຍູ້ແຮງ, ບັນດາທ່າອ່ຽງໄດ້ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ສ້າງໂຄງປະກອບລະບົບສະໜອງທົ່ວໂລກຄືນໃໝ່ ຈະສ້າງຫຼາຍກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ທ້ອງຖິ່ນ, ວິສາຫະກິດ. ສິ່ງທີ່ໃຫ້ບຸລິມະສິດແຖວໜ້າຂອງການທູດດ້ານເສດຖະກິດປີ 2022 ແມ່ນຮັບໃຊ້ເປົ້າໝາຍຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ຕາມນັ້ນແລ້ວ, ວຽກງານການທູດດ້ານເສດຖະກິດໄດ້ຜັນຂະຫຍາຍຢ່າງແຮງ ດ້ວຍທິດນຳທີ່ວ່າ: “ຂ້ຽວຂາດ, ປ່ຽນແປງໃໝ່, ເປັນເຈົ້າການຮັບມື, ມີປະສິດທິຜົນ, ປະດິດຄິດສ້າງ” ໃນການປະຕິບັດ 3 ໜ້າທີ່ຫຼັກ. ນັ້ນແມ່ນ, ປະກອບສ່ວນຢ່າງແຮງເຂົ້າໃນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ການປ່ຽນແປງໃໝ່ຮູບແບບການເຕີບໂຕ, ກຳແໜ້ນບັນດາທ່າອ່ຽງໃໝ່ຢ່າງທັນການ, ຊຸກຍູ້ການເຕີບໂຕຂຽວ, ສະອາດ, ຫັນເປັນດີຈີຕອນ, ໜູນຊ່ວຍວິສາຫະກິດເຊື່ອມຕໍ່ກັບຕະຫຼາດຕ່າງປະເທດ, ຍາດແຍ່ງບັນດາກາລະໂອກາດເຊິ່ງທ່າອ່ຽງໃໝ່ນຳມາໃຫ້.

ໂລກພວມຢູ່ໃນໄລຍະການປະຕິວັດອຸດສາຫະກຳ 4.0, ຖ້າມີການຫັນປ່ຽນຕົນເອງຄາດວ່າຈະມີຜົນສະທົບຢ່າງແຮງຕໍ່ທຸກປະເທດ, ລັດຖະບານ, ວິສາຫະກິດ ແລະ ປະຊາຊົນ. ເພື່ອຍາດແຍ່ງເອົາກາລະໂອກາດນັ້ນ, ນອກຈາກການຊີ້ນຳ ແລະ ເຂົ້າຮ່ວມໂດຍກົງຂອງການນຳຂັ້ນສູງ, ມີການສົມທົບຢ່າງແໜ້ນແຟ້ນ ແລະ ການໜູນຊ່ວຍຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ, ບັນດາອົງການຕາງໜ້າຫວຽດນາມ ປະຈຳຢູ່ຕ່າງປະເທດ ກໍ່ຖືວ່າ ນີ້ແມ່ນໜ້າທີ່ສຳຄັນແຖວໜ້າ. ທ່ານຮ່າກິມງອກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາຖືວ່າ:

ພວກເຮົາຕ້ອງສຸມໃສ່ຂົງເຂດຂອງຍຸກສະໄໝ, ຄືເຕັກໂນໂລຢີສູງ, ການປ່ຽນແປງໃໝ່. ຖ້າວ່າ ບັນດາທ້ອງຖິ່ນມີການລົງທຶນເຂົ້າຂົງເຂດໃໝ່ ຈະສາມາດເສີມຂະຫຍາຍໄດ້ຄວາມຖະນັດຂອງບັນດາປັນຍາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ, ສ້າງສະພາບແວດລ້ອມທີ່ມີຄວາມດຶງດູດໃຈຢ່າງແທ້ຈິງ ເພື່ອໃຫ້ເຂົາເຈົ້າກັບຄືນປະເທດ. ສ່ວນບັນດາທ້ອງຖິ່ນ, ຕ້ອງປະຕິບັດ 3 ວຽກງານນັ້ນແມ່ນ: ສ້າງສະພາບແວດລ້ອມ, ພື້ນຖານໂຄງລ່າງ ແລະ ລະບອບນະໂຍບາຍ, ເພື່ອສົ່ງເສີມ ແລະ ຖືເປັນສຳຄັນໃນການນຳໃຊ້ ຜູ້ມີຄວາມເກັ່ງກ້າສາມາດ. ພວກຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ໃນໄລຍະຈະມາເຖິງ ເມື່ອຄວບຄຸມ ໂລກລະບາດໂຄວິດ - 19ໄດ້ແລ້ວ, ນະຄອນຈະຈັດຕັ້ງບັນດາຄະນະສົ່ງເສີມການລົງທຶນ.

        ອາດເວົ້າໄດ້ວ່າ, ໃນໄລຍະຜ່ານມາ, ວຽກງານການທູດເສດຖະກິດ ໄດ້ຜັນຂະຫຍາຍຢ່າງແຮງ ແລະ ທົ່ວທຸກຫົນແຫ່ງ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການພັດທະນາປະເທດຊາດຢ່າງຕັ້ງໜ້າ. ເຖິງວ່າຍັງມີຫຼາຍວຽກງານຕ້ອງປະຕິບັດ, ແຕ່ຂະແໜງການທູດ ຍັງໄດ້ສ້າງພື້ນຖານຢ່າງໝັ້ນແກ່ນ ເພື່ອນຳການເຄື່ອນໄຫວການທູດເສດຖະກິດກ້າວເຂົ້າສູ່ໄລຍະໃໝ່. ດ້ວຍການຊີ້ນຳຂອງທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ “ຍົກສູງປະສິດທິຜົນການພົວພັນດ້ານເສດຖະກິດກັບຕ່າງປະເທດ, ນຳການພົວພັນກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ, ມີສະຖຽນລະພາບ ແລະ ປະສິດທິຜົນ”, ແນ່ນອນວ່າ ການທູດເສດຖະກິດ ຈະປະກອບສ່ວນເຂົ້າໃນພາລະກິດແຫ່ງການພັດທະນາ ປະເທດຊາດ ນັບມື້ນັບຫຼາຍ ແລະ ແທດຈິງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ